ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ວີໂອເອ-ລາວ ສຳພາດ ທ່ານສີສຸມັກ ທອງອຸໄລ ທີ່ຊົມຊື່ນກັບ ຊີວິດເບ້ຍບຳນານ ຢູ່ໃນສະຫະລັດ


ທ່ານສີສຸມັກ ແລະພັນລະຍາ ຍານາງພິມພອນ ທອງອຸໄລ ທີ່ເມືອງ Tacoma ລັດ Washington.
ທ່ານສີສຸມັກ ແລະພັນລະຍາ ຍານາງພິມພອນ ທອງອຸໄລ ທີ່ເມືອງ Tacoma ລັດ Washington.

ທ່ານ​ຜູ້​ພັງ​ທີ​ເຄົາລົ​ບ ລາຍ​ກາ​ນ​ຊີ​ວິດລາວ ມື້​ນີ້​ຈ​ະ​ນຳ​ພາທ່ານ
ໄປ​ຢ້ຽມ​ຢາ​ມ​ຖາມ​ຂ່າວ ທ່ານ​ສີ​ສຸ​ມັກ ທອງ​ອຸ​ໄລ ຢູ່​ເມືອງ Ta-
coma ລັດ Washington ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ
ຂອງ ສະ​ຫະ​ລັດ. ​ທ່ານ ສີ​ສຸ​ມັກ ອາ​ຍຸ 65 ປີ ອອກ​ກິນ​ເບ້ຍ​ບຳ
ນານແລ້ວ ທ່ານ​ເປັນ​ອ​ະ​ດີດ ນ​າຍ​ພາ​ສາ ຄູ​ສອນ​ພາ​ສາ​ລາວ
ຜູ້​ຊ່ວຍ​ທະ​ນາຍ​ຄວາມ ແລະເຮັດວຽກ​ງານ​ທີ່​ ພົ​ວ​ພັນ​ກັບວັດ
​ທະ​ນາ​ທຳ​ລາວ. ​ຫລັງ​ຈາ​ກ​ໄດ້ປະ​ກອບ​ອາ​ຊີບ​ດັ່ງ​ກ່າວ​ມາເປັນ
ເວ​ລາ ສາມ​ສິບກວ່າປີ ບັດນີ້ທ່ານ​ສີ​ສຸ​ມັກ ກຳ​ລັງ​ມ່ວນ​ຊື່ນ​ກັບ
ການ​ຫລີ້ນດົນຕີ​ຮັບ​ໃຊ້​ສັງຄົມ ​ປູກ​ດອກ​ໄມ້ ຕົກ​ແຕ່ງ​ເດີ່ນບ້ານ
ຈົນກາຍມາ​ເປັນສວນ​ອຸດ​ທະ​ຍານ ທີ່​ເຕັມ​ໄປ​ດ້ວຍ​ພະພຸດທະ
​ຮູບທອງຄຳ. ຊິ​ວິດຄວາມ​ເປັນ​ມາ​ຂອງ​ ທ່ານສີ​ສຸ​ມັກ ເປັນ​ຢ່າງ​
ໃດ​ນັ້ນ ກິ່ງ​ສະຫວັນ​ ຈະ​ນຳ​ມາສະ​ເນີ​ທ່ານ.

ສະ​ບາຍ​ດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ລາຍ​ການ​ຊີ​ວິດ​ຊາວ​ລາວມື້​ນີ້ ຂ້​າ​ພະ​ເຈົ້າ ຈະນຳ​ພາ​ທ່ານ
​ໄປ​ຖາມ​ຂ່າວ ທ່ານ​ສີ​ສຸ​ມັກ ທອງ​ອຸ​ໄລ ພີ່​ນ້ອງ​ເຊື້ອ​ຊາດ​ລາວ-ອາ​ເມ​ຣິ​ກັນ ຢູ່​ທີ່​ເມືອງ
Tacoma ລັດ Washington ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ສຸດ​ຂອງ ສະ​ຫະ​ລັດ ຕິດ​
ກັບ​ຊາຍ​ແດນ ປະ​ເທດ​ກາ​ນາ​ດາ. ​ທ່ານ​ສີ​ສຸ​ມັກ ແມ່ນ​ຜູ້​ນຶ່ງ ​ໃນ​ຈຳນວນບັນ​ດາຜູ້ທີ່ກຳ​ລັງ
ຊື່ນຊົມກັບ​ ຊີວິດພັກ​ຜ່ອນກັບ​ການ​ກິນ​ເບ້ຍ​ບຳ​ນານ ​ຫລັງ​ຈາກໄດ້ເຮັດ​ວຽກເຮັດ​ການມາ​
ເປັນ​ເວ​ລາກວ່າ​ສາມ​ສິບ​ປີ ນັບ​ແຕ່​ໄດ້​ເຂົ້າມາ​ຕັ້​ງຖິ່ນ​ຖານ​ຊີ​ວິດຢູ່​ໃນ ສະ​ຫະ​ລັດ ມາ​ແຕ່​ປີ
1976. ​ປັດຈຸ​ບັນ​ນີ້ ທ່ານ​ສີ​ສຸມັກ ແລະ​ພັນ​ລະ​ຍາ ​ຍາ​ນາງ​ພິ​ມ​ພອນ ກຳລັງ​ຊົມ​ຊື່ນ​ກັບ​ໝ​າກ
​ຜົນຂອງເຫື່ອ​ແຮງ​ທີ່​ໄດ້​ສູ້​ຊົນ ສ້າງ​ຕັ້ງ​ຊີວິດ​ໃໝ່​ຢູ່​ໃນ​ ສະຫະລັດ.

ສວນອຸດທະຍານ ຢູ່ເດີ່ນບ້ານ ຮັກບໍ່ລືມ
ສວນອຸດທະຍານ ຢູ່ເດີ່ນບ້ານ ຮັກບໍ່ລືມ

ແຕ່ກ່ອນອຶ່ນ​ເຮົາ​ມາ​ທຳ​ຄວາມເຂົ້າ​ໃຈ​ກ່ຽວກັບ​ ລະບົບ​ເບ້ຍບຳ
​ນານ ຢູ່​ໃນ​ບັນ​ດາປະ​ເທດ​ອຸດ​ສາ​ຫະ​ກຳວ່າ ເຂົາ​ເຈົ້າ​ປະ​ຕິບັດ​ກັນ​
ຢ່າງ​ໃດ ໂດຍ​ສະ​ເພາະຢ່າງ ຍິ່ງຢູ່​ໃນ ​ສະ​ຫ​ະ​ລັດ ອາ​ເມ​ຣິ​ກາ. ​
ໂດຍ​ທົ່ວ​ໄ​ປແລ້ວ ປະ​ຊາ​ກອນອາ​ເມ​ຣິ​ກາ ​ທຸກໆ​ຄົນທີ່​ເຮັດ​ວຽກ
​ແມ່ນຕ້ອງ​ເສຍ​ພາ​ສີ​ລາຍ​ໄດ້​ປະ​ຈຳ​ປີ ແລະ​ເງິນ​ເດືອນ ອີກສ່ວນ
​ນຶ່ງ​ໄດ້​ຖືກ​ຕັດ​ທ້ອນ​ຫ​ອມ​ໄວ້ໃຫ້ ເວ​ລາ​ເຖິງ​ອາ​ຍຸກະ​ສຽນ​ 62 ຫາ
66 ປີ ອັນ​ເປັນ​ກຳ​ນົດ​ເວ​ລ​າ ທີ່ມີ​ສິດໄດ້​ຮັບ​ເງິນເບ້ຍ​ລ້ຽງ​ຈາກ​
ລັດ​ຖະ​ບານ​ກາງ ທີ່​ຮ້ອງວ່າ ​Social Security Benefits. ນອກ​
ຈາກ​ນັ້ນ​ ບັນ​ດາຜູ້​ເຮັດ​ວຽກ​ຢູ່​ໃນໂຮງ​ຈັກ​ໂຮ​ງານ ​ບໍ​ລິ​ສັດການ​ຄ້າ​
ຕ່າງໆ ​ລັດ​ຖະ​ບານທ້ອ​ງ​ຖິ່ນ ແລະ​ລັດ​ຖະ​ບານ​ກາງ ຍັງມີລະ​ບົບ​ບຳ​ນານໄວ້​ໃຫ້​ ​ທີ່ຮ້ອງວ່າ pension ຫລືເງິນ​ເບ້ຍ​ບຳ​ນານ​ ເວ​ລ​າໃດເຖິງ​ກຳ​ນົດ​ປີ​ການອອກ​ຈາກ​ວຽກ. ​ນອກເໜືອ​
ໄປ​ກວ່ານັ້ນ​ອີກ​ ບັນ​ດາ​ຜູ້ເຮັດ​ວຽກ​ຢູ່​ໃນ ສະ​ຫະ​ລັດ ​ຍັງພາ​ກັນ ສາ​ມາດ​ທ້ອນ​ຫ​ອມ​ເງິນ​ພິ
ເສດ ໄວ້​ຢູ່​ໃນ​ບັນ​ຊີອອ​ມ​ສີນຢູ່​ທະນາຄານ​ ເພື່ອເກັບ​ໄວ້​ໃຊ້ໃນ​ເວ​ລ​າ​ທີ່ມີ​ຄວາມຕ້ອງກ​ານ.
ແລະ​ນີ້​ແມ່ນ​ພາກ​ສ່ວນສຳ​ຄັນ ຂອງລະ​ບົບອອມ​ສິນ ແລະ​ບຳ​ນານ ຢູ່​ໃນ ສະ​ຫະ​ລັດ. ສະ
ຫລຸບ​ແລ້ວກໍແມ່ນວ່າ ຜູ້​ທີ່​ອອກ​ກິນ​ເບ້ຍ​ບຳນານ ທີ່​ເຮັດ​ການ​ມາ​ຫລາ​ຍປີ ແມ່ນ​ມີ​ລາຍ​ໄດ້​
ຮອດ​ສາມ​ແຫ​ລ່ງກໍ​ມີ

ສວນອຸດທະຍານ ຢູ່ເດີ່ນບ້ານ
ສວນອຸດທະຍານ ຢູ່ເດີ່ນບ້ານ

ການ​ອອກ​ກິບ​ເບ້ຍ​ບຳນານ ​ເປັນ​ບັ້ນ​ສຳຄັນ​ຂອງ​ຊີວິດ ຊຶ່ງ​ບັນດາ​
ຜູ້ເຄີຍ​ໄດ້ເຮັດ​ວຽກການ​ມາ​ເປັນ​ເວລາ​ຫລາບ​ສິບ​ປີ​ນັ້ນ ຕ້ອງ​ໄດ້​
ຢຸດເຊົາພັກຜ່ອນ ​ແລະ​ຕ້ອງ​ໄດ້​ປັບ​ໂຕ​ໃຫ້​ເຂົ້າ​ກັບການ​ໃຊ້​ຊີວິດ
​ໃໝ່ປະ​ຈຳ​ວັນ. ​ເພາະສະ​ນັ້ນ ຫລາ​ຍໆ​ຄົນ​ທີ່ໄດ້​ອອກ​ກິນ​ເບ້ຍ​ບໍາ
ນານ​ໄປ ​ມັກ​ຈະ​ພາກັນ​ຊອກ​ເຮັດ​ແນວ​ໃດແນວ​ນຶ່ງ ເພື່ອ​ໃຊ້​ຊີວິດ​
ໃຫ້​ເປັນ​ປະ​ໂຫຍ​ດ ຫລື​ໃຫ້​ມ່ວນ​ຊື່ນ ​ເຊ່ນ​ເຮັດ​ວຽກ​ອາສາ​ສະ​ມັກ
​ ທ່ອງ​ທ່ຽວ ​ແລະເຮັດ​ໃນ​ສິ່ງ​ທີ່​ຕົນ​ມັກ.

ບັດ​ນີ້ ເຮົາ​ມາສັງ​ເກດເບິ່ງຊີວິດຄວາມ​ເປັນ​ມາຂອງ ຊາວ​ລາວ-ອາ​ເມຣິກັນ​ ຄົນ​ນຶ່ງ​ຄື ທ່ານ
​ສີ​ສຸ​ມັກ ທອງ​ອຸ​ໄລ ກ່ອນ​ທ່ານ​ຈະ​ໄດ້​ມາ​ຊົມ​ຊື່ນ​ກັບ​ການກິນ​ເບ້ຍ​ບຳນານ ທ່ານ​ໄດ້​ຜ່ານ​ກັບ​ຊີວິດ​ຢ່າງ​ໃດ? ​ແລະ​ໄດ້​ຊ່ວຍ​ສັງຄົມ​ຢ່າງ​ໃດ? ທ່ານ​ສີ​ສຸ​ມັກ ​ເປັນລູກ​ບ້ານ​ດອນ​ໂຄ ເມືອງ​ ປ​າກ​ເຊ ແຂວງ​ຈຳ​ປາ​ສັກ ອະ​ດີດ​ນັກ​ສຶກ​ສາ ມັດ​ທະ​ຍົມ​ລີ​ເຊ​ປາກ​ເຊ ​ໃນ​ສະ​ໄໝພະ​ລາດ​ຊະ​ອາ​ນາ​ຈັກ​ລາວ. ຢູ່​ໃນ​ສະ​ໄໝ​ນັ້ນ ທ່ານໄດ້ເຂົ້າເຮັດ​ວຽກ​ກັ​ບອົງ​ການ ຊ່ວຍ​ເຫລືອນາໆ​ຊາດ ສະ​ຫະ​ລັດ ຫລື USIAD ທ່ານ ໄດ້​ໄປ​ປະ​ຈຳ​ການຢູ່ ພ​ະ​ແນ​ກ​ອຸ​ຕຸ​ນິ​ຍົມ ຂອງ​ບໍລິສັດ ການ​ບິນ Air America ທີ່​ນະຫລວງ​ຄອນ​ວຽງ​ຈັນ ແລະ​ຫໍ​ຄອຍ​ການ​ບິນ​ທີ່ ເມືອງ​ລ່ອງ​ແຈ້ງ.

ຕົ້ນດອກໄມ້ ທີ່ກຳລັງບານ
ຕົ້ນດອກໄມ້ ທີ່ກຳລັງບານ

​ໃນ​ຕົ້ນ​ປີ 1975 ​ໃນ​ຂະນະ​ທີ່​ມີ​ການ​ປ່ຽນ​ແປງ​ລະບອບ​ການ​ປົກຄອງ ທ່ານ​ສີ​ສຸ​ມັກ ​ພ້ອມ​ດ້ວຍພັນ​ລະ​ຍາ ແລະ​ລູກ​ນ້ອຍ​ນຶ່ງ​ຄົນ ໄດ້ຕັດສິນ​ໃຈໜີ​ອອກ​ຈາກ​ປະ​ເທດ​ລ​າວ​ ຂ້າມໄປ
ປະ​ເທດ​ໄທ ແລະ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ ສະ​ຫະ​ລັດ ໃນ​ປີ 1976 ຢູ່​ທີ່ ລັດ Washington ຕັ້ງ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ. ໃນ​ຊ່ວງ​ເວ​ລາ 30 ກວ່າ​ປີ​ທີ່​ຜ່ານ​ມາ ທ່າ​ນ​ສີ​ສຸ​ມັກ ໄດ້​ຮັບ​ໃຊ້​ປະ​ຊາ​ຄົມ​ລາວ-​ອາ​ເມ​ຣິ​ກັນ ​ໃນ​ດ້ານການ​ແປ​ພາ​ສາ ​ແລະສອນພາ​ສາ​ລາວໃຫ້ແກ່ບັນ​ດາ​ ທະ​ຫານ​ສະ​ຫະ​ລັດ ທີ່​ໄປ​ປະ​ຈຳ​ການ​ຢູ່​ໃນ​ລາວ ແລະ​ເປັນຜູ້​ຊ່ວຍ​ທະ​ນາຍ​ຄວາມ​ ​ໃນດ້ານການ​ແປ​ພາ​ສາ ໃຫ້​ແກ່​ບັນ​ດາ​ພີ່​ນ້ອງ​ຊາວ​ລາວ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.

ບ້ານຮັກບໍ່ລືມ
ບ້ານຮັກບໍ່ລືມ

ທ່ານ​ສີ​ສຸ​ມັກ ແລະ​ພັນ​ລະ​ຍາ ໄດ້​ຊື້​ເຮືອນ​ສີ່​ຫ້ອງນອນ ​ຫລັງທີ່​ຢູ່​ປັດ​ຈຸ​ບັນ​ນີ້​ມາ​ເປັນ​ເວ​ລາ ກວ່າ​ສາມ​ສິບ​ປີ​ແລ້ວ ລ້ຽງ​ລູກ​ສາມ​ຄົນ​ຈົນ​ໃຫຍ່​ກ້າ​ໜ້າ​ບານ ສ້າງ​ຄອບ​ຄົວ​ກັນ​ໄປ​ໝົດ​ຈົນ​ໄດ້​ຫລານ ແລະ​ເຫລັນ​ນຶ່ງ​ຄົນ. ບັດ​ນີ້​ຍັງ​ແຕ່ ສອງຜົວ​ເມຍຢູ່​ບ້ານ ຮັບ​ວຽກ​ມາ​ເຮັດ​ຢູ່​ບ້ານ​ເລັກໆ​ນ້ອຍໆ​ພໍ​ບໍ່​ໃຫ້​ຫງອຍ​ເຫງົາ ​ແລະ​ມ່ວນ​ຊື່ນ​ໄປແຕ່ລະ​ວັນໆກັບ​ການ​ຕົກ​ແຕ່ງ​ເດີ່ນ​ບ້ານເຮັດ​ໃຫ້​ເດີ່ນ​ບ້ານ​ຂອງທ່ານສີ​ສຸ​ມັກ ກາຍ​ມາ ເປັນ​ສວນ​ອຸ​ດທະ​ຍານ ທີ່​ເຕັມ​ໄປ​ດ້ວຍດອກ​ໄມ້ບານ​ເດຍ​ລະ​ດາດ ມີ​ສາລາ​ນ້ອຍໃສ່​ຊື່​ວ່າ ສາລາ​ພັກ​ໃຈ ​ແລະ​ເຮືອນ​ຂອງ​ທ່ານສີ​ສຸ​ມັກ ​ໃສ່​ຊື່ວ່າ ບ້ານ​ຮັກ​ບໍ່​ລືມ ອັນ​ເປັ​ນ​ຊື່ ຄະ​ນະ​ວົງ​ດົນ​ຕີ​ຂອງ​ທ່ານ.

​ທ່ານ​ສີ​ສຸ​ມັກ ພ້ອມ​ດ້ວຍ​ຄະ​ນະວົງ​ດົນ​ຕີ ​ຮັກ​ບໍ່​ລືມ ໄດ້​ຮັບ​ໃຊ້​ປະ​ຊາ​ຄົມ​ລາວ​-ອາ​ເມ​ຣິ​ກັ​ນ​ເປັນ​ປະຈຳ ເຊັນ​ວ່າ​ເສບ​ຫາ​ລາຍ​ໄດ້ເຂົ້າ​ວັດ ແລະ​ເສບຢູ່ໃນ ພິທີສົມລົດ​. ທ່ານ​ໄດ້ເລົ່າ​ເຖິງ​ຄວາມ​ມັກ​ຮັກ​ດົນຕີດັ່ງ​ນີ້ :

ທ່ານສີສຸມັກ ທອງອຸໄລ ຜູ້ຕົກແຕ່ງສວນອຸດທະຍານ
ທ່ານສີສຸມັກ ທອງອຸໄລ ຜູ້ຕົກແຕ່ງສວນອຸດທະຍານ

ເຮື​ອນຂອງທ່ານ​ສີ​ສຸ​ມັກ ​ແລະ​ຍາ​ນາງ​ພິມ​ພອນ ​ທາ​ສີຂາວ​ໝົດ ມີ​ປ້າຍ​ຕິດ​ຢູ່​ໜ້າ​ບ້ານ​ເປັນ​ພາສາ​ລາວວ່າ "ບ້ານຮັກ​ບໍ່​ລືມ" ​ຢູ່​ໃນ​ບໍລິ​ເວນ​ເດິ່ນບ້ານມີ​ສາລາທີ່​ຂຽນ​ບອກ​ວ່າ "ສາລາ​ພັກ​ໃຈ." ເດີ່ນ​ບ້ານ​ເຕັມ​ໄປ​ດ້ວຍ​ຮູບ​ປັ້ນ​ພະ​ພຸດທະ​ຮູບນ້ອຍ​ ແລະ​ໃຫຍ່ ​ໃນ​ທ່າຢືນ​ແລະ​ນັ່ງ​ຢາຍ​ກັນ​ເປັນ​ລະບຽບ ພ້ອມ​ທັງ​ມີກໍ​ໄຜ່ ດອກ​ໄມ້​ບານ​ງາມ ​ເຫັນ​ແລ້ວ​ບໍ່​ແຕກ​ຕ່າ​ງກັບ​ສວນ​ອຸດທະຍານ ຢູ່​ແຫ່ງ​ໃດ​ແຫ່ງ​ນຶ່ງ. ທ່ານ​ສີ​ສຸ​ມັກ ທີ​ຄວາມສຸກ​ຫລາຍ​ກັບ​ການ​ສ້າງ​ເດິ່ນບ້ານ​ໃຫ້​ງົດ​ງາມ ​ແລະ​ໃຊ້​ເວລາ​ບົວລະບັດ ​ທ່າ​ນ​ໄດ້​ເລົ່າເຖິງ​ຄວາມສຸກໃນ​ຕອນ​ນີ້​ວ່າ :

ພະພຸດທະຮູບຕັ້ງໄວ້ກ້ອງກໍໄຜ່
ພະພຸດທະຮູບຕັ້ງໄວ້ກ້ອງກໍໄຜ່

ທ່ານ​ສີ​ສຸ​ມັກ ແລະ​ພັນ​ລະ​ຍາ ໄດ້​ເດີນ​ທາງ​ກັບ​ຄືນໄປຢ້ຽມຢາມ​ ບ້ານ​ເກີດ ເມືອງນອນ​ຫລາຍໆ​ຄັ້ງ ສິ່ງ​ສຳຄັນ​ ​ແລະ​ໜ້າ​ສັນລະ​ເສີນ​ທີ່​ທ່ານ​ໄດ້​ວາງ​ບົດບາດ​ເອົາ​ໄວ້ກໍ​ຄື ການບຸ​ລະ​ນະສ້ອ​ມ​ແປງ​ກຸ​ຕິ​ວັດ​ບ້ານດອນ​ໂຄ ທີ່ສ້າງ​ມາ​ແຕ່​ສະໄໝ​ຝຣັ່ງປົ​ກຄອງ​ ໄດ້​ຊຸດ​ໂຊມ​ລົງ​ ບັດ​ນີ້​ໄດ້​ສ້າງຫລັງ​ໃໝ່​ຈົນ​ເປັນທີ່​ສຳ​ເລັດ ​ແລະ​ປັດ​ຈຸ​ບັນ​ນີ້​ມີ​ພະ​ພິ​ຂຸ​ສົງມາ​ພັກ​ພາອ​າໄສຢູ່​ ຊຶ່ງ​ທ່ານ​ສີ​ສຸ​ມັກ ​ໄດ້​ເລົ່າເຖິງ​ການ​ສ້າງ​ສາ ສູ່​ຟັງ​ວ່າ.

ສາລາພັກໃຈ
ສາລາພັກໃຈ

ລິງໂດຍກົງ

ປັດ​ຈຸ​ບັນ​ນີ້ ທ່ານ​ສີ​ສຸ​ມັກ ​ແລະ​ພັນ​ລະ​ຍາ ຍານາງ​ພິມ​ພອນ ກຳລັງ​ໃຊ້​ເວລາ​ເລີ້ມແບບ ຄ່ອຍ​ເປັນ​ຄ່ອຍ​ໄປ ​ເຮັດ​ໃນ​ສິ່ງ​ທີ່​ຕົນ​ມັກ ​ອາສາ​ສະມັກ ເດີນທາງ ຊອກກິນ​ອາຫານ​ອັນ​ແຊ​ບໆ ​ຊຸມ​ແຊວ ແລະ ເສບ​ດົນຕີ​ຮ້ອງ​ເພງກັບ​ໝູ່ເພື່ອນ​.

ເຊີນຟັງຜົນງານເພງອື່ນໆ ຂອງທ່ານສີສຸມັງ:

XS
SM
MD
LG