ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຳພາດ ນາງສາວບູຊາ ເທບພະພອນ ຜູ້ນຳໃຊ້ ສິນລະປະ ປິ່ນປົວໂຣກຈິດ


ນາງສາວບູຊາ ເທບພະພອນ ແລະຍາແມ່ຕູ້ສວຍ ອາຍຸ 94 ປີ.
ນາງສາວບູຊາ ເທບພະພອນ ແລະຍາແມ່ຕູ້ສວຍ ອາຍຸ 94 ປີ.

​ໃນລາຍການ​ຊີວິດ​ຊາວ​ລາວ ຂອງ ວີ​ໂອ​ເອ ແລງວັນ​ພະຫັດມື້​ນີ້
ເຮົາຈະ​ພາ​ທ່ານ​ໄປພົບ​ກັບ ນາງ​ສາວ ບູຊາ ​ເທບ​ພະ​ພອນ ອາ​ເມ
ຣິກັນ​ເຊື້ອສາຍ​ລາວ ​ເກີດ​ຢູ່​ໃນ ສະຫະລັດ. ນາງ​ສາວບູຊາ ​ເປັນ
​ນັກ​ສິນລະປິນ ສະ​ໄໝ​ໃໝ່ ທີ່​ໃຊ້ສິນລະປະ ການຖ່າຍຮູບ ​ຮູບ
​ແຕ້ມ​ ການຟ້ອນ ກາ​ບກອນ ແລະ​ການສະ​ແດງ​ຕ່າງໆ ​ເປັນ​ເຄື່ອງ
ມື​ຊ່ວຍໃນ​ການ​ປິ່ນປົວ​ຄົນ​ເຈັບ ບໍ່​ວ່າ​ຈະ​ເປັນ​ດ້ານ​ຮ່າງກາຍ ​ແລະດ້ານຈິດ​ໃຈກໍເຊັ່ນກັນ
ເພື່ອບັນ​ເທົາ ຄວາມ​ຫງອຍ​ເຫງົາ ​ແລະເຈັບ​ປວດ​ຕ່າງໆ ຊຶ່ງ ກິ່ງ​ສະຫ​ວັນ ຈະ​ນຳ​ເລື້ອງ​ນີ້​
ມາ ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ. ​

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ປັດຈຸ​ບັນ​ນີ້​ເຮົາຢູ່ໃນສັດຕະ​ວັດ ທີ 21 ທີ່​ມີ​ຄວາ​ມກ້າວໜ້າ
ໃນ​ຫລາຍໆ​ດ້ານ​ ໂດຍ​ສະ​ເພາະທາງ​ດ້ານ​ເທັກ​ໂນ​ໂລ​ຈີ ທີ່​ໄດ້​ຖືກ​ພັດທະນາ​ມາ​ເປັນ​ໄລ
ຍະໄລຍະ ​ແລະ​ໃນ​ອີກ​ດ້ານ​ໜຶ່ງ​ນັ້ນ​ກໍ​ຄື ​ການ​ສຶກສາ ​ໂດຍ​ສະ​ເພາະ ຢູ່​ໃນ​ບັນດາ​ປະ​ເທດ
ອຸດສາຫະກໍາທີ່​ຮັ່ງມີ ​ເຂົາ​ເຈົ້າ​ມີ​ຫລັກສູດ​ການ​ສອນ ​ແລະ​ການ​ຮຽນດ້ານ​ມະນຸດ​ຊາດ ​ຢູ່​
ຫລາຍໆ​ຂະ​ແໜງ ເຊັ່ນ​ວ່າ ປະຫວັດສາດ ພູ​ມີ​ສາດ ສັງຄົມ​ສາດ ມະນຸດ​ສາດ ​ແລະສິນລະ
ປະສາດ ​ເຊັ່ນວ່າການ​ຟ້​ອນລຳ ການ​ແຕ້ມ ຂຽນ​ກາບກອນ ການສະ​ແດງ ​ແລະ​ອື່ນໆ ຊຶ່ງ
​ບັນດາ ຫລັກສູດ​ເຫລົ່າ​ນີ້ ບໍ່​ຄ່ອຍຖືກ​ພັດທະນາສິດສອນ ​ແລະ​ບໍ່​ນິຍົມ​ຢູ່​ໃນ​ບັນດາ​ປະ​ເທດ
​ທີ່ກຳລັງ​ພັດທະນາ ທີ່​ຍັງເຫັນ​ວ່າ ​ເປັນ​ວິຊາ​ການ​ຮຽນ​ ​ບໍ່ສ້າງ​ລາຍ​ໄດ້ ​ແລະ​ບໍ່​ມີ​ຄວາມ​ກ້າວ ໜ້າ.

​ແຕ່ວ່າ ຢູ່​ໃນ​ບັນດາ​ປະ​ເທດ​ພັດທະນາ ​ເຮົາ​ຈະເຫັນ​ມີ​ໂຮງ​ມະຫໍລະສົບ​ຄົບງັນຕ່າງໆ ​ໂດຍ
​ສະ​ເພາະການ​ສ້າງ​ຮູບ​ເງົາ​ ແລະບັນດາ​ນັກ​ສິນລະປິນຜູ້ມີ​ຊື່ສຽງ ທີ່ຄ່າໂຕແພງໆ. ບັດ​ນີ້​ເຮົາ​
ຫັນມາຮຽນຮູ້ກ່ຽວ​ກັບ ຊາວອາ​ເມຣິກັນເຊື້ອສາຍ​ລາວຄົນນຶ່ງ ຈັກບາດເໜາະທ່ານ. ນາງ​
ສາວ​ບູຊາ ​ເທບພະ​ພອນ ຜູ້​ທີ່​ໄດ້​ສຶກສາ​ຮໍ່າຮຽນ​ດ້ານ​ສິນລະປະ ​ແລະ​ໄດ້​ນຳ​ເອົາຄວາມຮູ້
ຂອງລາວ ມາໃຊ້ໃຫ້​ເປັນ​ປະ​ໂຫຍ​ດ ຊ່ວຍປິ່ນປົວພວກ​ຄົນ​ເຈັບປ່ວຍ​ ເພື່ອໃຫ້ເປັນການ
​ຜ່ອນ​ຄາຍ ທັງທາງດ້ານ​ຮ່າງກາຍ ​ແລະ​ຈິດ​ໃຈ. ​

ນາງ​ສາວບູຊາ ເກີດ​ຢູ່ໂຮງໝໍ Contra Costa County Medical Center ໃນ​ປີ 1981
ບ່ອ​ນທີ່​ນາງ​ເຮັດ​ວຽກ​ຢູ່​ໃນ​ປັດຈຸ​ບັນ​ ທີ່ Bay Area ​ໃນ​ລັດ California​. ບູຊາ ມີຄວາ​ມ
ຮູ້ສຶກມາ​ແຕ່ນ້ອຍ​ວ່າ ນາງ​ມັກ​ສິນລະປະ ​ໂດຍ​ທີ່​ພໍ່​ແມ່​ບໍ່​ໄດ້ແນະນຳ ​ແລະນາງກໍ​ໄດ້​ຕິດ
ຕາມຫາຄວາມໄຝ່ຝັນນີ້ມາ​ຕະຫລອດ. ບູຊາ​ ກ່າວ​ວ່າ ນາງ​ໄດ້ຖືກ​ຮຽກຮ້ອງ​ຈາກ​ສິ່ງ​ສັກ
ສິດ ວ່າ​ໃຫ້ເປັນ​ຜູ້ນຳ​ເອົາ​ສິນລະປະ​ຕ່າງ​ໆ ມ​າ​ເປັນ​ເຄື່ອງມືຊ່ວຍ​ປິ່ນປົວພວກ​ຄົນ​ເຈັບ​ຊຶ່ງ​ນາງໄດ້​ເລົ່າຄວາມ​ເປັນ​ມາ​ເບຶ້ອງຕົ້ນ ​ເປັນ​ພາສາ​ລາວສູ່ ວີ​ໂອ​ເອ ​ຟັງ​ດັ່ງ​ນີ້ :

ຊ້າງໃຫຍ່ ໃນປະເທດລາວ ຖ່າບພາບໂດຍ ນາງສາວບູຊາ ເທບພະພອນ
ຊ້າງໃຫຍ່ ໃນປະເທດລາວ ຖ່າບພາບໂດຍ ນາງສາວບູຊາ ເທບພະພອນ

"ແນ່ນອນ ຂ້ານ້ອຍ​ມັກ​ເມືອງ​ລາວ ກໍເພາະວ່າ ​ຂ້ານ້ອຍ​ມາ​ຈາກ​ທີ່​ນັ້ນ ​ແລະ​ເຖິງ​ແມ່ນວ່າ​
ຂະ​ນ້ອຍຈະ​ບໍ່​ໄດ້​ເກີດ​ຢູ່ຫັ້ນກໍຕາມ ​ແຕ່​ມັນກໍ​ເປັນ​ບ່ອນມາຂອງ​ພໍ່ແມ່ຂອງ​ຂ້າ​ນ້ອຍ​ ​ແລະ​
ນັ້ນ ​ແມ່ນ​ຮາກ​ເຫງົ້າຂອງ ຂ້າ​ນ້ອຍ ​ແລະ​ຂ້ານ້ອຍ​ໄດ້​ມີ​ໂອກາດ​ໄປ​ຢ້ຽມຢາມ​ເມືອງລາວ
ເທຶ່ອທຳ​ອິດໃນປີ 2009 ຂ້ານ້ອຍ​ໄດ້ໄປ​ຢ້ຽມຢາມ​ຫລາຍ​ແຫ່ງ ​ເຊັ່ນ​ວ່າ ວຽງ​ຈັນ ​ແລະ​
ບ້ານທາດ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທີ່​ເປັນ​ບ້ານ​ເກີດ​ຂອງ​ພໍ່ ທີ່ຢູ່​ຕິດ​ກັບ​ຊາຍ
​ແດນ​ໄທ."

ບູຊາ ແມ່ນຍິງ​ສາວ​ອາ​ເມຣິກັນ​ເຊື້ອສາຍ​ລາວ ເກີດ​ມາ​ເຫັນ​ສິ່ງ​ແວດລ້ອມ ​ທີ່​ເຕັມ​ໄປ​ດ້ວຍ​ສິນ​ລະ​ປະ​ຕ່າງໆ ທີ່​ນະຄອນ San Francisco ​ເມືອງງົດ​ງາ​ມຂອງ ສະຫະລັດ ແລະເປັນ​ເມືອງ ​ທີ່​ມີ​ປະຊາ​ຄົມຂອງຜູ້ໃຊ້​ແນ​ວຄິດ​ ຢ່າງ​ເສລີ​ໄປ​ກວ່າ​ຫລາຍໆ​ແຫ່ງ ຢູ່​ໃນ​ສະຫະລັດ. ບູຊາ ​ໄດ້​ເລົ່າຄວາມ​ນຶກ​ຄິດ​ຕໍ່​ໄປ​ອີກ​ວ່າ :

ນາງສາວບູຊາ ແລະເພື່ອນຮວມງານ
ນາງສາວບູຊາ ແລະເພື່ອນຮວມງານ

“ຂ້າ​ຂ້ອຍ ມັກ​ສິນລະປະການ​ອອກ​ແບບ​ມາ​ແຕ່ໃດໆ ​ແລະ​ໄດ້​ເຂົ້າ​ຮຽນຢູ່ ສະ​ຖາ​ບັນແຟ
ຊັນ ​ແລະການ​ອອກ​ແບບສິນຄ້າ​ທີ່ ນະຄອນ San Francisco ​ແລະ​ຂ້ານ້ອຍ ​ໄດ້​ຮຽນ​
ວິຊາ​ກ່ຽວກັບ​ການ​ພັດທະນາ​ສິນຄ້າ ທີ່​ພົວພັນ​ກັບ​ດ້ານ​ເທັກ​ນິກ ການ​ອອກ​ແບບ ພ້ອມ
ທັງ​ທຸລະ​ກິດ​ການ​ຄ້າ. ຫລັງ​ຈາກ​ຂ້າ​ນ້ອຍ​ຮຽນຈົບ​ແລ້ວ ຂ້ານ້ອຍ​ກໍໄດ້ພົວພັນ​ກັບການ​ຖ່າຍຮູບ ​ແລະ​ຂ້ານ້ອຍ​ຮູ້ສຶກ​ວ່າ ​ມີ​ພອນ​ສະຫວັນໃນ​ດ້ານ​ນີ້ ຫລັງ​ຈາກ​ນັ້ນ​ການ​ຖ່າຍຮູບ

ຂອງ ຂ້ານ້ອຍກໍ​ໄດ້​ຂະຫຍາຍ​ໂຕ​ອອກ ​ແລະໄດ້​ກາຍ​ມາ​ເປັນ​ນັກ​ຖ່າຍຮູບອາຊີບ. ​ໃນ​ຂະນະດຽວ​ກັນນັ້ນ ຂ້າ​ນ້ອຍ​ໄດ້ເລີ້ມເຮັດ​ວຽກ​ໃຫ້​ແກ່ ທະນາຄານ Wells Fargo ​ເປັນ​
ເວລາ 11 ປີ ​ແລ​ະຕໍ່​ມາ​ໄດ້​ຖືກ​ແນະນຳ​ຈາກ​ໝູ່ຄົນ​ໜຶ່ງ​ທີ່​ເປັນ ໝໍ​ຝ່າຍ​ຈິດຕະ​ແພດ ເພິ່ນ
​ໄດ້​ແນະນຳ​ໃຫ້​ຂ້ານ້ອຍ​ເຂົ້າ​ມາ​ພົວພັນ​ເຮັດ​ວຽກ​ນຳ ເນຶ່ອງຈາກ​ວ່າ ຂ້ານ້ອຍ​ມີ​ພື້ນຖານ
ການ​ຮຽນ​ດ້ານ​ສິນລະປະ ​ເພື່ອ​ຈະນຳ​ເອົາ​ຄວາມຮູ້​ດ້ານ​ນີ້ ​ມາ​ໃຊ້​ເປັນ​ເຄື່ອງມືຊ່ວຍ ​ໃນ
ກິດຈະການ​ການ​ປິ່ນປົວ​.”

ຢູ່​ໃນ ສະຫະລັດ ອາ​ເມຣິກາ ​ແລະ​ບັນດາ​ປະ​ເທດ​ອຸດສາຫະກຳ ​ທີ່​ອຸດົມ​ຮັ່ງ​ມີ ເຮົາຈະເຫັນ
ວ່າ ​ບໍ່​ມີການ​ລຳອຽງໃນການປິ່ນປົວ​ບັນຫາ​ໂຣກ​ຈິດ ​ເຂົາ​ເຈົ້າ​ໂອ້​ລົ​ມ​ເລື້ອງ​ດັ່ງກ່າວກັນ​ຢ່າງ​
ເປີດ​ເຜີຍ ​ແລະ​ມີຜູ້​ຊ່ຽວຊານ ທີ່​ເປັນນາ​ຍແພດ​ໃນ​ດ້ານ​ນີ້​ໂດຍ​ສະ​ເພາະ. ບູຊາ ​ໄດ້​ເລົ່າ​ວິທີ​
ການ​ປິ່ນປົວ​ຕໍ່​ໄປ​ອີກ​ວ່າ :

ພາບຖ່າຍ ໃນແນວຄິດຂອງ ນາງສາວບູຊາ ເທບພະພອນ
ພາບຖ່າຍ ໃນແນວຄິດຂອງ ນາງສາວບູຊາ ເທບພະພອນ

“ສຳລັບພວກ​ຄົນ​ເຈັບ​ຄົນ​ປ່ວຍ ຮວມທັງ​ຄົນ​ພິການຕ່າງໆ​ທາງ​ດ້ານ​ຮ່າງກາຍ ສະໝອງ
ແລະ​ດ້ານ​ຈິດ​ໃຈ ພວກ​ຂ້ານ້ອຍ ​ໄດ້​ໃຊ້ສິນລະປະ​ທຸກ​ຢ່າງ​ເປັນ​ເຄຶ່ອງມື ​ເຊັ່ນ​ ການໃຊ້
ດົນຕີ ​ຮອ້ງເພງ ກາບກອນ ​ແຕ້ມຮູບ ​ແລະຖ່າຍຮູບ ​ເພື່ອ​ໃຫ້​ພວກເຂົາເຈົ້າເລົ່າ​ນັ້ນ ​ໄດ້​
ພົົວພັນ ແລະ​ສຶກສາ​ຮໍ່າຮຽນ. ຂ້ານ້ອຍດີ​ໃຈ ​ຄື​ກັນ​ກັບ​ໄດ້​ຮັບ​ລາງວັນ ແລະ​ມ່ວນຊື່ນ​ໃນ
​ສິ່ງ​ທີ່​ຂ້ານ້ອຍ​ເຮັດ ​ແລະ​ມັກຢ່າງ​ເປັນຊີວິດ​ຈິດ​ໃຈ.​ ​ໃນ​ຂະນະ​ດຽວ​ກັນ ຂ້ານ້ອຍ​ກໍໄດ້​ມີໂອກາດ​ຊ່ວຍ​ປະຊາ​ຄົມ ​ເພື່ອ​ໃຫ້​ເຂົາ​ເຈົ້າໄດ້ລະ​ບາຍ​ຄວາມ​ຮູ້ສຶກ​ອອກ​ມາ ໃນ​ສິ່ງ​ທີ່​
ເຂົາ​ເຈົ້າ​ເຫັນ ​ແລະຄິດ ​ແລະ​ນັ້ນ​ແມ່ນ​ສິ່ງ​ທີ່​ຂ້ານ້ອຍ ໄດ້​ເຫັນ​ຜົນ​ຮັບຄືນ​ມາ. ​ໂຄງການ
​ດັ່ງ ກ່າວ​ນີ້​ເປີດ​ໂອ
ກາດ​ໃຫ້​ແກ່​ບໍ່​ສະເພາະ ​ແຕ່​ຄົນເຈັບ​ປ່ວຍ ​ແຕ່​ບໍລິ​ການໃຫ້ແກ່ ບັນ
ດາ​ນາຍ​ແພດ ແລະ​ພະນັກ​ງານ​ຕ່າງໆ​ ທີ່​ເຮັດ​ວຽກ​ຢູ່​ໂຮງ​ໝໍນຳກັນ ​ຕະຫຼອດທັງ​ບັນດາ​
ສະມາຊິກຂອງ​ສັງຄົມທຸກ​ເຍົາ​ໄວ ​ແລະຜູ້ມີ​ພື້ນຖານຕ່າງໆ."

ນາງ​ສາວ​ບູຊາ ​ເທ​ບພະ​ພອນ ປັດ​ຈຸ​ບັນ​ນີ້​ອາຍຸ 34 ປິ ຍັງ​ເປັນ​ໂສດ ຍັງດຳ​ເນີນ​ສະ​ແຫວງ
ຫາ​ການ​ຮຽນ ​ແລະ​ເຮັດ​ວຽກ​ໜັກ​ຢ່າງ​ບໍ່​ຢຸດ​ຍັ້​ງ ນາງ​ໄດ້ກ່າວສະຫລຸບ ກ່ຽວ​ກັບ​ວິຊາ​ອາຊີບ​ທີ່​ນາງ​ຮັກ​ເປັນ​ຊີວິດ​ຈິດ​ໃຈ​ ​ແລະມ້ວນທ້າ​ຍດັ່ງ​ນີ້ :

ນາງສາວບູຊາ ອ້ອມລ້ອມໄປດ້ວຍເດັກນ້ອຍນັກຮຽນປະຖົມ ທີ່ບ້ານທາດ ເມືອງຊຽງຮອນ ແຂວງໄຊຍະບຸລີ
ນາງສາວບູຊາ ອ້ອມລ້ອມໄປດ້ວຍເດັກນ້ອຍນັກຮຽນປະຖົມ ທີ່ບ້ານທາດ ເມືອງຊຽງຮອນ ແຂວງໄຊຍະບຸລີ

“ຂ້ານ້ອຍ​ ຢາກ​ກ່າວ​ເພີ້​ມ​ກ່ຽວ​ກັບ ​ບັນຍາກາດ​ການ​ປິ່ນປົວ ​ແລະການສະ​ແດງ​ສິນລະ ປະວ່າ ​ເປັນ​ສິ່ງ​ສຳຄັນ​ຫລາຍແກ່​ໂຣກ​ຈິດ. ​ເພື່ອ​ທັບ​ມ້າງ​ຄວາມລີ້​ລັບ​ທີ່​ຍັງຊຸກ​ເຊຶ່ອງ​ໄວ້
​ຢູ່​ໃນ​ປະ​ເພນີຊາວເອ​ເຊຍ ເພາະສະ​ນັ້ນ ​ເຮົາຈຶ່ງໃຊ້​ສິນລະປະນີ້​ ໃຫ້​ເປັນ​ເຄຶ່ອງມືທີ່​ມີ​ປະ
​ໂຫຍ​ດ
ເພື່ອ​ໃຫ້​ຄົນປ່ວຍ​ ​ໄດ້ພັກຜ່ອນຢ່ອນ​ອາລົມ ​ໂດຍ​ການ ລະ​ບາຍ​ອອກ​ມາ​ຈາກ​ໃຈ
​ຈິງ ​ແລະ​ສິ່ງ​ເລົ່າ​ນີ້ ຈະ​ເຮັດ​ໃຫ້​ງ່າຍ​ຂື້ນ​ແກ່​ເຂົາ​ເຈົ້າ​ໃນ​ການ​ເຂົ້າ​ຮ່ວມ​ ​ເພາະສະ​ນັ້ນ ຂ້ານ້ອຍ ​ຈຶ່ງເຫັນ​ອົກ​ເຫັນ​ໃຈ​ທີ່​ສຸດ​ໃນ​ການ​ປະຕິບັດ​ວຽກ​ງານ. ຂ້ານ້ອຍ ​ໄດ້​ເດີນທາງ​
ໄປ ປະ​ເທດ​ໄທ ​ແລະ​ປະ​ເທດ​ລາວ ​ແລະ​ໄດ້ເກັບ​ກໍາ​ເອົາພາບຖ່າຍ ອັນເປັນຮູບ​ພາບ​
ເຄື່​ອງ​ມືທີ່ມີພະລັງ​ອຳນາດກັບມາ ອີກ​ປະການ​ໜຶ່ງ​ກໍຍ້ອນ​ວ່າ ມັນເປັນ​ໄປ​ຕາມ​ຍຸກ​ສ​ະ​
ໄໝ​ ​ເພື່ອ​ເຊື່ອມ​ຕໍ່ຊ່ອງ​ຫວ່າງ ລະຫວ່າງ​ອາຍຸ ຄວາມ​ແຕກ​ຕ່າງທາງ​ດ້ານ​ວັດທະນາ​ທຳ
​ແລະ​ພື້ນຖານແຫ່ງຄວາມ​ເປັນ​ມາ​ ຊຶ່ງ​ເປັນ​ສິ່ງສຳຄັນທີ່​ສຸດ​ໃນການ​ປະຕິບັດ​ງານ​ຂອງ
ຂ້າ​ນ້ອຍ.”

ປັດ​ຈຸ​ບັນ​ນີ້ ນາງ​ສາວ​ບູຊາ ​ເທບ​ພະ​ພອນ ເຮັດວຽກ​ຢູ່ ​ໂຮງໝໍ Contra Costa County
Medical Center ບ່ອນ​ທີ່​ນາງ​ເກີດ ​ໃນ​ເຂດ​ Bay area ຂອງ​ລັດ California.

ເພງທີ່ທ່ານໄດ້ຟັງປະກອບກັບ ການສຳພາດ ນາງສາວບູຊາ ເທບພະພອນ ມີຊື່ວ່າ San Francisco Flower in Your Hair ຮ້ອງໂດຍ Scott Mckenzie ເປັນເພງ ທີ່ມີ ຊື່ງສຽງ ແລະໂດ່ງດັງໃນປີ 1967 ແລະເປັນຂົງເຂດທີ່ບູຊາ ໄດ້ໃຫຍ່ເຕີບໂຕ ສຳເລັດການສືກສາ ແລະປະກອບວິຊາອາຊີບ.

XS
SM
MD
LG