ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສຳພາດ ພະນະທ່ານນາງ ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ


ພະນະທ່ານນາງ ມາໄລວຽງ ສາກົນນິຍົມ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ນະຄອນຫລວງມະນີລາ ປະເທດຟິລິບປີນ.
ພະນະທ່ານນາງ ມາໄລວຽງ ສາກົນນິຍົມ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ນະຄອນຫລວງມະນີລາ ປະເທດຟິລິບປີນ.

ລາຍ​ການ​ຊີວິດ​ຊາວ​ລາວ ມື້​ນີ້ ​ເຮົາ​ຈະ​ນຳ​ເອົາການ​ສຳພາດ
ພະນະ​ທ່ານ​ນາງມາໄລ​ວຽງ ສາກົນ​ນິຍົມ ​ເອກ​ອັກຄະ​ລັດຖະ
ທູດລາວ ປະຈຳ​ນະຄອນຫລວງ​ມະ​ນີລາ ປະ​ເທດ​ຟິລິບ​ປີນ
ມາ​ສະເໜີ​ທ່ານ. ​ເອກ​ອັກຄະ​ລັດຖະທູດ ມາໄລ​ວຽງ ​ເປັນ​ນັກ
ການ​ທູດ​ທີ່ຫ້າວຫັ​ນ ໜ້າ​ສັນລະ​ເສີນ. ​ທ່ານ​ນາງ ໄດ້ວາງບົດ
ບາດ​ອັນ​ສຳຄັນ​ຢູ່ໃນ​ວົງ​ການ​ລັດຖະບານ ສປປ ລາວ ​ກໍ​ຄືຢູ່​
ໃນເວ​ທີ​ສາກົນ. ເອກອັກຄະ​ລັດຖະທູດ ມາ​ໄລ​ວຽງ ​ໄດ້ໄປ
​ປະ​ຕິ​ບັດ​ໜ້າ​ທີ່ຢູ່ ນະ​ຄອນຫລວງ​ມະ​ນິລາ ເປັນ​ເວລາ​ສີ່​ປີ​ ຊີ​
ວິດຄວາມ​ເປັນ​ມາ​ຂອງ ​ເອກ​ອັກຄະ​ລັດຖະທູດ ມາໄລ​ວຽງ
ສາກົນ​ນິ​ຍົມ ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ເລື້ອງ​ນີ້​
ມາສະ​ເໜີ​ທ່ານ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລາຍ​ການ​ຊີ​ວິ​ດຊາ​ລາວມື້​ນີ້ ຂ້າພະ​ເຈົ້າ ຂໍ​ແນະນຳ​ໃຫ້​ທ່ານ
​ຮູ້​ຈັກກັບ ​ພະນະ​ທ່ານ​ນາງ ມາໄລວຽງ ສາກົນນິຍົມ ເອກ​ອັກຄະ​ລັດ​ທະ​ທູດ ສປປ ລາວ ປະ
ຈຳ​ນະຄອນຫລວງ​ມະ​ນິລາ. ທ່ານນາງ ມາໄລວຽງ ສາກົນນິຍົມ ເປັນ ສະ​ຕີ​ລາວ ຜູ້​ຊົງ​ຄຸນ
ນະ​ວຸດ​ທິ ຂອງ​ສັດຕະ​ວັດ​ທີ 21 ແລະບຸກ​ຄົນສຳຄັນ​ຄົນ​ນຶ່ງ ທີ່ໄດ້​ວາງບົດ​ບາດຢູ່​ໃນ​ວົງ​ການ​
ລັດຖະບານ ສປປ ລາວ ​ແລະ​ຢູ່ໃນ​ເວ​ທີ​ສາກົນ ຢ່າງໜ້າສັນ​ລະ​ເສີນ.

ທ່ານ​ນາງ ມາ​ໄລວຽງ ເກີດໃນ​ປີ 1953 ​ເປັນລູກບ້ານ​ຫລານ​ເມືອງ ​ນະ​ຄອນ​ປາກ​ເຊ ​ແຂວງ​
ຈຳ​ປາ​ສັກ. ທ່ານ​ນາງມາໄລ​ວຽງ ​ເປັນ​ຄົນ​ມັກ​ຂຽນ ​ແລະມັກ​ອ່ານມາ​ແຕ່​ນ້ອຍ​. ໃນ​ເບື້ອງ​ຕົ້ນ​
ຂອງຊີວິດນັ້ນ ທ່ານ​ນາງ​ມີ​ຄວ​າມ​ໄຝ່ຝັນ​ຢາກ​ເປັນ​ນັກ​ຂ່າວ ​ຫລື journalist ແຕ່ວ່າຫລາຍໆ
ຄັ້ງ​ຜູ້ຍິງ​ລາວ ທີ່​ເຕີບ​ໃຫຍ່​ຢູ່​ໃນ​ສະ​ໄໝ​ນັ້ນ ​ບໍ່​ສາມາດທີ່​ຈະເ​ລື​ອກ​ເອົາ​ຄວາມ​ມັກ​ຂອງ​ຕົນນັ້ນ
ໄດ້ທັງ​ໝົດ ​ເນື່ອງ​ຈາກປະ​ເພນີ ​ແລະ​ສິ່ງ​ແວດ​ລ້ອມ. ດ້ວຍ​ຄວາ​ມບຶກ​ບືນ ຂະຫຍັນ​ໝັ່ນ​ພຽນ
​ທາງ​ດ້ານການ​ສຶກສາ​ ຊີວິດຂອງ​ທ່ານ​ນາງ ໄດ້​ໝູນວຽນມາ​ພົວພັນ​ກັບ​ດ້ານ​ການ​ປົກຄອງ
ແລະ​ການເມືອງ ​ແລະ​ໃນ​ທີ່​ສຸດ​ກໍໄດ້ມາຕົກ​ຢູ່​ໃນ​ຈຳນວນ ນຶ່ງ​ໃນສາມ​ສະຕີ​ລາ​ວ ທີ່​ໄດ້​ຮັບ​
ໜ້າ​ທີ່​ເປັນ ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ​ໃນ​ປັດ​ຈຸ​ບັນ​ນີ້.​

Ambassador
Ambassador

​ສາ​ມີ​ຂອງທ່ານ​ນາງມາ​ໄລ​ວຽງ ຄື ​ເອກ​ອັກຄະ​ລັດຖະທູດ
ທ່ານສຸດ​ທຳ ສາກົນ​ນິຍົມ ອະດີດເພື່ອນ​ນັກ​ສຶກສາ​ດ້ວຍ​ກັນ
​ທີ່ສະ​ຖາ​ບັນ​ກົດໝາຍ ​ແຫ່ງອະດີດ​ພະລາ​ດຊາ​ອານາຈັກ​ລາວ
​ແລະອະດີດ​ນັກ​ສຶກສາ ທີ່​ປະ​ເທດໂຊ​ວຽດ ​ແລະ​ໃນ​ທີ່​ສຸດ​ກໍ​ໄດ້
​ສ້າງ​ຊີວິດ​ຄອບຄົວຮ່ວມກັນ. ປັດຈຸບັນ​ນີ້ ພະນະ​ທ່ານ ສຸດ​ທຳ
ສາກົນ​ນິຍົມ ​ເປັນ​ເອກ​ອັກຄະ​ລັດຖະທູດ ສປປ ລາວ ປະ ຈຳ
ນະ​ຄອນຫລວງນິວ​ແດນ​ລີ ປະເທດ​ອິນ​ເດຍ. ​ທ່ານ​ນາງ​ມາໄລ
ວຽງ ​ແລະ​ທ່ານ​ສຸດ​ທຳ ​ມີ​ລູກສາວ​ທີ່​ໜ້າ​ຮັກ​ນຳກັນ​ສອງ​ຄົນຄື
ນາງສຸຣິດາ​ຮັກ ​ແລະນາງ​ສຸຣິຍາ​ຮັກ. ທ່ານ​ນາງມາ​ໄລ​ວຽງສາ
ມາດ​ປາກ​ ພາສາ​ຝຣັ່ງ ອັງກິດ ​ແລະຣັດ​ເຊຍໄດ້​ເປັນ​ຢ່າງ​ດີ. ຈຸດ​ເດັ່ນ​ດ້ານ​ການ​ສຶກ​ສາຂອງ
ທ່ານ​ນາງ ມາ​ໄລ​ວຽງ ມີ​ດັ່ງນີ້ :

ປີ 1965 ຈົບ​ໂຮງ​ຮຽນປະ​ຖົມ Ecole Sainte Jeanne Antide ທີ່ເມືອງປາກ​ເຊ.1972
​ຈົບ Baccalaureate ຝ່າຍ​ວັນ​ນະ​ຄະ​ດີ ຈາກ Lycee de Vientiane. 1976 ຈົບ​ການ​
ສຶກ​ສາ​ ຝ່າຍ​ກົດ​ໝາຍ ແລະ​ການ​ປົ​ຄອງ ຈາກສະ​ຖາ​ບັນ​ກົດ​ໝາຍ ທີ່​ນະ​ຄອນ​ຫລວງວຽງ
​ຈັນ. 1982 ຈົບ​ປະ​ລິນ​ຍາ​ໂທ ຝ່າຍກົດ​ໝາຍ​ສາ​ກົນ ຈາກ​ University of Ukraine,
Soviet Union. 1988 ໄດ້ຣັບປະ​ກາດ​ສະ​ນີ​ຍະ​ບັດ ຈາກ Academy of Social
Sciences, Moscow. 1993-94 ໄດ້​ຣັບ​ປະ​ກາດ​ສະ​ນິ​ຍະ​ບັດ ຝ່າຍ International
Relation ທີ່ Institute International d’Administration Publique ທີ່​ນະ​ຄອນ
Paris ປະ​ເທດ​ຝ​ຣັ່ງ.

ນອກ​ຈາກ​ນັ້ນແລ້ວ ທ່ານ​ນາງ​ໄດ້ຮັບ​ການ​ອົບ​ຮົມຢ່າງຫລວງ​ຫລາຍ ແລະບໍ່​ຂາດ​ລະຍະ
ພ້ອ​ມ​ທັງ​ພິມ​ເຜີຍ​ແຜ່ບົດ​ຄົ້ນ​ຄວ້າ​ຕ່າງໆ.

ພະ​ນະ​ທ່າ​ນ ເອກ​ອັກ​ຄະ​ລັດ​ຖະ​ທູດ ມາໄລ​ວຽງ ສາ​ກົນ​ນິ​ຍົມ ໄດ້​ໃຫ້​ການ​ສຳ​ພາດ​ຕໍ່
ວີ​ໂອ​ເອ ກ່ຽວ​ກັບ​ຊີວິດ​ການ​ປະຕິບັດ​ໜ້າ​ທີ່​ເບື້ອງ​ຕົ້ນ​ດັ່ງ​ນີ້ :

ເອກອັກຄະລັດຖະທູດ ມາໄລວຽງ ມອບຮູບປັ້ນຂອງມື້ລາງ ປະທານປະເທດລາວ ທ່ານໄກສອນ ພົມວິຫານ ໃຫ້ຟິລິບປີນ ຢູ່ສວນ ASEAN
ເອກອັກຄະລັດຖະທູດ ມາໄລວຽງ ມອບຮູບປັ້ນຂອງມື້ລາງ ປະທານປະເທດລາວ ທ່ານໄກສອນ ພົມວິຫານ ໃຫ້ຟິລິບປີນ ຢູ່ສວນ ASEAN

ທ່ານ​ໄດ້​ມາ​ປະຈຳ​ຢູ່ ປະ​ເທດ​ຟິລິບ​ປິນ ດົນ​ປານ​ໃດ​ແລ້ວ ຈະ​ໝົດ​ໜ້າ​ທີ່ເວລາ​ໃດ ​ບົດບາດ​
ຂອງ​ທ່ານ ​ແລະ​ຜົນສຳ​ເລັດນັ້ນ​ມີ​ຫຍັງ​ແດ່?

ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ ແລະປະທານາທິບໍດີ Benigno S. Aquino ແຫ່ງຟິລິບປິນ
ເອກອັກຄະລັດຖະທູດ ມາໄລວຽງ ສາກົນນິຍົມ ແລະປະທານາທິບໍດີ Benigno S. Aquino ແຫ່ງຟິລິບປິນ

ໃນ​ນາມກຸນລະ​ສະຕິີລາວ ຜູ້​ຊົງ​ຄຸນ​ນະ​ວຸດ​ທິ ​ແລະ​ເປັນເອກ​ອັກຄະລັດຖະທູດ ສປປ ລາວ
ປະຈຳ​ນະຄອນຫລວງມະນີ​ລາ ທ່ານ​ມີ​ຄວາມ​ຮູ້ສຶກ​ຢ່າງ​ໃດ​?

ລັດຖະມົນຕີຕ່າງປະເທດ ຟິລິບປິນ ທ່ານ Albert F. del Rosario ລ້ຽງສົ່ງ ເອກອັກຄະລັດຖະທູດ ມາໄລວຽງ ທີ່ກະຊວງຕ່າງປະເທດ ຟິລິບປິນ
ລັດຖະມົນຕີຕ່າງປະເທດ ຟິລິບປິນ ທ່ານ Albert F. del Rosario ລ້ຽງສົ່ງ ເອກອັກຄະລັດຖະທູດ ມາໄລວຽງ ທີ່ກະຊວງຕ່າງປະເທດ ຟິລິບປິນ

ທ່ານ​ທູດມາໄລ​ວຽງ ບອກ​ໄດ້​ບໍ່​ວ່າ ວິທີ​ການ​ປະຕິບັດ​ໜ້າ​ທີ່​ ​ແລະ​ປົກຄອງຂອງ​ທ່ານ​ນັ້ນ
ເປັນຢ່າງ​ໃດ?

ເອກອັກຄະລັດຖະທູດ ມາໄລວຽງ ສະຫລອງວັນຊາດ ບຣູນາຍ
ເອກອັກຄະລັດຖະທູດ ມາໄລວຽງ ສະຫລອງວັນຊາດ ບຣູນາຍ

ທ້າຍ​ສຸດ​ນີ້ ພະນະທ່ານເອກ​ອັກຄະ​ລັດຖະ​ທູດ ມາ​ໄລ​ວຽງ​ ມີຫຍັງ​ຢາກ​ຝາກຄວາມ​ຄິດ​ເຫັນ
​ແລະຮັກ​ແພງ​ໄວ້​ກັບ ລາຍການ​ຊີວິດຊາວ​ລາວ ຂອງ ວີ​ໂອ​ເອ ບໍ່? ​

ລັດຖະມົນຕີຕ່າງປະເທດ ຟິລິບປິນ ທ່ານ Albert F. del Rosario ມອບໃບຍ້ອງຍໍຊົມເຊີຍໃຫ້ ເອກອັກຄະລັດຖະທູດ ມາໄລວຽງ
ລັດຖະມົນຕີຕ່າງປະເທດ ຟິລິບປິນ ທ່ານ Albert F. del Rosario ມອບໃບຍ້ອງຍໍຊົມເຊີຍໃຫ້ ເອກອັກຄະລັດຖະທູດ ມາໄລວຽງ

ຂະນະ​ທີ​ທ່ານ​ກຳລັງ​ຟັງ​ບົດ​ສຳພາດ​ຢູ່​ນີ້ ທ່າ​ນນາງ ມາ​ໄລ​ວຽງ ສາກົນ​ນິຍົມ ໄດ້​ເດີນທາ​ງ
ກັບ​ຄືນ​ໄປ​ຮອດ ບ້ານ​ເກີດ​ເມືອງ​ນອນ​ແລ້ວ ​ເພື່ອ​ຮັບ​ຕຳ​ແໜ່​ງ​ໃໝ່​ຢູ່​ກະຊວງ​ການ​ຕ່າງ
ປະ​ເທດ.

ພ້ອ​ມດຽວ​ກັນ​ນີ້ ຂ້າ​ພະ​ເຈົ້າ ກິ່​ງ​ສະ​ຫວັນ ພ້ອມ​ດ້ວຍ​ຄະ​ນະ​ຈັດ​ທຳ ​ວີ​ໂອ​ເອ ພະ​ແນ​ກພາ​ສາ​
ລາວ ຂໍ​ອວຍ​ໄຊ​ໃຫ້​ພອນ​ແກ່ ພະ​ນະ​ທ່ານ​ເອກ​ອັກ​ຄະ​ລັດ​ຖ​ະທູດ ມາ​ໄລ​ວຽງ ຈົ່ງສືບ​ຕໍ່ປະ​
ສົບ​ຜົນ​ສຳ​ເລັດ ໃນພາລະ​ກິດ​ລາດ​ຊ​ະ​ການ​ໃນ​ອະນາ​ຄົດ​ທັງ​ໃນ ແລະດ້ານ​ສ່ວນ​ຕົວຂອງ
ທ່ານ. ​ກ່ອນ​ຈາກ​ກັນ​ໄປ​ວັນ​ນີ້ ພວກຂ້າ​ພະ​ເຈົ້າ ຂໍ​ມອບ​ເພງລາວອຳ​ມະຕະ ​ໃຫ້​ແກ່​ທ່ານ​
ພ້ອມ​ດ້ວຍ​ຄອບຄົວ ​ເພັງ​ນີ້ມີ​ຊື່​ວ່າ “ຫອມ​ກຸ​ຫລາບ​ປາກ​ເຊ” ຊຶ່ງ​ເປັນ​ບຸບ​ຜາ ທີ່​ງົດ​ງາມ​ ​ແລະ
​ຫອມ​ຫວນ ​ປະ​ຈຳບ້ານ​ເກີດ​ເມືອງນອນ​ຂອງ​ທ່ານ.

ລິງໂດຍກົງ

XS
SM
MD
LG