ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສົນທະນາກັບ ນາງແກ່ນ ນັກຕໍ່າຫູກ ທີ່ ບ້ານຂຸນຕາ ນະຄອນຫລວງວຽງຈັນ ສປປ ລາວ


Nang Kain
please wait
Embed

No media source currently available

0:00 0:00:05 0:00

ສຳພາດ​ນາງ​ແກ່ນ ໄຊ​ດາລາ​ດ ນັກ​ຕໍ່າຫູກ​ພື້ນ​ເມືອງ​ລາວ ນາງແກ່ນ ​ໄດ້​ເລີ້ມ​ຕໍ່າ​ຫູກ​ມາ​ແຕ່​ອາຍຸ​ 10 ປີ ຊຶ່ງ​ເປັນສິນລະປະຕໍ່າຫູກ​ດັ່ງ​ເດີມພື້ນ​ເມືອງ​ລາວ. ສິນລະປະ​ນາງແກ່ນ​ເປັນທີ່​ນິຍົມ ​ແລະ​ມີ​ຜູ້​ມາ​ສັ່ງ​ຕໍ່ານຸ່ງ​ຢູ່​ເປັນ​ປະ​ຈຳ. ນາງ​ແກ່ນ​ ຍັງ​ໃຊ້ຫລັກສູດ​ປາກ​ເປົ່າ ​ໂດຍ​ທີ່​ບໍ່​ມີ​ແບບ​ແຜນ​ໄວ້​ໃຫ້​ເຫັນກ່ອນ​ລ່ວງ​ໜ້າ​. ລວດ ລາຍພື້ນ​ເມືອງລາວອັນ​ໜ້າ​ງຶດ​ງໍ້ ​ໄດ້​ຖືກ​ລະ ບາຍ​ອອກ​ມາ​ໃຫ້​ເຫັນ​ຢູ່​ຟືມຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່
ໄປ.

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ການ​ນຸ່ງຫົ່ມສິ້ນ​ຜືນ​ແພວາ ບ່ຽງຜ້າໃໝ ​ເຫັນແລ້ວກໍຮູ້ວ່າ
ເປັນ​ສັນຍາ​ລັກ​ຂອງຊົນ​ຊາດລາວ ​ທີ່​ສ​ະ​ແ​ດງອອກ​ມາ​ໃຫ້​ເຫັນຄວາມ​ງາມ ​ແລະ​ຄວາມ
ອ່ອນ​ນ້ອມ​ຂອງ​ສະ​ຕີ​ລາວ. ຢູ່​ໃນ​ ສປປ ລາວ ບັນດາ​ສຸພາບ​ສະຕີ​ທັງຫລາຍ ຍັງພາກັນ​ນຸ່ງ
ສິ້ນບ່ຽງ​ແພ ຮັກສາ​ຮີດຄອງ​ປະ​ເພ​ນີ​ໄວ້​ເປັນ​ຢ່າງ​ດີ ​ໂດຍສະ​ເພາະບັນດາ​ແມ່ຍິງ ​ພາກັນ​ນຸ່ງ​ສິ້ນ​ເປັນ​ປະຈຳນັບ​ຕັ້ງ​ແຕ່ນັກຮຽນ ຂຶ້ນ​ໄປ​ສູ່​ວົງ​ການ​ລັດຖະກອນ ຢູ່​ຕາມ​ບ້າ​ນ​ເຮືອນ ​ໃນ​ພິທີ່​ທາງ​ສາສະໜາ ແລະ​ວົງການ​ສັງ​ຄົມ ທີ່​ສຳຄັນ​ຕ່າງໆ.

​ເພາະສະ​ນັ້ນ ບັນດາ​ນັກ​ຕໍ່າຫູກຢູ່​ໃນ​ປະ​ເທດ​ລາວ ຈຶ່ງ​ມີ​ວຽກ​ເຮັດງານ​ທຳ​ ​ມີ​ລູກ​ຄ້າ​ມາ​ສັ່ງ​ຢູ່ເປັນ​ປະ​ຈຳ ​ແລະ​ສ້າງລາຍ​ໄດ້​ມາ​ສູ່​ຄອບຄົວ. ​ຫລັກ​ຖານ​ທີ່​ສັງ​ເກ​ດ​ໃຫ້​ເຫັນ​ໄດ້ອີກ​ກໍ​ຄື ຢູ່​ຕາມ​ບ້ານ​ເຮືອນ ກ້ອງຕະລາງ​ເຮືອນຊານບາງ​ບ່ອນ ຍັງມີກີ່​ຂອງ​ນັກ​ຕໍ່າຫູກ ທີ່ເຂົາ​ເຈົ້າ​ພາ
ກັນຕໍ່າ​ຢູ່​ໃນ​ແຕ່​ລະ​ມື້. ນອກຈາກ​ນັ້ນ​ອີກ​ແລ້ວ ຍັງ​ມີ​ບໍລິສັດ​ຕໍ່າຫູກ​ຫລາຍໆ​ແຫ່ງ ​ໃນ​ນະ
ຄອນຫລວງ​ວຽງ​ຈັນ ທີ່​ໃຊ້​ແຮງ​ງານ​ຄົນ​ຕໍ່າ ​ໂດຍ​ທີ່​ບໍ່ໃຊ້​ເຄຶ່ອງຈັກ.

ສິນລະປະການ​ຕໍ່າຫູກ ແມ່ນວຽກ​ການ​ທີ່​ນັກ​ຕໍ່າຫູກພາກັນ​ຖ່າຍ​ທອດ​ຄ​ວາ​ມຮູ້ສຶກ ຂອງ​ເຂົາ​ເຈົ້າ​ອອກ​ມາ​ໃຫ້​ເຫັນ​ສີສັນ ລວດລາຍ ​ແລະຄວາມ​ອົດທົນ ຊຶ່ງເຄຶ່ອງຈັກ​ສະ​ໄໝ​ໃໝ່ບໍ່​ສາ
ມາດ​ປະຕິບັດ​ໄດ້. ນາງ​ແກ່ນ ນັກ​ຕໍາ​ຫູກ​ພື້ນ​ເມືອງ​ລາວຜູ້ນຶ່ງ ​ໄດ້​ກ່າວ​ຕໍ່ ວີີ​ໂອ​ເອ ກ່ຽວ​ກັບ​ຊີວິດຂອງການ​ເປັນ​ນັກ​ຕໍ່າຫູກ​ວ່າ “

ນາງແກ່ນ ໄຊດາລາດ ນັກຕໍ່າຫູກພື້ນເມືອງລາວ
ນາງແກ່ນ ໄຊດາລາດ ນັກຕໍ່າຫູກພື້ນເມືອງລາວ

ເປັນ​ເວລາ​ດົນ​ນານທີ່​ຜ່ານ​ມາ ສັງຄົມ​ຊີວິດ​ລາວ​ບໍ່ວ່າ​ຈະ​ເປັນ​ການຕໍ່າຫູກ ການ​ຄົວກິນການ​
ເຮັດຫັດຖະ​ກໍາ ​ແລະ​ອຶ່ນໆ ຊາວ​ລາວ​ຍັງ​ພາກັນ​ໃຊ້​ຫລັກສູດ​ປາກ​ເປົ່າ​ເລົ່າ​ຕໍ່​ກັນ​ມາ ​ໂດຍ​ທີ່​ບໍ່​ມີ​ບັນທຶ​ກບອກສອນ​ໃຫ້​ຜູ້​ເກີດ​ໃໝ່​ໃຫຍ່ລຸນ​ ຢູ່​ໃນ​ສະ​ໄໝ​ໃໝ່ໄດ້​ອ່ານ ​ແລະ​ໄດ້​ຮຽນ​ຮູ້​ນຳ. ນາງ​ບຸນ​ເຫລັກ ໄຊ​ດາລາ​ດ ນັກ​ເຄື່ອນ​ໄຫວ​ສັງຄົມ ກໍ​ແມ່ນ​ຜູ້​ນຶ່ງ​ທີ່​ໄດ້​ເດີນທາງ​ໄປ​ເຮັດ​ວຽກ​ລົງ​ພື້ນຖານກັບ​ຊົນ​ເຜົ່າ ຕ່າງໆ ​ແລະ​ມີ​ຄວາ​ມຮູ້​ກ່ຽວ​ກັບ​ການ​ຍ້ອມຜ້າລາວ ນາງ​ໄດ້​ກ່​າວຕໍ່ ວີ​ໂອ​ເອ ວ່າ :

ຶນາງບຸນເຫລັກ ໄຊດາລາດ ນັກເຄື່ອນໄຫວສັງຄົມ
ຶນາງບຸນເຫລັກ ໄຊດາລາດ ນັກເຄື່ອນໄຫວສັງຄົມ

ສິນລະປະການ​ຕໍ່າຫູກ ກໍບໍ່​ແຕກ​ຕ່າງຫຍັງກັບ ສິນລະປະ​ພື້ນ​ເມືອງ​ຫລາຍໆ​ຢ່າງ​ຂອງ​ລາວ ທີ່​ກຳລັງ​ຈະ​ເຫືອດ​ຫາຍ​ໄປ ອັນ​ມີ​ເຄຶ່ອງຈັກ ການ​ຜະລິດ​ຄິດ​ອອກ​ມາ​ທົດ​ແທນ​ໃຫ້​ໄວ. ນອກ
ຈາກ​ນັ້ນ​ອີກ​ແລ້​ວ ບັນດາ​ລູກ​ຫລານ​ຜູ້​ເກີດ​ໃໝ່​ໃຫຍ່​ລຸນ ກໍ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ໃນ​ດ້ານ​ນີ້ ຊຶ່ງ​ນາງ​ແກ່ນ​ໄດ້​ເລົ່າ​ມ້ວນ​ທ້າຍ​ວ່າ :

ຜົນງານການຕໍ່າສິ້ນຂອງ ນາງແກ່ນ ໄຊດາລາດ
ຜົນງານການຕໍ່າສິ້ນຂອງ ນາງແກ່ນ ໄຊດາລາດ

ນັ້ນ​ແມ່ນ​ການ​ສຳພາດກັບນາງ​ແກ່ນ ນັກ​ຕໍ່າ​ຫູກ​ອັນເປັນ​ສິນລະປະ​ພື້ນ​ເມືອງ​ລາວ ທີ່​ບ້ານ​ຂຸນ​ຕາ ນະຄອນຫລວງ​ວຽງ​ຈັນ ສປປ ລາວ

XS
SM
MD
LG