ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພະນະທ່ານ ສະເຫລີມໄຊ ກົມມະສິດ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສະ​ຫະ​ປະ​ຊາ​ຊາດ


ຈາກຊ້າຍຫາຂວາ ທ່ານນາງ ອາລຸນີ ພັນລະຍາ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ພ້ອມດ້ວຍ ທ່ານ Ban ki-Moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ແລະພັນລະຍາ ທ່ານນາງ Ban Soon-taek.
ຈາກຊ້າຍຫາຂວາ ທ່ານນາງ ອາລຸນີ ພັນລະຍາ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ພ້ອມດ້ວຍ ທ່ານ Ban ki-Moon ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ແລະພັນລະຍາ ທ່ານນາງ Ban Soon-taek.
ສະບາຍດີ ທ່ານ​ຜູ້​ຟັງທີ່​ເຄົາລົບ ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​
ແດນ ​ແລງ​ວັນ​ພະຫັດ​ມື້​ນີ້ ​ເຮົາ​ຈະ​ນໍາ​ເອົາ​ ການ​ສໍາພາດ ພະນະ​
ທ່ານ ​ເອກ​ອັກຄະ​ລັດຖະທູດ ສະ​ເຫລີ​ມໄຊ ກົມມະ​ສິດ ຜູ້​ຕາງໜ້າ
ສປປ ລາວ ທີ່​ອົງ​ການ​ສະຫະ​ປະຊາ​ຊາດ ທີ່​ນະຄອນ​ນິວຢອກ
ມາສະ​ເໜີ​ທ່ານ. ​ເອກ​ອັກຄະລັດຖະທູດ ສະ​ເຫລີ​ມ​ໄຊ ​ໄດ້ປະຕິ
ບັດ​ໜ້າ​ທີ່ຕາງໜ້າ ສປປ ລາວ ມາ​ເປັນ​ເວລາ​ສອງ​ປີ​ແລ້ວ ​ແລະ​
ກໍ​ຫາ​ພົ້ນ​ຈາກ​ຕໍາ​ແໜ່​ງ. ກ່ອນ​ທ່ານ ​ແລະ​ຄອບຄົວ​ເດີນທາງ​ກັບ
​ສູ່ປະ​ເທດ​ລາວ ວີ​ໂອ​ເອ ​ໄດ້​ຖື​ໂອກາດ​ນີ້ ​ໂອ້​ລົມ​ກັບ​ທ່ານ ກ່ຽວ
​ກັບ ສາຍ​ສໍາ ພັນ​ລະຫວ່າງ ສປປ ລາວ ​ແລະ​ບັນດາ​ປະ​ເທດ​
ສາກົນ​ຕ່າງໆ​ ຢູ່​ທົ່ວ​ໂລກ ​ເຖິງ​ບາດກ້າວ​ອັນສໍາຄັນ​ຢ່າງ​ໃດ​ແດ່
ນັບ​ຕັ້ງ​ແຕ່​ປີ 1975 ມາ​ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນ ຊຶ່ງ​ກິ່ງສະຫວັນ
ຈະ​ນໍາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ. ອົງການສະຫະ​ປະຊາ​ຊາດຫລືthe United Nations
ໄດ້ຖືກ​ສ້າງ​ຕັ້ງ​ຂຶ້ນມາ​ໃນວັນ​ທີ 24 ​ເດືອ​ນຕຸລາ ປີ 1945 ຫລັງຈາກ​ ສົງຄາມ​ໂລກ​ຄັ້ງ​ທີ​
ສອງ​ຍຸດຕິ​ລົງ ເພື່ອປ້ອງ​ກັນ​ ບໍ່​ໃຫ້​ເກີດ​ສົງຄາມ​ແບບ​ນັ້ນ​ອີກ​ ແລະ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​
ມື​ກັນລະຫວ່າງ​ນາໆ​ຊາດ. ​ປະທານາທິບໍດີສະຫະລັດ ທ່ານ Franklin Delano
Roosevelt ໄດ້ສະ​ເໜີ​ໃຫ້ມີການຈັດຕັ້ງອົງການໃໝ່ນີ້ ​ຂຶ້ນ​ມາ​ແທນອົງການສັນນິບາດ
ຊາດຫລື League of Nations ທີ່​ໄດ້​ຕັ້ງ​ຂຶ້ນ​ມາໃນສະໄໝ​ກ່ອນສົງຄາມ​ໂລກ​ຄັ້ງ​ທີ​ສອງ​
​ແລະ ບໍ່ມີ​ປະສິດທິ​ຜົນ​ຫຍັງເລີຍນັ້ນ. ໃນ​ຕອນ​ກໍ່​ຕັ້ງ​ໃໝ່ ອົງການ​ສະຫະປະຊາ​ຊາດ​ມີ​
ສະມາຊິກ ຢູ່ 51 ປະ​ເທດແຕ່​ບັດ​ນີ້​ມີ​ຮອດ 193 ປະເທດ ​ຮວມທັງປະ​ເທດລາວນໍາ ທີ່​ໄດ້​
ເຂົ້າເປັນສະມາຊິກ ​ໃນປີ 1955. ​

ໃນ​ໄລຍະ​ຫລາຍ​ສິບ​ປີຜ່ານ​ມາ​ນີ້ ສປປ ລາວ ​ເຖິງ​ແມ່ນ​ຈະ​ເປັນ​ປະ​ເທດ​ນ້ອຍ ​ແຕ່​ກໍ​ໄດ້​ມີ
​ບົດບາດ​ຢ່າງ​ແຂງ​ຂັນຢູ່​ໃນ​ປະຊາ​ຄົມ​ໂລກ​ແຫ່ງ​ນີ້ ອິງ​ຕາມ​ພະນະທ່ານ ​ສະ​ເຫລີ​ມ​ໄຊ
ກົມມະ​ສິດ ​ເອກ​ອັກຄະ​ລັດທ​ະ​ທູດ ຄົນ​ຫລ້າ​ສຸດ ປະ​ຈໍາ​ສໍານັກງານ​ຜູ້ຕາງໜ້າຖາ​ວອນ
ຂອງ ສປປ ລາວ ປະ​ຈໍາອົງການສະຫະ​ປະຊາ​ດທີ່​ນະຄອນ​ນິວຢອກທີ່​ໄດ້​ສະລະ​ເວລາ
ໃຫ້​ສໍາ​ພາດ​ກັບ​ວີ​ໂອ​ເອ ພາກ​ພາສາ​ລາວ. ​ແຕ່​ກ່ອນ​ຈະ​ຟັງການ​ສົນທະນາ​ກັບ​ພະນະ
ທ່ານສະ​ເຫລີ​ມໄຊ ກ່ຽວ​ກັບ​ບົດບາດ​ຂອງ​ລາວ​ທີ່​ ອົງການ​ສະຫະ​ປະຊາ​ຊາດ ນັ້ນ ຂ້າພະ​
ເຈົ້າ​ຂໍ​ແນະ​ນໍາ​ ໃຫ້​ທ່ານ​ຮູ້ຈັກ​ກັບນັກ ການ​ທູດ​ລາວ​ທ່ານ​ນີ້​ກ່ອນ.

ໃນ​ລະ​ຍະ​ສອງ​ປີ​ທີ່​ຜ່ານ​ມາ​ນີ້ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ
ໄດ້​ມາ​ຮັບ​ໜ້າ​ທີ່ປະ​ຈຳ​ອົງ​ການສະ​ຫະ​ປະ​ຊາ​ຊາດຕາງ​ໜ້າ ສ​ປ​ປ ລາວ. ທ່ານ​ທູດສະ​ເຫລີມ
​ໄຊ ເກີດ​ເມື່ອວັນ​ທີ 31 ປີ 1968 ທີ່ແຂວງຫົວພັນ ​ແຕ່​ໄດ້​ມາ​ເຕີບ​ໃຫ​ຍ່ທີ່​ນະ​ຄອນ​ຫຼວງວຽງ
ຈັນ. ຫລັງຈາກຈົບມັດທະຍົມແລ້ວ ທ່ານໄດ້ເດີນທາງໄປສຶກສາຕໍ່ທີ່ປະເທດຣັດເຊຍຈາກປີ
1986 ຫາ​ປີ 1992 ຈົບປະລິນຍາໂທຝ່າຍ International Relations ຫລືຄວາມສໍາພັນ
ລະຫວ່າງປະ​ເທດຈາກມະຫາວິທະຍາໄລ Moscow State University of International Relations ທີ່ກຸງມົສກູ ປະເທດຣັດເຊຍ. ລະ​ຫວ່າງປີ 1996 ຫາປີ 1997 ທ່ານໄດ້ໄປສຶກ
ສາຕໍ່ ທີ່ມະຫາວິທະຍາ​ໄລ Monash ທີ່​ນະຄອນ Melboune ປະ​ເທດ Australia ຈົບ​ປະ
ລິນຍາໂທ ຝ່າຍ International Study and Development ຫລື ການ​ສຶກ​ສາ​ລະຫວ່າງ​
ຊາດ ​ແ​ລະກາ​ນພັດທະນາ. ພະ​ນະ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ເຫລີ​ມ​ໄຊ ເວົ້າ​ໄດ້ ສີ່​ພາ​
ສາ ຄືລ​າວ ອັງກິດ ຝ​ຣັ່ງ ແລະ​ຣັດ​ເຊຍ. ​ທ່ານ​ໄດ້​ສ້າງ​ຄອບຄົວ​ກັບ ທ່ານ​ນາງ ອາ​ລຸ​ນີ ແລະມີ
​ລູກ​ສາວທີ່​ໜ້າ​ຮັກນໍາກັນ​ສອງ​ຄົນ.

​ພະ​ນະທ່ານ ສະ​ເຫລີມ​ໄຊ ​ໄດ້​ເຂົ້າ​ຮັບ​ໃຊ້​ປະ​ເທດ​ຊາດ ຢູ່​ກະຊວງ​ການ​ຕ່າງປະ​ເທດ​ມາ​ຕັ້ງ​
ແຕ່​ປີ 1992 ​ໃນ​ຫລາຍໆ​ຕໍາ​ແໜ່​ງດ້ວຍ​ກັນ ​ໂຮມ​ທັງ ຮອງອະທິບໍດີກົມຢູ​ໂຣບ ແລະ​ອາ​ເມ
ຣິກາ ອະທິບໍດີກົມ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະລັດຖະມົນຕີ​ຊ່ວຍ​ກະຊວງ​ການ​ຕ່າງປະ​ເທດ
ຈາກ​ປີ 2011 ຫາ 2012 ກ່ອນ​ເດີນ​ທາງ​ມາ​ຮັບ​ໜ້າ​ທີ່ ເປັນ​ເອກ​ອັກຄະ​ລັດຖະທູດ ປະ​ຈໍາ​ອົງການສະຫະປະຊາ​ຊາດ ຊຶ່ງ​ກ່ອນ​ໜ້ານັ້ນ ທ່ານກໍ​ໄດ້​ມາ​ຮັບ​ຕໍາ​ແໜ່​ງ​ ເປັນເລຂາທີ​ສອງ ປະຈໍາສໍານັກງານຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ປະ​ຈໍາສະຫະ​ປະຊາ​ດ ທີ່ນະຄອນ
​ນິວຢອກ ຈາກ​ປີ 2000-2003.

ພະ​ນະ​ທ່​ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ເຫລີມ​ໄຊ ກົມ​ມະ​ສິດ ໄດ້​ເລົ່າ​ເຖິງ​ໜ້າ​ທີ່ຄວາມ​ຮັບ​ຜິດ​ຊອບຂອງທ່ານ ຕໍ່ວີ​ໂອ​ເອ ດັ່ງ​ນີ້:

ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ ແລະ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban ki-Moon
ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ ແລະ ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban ki-Moon





ນັບ​ຕັ້ງ​ແຕ່ ໄດ້ສະຖາປະນາຕົນ​ເອງ​ຂຶ້ນ​ມາ​ເປັນ ສ​ປປ ລາວ ​ໃນປີ 1975 ມາ​ຈົນ​ເຖິງ​ປັດ​ຈຸ​ບັນ ຄວາມ​ຄືບ​ໜ້າທາງ​ດ້ານການ​ປະຕິ​ບັດ​ງານ ​ໃນ​ອົງການ​ສະຫະ​ປະຊາ​ຊາດນັ້ນ​ ມີ​ອັນ​ໃດ​ແດ່?


ຟັວການສໍພາດ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ
ຟັວການສໍພາດ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ





ຜົນ​ງານທີ່​ໂດດ​ເດັ່ນ​ສຸດຂອງ ສປປ ລາວ ​ທີ່ໄດ້​ປະກອບ​ສ່ວນ ຢູ່​ໃນເວທີ​ສາກົນ ​ແຫ່ງ​ນີ້ ແມ່ນ​ຫຍັງ?


ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ
ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ





ກ່ຽວກັບສະພາບການເປັນຢູ່ຂອງປະຊາຊົນລາວ ໃນປັດຈຸບັນ ທ່ານເຫັນວ່າໄດ້ຖືກຍົກ
ລະດັບ ​ແລະປັບປຸງໃຫ້ດີຂື້ນ ໜ້ອຍຫລາຍປານໃດ ແລະກ່ຽວກັບດ້ານສິດທິມະນຸດ ຢູ່
ໃນ ສປປ ລາວ ທ່ານພໍຈະໃຫ້ຂໍ້ຄິດເຫັນ ໄດ້ຢ່າງໃດ​ແດ່?

ຟັງການສໍາພາດ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ
ຟັງການສໍາພາດ ພະນະທ່ານ ເອກອັກຄະລັດຖະທູດ ສະເຫລີມໄຊ ກົມມະສິດ





ທີ່​ທ່ານ​ໄດ້ຟັງ​ສີ້​ນສຸດ​ລົງ​ໄປ​ນັ້ນ​ແມ່ນ​ການ​ໃຫ້​ສໍາພາດ ພະນະ​ທ່ານ ​ເອກ​ອັກຄະ​ລັດຖະທູດ
ສະ​ເຫລີ​ມ​ໄຊ ກົມມະ​ສິດ ຜູ້ຕາງໜ້າ​ງ ສ​ປປ ລາວ ທີ່ອົງການ​ສະຫະ​ປະຊາ​ຊາດ ປະ​ຈໍາ​ນະ
ຄອນ​ນິວຢອກ ສະຫະ​ລັດ ອາ​ເມຣິກາ. ທ່ານ ສາມາດ​ຕິດຕາມ​ຟັງ​ການ​ສໍາພາດ ​ເຖິງ​ລາຍ​ລະອຽດ​ທັງ​ໝົດ​ໄດ້ ​ໃນ ແວັບ​ໄຊ້ທ໌ຂອງ​ເຮົາ​ ​ທີ່ lao.voanews.com
XS
SM
MD
LG