ລິ້ງ ສຳຫລັບເຂົ້າຫາ

ຈາກໃບມອນ ລ້ຽງມ້ອນ ໃນລາວ ມາສູ່ ຫໍພິພິດທະພັນ ແຜ່ນແພ ໃນ ສະຫະລັດ

  • ກິ່ງສະຫວັນ ປະຖຳມະວົງ

ບັນດານັກຕໍ່າຫຸກຊັ້ນຍອດຂອງລາວ ທີ່ໄດ້ນໍາຜົນງານຝີມື ອອກມາ ເຜີຍແຜ່ ວາງສະແດງທີ່ ຫໍພິພິດທະພັນ ແຜ່ນແພ ແຫ່ງຊາດ ສະຫະລັດ.
ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນແລງວັນ​ພະ​ຫັດມື້​ນີ້ ຂ້າ​ພະ
​ເຈົ້າ ຈະ​ນຳ​ພາ​ທ່ານ ໄປຢ້ຽມ​ຢາມ ຫໍພິພິດ​ທະພັນແຜ່ນ​ແພ ຫລື
Textiles Museum ທີ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ດີ.ຊີ ທີ່ມີຜ້າ
​ແພ​ພື້ນ​ເມືອງ​ລາວ ອັນເປັນ​ຜະລິດ​ຕະພັນ ຈາ​ກຝີ​ມືຊັ້ນ​ຍອດ
​ຂອງ​ນັກ​ຕໍ່າຫູກລາວ ມາ​ວາງສະ​ແດງຢູ່ສະ​ຖາ​ບັນ​ຂອງ​ຊາດ​
ແຫ່ງ​ນີ້ຈາກ ​ວັນ​ທີ 12 ເດືອນເມສາ ຫາ ວັນ​ທີ 13 ​ເດືອນ​ຕຸລາ
ປີ 2013. ຜົນງານ​ເຫລົ່າ​ນີ້ແມ່ນ​ນໍາພາ​ໂດຍ ທ່ານ​ນາງ Carol
Cassidy ​ຜູ້​ເປັນ​ເຈົ້າ​ຂອງ ສູ​ນກາງຕໍ່າ​ຜ້າ​ພື້ນ​ເມືອງລາວ ຫລື
“Lao Textiles” ທີ່​ນະຄອນຫລວງ ວຽງ​ຈັນ.

ຫ້ອງສະແດງ ແຜ່ນແພ ແຫ່ງຊາດ ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ
ຫ້ອງສະແດງ ແຜ່ນແພ ແຫ່ງຊາດ ທີ່ ນະຄອນຫລວງ ວໍຊິງຕັນ ດີ.ຊີ

ປະ​ຫວັດການຕໍ່າຫູກ ຕໍ່າ​ຜ້າ​ແພ​ພື້ນ​ເມືອງລາວ ເປັນ​ຫັດ​ຖະ​ກຳ
ເຄື່ອ​ງ​ນຸ່ງ​ຫົ່ມແລະ ໃຊ້ປະ​ຈຳ​ຄອບຄົວ​ເທົ່າ​ນັ້ນ ​ແມ່ນໄດ້​ປະ​ຕິ​ບັດ
ກັນມາ​ຕັ້ງ​ແຕ່​ ສະ​ໄໝໂບ​ຮານ​ນະ​ການ.​ ສິນ​ລະ​ປະໂບ​ຮານ​ອັນ
ລຶກ​ລັບຂອງ​ຊົນ​ຊາດ​ລາວດັ່ງ​ກ່າວນີ້ ໄດ້ແອບແຝງ​ຢູ່​ກັບ​ການ​ດຳ​
ລົງ​ຊີ​ວິດຮິ​ດ​ຄອງ​ປະ​ເພ​ນີວັ​ດ​ທະ​ນາ​ທຳລາວແລະສາ​ສະ​ໜາພຸດ​
ມາ​ຈົນ​ເຖິງເທົ້າ​ທຸກວັນ​ນີ້. ​ເພາະສະ​ນັ້ນລວດລາຍສີ​ສັນ ການ​
ອອກ​ແບ​ບ​ດອກ​ດວງ ພື້ນ​ເມືອງ​ໂບຮານອັນເປັນມະ​ໂນ​ພາບ
ຂອ​ງ​ນັກຕ່ຳ​ຫູກແຕ່ລະ​ຄົນ​ ​ໄດ້​ສະ​ແດງ​ອອກ​ມາໃຫ້​ເຫັນ​ຄວາມ​
ງາມ ທີ່​ສະ​ລັບສັບ​ຊ້ອນ ​ແລະ​ບໍ່​ມີ​ເຄື່ອງ​ຈັກໃດໆ​ໃນສະ​ໄໝ​ໃໝ່
ສາ​ມາດ​ກ່າຍ​ແກະເຮັດ​ໄດ້ ນອກ​ຈາກ​ນັກ​ຕ່ຳ​ຫູກ​ຜູ້​ມີ​ຄວາມ​ຊ່ຽວ​
ຊານເທົ່າ​ນັ້​ນ. ດ້ວຍ​ເຫດ​ນີ້​ເອງ ຜ້າ​ໄໝ​ລາວ​ແຕ່​ລະ​ຜືນ ຈຶ່ງ​ມີ​ລັກ​
ສະ​ນະທີ່​ເປັນ ເອກະລັກຂອງ​ໃຜ​ລາວ ​ແລະ​ບໍ່​ຊ້ຳ​ແບບ ​ບໍ່​ຖືກ​ແຊກ​ແຊງ​ຈາກ​ສິນ​ລະ​ປະ​ຂອງ
ໂລກພາ​ຍນອກ​ໃດໆ.ການນຸ່ງ​ສີ້ນ​ໄໝ​ບ່ຽງ​ແພ ດັ້ງ​ເດີມ​ແລ້ວ ​ແມ່ນເປັນ​ສັນ​ຍາ​ລັກຂອງຊົນ
ຊາດລາວຊາດດຽວເທົ່າ​ນັ້ນ ກ່ອນ​ຈະຖືກ​ມາ​ປະຍຸກ​ໃຊ້​ໂດຍ​ຊົນ​ຊາດ​ອື່ນ​. ​ໃນ​ໄລຍະ​ປະມານ​
ສອງ​ທົດ​ສະ​ວັດ​ຜ່ານ​ມາ​ນີ້ ສິນລະປະ​ແຜ່ນ​ແພ​ຂອງ​ລາວ​ໄດ້​ຖືກ​ນໍາ​ອອ​ກ​ເຜີຍ​ແຜ່ ​ໃຫ້​ຊາວ​ອ​າ​
ເມ​ຣິກັນ​ແລະ​ຊາວ​ໂລກ ​ໄດ້​ຮູ້ຈັກ​ໂດຍ​ສະຕີ​ອາ​ເມ ຣິກັນ​ທ່ານນຶ່ງ​ທີ່​ຫລົງ​ຮັກ​ໃນ​ຄວາມ​ງາມ
​ຂອງ​ແຜ່ນ​ແພ​ລາວ ກໍ​ຄືທ່ານນາງ Carol Cassidy ທີ່​ໄດ້ກໍ່ຕັ້ງ ສູນ​ກາງຫັດຖະກໍາຕໍ່າຜ້າແພ
ພື້ນເມືອງລາວ ຫລື Lao Textiles ​ຊຶ່ງ​ບໍ່​ພຽງ​ແຕ່ໄດ້​ສົ່ງເສີມປະ​ເພນີ​ໃນ​ການ​ຕໍ່​າແຜ່ນ​ແພ​
ຂອງ​ລາວ​ເທົ່າ​ນັ່ນ ​ແຕ່​ຍັງ​ໄດ້​ຊ່ວຍສ້າງ​ລາຍ​ໄດ້ໃຫ້​ແກ່ບັນດາ​ນັກ​ຕໍ່າ​ຫູກ ​ແລະເຜີ​ຍ​ແຜ່​ສິນລະ
ປະໂບຮານຂອງ​ລາວ​ໃຫ້​ໂລກ​ພາຍ​ນອກ​ໄດ້​ຮູ້ ນໍາ​ອີກ. ທ່ານ​ນາງ Cassidy ໄດ້ພົວພັນເຮັດ
ວຽກຄົ້ນຄວ້າກ່ຽວກັບສິນລະປະຜ້າແພພື້ນເມືອງຂອງ​ຊາດຕ່າງໆມາເປັນເວລາກວ່າ 30
ກວ່າປີ.

ທ່ານນາງ Carol Cassidy ໄດ້ຮັບຜ້າໄໝທີ່ແຂວງຫົວພັນ
ທ່ານນາງ Carol Cassidy ໄດ້ຮັບຜ້າໄໝທີ່ແຂວງຫົວພັນ

ທ່ານນາງໄດ້ຮັບການສຶກສາກ່ຽວ​ກັບວິຊາຕໍ່າຜ້າແພຈາກປະເທດ
ນໍເວ ແລະຟິນແລນແລະຮຽນສໍາເລັດປະລິນ ຍາຕີຝ່າຍສິນລະປະ
ສາດ (BFA) ຈາກມະຫາວິທະຍາໄລລັດ Michigan ຫລື
Michigan University ໃນປີ 1980.

ທ່ານນາງ Cassidy ເຄີຍໄດ້ເຮັດວຽກຝ່າຍວິຊາການດ້ານແຜ່ນ
ແພ ແລະການຕໍ່າຜ້າຢູ່ພາກໃຕ້ຂອງອາຟຣິກາ ເປັນເວລາ 8 ປີ
ພາຍໃຕ້ໂຄງການ CARE ຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດ.
ທ່ານນາງໄດ້ສິດ​ສອນບັນ​ດາຜູ້ຍິງຢູ່ ປະ​ເທດ Lesotho ກ່ຽວ​ກັບ
​ການເຂັນຝ້າຍຈາກຂົນສັດ ມາຜະລິດໃຫ້ເປັນເສັ້ນຝ້າຍທີ່ເໝາະສົມແກ່ການສົ່ງອອກ
ຂາຍຢູ່ນອກປະເທດ ພາຍໃຕ້ໂຄງການພັດທະນາ​ເຂດຊົນ​ນະ​ບົດ​ຂອງອົງການສະຫະປະ
ຊາຊາດ. ທ່ານນາງ Cassidy ໄດ້ໃຊ້ວິຊາການ ຄວາມຊໍານິຊໍານານຊ່ວຍຕັ້ງອຸສາຫະກໍາ
ຊ່ວຍເຫລືອແບບ ​ຍືນຍົງ ​ຢູ່​ທີ່ ປະ​ເທດ Lesotho, Botswana ແລະ Zimbabwe.

ໃນປີ 1989 ທ່ານນາງ Cassidy ໄດ້ຍ້າຍ​ໄປຢູ່ເຂດອາຊີອາຄະເນ ຫລື​ເອ​ເຊຍ​ຕາ​ເວັນ​
ອອກສຽງ​ໃຕ້ ເຮັດວຽກເປັນທີ່ປຶກສາດ້ານການຕໍ່າຜ້າໃຫ້ແກ່ອົງການສະຫະປະຊາຊາດ
ທີ່ນະຄອນຫລວງວຽງຈັນ ປະເທດລາວ ແລະ​ຕໍ່​ມາໄດ້ຕັດສິນ ໃຈຕັ້ງທຸລະກິດ ສູນ​ກາງ
ຫັດຖະກໍາຕໍ່າຜ້າແພພື້ນເມືອງລາວ ເປັນຂອງຕົນເອງ ເພື່ອຮັກສາສືບຕໍ່ ແລະ​ປັບ​ປຸງ
ພັດ​ທະ​ນາ ການ​ຕໍ່​າ​ຫູກ​ຜ້າໄໝ​ລາວ​. ທ່ານ​ນາງ Cassidy ໄດ້​ໂອ້​ລົ​ມກັບວີ​ໂອ​ເອ ແລະ​
ບັນ​ລະ​ຍາຍ​ເຖິງ​ບັນຍາກາດ ສະພາບ​ແວດ​ລ້ອມ ແລະຄວາມ​ແຕກ​ຕ່າງໃນ​ເວລາທີ່​ທ່ານ​
ນາງ ​ໄດ້ໄປເຖິງ​ນະຄອນ ຫລວງ​ວຽງ​ຈັນ ​ໃນ​ປີ 1989 ນັ້ນວ່າ:


“ໂອ ​ແມ່ນ​ແລ້ວ ​ແມ່ນ​ແລ້ວ ກິ່ງ​ສະຫວັນ ຂ້ອຍຈື່​ໄດ້​ວ່າ ເມືອງ​ລາວ​ໃນ​ເວລາ​ນັ້ນ
ແຕກ​ຕ່າງ​ກັນ​ຫລາຍທີ່​ສຸດ​ກັບ​ປັດຈຸ​ບັນ​ນີ້. ແລ້ວ​ກະບັງ​ເອີນ ທີ່ພວກລູກ​ໆຂອງ
ຂ້ອຍ ​ທີ່ເຕີບ​ໂຕຂຶ້ນຢູ່​ເມືອງ​ລາ​ວ ​ກັບນ້ອງ​ສາວ​ຂອງຂ້ອຍ ທີ່ໄດ້​ມາຢ້ຽມຢາມ​ໃນ
​ປີ 1990 ນັ້ນ ພວກ​ເຮົາ​ທັງ​ໝົດ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໜີ້ອາທິດນີ້ ​ແລະ​ອາທິດ​
ແລ້ວ​ນີ້ ພວກ​ເຮົາໄດ້ພາກັນ​ລະນຶກ​ເຖິງ​ອ​ະດີດ ວ່າຊີວິດເປັນ​ແນວ​ໃດ ໃນເວລາ
​ພວກ​ເຮົາ​ມາ​ຮອດ​ໃໝ່ໆ ແລະ​ມັນ​ໄດ້ການ​ປ່ຽນ​ແປງ​ຢ່າງ​ຫລວງຫລາຍ. ​ປະ​ເທດ
ລາວ​ໃນ​ປີ 1989 ຍັງເປັນເສດຖະກິດ​ແບບ​ຊົນນະບົດ​ຫລາຍ ມີທົ່ງ​ນາ​ປູກ​ເຂົ້າ​ຢູ່​
ໃນ​ເມືອງ ​ແລະ​ນອກ​ເມືອງ. ຕອນ​ນັ້ນ ຂ້ອຍ​ຢູ່ວັດ​ນາກ ແລະມີ​ທົ່ງ​ນາ​ຢູ່​ຕິດ​ກັບ
ປາກ​ປະຕູ​ອອກບ້ານ ຫລຽວເຫັນ​ເປັນ​ທົ່ງ​ສີຂຽວ ຜູ້​ຄົນ​ທັງຫລາຍ​ພາກັນຂີ່​ລົດຖີບ. ​
ແຕ່​ທິວ​ວະ​ທັດທໍາມະຊາດ​ອັນ​ນັ້ນ ທັງ​ຢູ່ໃນ​ເມືອງ ​ແລະ​ນອກ​ເມືອງ ​ໄດ້​ປ່ຽນ​ແປງ​
ໄປຢ່າງ​ງາມ​ ໃນ​ລະຍະ 25 ປີ​ທີ່​ຜ່ານ​ມາ.”


ຂ້າພະເຂົ້າຖາມທ່ານນາງ Cassidy ວ່າ ໃນ​ສະ​ໄໝ​ສົງ​ຄາມ​ຫວຽດນາມ ​ແລະ​ສົງຄາມ​
ລັບຢູ່​ໃນ​ລາວ ທ່ານນາງເຄີຍໄດ້​ຍິນ ​ແລະຮູ້​ກ່ຽວ​ກັບເລື້ອງ​ບໍ່ ນີ້ຊຶ່ງທ່ານນາງຕອບວ່າ :

“​ຄວາມ​ຈິງ​ແລ້ວ ຂ້າ​ພະ​ເຈົ້າ​ເກີດ​ໃນ​ປີ 1956 ຂ້າພະ​ເຈົ້າຍັງ​ໜຸ່ມ​ນ້ອຍ​ຫລາຍ
​ໃນ​ເວລາ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ ​ແຕ່​ວ່າພໍຈື່ໄດ້ຢູ່​ວ່າ ພີ່ນ້ອງ​ຂອງຂ້າພະ​ເຈົ້າ ​
ຄົນ​ນຶ່ງໄດ້​ພົວພັນ​ກັບຂະ​ບວນ​ການ​ຕ້ານ​ສົງຄາມ ​ແລະເດີນ​ຂະ​ບວນຜ່ານ​ໜ້າ​
ບ້ານ​ຂອງ​ພວກຂ້າ​ພະ​ເ​ຈົ້າ ຢູ່ທີ່​ລັດ Connecticut, ນັ້ນ​ ແມ່ນ​ການ​ເປີດ​ຫູ​
ເປີດ​ຕາ​ຄັ້ງທໍາອິດຂອງຂ້າພະເຈົ້າ ກ່ຽວກັບເລື້ອງນີ້. ຄວາມ​ຈິງ​ແລ້ວ​ ໃນ​ປີ
1968 ນັ້ນ ຂ້າພະ​ເຈົ້າ​ມີ​ອາຍຸ​ໄດ້ພຽງແຕ່ 12 ປີ. ໃນ​ເວ​ລາດຽວ​ກັນ​ ຄອບຄົວ​
ຂອງ ຂ້າພະ​ເຈົ້າ ໄດ້​ເດີນ​ທາງໄປ​ຢູ່ເມັກ​ຊິ​ໂກ ຊຶ່ງ​ເປັນ​ເວ​ລາ​ທີ່ ຂ້າພະ​ເຈົ້າໄ​ດ້​
ຄົ້ນ​ພົບ​ກ່ຽວ​ກັບ​ການ​ຕໍ່າຫູກ.”


ເວລາ​ໃດທ່ານໄດ້ເລີ້ມ​ຕັດສິນ​ໃຈເດີນທາງ​ມາ​ເມືອງ​ລາວ?



“ຕອນເວລານັ້ນ​ມາ​ເຖິງ​ ຂ້ອຍກັບ​ສາມີ​ ເຮັດ​ວຽກ​ຢູ່ Maputo ປະ​ເທດ Mozambique.
ພວກ​ເຮົາໄດ້ເຮັດ​ວຽກ​ພັດທະນາຢູ່ທົ່ວໂລກມາໄດ້​ຫ​ລາຍ​ປີ​ແລ້ວ ໃນພາກ​ໃຕ້​ອາ​ຟຣິກາ
ໃນ​ຊຸມປີ 1980. ຂ້າ​ພະ​ເຈົ້າ​ໄດ້ເຮັດ​ວຽກ​ຢູ່ Botswana Zimbabwe ​ກັບ​ Lesotho.
ຂ້ອຍ​ກັບເພື່ອນ​ຮ່ວມ​ງານ​ຄົນ​ນຶ່ງ​ ຊຶ່ງ​ເປັນ​ແມ່​ຍິງຄົນນໍ​ເວ ໄດ້​ມີ​ໂຄງການ​ຕ່ຳ​ຂົນ​ແ​ກະ
ຮ່ວມ​ກັນ ຢູ່ Lesotho ແລະ Botswana ແລະ​ ລາວເວົ້າ​ສູ່ຂ້ອຍຟັງ​ວ່າ ລາວ​ໄດ້​ຮັບ​
ຂໍ້ສະ​ເໜີ​ໃຫ້​ໄປ​ເຮັດວຽກຢູ່​ເມືອງ​ລາວແຕ່​ວ່າ​ລາວບໍ່​ສາ​ມາດຮັບ​ເອົາໄດ້ ແລະ​ລາວ​ໄດ້​
ສົ່ງ​ໂທລະ​ເລກຫາຂ້ອຍ ເພາະ​ວ່າ​ເວ​ລາ​ນັ້ນ​ ຍັງ​ບໍ່​ທັນ​ມີ​ໂທລະ​ສານ ແ​ລະ​ໂທ​ລະ​ສັບ​
ມື​ຖື​ເທື່ອ. ລາວໄດ້​ສົ່ງ​ໂທ​ລະ​ເລກ​ມາ​ຫາຂ້ອຍ ບອກວ່າມີ​ຕໍາ​ແໜ່​ງທີ່ປຶ​ກສາ​ຝ່າຍ​ຕ່ຳຫູກ​
ວ່າງ ຢູ່ວຽງ​ຈັນ
. ຂ້ອຍ​ໄດ້​ຍິນ​ວ່າ ມັນເປັນ​ເມື​ອງສະ​ຫວັນຂອງ​ການ​ຕ່ຳ​ຫູກ ກໍ​ເລີຍ​ເກີດ​
ຄວາມ​ສົນ​ໃຈຂຶ້ນ​ມາ​ທັນທີ. UNDP ຫລືອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອການ​ພັດທະ
ນາ ໄດ້​ຈ້າງຂ້ອຍໃຫ້​ອອກຈາກ Mozambique ແລ້ວຍ້າຍ​ມາຢູ່ວຽງ​ຈັນ ປະ​ເທດ​ລາວ.
ຂ້ອຍ​ມາ​ຮອດໃນ​ເດືອນ​ພຶດ​ສະ​ພາ ປີ 1989 ແລະ​ກໍ​ເປັນ​ຄວາມ​ຈິງ​ແທ້ໆ ປະເທດລາວ
​ແມ່ນເປັນ​ເມືອງ​ສະ​ຫວັນ​ຂອງ​ການ​ຕ່ຳ​ຫູກ.​ ໃນ​ເວ​ລາ​ທີ່ຂ້ອຍ​ໄດ້​ຮັບ​ໂທ​ລະ​ເລກຂອງ​ໝູ່​ນັ້ນ
ຂ້ອຍແທບ​ວ່າບໍ່​ຮູ້ຈັກ​ຫຍັງ​ເລີຍ​ກ່ຽວ​ກັບ​ເມືອງ​ລາວ ນອກຈາກ​ຂ່າວ​ກ່ຽວ​ກັບສົງ​ຄາມ
ຫວຽດ​ນາມ ແລະຮູ້​ວ່າລາວ​ມີ​ສ່ວນ​ພົວ​ພັນຢູ່​ໃນ​ສົງຄາມນັ້ນ ແຕ່​ຂ້ອຍ​ກໍບໍ່​ໄດ້​ເຈາະ​ຈົງ
ໃສ່ໃຈກ່ຽວ​ກັບເມືອງລາວ ຫລືເອເຊຍ​ອາ​ຄະ​ເນ.”


ທ່ານນາງ Carol Cassidy (ຊ້າຍສຸດ) ພ້ອມດ້ວຍຄະນະ ຢູ່ກອງປະຊຸມແຜ່ນແພ ທີ່ຮາໂນຍ 2013
ທ່ານນາງ Carol Cassidy (ຊ້າຍສຸດ) ພ້ອມດ້ວຍຄະນະ ຢູ່ກອງປະຊຸມແຜ່ນແພ ທີ່ຮາໂນຍ 2013



“ການສ້າງ​ບັນທຶກລາຍ​ລະອຽດ​ນັ້ນ ​ແມ່ນຢູ່​ໃນ​ສະ​ໝອງ​ຂອງບັນ​
ດານັກ​ຕໍ່າຫູກ ທີ່​ມີ​ຫົວຄິດ​ປະດິດ​ສ້າງ​. ຫົວຄິດ​ປະດິດ​ສ້າງ​ຂອງ​
ພວກ​ແມ່ຍິງ​ເຫລົ່າ​ນັ້ນ ​ໄດ້​ຖືກ​ຖ່າຍ​ທອດອອກ​ມາໃຫ້​ເຫັນ ຜ່ານ​
ການ​ຕໍ່​າຫູກ​ຂອງ​ເຂົາ​ເຈົ້າ ​ແຕ່​ວ່າບັນທຶກກໍແມ່ນ​ຜົນງານ​ທີ່​ເຂົາ​ເຈົ້າ​ຕໍ່າ​ອອກ​ມານັ້ນ​ເອງ.
ແຜ່ນ​ແພ ທີ່​ເຮົາ​ຕໍ່າ​ອອກ​ມາ​ໃນມື້​ນີ້ ​ແມ່ນ​ບັນທຶຶກ​ຂອງປະຫວັດ​ສາດຂອງ​ຜ້າ​ແພ​ລາວ.
ບໍ່​ມີ​ການ​ບັນທຶກ​ເປັນ​ລາຍ​ລັກ​ອັກສອນ​ໄວ້ ບໍ່​ມີ​ການ​ຈົດ​ລົງ​ໃນ​ເຈ້ຍ​ໃດໆ ​ແລະ​ກໍ​ບໍ່​ມີ​ຢູ່ໃນ
ຫໍ​ສະມຸດ. ມັນ ອອກ​ມາ​ຈາກ​ສະໝອງ​ຂອງ​ຜູ້ຕໍ່າຫູກ ທີ່​ຖ່າຍ​ທອດ​ອອກ​ມາສູ່​ແຜ່ນ​ແພ​ ​
ແລະ​ເຮົາ​ກໍ​ຈະເຫັນ​ແຜ່ນ​ແພທີ່​ງົດ​ງາມ ມີ​ຄວາມ​ສໍາຄັນ​ມີ​ຄວາມ​ໝາຍອັນ​ຍິ່ງ​ໃຫຍ່ເພາະ​
ມັນ​ເປັນ​ບັນທຶກ​ປະຫວັດ​ສາດ ຂອງ​ການ​ຕໍ່າຜ້າ​ລາວ​ນັ້ນ​ເອງ.


ມີ​ບາງ​ຢ່າ​ງທີ່​ບໍ່​ຄື​ແບບ​ໃຜກ່ຽວ​ກັບ​ລາວ ຊຶ່ງ​ຂ້າພະ​ເຈົ້າ​ຄິດ​ວ່າ ພິ​ເສດ​ສໍາ​ລັບກີ່​ຕໍາ​ຫູກ​ລາວ
ທີ່​ເຮັດ​ໃຫ້​ນັກ​ຕໍ່າຫູກ​ສາມາດ ອອກ​ແບບ​ລວດລາຍ​ແບບຍາກໆ ​ສະ​ລັບ​ສັບ​ຊ້ອນ ແລະ​
ງົດ​ງາມ​ໄດ້. ມີ​ຢ່າງ​ນຶ່ງ​ທີ່​ເຮົາ​ຮ້ອງເປັນ​ພາສາ​ລາວ​ວ່າ ​ເຂົາ ທີ່​ພວກ​ເຮົາ​ນໍາ​ມາ​ໃຊ້​ຄືນໄດ້
ຊໍ້າ​ແລ້ວຊໍ້າ​ອີກ ທີ່​ບໍ່​ແຕກ​ຕ່າງ​ຫຍັງ​ກັບແຜ່ນ​ floppy disk ຂອງ​ຄອມພິວເຕີ.”



ຫລັງ​ຈາກ​ຫລາຍ​ປີ​ທີ່​ໄດ້​ເຮັດ​ວຽກ​ກັ​ບພວກ​ປູກມອນ ລ້ຽງ​ມ້ອນ ແລະນັກ​ຕ່ຳ​ຫູກ ຜ້າໄໝລາວ
ແລ້ວປັດ​ຈຸ​ບັນ​ນີ້ ທ່ານ​ນາງ Cassidy ໄດ້​ອິງ​ອາ​ໄສ​ການ​ຜະ​ລິດ​ຜ້າ​ໄໝຈາກທ້ອງຖິ່ນ. ຫ້ອງຕ່ຳ​
ຫູກຂອງທ່ານ​ນາງ ໄດ້​ຜະ​ລິດຫ​ລາຍໆ​ຢ່າງ ທີ່​ເຮັດ​ດ້ວຍ​ມື​ ເຊັ່ນ​ວ່າ ຜ້າ​ໄໝ​ລາວທີ່ຕ່ຳມີ​ລວດ​ລາຍ​ຢ່າງລະ​ອຽດ ​ຜ້າ​ເອ້​ຫ້ອຍ​ຝາ ຜ້າ​ຍ້ອມພັນ​ຄໍ ຜ້າແພ​ບ່ຽງ ຜ້າ​ປູ​ຕັ່ງ​ນັ່ງ ແລະ​ຜ້າ​ກັ້ງເຫລົ່​ານີ້​ເປັນ​ຕົ້ນ. ປັດ​ຈຸ​ບັນ​ນີ້ ສູນ​ກາງ​ຕ່ຳ​ຫູກແຜ່ນ​ແພ​ລາວ ຂອງ​ທ່ານນ​າງ Cassidy ມີ​ນັກ​ຕ່ຳ​ຫູກທີ່​ມີ​ຝີ​ມື ຊຳ​ນິ​ຊຳ​ນານ ລ້ວນ​ແລ້ວ​ແຕ່​ເປັນສະ​ຕີລູກ​ບ້ານຫລານ​ເມືອງ​ ຂອງ​ລາວ ​ຢູ່ທັງ​ໝົດຊາວກວ່າ
​ຄົນ ທີ່​ສູນ​ກາງ​ຕໍ່າ​ຜ້າ ໂດຍໄດ້ຊ່ວຍສ້າງລາຍໄດ້ມາສູ່​ຄອບຄົວ.​

ພາບການວາງ ສະແດງແຜ່ນແພພື້ນເມືອງລາວ ທີ່ຫໍພິພິດທະພັນແຫ່ງຊາດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ
ພາບການວາງ ສະແດງແຜ່ນແພພື້ນເມືອງລາວ ທີ່ຫໍພິພິດທະພັນແຫ່ງຊາດ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ

ບັດ​ນີ້ ຄຳ​ວ່າ “Lao Textiles” ຫລືແຜ່ນ​ແພລາວ ໄດ້​ເປັນ​ທີ່​ຮັບ​ຮູ້​
ກັນ​ຢູ່​ໃນ​ລະ​ດັບ​ສາ​ກົນ​ ແລະ​ຖືກ​ນໍາ​ໃຊ້ອອກ​ແບບແລະ​ຕັດ​ເປັນ
ເຄື່ອງ​ນຸ່ງ ເຄື່ອງ​ເອ້​ຂອງ​ສັງ​ຄົມຊັ້ນ​ສູງ​ຂອງ​ໂລກ. ​ສິນ​ລະ​ປະ​ຕໍ່າ
​ຜ້າ​ແຜ່ນ​ແພ​ຂອງ​ລາວ ໄດ້​ຖືກນໍາ​ໄປຮັກສາ​ໄວ້ ​ເປັນ​ເຄື່ອງ​ສະ​ສົມ
ທີ່​ມີ​ມູນ​ຄ່າ. ນອກຈາກ​ນັ້ນ​ອີກ​ແລ້ວ ​ບັນດາ​ນັກ​ຕໍ່າຫູກ​ລາວ ທັງ
ຫລາຍ​ເຫລົ່າ​ນີ້ ຍັງ​ໄດ້ມີ​ໂອກາດ​ເດີນທາງ​ອອກ​ມາສ​ະ​ແດງ ເຫັນ​
ໂລກ​ພາຍ​ນອກ ພົບ​ພໍ້ກັບ​ບັນດາ​ຜູ້ທີ່​ນິຍົມ​ຊົມ​ຊອບ ສິນລະປະ​
ຂອງ​ເຂົາ​ເຈົ້າ.

ໃນ​ປີ 1995 ສະ​ຖາ​ບັນ Fashion Institute of Technology
ທີ່ນະ​ຄອນ​ນິວຢອກ ໄດ້​ເປັນ​ເຈົ້າພາບສະ​ແດງ​ຜົນ​ງານ​ຂອງ ທ່ານ|ນາງ Cassidy ທີ່​ມີ​ຫົວ​
ເລື້ອງວ່າ“Beyond Tradition: Lao Textiles Revisited.” ​ເປັນ​ເທື່ອ​ທໍາ​ອິດ​ທີ່ຜ້າ​ແພ​ພື້ນເມືອງ​ລາວໄດ້​ຖືກ​ແນະ​ນໍາ​ ໃຫ້​ຊາວ​ອາ​ເມຣິກັນ​ພາຍ​ໃນ​ປະ​ເທດ​ໄດ້​ເຫັນ​ ແລະ ຮູ້ຈັກ ແລະ​
ວີ​ໂອ​ເອພະ​ແນ​ກພາສາ​ລາວ​ກໍ​ໄດ້​ໄປ​ເອົາ​ຂ່າວ​ມາລາ​ຍງານ​ໃຫບັນດາຜູ້​ຟັງ​ໄດ້​ຮູ້​ນໍາ. ຕໍ່​ມາແຜ່ນ
ແພ​ພື້ນ​ເມືອງ​ລາວ ໄດ້​ຮັບລາງວັນ ຜະ​ລິດ​ຕະ​ພັນ​ທີ່​ດີ​ເລີດ ຈາກ​ອົງ​ການ UNESCO ໃນ​ປີ 2001. ​ແລະ​ ອົງການ​ຊ່ວຍ​ເຫລືອ​ນັກຫັດ​ຖະ​ກຳ ຫລື Aid to Artisan ໄດ້​ໃຫ້​ກຽດ​ແກ່ ທ່ານ​ນາງ Cassidy ເປັນ​ເທື່ອ​ທຳ​ອິດ​ຂອງ​ເຂົາ​ເຈົ້າ ໂດຍມອບ​ລາງວັນ Preservation Craft
Award ຫລື ລາງ​ວັນຮັກ​ສາ​ຫັດ​ຖະ​ກຳ ​ໃຫ້ໃນ​ປີ 2002 ສໍາລັບຄວາມ​ພະ​ຍາມ​ຂອງ​ທ່ານ​ນາງ
​ໃນ​ການ​ຮັກ​ສາການຕ່ຳ​ຜ້າ​ໄໝ​ຢູ່​ໃນ​ລາວ. ທ່ານ​ນາງ Cassidy ດຳ​ເນີນ​ການ​ເປັນ​ຜູ້​ໃຫ້​ຄຳ​ແນະນຳ ​ແກ່ອົງ​ການສະ​ຫະປະ​ຊາດ ແລະ​ອົງ​ການ​ພັດ​ທະ​ນາ​ຕ່າງໆ ກ່ຽວ​ກັບ​ການສ້າງ​ລາຍ​ໄດ້
​ໃຫ້​ແກ່ກິດ​ຈະ​ການຂອງ​ຜູ້​ຍິງ​ໃນ​ຊົນ​ນະບົ​ດ.

ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້ ທ່າ​ນນາງ Cassidy ໄດ້​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ ນັກ​ຕ່ຳ​ຫູກກຳ​ປູ​
ເຈຍ ກຸ່ມ​ນຶ່ງຊຶ່ງ​ເປັນ​ຜູ້​ລອດ​ຊີ​ວິດ​ຈາກລະ​ເບີດ​ຝັງ​ດິນ. ທ່ານ​ນາງ ເດີນ​ທາງ​ຢ່າງກວ້າງ​ຂວາງ
ເພື່ອສິດ​ສອນ ແລະກ່າວ​ປະ​ຖະ​ກະ​ຖາ ກ່ຽວ​ກັບ​ການ​ຕ່ຳ​ຫູກ ແລະ​ການ​ບໍ​ລິ​ຫານ​ທຸ​ລະ​ກິດຂະ
ໜາດ​ນ້ອຍ ແລະ​ແບ່ງ​ປັນ​ຄວາມ​ຮູ້​ແລະ​ປະສົບ​ປະການ ກ່ຽວ​ກັບ​ຜົນ​ສໍ​າ​ເລັດສ່ວນ​ໂຕຂອງ​ທ່ານ​ນາງ ກັບ​ບັນ​ດາ​ນັກ​ຕ່ຳ​ຫູກ ແລະ​ນັກ​ຫັດ​ຖະ​ກໍ​າ​ຢູ່​ທົ່ວ​ໂລກ.

ເວລາ​ນີ້ ຜະລິດ​ຕະພັນແຜ່ນ​ແພ​ລາວອັນງົດ​ງາມຈໍານວນ​ນຶ່ງ ທີ່​ເປັນຜົນງານ​ສີມື​ການ​ຕໍ່າຫູກ
ອັນລະອຽດ​ແລະປານີດ ຂອງ​ນັກ​ຫັດຖະ​ກໍາ​ລາວ ທີ່​ໄດ້​ຮັບ​ການ​ສົ່ງ​ເສີມ​ສະໜັບສະໜຸນ​ໂດຍ
ທ່ານນາງ Cassidy ນັ້ນກໍາລັງ​ວາງສະ​ແດງ ​ໃຫ້​ຊົມຢູ່ພິພິດທະພັນແຜ່ນ​ແພ ຫລື Textile
Museum ທີ່​ນະຄອນຫລວງ ວໍ​ຊິງ​ຕັນ ດີ​.ຊີ. ​ໄປ​ຈົນ​ຮອດ ວັນ​ທີ 13 ​ເດືອນ​ຕຸລາ ຈະ​ມາ​ເຖິງ​ນີ້.

Carol ແລະ ສາມີ ທ່ານ Dawit Seyoum ຮ່ວມພິທີ່ແຕ່ງງານ ລູກສາວພະນັກງານຕໍ່າຫູກຄົນນຶ່ງ
Carol ແລະ ສາມີ ທ່ານ Dawit Seyoum ຮ່ວມພິທີ່ແຕ່ງງານ ລູກສາວພະນັກງານຕໍ່າຫູກຄົນນຶ່ງ

ທ່ານສາມາດ ຕິດຕາມໄດ້ທີ່ ເວັບໄຊ້ ຂ້າງລຸ່ມນີ້
www.textilemuseum.org
https://www.dropbox.com/sh/pc25v3nru3i7cyk/Aro5i8VCzc

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG