ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຄົມສະຕີ ລາວ-ອາເມຣິກັນ ​ວໍຊິງຕັນ ດີ.ຊີ ສະ​ຫລອງ ບຸນວັນ​ແມ່ ປະ​ຈຳປີ 2015


ບັນດາລູກແສ້ຫລານສາວ ທີ່ໜ້າຮັກ ຂອງ ສະມາຄົມ ສະຕີ ລາວ-ອາເມຣິກັນ ທີ່ເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ.
ບັນດາລູກແສ້ຫລານສາວ ທີ່ໜ້າຮັກ ຂອງ ສະມາຄົມ ສະຕີ ລາວ-ອາເມຣິກັນ ທີ່ເຂດນະຄອນຫລວງ ວໍຊິງຕັນ ດີ.ຊີ.

ສະບາຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ວັນ​ແມ່ ທີ່​ຊາວ​ອາ​ເມຣິກັນ
ສະຫລອງ​ກັນ​ມາ​ທຸກ​ໆ​ປີ ​ໃນ​ວັນ​ອາທິດ ທຳ​ອິດ​ຂອງ ຕົ້ນເດືອນ
​ພຶດສະພາ​. ສຳລັບ​ປີ​ນີ້ ກໍ​ແມ່ນໄດ້​ຜ່ານ​ພົນ​ໄປ​ແລ້ວ ​ແຕ່ມັນກໍ​ບໍ່
​ຫລ້າສວຍ​ທີ່​ເຮົາ​ຈະ​ໃຫ້​ກຽດ​ແກ່ ມານ​ດາ​ຜູ້ມີ​ບຸນຄຸນລົ້ນ​ເຫລືອ
ເພາະສະ​ນັ້ນ ເຮົາ​ຈຶ່ງຈະ​ນຳ​ເອົາ​ລາຍ​ງານ ​ແລະ​ການ​ສຳພາດ​
ກັບບັນດາ​ລູກ​ຫລານ ເດັກນ້ອຍ​ນັກຮຽນລາວ-ອາ​ເມຣິກັນ ທີ່
​ກຳລັງ​ພາກັນ​ຮຽນ​ພາສາ​ລາວ ​ແລະ​ວັດທະນາ​ທຳ​ລາວ ​ໃຫ້​ຮູ້
ຈັກ​ເຖິງ ບຸນຄຸນ​ຂອງ​ແມ່ ມາ​ສູ່​ທ່ານ​ຟັງ. ການ​ສະຫລອງ​ ວັນ​ແມ່
ດັ່ງກ່າວ​ນີ້ ໄດ້​ຈັດ​ຂື້ນ​ໂດຍ ສະມາຄົມ​ ສະຕີ​ລາວ-ອາ​ເມຣິກັນ
ປະ​ຈຳ​ນະຄອນຫລວງ ວໍ​ຊິງ​ຕັນ ດີ.ຊີ ຊຶ່ງ ກິ່ງ​ສະຫວັນ ຈະນຳ
​ເລື້ອງ​ນີ້​ມາສະ​ເໜີ​ທ່ານ.

ສະບາ​ຍດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ວັນ​ອາທິດທຳ​ອິດ ຂອງຕົ້ນ​ເດືອນ​ ແມ່ນ​ບຸນ​ສະຫລອງ​ວັນ​
ແມ່ ​ຢູ່​ໃນ ສະຫະລັດ ອາ​ເມຣິກາ ເພາະສະ​ນັ້ນ ເຮົາ​ຈະ​ສັງ​ເກດ​ເຫັນ ບັນຍາກາດທີ່​ເຕັມ​ໄດ້
​ດ້ວຍ ພວງດອກ​ໄມ້ ​ເຕົ້າ​ດອກ​ໄມ້ ທີ່​ຖືກ​ຕົກ​ແຕ່ງ​ໄວ້​ຢ່າງ​ງົດ​ງາມ ​ເພື່ອ​ໃຫ້ບັນດາ​ລູກ​ເຕົ້າ
ພາກັນ​ຊື້​ໄປ​ມອບໃຫ້ແມ່. ນອກຈາກ​ນັ້ນ​ອີກ​ແລ້ວ ບັນດາ​ລູກ​ເຕົ້າ​ຕ່າງ​ກໍ​ພາ​ແມ່ ​ແລະ​ພໍ່
​ອອກ​ໄປ​ຮັບ​ປະ​ທານ​ອາຫານ ຊື້​ຂອງຂວັນ​ໃຫ້ ຫລື​ບໍ່​ດັ່ງ​ນັ້ນ​ກໍ​ມອບ​ເງິນ​ໃຫ້​ ​ເພື່ອ​ສະ​ແດງ
ໃຫ້​ເຫັນ​ເຖິງຄວາມ​ຮູ້​ບຸນຄຸນ ກະຕັນຍູ ຕໍ່ບັນດາແມ່ ຜູ້ບັງ​ເກີດ​ເກົ້າຂອງພວກ​ລູກໆ.

​ໃນ​ຕອນ​ແລງ​ວັນ​ສຸກ ທີ່ 8 ພຶດສະພາ ທີ່​ຜ່ານ​ມາ​ນີ້ ສະມາຄົມ​ສະຕີ ລາວ-ອາ​ເມຣິກັນ
ປະຈຳ​ເຂດ ນະຄອນຫລວງ ວໍຊິງຕັນ ດີ.ຊີ ​ໄດ້​ຈັດ​ງານ​ສະຫລອງ ​ວັນ​ແມ່​ ໂດຍ​ການນຳ
ພາ​ຂອງ ສະມາ​ຄົມ​ສະຕີ​ລາວ-ອາ​ເມຣິກັນ ​ໂດຍ​ມີ ທ່ານ​ນາງ ​ແກ້ວມະນີ​ວັນ ສີ​ຫາ​ລາດ​
ເປັນ​ປະ​ທານ​. ​ໃນ​ຄຳ່ຄືນ​ມື້​ນີ້ ມີບັນດາ​ສະມາຊິກ ປະຊາ​ຄົມ​ລາວ-ອາ​ເມຣິກັນ ​ແລະ​ແຂກ​ຜູ້​
ມີ​ກຽດ​ເຂົ້າ​ຮ່ວມ​ຢ່າງ​ໜາ​ແໜ້ນ. ການສະຫລອງ ວັນ​ແມ່​ຄັ້ງ​ນີ້​ໄດ້​ເນັ້ນ​ໜັກໃ​ສ່ ການສິດສອນ
​ບັນດາ​ເຍົາວະ​ຊົນ ລາວ-ອາ​ເມຣິກັນ ທີ່​ເກີດ​ໃຫຍ່່​ຢູ່​ໃນ ສະຫະລັດ ໃຫ້ຮູ້ຈັກ​ປາກ​ເວົ້າພາສາ
​ລາວ ​ຮັກສາ​ຮິດຄອງ ຂະ​ນົບທຳນຽ​ມ ​ປະ​ເພ​ນີລາວ ​ແລະ​ຮູ້​ບຸນຄຸນ​ຂອງ ​ບິດາ​ມານດາ.

ບັນ​ດາ​ເຍົາວະ​ຊົນ​ລາວ-ອາ​ເມຣິກັນ ພາກັນສະ​ແດງ​ການ​ຫລີ້ນ​ດົນຕີ ພື້ນ​ເມືອງ​ລາວ ຟ້ອນ
​ພື້ນ​ເມືອງ​ລາວ ​ແລະສະ​ແດງ​ເຖິງ​ຄວາມ​ສາມາດໃນການ​ປາກ​ເວົ້າ ພາສາ​ລາວ ​ແລະ​ກ່າວ
​ກາບກອນ ​ໃຫ້​ບັນ​ດາ​ແມ່​ທັງ​ຫລາຍ ແລະ​ແຂກ​ທີ່​ເຂົ້າ​ຮ່ວມ​ໄດ້​ຟັງ ​ແລະ​ຊົມ​ດັ່ງ​ຕໍ່​ລົງໄປ​ນີ້ :

ນັກຮຽນ​ຜູ້​ທຳ​ອິດ​ໄດ້​ແກ່ ທ້າວ Noland Keokhamphanh Alexander ເປັນ​ເດັກນ້ອຍ
ລາວ-ອາ​ເມຣິກັນ ທີ່​ມີ​ພອນ​ສະຫວັນ ໃນ​ການ​ປາກ​ເວົ້າ ​ແລະ​ເປັນ​ນັ​ກ ຮຽນ​ທີ່​ດີ​ເດັ່ນ​ຢູ່​ໃນ​
ໂຮງຮຽນ​ Noland ​ໄດ້​ມາ​ຮຽນ​ພາສາ​ລາວ​ບໍ່​ໄດ້​ຂາດ ​ແລະ​ກໍ​ມີ​ຄວາມ​ມັກ​ຮັກພາສາ​ລາວ
ທີ່​ເປັນ​ພາສາ​ຂອງ​ແມ່ ທ້າວ Noland ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ວ່າ :

ທ້າວ Noland Keokhamphanh Alexander
ທ້າວ Noland Keokhamphanh Alexander

ລິງໂດຍກົງ

ເດັກ​ຊາຍ​ອີກ​ຄົນ​ນຶ່ງກໍ​ຄື ທ້າວ ພູ​ແກ້ວ Ryan ພົມມະຈັນ ບັດ​ນີ້​ເຮົາ​ມາ​ລອງ​ຟັງ ການ​ເວົ້າ​
ພາສາ​ລາວ ​ເວົ້າ​ກາບກອນ​ລາວ​ ຂອງ Ryan ເບິ່ງ​ດຸ​ວ່າລາວ​ເວົ້າ​ໄດ້​ໜ້ອຍ​ຫລາຍ​ປານ​ໃດ.

ທ້າວພູແກ້ວ Ryan ພົມມະຈັນ
ທ້າວພູແກ້ວ Ryan ພົມມະຈັນ

ລິງໂດຍກົງ

​ທ່ານພູສຸດທີ່​ຮັກ ພົມມະຈັນ ພໍ່​ຂອງ​ທ້າວ Ryan ​ແມ່ນ​ຜູ້​ປົກຄອງ​ຄົນ​ນຶ່ງ​ທີ່​ໄດ້​ເອົາ​ໃຈ​ໃສ່
ອາສາ​ສະມັກ ພາ​ລູກ​ເຕົ້າມາ​ຮຽນ​ທຸກໆ​ວັນ​ອາທິດ ນອກຈາກ​ນັ້ນ ທ່ານ​ຍັງ​ເປັນ​ນາຍ​ຄູ
​ອອກ​ແບບ​ການ​ສິດສອນ​ໃຫ້​ແກ່​ພວກ​ເດັກ​ນັກຮຽນ

ທ່ານພູສຸດທິ່ຮັກ ພົມມະຈັນ
ທ່ານພູສຸດທິ່ຮັກ ພົມມະຈັນ

ຍາ​ນາງ Sunny Mann ສະຕີ​ລາວ-ອາ​ເມຣິກັນ ຄົນ​ນຶ່ງ​ທີ່​ໄດ້​ເດີນທາງ​ມາ​ຈາກ​ລັດ
Michigan ຢູ່ທາງ​ພາກ​ເໜືອ​ທາງ​ທິດຕາ​ເວັນ​ອອກ​ຂອງ ສະຫະລັດ ກໍ​ໄດ້​ມາ​ໃຫ້​ກຳລັງ​ໃຈ
​ແກ່​ລູກ​ຫລານ ວີ​ໂອ​ເອ ​ໄດ້​ຖື​ໂອກາດ​ນີ້ຖາມ​ຂ່າວ ຊຶຶ່ງ Sunny ​ໄດ້​ກ່າວ​ວ່າ :

ຍານາງ Sunny Mann
ຍານາງ Sunny Mann

ລິງໂດຍກົງ

ບຸນ​ສະ​ຫລອງ​ວັນ​ແມ່ ​ໄດ້​ສີ້​ນສຸດ​ລົງ​ດ້ວຍ​ຄວາມມ່ວນຊື່ນລື່ນ​ເລິງ ​ທີ່​ໄດ້​ເຫັນ​ບັນດາ​ເຍົາວະ​
ຊົນ​ລາວ-ອາ​ເມຣິກັນ ຜູ້​ເກີດ​ໃໝ່​ໃຫຍ່​ລຸ່ນ ພາກັນ​ຕັ້ງ​ອົກ​ຕັ້ງ​ໃຈ​ຮຳ​ຮຽນ ພາສາ​ລາວ ​ໂດຍ
​ການ​ເອົາ​ໃຈ​ໃສ່​ຢ່າງໃກ້​ຊິດ​ຈາກ​ພໍ່​ແມ່ ຜູ້​ປົກຄອງ. ແຕ່​ກ່ອນ​ຈະຈາກ​ໄປ ​ໃນ​ຄຳ່ຄືນ​ວັນ​ນີ້ ຂ້າພະ​ເຈົ້າ ຂໍ​ຝາກ​ກາບກອນ ​ທີ່​ຂຽນ​ໂດຍ ທ່ານ​ບຸນ​ຜົງ ພົມ​ທະ​ວົງສ ​ເພື່ອ​ເປັນ​ກຽດວັນ​
ແມ່ ​ແລະ​ຂໍ​ມອບ​ໃຫ້​ບັນດາ​ຜູ້​ເປັນ​ແມ່​ທັງຫລາຍ​.

ເຍົາວະຊົນລາວ-ອາເມຣິກັນ ຢູ່ໂຮງຮຽນ ວັນອາທິດ
ເຍົາວະຊົນລາວ-ອາເມຣິກັນ ຢູ່ໂຮງຮຽນ ວັນອາທິດ

ລິງໂດຍກົງ

ຄວາມ​ຮັກ​ຂອງ​ແມ່

​ແມ່​ນີ້ ຮັກ​ລູກ​ເຕົ້າ ທຽບ​ເທົ່າ​ດວງ​ຊີວາ

ຮັກ​ບຸດ​ຕີ​ ບຸດຕາ ​ ແມ່ນ​ຊີວາ​ກໍ​ຍອ​ມ​ໃຫ້

ຕັ້ງ​ແຕ່ ຖືພາ​ທ້ອງ ​ ເກົ້າ​ເດືອນ​ຈົນ​ວັນ​ເກີດ

​ແມ່​ເຊີດ​ຊູ ຫໍ່​ຕູ້​ມ ບຸດຕາ​ແກ້ວ​ເກິ່ງໃຈ​

ນັບ​ແຕ່ ວັນ​ແມ່​ຮູ້ ວ່າ​ມີ​ລູກ​ໃນ​ຄັນ

ແມ່​ກໍ​ພລັນ ດີ​ໃຈ ທີ່​ຈະ​ມີ​ຄົນ​ນ້ອຍ

​ແມ່​ພອຍ ວານ​ວອນ​ໄຫວ້ ​ ໂພຍ​ໄພ​ຢ່າ​ມາ​ບຽດ ລູກ​ເດີ

​ໃຫ້​ລູກ ​ແຂງ​ເກັ່ງ​ກ້າ ​ ເກີດ​ມາ​ທ້ອນ ​ໃຫ້​ແມ່​ແພງ.

ຝາ​ຕີນ​ແດງ ​ແມ່​ອູ້​ມ ອົບ​ອຸ່ນ​ທັງ​ກາຍ​ໃຈ

ໃຫ້​ນົມ ພຽນ​ອາຫານ ຈຶ່ງ​ໃຫຍ່ມາ​ເປັນ​ເຈົ້າ

ຍາມ​ນອນ ​ແມ່​ຍອມ​ເຝົ້າ ​ ເກົາ​ຫົວ​ລູບ​ຂະ​ໝ່ອມ

ຍາມ​ເມື່ອ​ ໂຕໝົ່ນ​ເປື້ອນ ​ ແມ່​ສົງ​ລ້າງແຕ່ງ​ກາຍ

ເຍົາ​ໄວ ​ແມ່​ສົ່ງ​ນ້ອຍ ຮັບ​ສົ່ງ​ໄປ​ໂຮງຮຽນ ຈິງ​ແລ້ວ

ແມ່​ພຽນ ​ສອນວາຈາ ​ ເລືອກພາສາ​ຄຳ​ເວົ້າ

ຍາມ​ລົມລຸງ ລົມ​ປ້າ ຂານ​ຄຳ​ນຳ​ຜູ້​ໃຫຍ່

ຮູ້​ຈັກ​ຈາ ອ່ອນ​ນ້ອມ ຕາມ​ຄອງ​ເຄົ້າ​ເຫລົ່າ​ກໍ ​ແມ່​ເອີຍ

ແມ່ພ່ຳ​ເຕືອນ ລູກນ້ອຍ ຈິດ​ຈົດ​ຕໍ່​ການ​ຮຽນ

ຮຽນ​ເກັ່ງ ​ເກີນ​ວິຊາ ​ ເພີ່​ມພະ​ຫຍາ​ຄວາມ​ຮູ້

ສອນ​ ມີ​ໃຈ​ແພງ​ເຊື້ອ ພົງພັນ​ທີ່​ເກີດ​ຮ່ວມ

ຊ່່ວຍ​ເຫ​ລື​ອ ຍາມ​ຍາກ​ຮ້າຍ ​ ແນວ​ນັ້ນ​ຊິ​ຈຶ່ງ​ຄວນ ລູກ​ເນີ

​ແມ່​ຫວັງ ​ໃຫ້​ລູກ​ແກ້ວ ​ ແຜ່​ວ​ເພິ່ງ​ໃນ​ຄອງ​ທັມ

ໃຫ້​ບຳເພັນ ຄວາມ​ດີ ຈົ່ງ​ມັ່ງ​ມີ​ເງິນ​ລ້ານ

ແມ່​ບໍ່ ຫວັງ​ຫຍັງ​ແທ້ ​ ແທນ​ພະ​ຄຸນ​ການ​ເກີດ ​ແມ່​ແລ້ວ

ຂໍ​ແຕ່​ລູກ ​ແກ່ນ​ແກ້ວ ຈະ​ເລີ​ນ​ແລ້ວ ​ແມ່​ອິ່ມ​ໃຈ ​ແທ້ນາ

XS
SM
MD
LG