ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈາກທົ່ງເກັບກູ້ລະເບີດໃນ ສປປ ລາວ ມາສູ່ ສະຫະລັດ ເພື່ອບອກເລົ່າ ກ່ຽວກັບບັນຫາດັ່ງກ່າວ ໃນລາວ


ບັນດານັກເກັບກູ້ລະເບີດແມ່ຍິງລາວກຸ່ມນຶ່ງ ຖ່າຍຮູບຮ່ວມກັນ ຢູ່ທີ່ແຂວງຊຽງຂວາງ.
ບັນດານັກເກັບກູ້ລະເບີດແມ່ຍິງລາວກຸ່ມນຶ່ງ ຖ່າຍຮູບຮ່ວມກັນ ຢູ່ທີ່ແຂວງຊຽງຂວາງ.
Legacy of War ຫລື ອົງການມໍລະດົກ ຫລັງສົງຄາມ ມີ​ຫ້ອງ​
ການ​ຕັ້ງ​ຢູ່ ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ​ຊີ ເປັນ​ອົງ​ການ​ເອກ​ກະ​
ຊົນ ​ທີ່ບໍ່​ສ້າງ​ຜົນ​ກຳ​ໄລ ​ເພື່ອ​ເປັນປາກ​ກະ​ບອກ​ສຽງໃຫ້​ແກ່​ ບັນ​
ດາຜູ້​ໄດ້​ຣັບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ ທີ່​ຍັງ​ບໍ່​ທັນ​ແຕກໃນ​ລາວ
ແລະໃຫ້​ການ​ສຶກ​ສາ​ກ່ຽວ​ກັບການ​ເກັບ​ກູ້​ລະ​ເບີດ ທີ່​ຍັງຕົກ​ຄ້າງ​
ຢູ່ໃນ​ປາງ ​ສົງ​ຄາມ​ລັບຢູ່​ໃນລາວ. ​ຈຸດ​ປະ​ສົງ​ອັນ​ສຳ​ຄັນ​ຂອງອົງ
ການ​ມໍລະດົກ ຫລັງສົງຄາມ ກໍ​ຄື​ ການຂໍ​ທຶນ​ຈາກ ລັດ​ຖະ​ບານ
​ສະ​ຫະ​ລັດແລະ​ເອກກ​ກະ​ຊົນ ເພື່ອນຳເງິນໄປ​ໃຊ້​ຈ່າຍໃນ​ການ
ປະ​ຕິ​ບັດ​ງານ ​ເກັບ​ກູ້​ລະ​ເບີດທີ່​ຍັງຕົກ​ຄ້າງ​ບໍ່​ທັນ​ແຕກຢູ່​ໃນລາວ
ສ້າງ​ຄວາມ​ຕື່ນ​ໂຕ​ກ່ຽວ​ກັບ​ໄພ​ອັນຕະລາຍ ຈາກລະ​ເບີດ​ທີ່​ບໍ່
​ທັນ​ແຕກ ​ແລະ​ຊ່ວຍ​ເຫລືອ​ຜູ້​ທີ່​ໄດ້​ຮັບ​ເຄາະ.​

​ເຖິງ​ແມ່ນ​ວ່າ ສົງ​ຄາມ​ໄດ້​ສີ້ນ​ສຸດ​ລົງ​ໄປ​ເກືອບ ສີ່​ທົດສະ​ວັດ​ແລ້ວ​ກໍ​ຕາມ ແຕ່ວ່າບາດ​ແຜ​
ຂອງ​ສົງ​ຄາມນັ້ນ ຍັງປະ​ໄວ້​ໃຫ້​ເຫັນຢູ່ເທົ້າ​ທຸກວັນ​ນີ້. ດັ່ງນັ້ນ ອົງ​ການ​ມໍ​ລະ​ດົກຫລັງ​ສົງ
​ຄາມ ຈຶ່ງໄດ້​ຈັດໂຄງ​ການນຳ​ພາທ່ອງ​ທ່ຽວ ເລົ່າສູ່​ປະຊາກອນສະຫະລັດທົ່ວ​ປະ​ເທດໃຫ້
ໄດ້​ຮູ້​ເຖິງຄວາມເປັນມາກ່ຽວ​ກັບຊີວິດ ຂອງ ບັນດາຜູ້ໄດ້ຮັບເຄາະຮ້າຍຈາກ ລະ​ເບີດທີ່
ຕົກຄ້າງຍັງບໍ່​ທັນ​ແຕກ​ຢູ່​ໃນ​ລາວທີ່​ໄດ້​ເລີ້ມ​ມາ​ຕັ້ງ​ແຕ່ວັນ​ທີ່ 3 ອາທິດ​ແລ້ວ​ນີ້ ​ແລະ​ຈະ​ດໍາ
​ເນີນໄປ​ຈົນ​ຮອດ​ວັນ​ທີ່ 30 ​ເດືອນ​ເມສາ​ນີ້. ​

ການ​ນຳ​ທ່ຽວບອກ​ເລົ່​າເຖິງ ຜູ້​ເຄາະ​ຮ້າຍ​ຈາກ​ສົງ​ຄາມ ມີ​ນັດ​ໝາຍ​ໄວ້​ຢູ່ ໃນ 14 ໂຕ​
ເມືອງ ໃນ 7 ລັດ ຈາກ​ພາກ​ຕາ​ເວັນອອກ ຫາ​ພາກ​ກາງແລະ​ພາກເວັນ​ຕົກ​ ຂອງ
ສະ​ຫະ​ລັດ ຊຶ່ງ​ເລີ້ມ​ຕົ້ນ​ຈາກ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນນິວຢອກໂດຍ​ການ
ກ່າວເປີດພິ​ທີ່​ຂອງ ທ່ານສະ​ເຫລີມ​ໄຊ ຄົມ​ມະ​ສິດເອກ​ອັກ​ຄະ​ລັດ​ຖະ​ທູດ​ຖາວອນ ຂອງ
ສ​ປ​ປ ລາວ ປະ​ຈຳ​ອົງການ ສະຫະປະ​ຊາ​ຊາດ ແລະ​ທ່ານ Jordan Ryan ຫົວ​ໜ້າ
​ຫ້ອງ​ການ ປ້ອງ​ກັນ​ວິ​ກິດ​ການ ແລະ​ກູ້​ໄພ ປະ​ຈຳ​ອົງ​ການສະຫະ​ປະຊາ​ຊາດ ໂດຍ​ການ
ປະ​ສານ​ງານ ແລະ​ຕິດ​ຕາມ​ນຳພາ​ຂອງ ​ທ່ານ​ນາງ ຈັນ​ນະ​ພາ ຄຳ​ວົງ​ສາ ຜູ້​ອຳ​ນວຍ
​ການ ອົງ​ການມໍ​ລະ​ດົກ ຫລັງ​ສົງ​ຄາມ.

​ທູມ​ມີ ສີ​ລໍາ​ພັນ ຜູ້ໄດ້​ຮັບເຄາະ​ຮ້າຍຈາກ​ລະ​ເບີດ ພ້ອມ​ທັງ​ເປັນ​ປາກ​ກະບອກ​ສຽງໃຫ້​
ພວກ​ໄດ້​ຮັບ​ເຄາະ​ກັມ ມະ​ນິ​ເຊຍ ທໍ້ ນັກ​ເກັບ​ກູ້​ລະ​ເບີດ ໄດ້ເດີນ​ທາງ​ມາ​ຈາກ​ ທົ່ງ​ເກັບ​
|ກູ້​ລະ​ເບີດ​ໃນແຂວງ​ຊຽງ​ຂວາງ ສ​ປ​ປ ລາວ ​ເປັນ​ຄັ້ງ​ທຳ​ອິດ ​ເພື່ອຢ້ຽມຢາມ ​ແລະຜີຍ​
ແຜ່​ເຖິງຈຸດປະສົງ​ດັ່ງ​ກ່າວ.

ທ່ານທູ​ມ​ມີ ສີ​ລຳ​ພັນ ເກີດ​ຢູ່​ເມືອງໂພນ​ສະ​ຫວັນ ແຂວງ​ຊຽງ​ຂວາງ ໃນ​ປີ 1989. ​ທ່ານ
ຢູ່​ໃນ​ຈຳ​ນວນ​ປະ​ຊາ​ກອນ​ລາວ​ຜູ້​ນຶ່ງ ທີ່ໄດ້​ຮັບ​ເຄາະ​ຮ້າຍ ຈາກລະ​ເບີດ​ແຕກ​ໃສ່ ມືກໍ້າ
ຊ້າຍຂາດອອກ ເວ​ລາຍັງ​ເປັນ​ເດັກ​ນ້ອຍ ມີ​ອາ​ຍຸ​ໄດ້ 8 ປີ​ ໃນ​ຂະ​ນະ ທີ່​ໄປ​ຊອກຂຸດຫາ
ໜໍ່​ໄມ້. ​ປັດຈຸ​ບັນ​ນີ້ ທ່ານ​ເປັນ​ເຈົ້າ​ໜ້າ​ທີ່​ ໃຫ້ການສຶກສາແກ່​ຜູ້ເຄາະຮ້າຍ​ຈາກລະ​ເບີດ
ເພື່ອຊ່ວຍເຫລືອປິ່ນປົວຮ່າງກາຍຜູ້ໄດ້ຮັບບາດເຈັບນັ້ນ​ໃຫ້ດີຄືນ ແລະສາມາດຫາຢູ່
ຫາກິນໄດ້ຕາມປົກກະຕິ. ປັດ​ຈຸ​ບັນ​ນີ້ ທ່ານ​ທູມ​ມີ ​ເຮັດ​ວຽກຢູ່​ ອົງການ World
Education ທີ່ ສ​ປ​ປ ລາວ ແລະເປັນປາກ​ກະ​ບອກ​ສຽງ​ ທີ່​ບໍ່​ມີ​ຄວາມ​ອິດ​ເໝື່ອຍ
ເພື່ອຊ່ວຍ​ເຫລືອ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ລະ​ເບີດ. ວີ​ໂອ​ເອ ພະ​ແນ​ກພາສາ​ລາວ ​ໄດ້
ຕ້ອນຮັບ ​ແລະ​ສໍາພາດ ​ທ່ານ​ທູມ​ມີ ​ພ້ອມ​ດ້ວຍ​ຄະ​ນະ ​ເລີ້ມ​ຕົ້ນ​ການ​ຢ້ຽມຢາມ ສະຫະ
ລັດ ຢ່າງ​ເປັນ​ທາງ​ການ ຢູ່ທີ່​ອົງການ ສະຫະ​ປະຊາ​ຊາດ ທີ່​ນະຄອນ​ນິວຢອກ. ທ່ານ
ທູມ​ມາ ​ໄດ້​ເລົ່າຊີ​ວິດ​ຄວາມ​ເປັນ​ມາສູ່ຟັງ​ດັ່ງ​ນີ້:

Mr Thoummy
Mr Thoummy

ລິງໂດຍກົງ




ທ່ານ​ນາງ ມາ​ນິເຊຍ ທໍ້ ​ເກີດ​ທີ່​ແຂວງ​ຊຽງ​ຂວາງ ​ເປັນ​ພັນ​ລະ​ຍາ ​ແລະ​ມີ​ລູກ​ຊາຍ​ນ້ອຍ​ທີ່​ໜ້າ​ຮັກອາຍຸ​ສອງ​ປີ ນາງເຄີຍ​ເປັນຜູ້​ເກັບ​ກູ້​ລະ​ເບີດຢູ່ ເປັນ​ເວ​ລາ​ 4 ປີ ​ໄດ້​ຖືກ​ເລື່ອນຂື້ນ​ມາ​ເປັນ ຫົວ​ໜ້າ​ ແລະ​ຜູ້​ຝຶກ​ການ​ເກັບ​ກູ້​ລະ​ເບີດ ພ​າຍ​ໃຕ້​ອົງ​ການ Mines Advisory Group (MAG) ຫລື ອົງ​ການ​ເກັບ​ກູ້​ລະ​ເບີດ. ທ່ານ​ນາງ ທໍ້ ໄດ້​ເລົ່າ​ສູ່ ວີ​ໂອ​ເອ ຟັງເຖິງ​ເຫດຜົນ​ທີ່​ພາ​ໃຫ້​ມາ​ເຮັດ​ວຽກ​ນີ້ ແລະ​ມັນ​ເປັນ​ອັນ​ຕະ​ລາຍ ໜັ້ອ​ຍ​ຫລາຍ​ປານ​ໃດ​ໃນ​ການ​ປະ​ຕິ​ບັດ​ງານ​ເກັບ​ກູ້​ລະ​ເບີດ​ນັ້ນ ຊຶ່ງ​ນາງ​ເລົ່​າ​ສູ່ ວີ​ໂອ​ເອ ຟັງ​ວ່າ :


Ms Manisia Thor
Ms Manisia Thor


ລິງໂດຍກົງ




ເຖິງແມ່ນສົງ​ຄາມ​ອິນ​ດູ​ຈີນ ແລະ ​ສົງ​ຄາມ​ລັບຂອງ ສະຫະລັດ ໃນ​ລາວ (1962-1975) ໄດ້​ສີ້ນ​ສຸດ​ລົງ​ເປັນ​ເວ​ລາ ເກືອບ​ສີ່​ທົດ​ສະ​ວັດ (1975-2013) ມາແລ້ວກໍຕາມ ແຕ່​ວ່າ ​ຊາກ​ເສດ​ເຫລືອ​ຂອງ​ລູກ​ລະ​ເບີດ ທີ່ຕົກ​ຄ້າງບໍ່​ທັນ​ແຕກ​ນັ້ນຍັງ​ຖືກ​ປະ​ປ່ອຍໄວ້ ແລະ ເປັນອັນ​ຕະ​ລາຍຕໍ່​ຊີ​ວິດ ​ແລະ​ການ​ທຳ​ມາ​ຫາ​ກິນ​ຂອງປະ​ຊາ​ກອນ​ລາວ​ ໃນ​ເຂດ​ຊົນນະບົດ. ​ປັດ​ຈຸ​ບັນ​ນີ້ ລັດ​ຖະ​ບານສະ​ຫະ​ລັດ ໄດ້​ອະ​ນຸ​ມັດ​ງົບ​ປະ​ມານຈຳ​ນວນ 10 ລ້ານ​ໂດລາ​ຕໍ່​ປີ ​ນອກ​ຈາກ​ນັ້ນ​ກໍ​ມີທຶນ​ຈາກອົງ​ການ​ເອກ​ກະ​ຊົນ ແລະ ສ່ວນ​ບຸກຄົນ ເພື່ອ​ນຳ​ໄປໃຊ້​ຈ່າຍ​ປະ​ຕິ​ບັດ​ງານ ຂອງ​ອົງ​ການເກັບ​ກູ້​ລະ​ເບີດຕ່າງໆ​ຢູ່​ໃນ ສ​ປ​ປ ລາວ.

ຈາກປີ 1964 ຫາ​ປີ 1973 ນັ້ນ ສະຫະລັດ​ໄດ້​ຖີ້ມລະ​ເບີດປະ​ມານ 2,093.100 ຕັນລົງ​ໃສ່​ແຜ່ນ​ດິນ ​ລາວ ຈາກ 580,344 ຖ້ຽວ​ບິນ ​ອ້າງ​ອິງ​ຕາມ ບັນ​ທຶກຖ້ຽວ​ບິນ​ຂອງ ທະ​ຫານ​ສະ​ຫະ​ລັດ. ຄາດ​ຄະ​ເນ​ວ່າ ນຶ່ງ​ສ່ວນ​ສາມ​ຂອງ​ລະ​ເບີດ​ຖີ້ມລົງ​ນັ້ນ ຍັງ​ຕົກ​ຄ້າງ​ບໍ່​ທັນ​ແຕກຢູ່​ໃນ​ນຶ່ງ​ສ່ວນ​ສາມ ຂອງ​ຜືນແຜ່ນ​ດິນ​ລາວ. ມີ​ພົນລະ​ເຮືອນປະ​ມ​ານ 50,000 ຄົນແມ່ນພົນໄດ້​ຮັບ​ບາດ​ເຈັບ ຫລື​ເສຍ​ຊີ​ວິດ​ຈາກ​ລະ​ເບີດ​ຕົກ​ຄ້າງ​ທີ່​ບໍ່​ທັນ​ແຕກ​ນັ້ນ. ​ນອກ​ຈາກ​ລູກ​ລະ​ເບີດ​ຕ່າງໆ ທີ່ຖີ້ມ​ລົງ​ໃສ່​ແຜ່ນ​ດິນ​ລາວແລ້ວ​ນັ້ນ ປະ​ມານ 270 ລ້ານແມ່ນ​ລະ​ເບີດ​ລູກ​ຫວ່ານ. ​ຄາດ​ຄະ​ເນ​ວ່າ 30 ເປີ​ເຊັນຫ​ລື 80 ລ້ານ​ໜ່ວຍ​ ທີ່ຕົກຍັງບໍ່ທັນ ແຕກ ແລ​ະສືບ​ຕໍ່​ເປັນ​ອັນ​ຕ​ະ​ລາຍ​ຕໍ່ການ​ດຳ​ລົງ​ຊີ​ວິດ​ຢູ່​ເທົ້າ​ທຸກວັນ​ນີ້

ທູມມີ ແລະ ມະນິເຊຍ ກໍາລັງໃຫ້ສໍາພາດ ກັບກິ່ງສະຫວັນ ໃນຫ້ອງສະຕູດິໂອຂອງວີໂອເອ
ທູມມີ ແລະ ມະນິເຊຍ ກໍາລັງໃຫ້ສໍາພາດ ກັບກິ່ງສະຫວັນ ໃນຫ້ອງສະຕູດິໂອຂອງວີໂອເອ


ເພາະ​ສະ​ນັ້ນ ໂຄງ​ການ​ເກັບ​ກູ້​ລະ​ເບີດຢູ່​ໃນ​ລາວຈຶ່ງ ​ເປັນການປະ​ຕິ​ບັດ​ງານ​ທີ່​ຍືດ​ເຍື້ອ​ຍາວ​ນານ ແລະ​ຈະ​ໃຊ້​ເວ​ລາຢູ່​ຫລາຍ​ຊົ່ວ​ຊີ​ວິດ​ຄົນ ຊຶ່ງ​ ຈ​ະ​ຕ້​ອ​ງໄດ້​ອີງອາໄສເງິນທຶນ​ເປັນ​ສ່ວນ​ໃຫ​ຍ່​ເພື່ອ​ໃຫ້​ການ​ສຶກ​ສາ ປິ່ນ​ປົວ ແລະ​ເກັບ​ກູ້​ລະ​ເບີດ​ໃຫ້​ມັນ​ໝົດ​ໄປ.
XS
SM
MD
LG