ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດທ່ານນາງ ທິນນະກອນ ອາຣຸນສັກ ນັກບໍລິຫານ ອະວຸໂສ ຂອງ ບໍລິສັດ Novo Nordisk


ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດ​ຊາວ​ລາວ​ມື້​ນີ້ ​ເຮົາ​ຈະ
​ນຳ​ສະ​ເໜີ ​ການ​ສຳພາດກັບ ທ່ານນາງທິນນະກອນ ອາ​ຣຸນ​ສັກ
​ນັກ​ບໍລິ​ຫານອະ​ວຸ​ໂສ ​ຂອງ ບໍລິສັດ ​ເພສັດຊະກຳ ຜະລິດ​ຢາ​
ປົວ​ພະຍາ​ດ​ເບົາຫວານ ທີ່​ມີ​ຊື່​ສຽງ Novo Nordisk ຂອງ​
ປະ​ເທດ Denmark. ວຽກ​ງານ​ຄວາມ​ກ້າວໜ້າ​ຂອງ ​ສະ​ຕີ
​ເຊື້ອ ສາຍ​ລາວຄົນ​ນີ້ແມ່ນເປັນ​ທີ່​ໜ້າພາກພູມ​ໃຈ ​ແລະ​ໜ້າ​
ສັນລະ​ເສີນ. ທ່ານນາງທິນນະກອນ ມີໜ້າ​ທີ່​ອົບຮົມ ຕິດຕາມ
ກົດລະບຽບ ແລະ​ກົດໝາຍ​ການ​ຜະລິດ​ຢາ​ ​ໃຫ້​ແກ່​ບັນດາ​ພະ
ນັກງານ ທີ່​ມີໂຮງງານຜະລິດ​ຢາ​ຢູ່ໃນເຈັດປະ​ເທດ. ຊີວິດ
​ຄວາມ​ເປັນ​ມາທີ່​ໄດ້​ນຳພາ ທ່ານນາງທິນນະກອນ ມາ​ຕັ້ງ​ຖິ່ນ​
ຖານ​ຢູ່ ປະ​ເທດ Denmark ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ
ຈະ​ນຳ​ເລື້ອງນີ້​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່ໄປ.

ສະບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້ ຂ້າພະ​ເຈົ້າ ຂໍ​ແນະນຳ​ໃຫ້ ທ່ານ​ຮູ້ຈັກ​ກັບ ທ່ານນາງ
ທິນນະກອນ ອາ​ຣຸນ​ສັກ ອີກ​ຄັ້ງ​ນຶ່ງ ຊຶ່ງ​ເປັນ​ເວລາ​ຫລາຍ​ປີ ທີ່​ຜ່ານ​ມາ ວີ​ໂອ​ເອ ​ໄດ້​ນຳ​
ເອົາ​ຊີວິດ​ການ​ປະຕິບັດ​ງານ​ຂອງ ທ່ານນາງມາ​ເລົ່າ​ສູ່​ຟັງ. ບັດ​ນີ້ ທ່ານນາງ ທິນນະກອນ ​
ໄດ້​ກ້າວ​ຂື້ນມາ​ເປັນ ນັກບໍລິຫານ​ອະວຸໂສ ໃຫ້​ແກ່ ​ບໍລິສັດຜະລິດ​ຢາ​ປົວ​ພະຍາດ​ Novo Nordisk ປັດ​ຈຸ​ບັນ​ນີ້ຕັ້ງ​ຖິ່ນ​ຖານຢູ່ ພະ​ລາຊະອານາຈັກ ​Denmark ຕັ້ງ​ຢູ່​ພາກເໜືອສຸດ
ຂອງ​ຢູໂຣບໃກ້​ກັບ​ຂົ້ວ​ໂລກ​ເໜືອ. ປະ​ເທດ Denmark ຢູ່​ໃນ​ກຸ່​ມ ປະ​ເທດ Nordic ທີ່​ປະ
​ກອບ​ດ້ວຍ Findland, Iceland, Norway ​ແລະ Sweden ​ແລະ​ບັນດາ​ຂົງ​ເຂດ​ໝູ່​
ເກາະທີ່​ປົກຄອງ​ຕົນ​ເອງຄື Aland Islands, the Faroe Islands ​ແລະ Greenlands.
Denmark ​ເປັນ​ປະ​ເທດ​ເກາະດອນ ຕັ້ງ​ຢູ່​ທາງ​ໃຕ້​ຂອງ​ເຂດ Nordic ແລະມີ​ປະຊາກອນ
​ຢູ່່ 5,671.050 ຄົນ.

ແຜນທີ່ ປະເທດເດັນມາກ
ແຜນທີ່ ປະເທດເດັນມາກ

ເປັນ​ດ້ວຍ​ເຫດໃດ ທິນນະກອນ ຈຶ່ງ​ໄດ້ມາ​ຕົກ​ຢູ່​ດິນ​ແດນ​ອັນ
ງົດ​ງາມ​ ​ແລະກວ້າງ​ໄກ​ແຫ່ງນີ້ນັ້ນ? ຂ້າພະ​ເຈົ້າ ຈະ​ນຳພາ​ທ່ານ
ເຂົ້າ​ສູ່​ຄວາມ​ເປັນ​ມາ​ດັ່ງ​ນີ້. ທິນນະກອນ ​ເກີດ​ທີ່​ນະ​ຄອນຫລວງ
​ພະ​ບາງ ​ນາງໄດ້ເດີນ ທາງ​ເຂົ້າມາ ສະຫະລັດ ອາ​ເມຣິກາ ກັບ​
ຄອບຄົວ​ໃນ​ປີ 1980 ​ເວລາ​ນັ້ນ​ມີ​ອາຍຸ 5 ປີ ​ແລະ​ໄດ້​ມາ​ຕົກ​ຢູ່​ລັດ
Connecticut ທາງ​ທິດ​ຕາ​ເວັນ​ອອກ​ຂອງ ສະຫະລັດ. ທິນນະ
ກອນ ຮຽນ​ສຳ​ເລັດ​ການ​ສຶກສາ​ປະລິນຍາ​ຕີ ຝ່າຍ Biochemistry
ຈາກມະຫາ​ວິທະຍາ​ໄລ Fairfield ໃນ​ປີ 1991 ຢູ່​ທີ່​ລັດ Con-
necticut. ນາງ​ໄດ້​ເລີ້ມ​ເຮັດ​ວຽກ​ໃຫ້​ ລັດຖະບານ​ທ້ອງ​ຖິ່ນຂອງ​
ລັດ Connecticut ​ແລະ​ຕໍ່​ມາໄດ້​ປ່ຽນໄປເຮັດ​ວຽກ​ກັບ ບໍ​ລິ​ສັດ Novo Nordisk ຊຶ່ງ​ເປັນ
ບໍລິສັດ ​ຜະ​ລິດ​ຢາ​ປົວພະຍາດ ທີ່​ມີ​ຊື່ສຽງ​ຂອງ​ໂລກ​.

​ປັດຈຸບັນ​ນີ້ ໜ້າ​ທີ່​ຂອງ ທ່ານນາງທິນ​ນະ​ກອນ ກໍ​ຄື​ເປັນ​ຜູ້​ອົບ​ຮົມ​ວຽກ​ງານ​ໃຫ້​ແກ່ ບັນດາ
​ພະນັກງານ ກ່ຽວກັບການ​ຜະລິ​ດຢາ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ດ້ານລະ​ບຽບການ ​ແລະ
ກົດໝາຍ​ການຜະລິດ​ຢາ. ບໍລິສັດ Novo Nordisk ມີ​ຊື່​ສຽງໃນ​ດ້ານ​ການ​ຜະລິດ​ຢາ​ປົວ​
ໂລກ​ເບົາຫວານ ມີພະ​ນັກ​ງານ​ຢູ່​ປະມານ 41,000 ພັນ​ຄົນ​ຢູ່່​ທົ່ວ​ໂລກ ​ແລະ​ຂາຍ​ຢູ່​ໃນ
180 ປະ​ເທດ.

ທ່ານນາງທິນນະກອນ​ ​ໄດ້​ເລົ່າ​ຊີວິດ​ເບື້ອງ​ຕົ້ນ​ ທີ່​ໄດ້​ເລີ້ມ​ພົວພັນກັບ​ວຽກ​ງານ ອັນ​ທີ່​ນຳພາ​ນາງ​ມາ​ຕົກ​ຢູ່ ປະ​ເທດ Denmark ດັ່ງ​ນີ້ :

ຄອບຄົວ ທ່ານນາງ ທິນນະກອນ ອາຣຸຸນສັກ
ຄອບຄົວ ທ່ານນາງ ທິນນະກອນ ອາຣຸຸນສັກ

ເນື່ອງ​ຈາກ​ວ່າ ບໍລິສັດ Novo Nordisk ​ເປັນ​ບໍລິສັດ​ໃຫຍ່ ​ແລະ​ມີສາຂາ​ຢູ່​ທົ່ວ​ໂລກ ເພາະ
ສະ​ນັ້ນ ທ່ານນາງທິນນະກອນ ຕ້ອງ​ໄດ້ເດີນທາງ​ເປັນ​ປະຈຳ ​ໂດຍ​ສະ​ເພາະ​ມາ ນະຄອນ ຫລວງ​ວໍ​ຊິງ​ຕັນ ​ເພື່ອ​ປະຊຸມ​ກ່ຽວ​ກັບລະບຽບ​ການຂອງ Food Drug Aministration ຫລື
ອົງການອາຫານ ​ແລະຢາ ຂອງ ລັດຖະບານ​ກາງສະຫະລັດ ຊຶ່ງ ທ່ານນາງ ທິນນະກອນ ໄດ້ເລົ່າ​ຕໍ່​ໄປ​ອີກ​ວ່າ :

ພາກສ່ວນນຶ່ງຂອງ ນະຄອນ Copenhagen ປະເທດ Denmark
ພາກສ່ວນນຶ່ງຂອງ ນະຄອນ Copenhagen ປະເທດ Denmark

ກ່ຽວ​ກັບ​ດ້ານຊີວິດ​ການ​ເປັນ​ຢູ່ ທີ່ Copenhagen ​ນະຄອນຫລວງ ຂອງ​ປະ​ເທດ
Denmark ທ່ານນາງທິນນະກອນ ​ໄດ້​ເລົ່າ​ສູ່​ຟັງ​ດັ່ງ​ນີ້ :

ທ່ານນາງ ທິນນະກອນ ແລະກິ່ງສະຫວັນ ທີ່ຫ້ອງຂ່າວ ວີໂອເອ
ທ່ານນາງ ທິນນະກອນ ແລະກິ່ງສະຫວັນ ທີ່ຫ້ອງຂ່າວ ວີໂອເອ

ນັ້ນ​ແມ່ນ​ການ​ສຳພາດ ທ່ານນາງ​ທິນນະກອນ ອາ​ຣຸນ​ສັກ ຜູ້​ບໍລິຫານ​ອະ​ວຸ​ໂສ ຂອງ​ Novo
Nordisk ບໍລິ​ສັດຜະລິດ​ຢາ​ປົວ​ໂລກ​ເບົາຫວານ ທີ​ມີ​ຊື່​ສຽງ​ບໍລິສັດ​ນຶ່ງຂອງ​ໂລກ ທີ່​ປະ​ເທດ
Denmark.

XS
SM
MD
LG