ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພໍ່ຄົວ ປາດິບ ອາຫານ ຍີ່ປຸ່ນ ເຊື້ອ​ສາຍ ລາວ-ອາເມຣິກັນ ເຂດ ວໍ​ຊິງ​ຕັນ


ເຊີນແຊບ! ຈາກ ທ່ານ ກົງຈັກ ຄຸນເມືອງແສນ ພໍ່ຄົວ ປາດິບ ຍີ່ປຸ່ນ ຊັ້ນຍອດ
ເຊີນແຊບ! ຈາກ ທ່ານ ກົງຈັກ ຄຸນເມືອງແສນ ພໍ່ຄົວ ປາດິບ ຍີ່ປຸ່ນ ຊັ້ນຍອດ
ສະບາຍ​ດີ ທ່ານ​ຜູ້ຟັງ​ທີ່​ເຄົາລົບ ລາຍການ​ຊີວິດຊາວ​ລາວ
ໃນ​ຕ່າງ​ແດນ​ມື້​ນີ້ ຂ້າ​ພະ​ເຈົ້າ ຈະ​ນຳພາ​ທ່ານໄປຢ້ຽມຢາມ
​ຖາມ​ຂ່າວ ພໍ່ຄົວລາວ-ອາ​ເ​ມຣິກັນ ​ທ່ານກົງຈັກ ຄຸນ​ເມືອງ
ແສນ (ແມ້ວ)ແລະ ທ່ານ ເພັດສະໝອນ ອິນທິລິດ (ແປັບຊີ)
ທັງ​ສອງ​ເປັນພໍ່ຄົວ​ປາ​ດິບ ​ອາຫານ ພື້ນເມືອງ ທີ່​ມີ​ຊື່​ສຽງ​ຂອງ
ຍີ່ປຸ່ນ ຊູ​ຊິ ​ແລະຊາ​ຊິ​ມິນັ້ນ. ອາຫານ​ດັ່ງກ່າວ​ນີ້​ແມ່ນ ປາ​ດິບສົດໆ ​ແລະ​ເຄື່ອງທະ​ເລ ທີ
​ສຸກ​ ​ແລະ​ບໍ່​ສຸກ ທີ່ມີລາຄາແພງ ແລະເປັນ​ທີ່​ນິຍົມ​ຊົມ​ຊອບຮັບ​ປະ​ທານກັນ​ຢູ່​ທົ່ວ​ໂລກ. ​

ແຕ່​ກ່ອນອຶ່ນ ເຮົາ​ມາ​ສຶກສາ​ເຖິງ​ຄວາມ​ເປັນ​ມາ​ຂອງການ​ກິນ​ປາດິບ ເປັນຫຍັງ ພໍ່ຄົວ​ລາວສອງ​ທ່ານ​ນີ້ ຈຶ່ງ​ໄດ້​ມາ​ປະກອບ​ອາ​ຊີບ​ດັ່ງກ່າວ ​ແລະກໍໄດ້ຝຶກຝົນຝີມືຈົນສາມາດ
ປຸງໄດ້ຢ່າງແຊບນົວ .

ອ້າງ​ອິງ​ຕາມ​ລາຍງານການ​ຄົ້ນຄວ້າ ມີ​ກວ່າ 15 ​ປະ​ເທດ​ໃນ​ໂລກ ພາກັນກິນ​ຊີ້ນ​ດິບ ​ແລະປາ​ດິບ ​ດັ່ງ​ໂຕ​ຢ່າງ ຄົນ​ລາວ ມັກ​ກິນລາບດິບ ກ້ອຍປາດິບ ລາບ​ເລືອດ ທີ່​ເປັນ
ອາຫານ​ພື້ນ​ເມືອງ​ລາວ. ຄົນ​ຝຣັ່ງກໍເຊັ່ນ​ກັນ ​ເຂົາ​ເຈົ້າກິນ steak tartare ຊີ້ນ​ບົດ​ດິບ
ໝຸ່ນໆທີ່​ປະ​ກອບດ້ວຍ​ເຄື່ອງປະສົມ​. ປະ​ເທດ ​ອີທິ​ໂອ​ເປຍ ​ແລະ​ຂົງ​ເຂດ ອາ​ຟຣິກາ ພາກັນປາດ​ຄໍ​ງົວ ດູດ​ກິນ​ເລືອດ​ສົດໆ ແລະ ນອກ​ນັ້ນ​ກໍ​ຍັງ​ມີ​ ປະ​ເທດອື່ນໆ ​ແລະ​ຊົນ
​ເຜົ່າ​ຕ່າງໆ ທີ່​ພາກັນ​ກິນ​ຊີ້ນ​ດິບ ແລະ ປາດິບ ທີ່​ມີວິທີປຸງ​ແຕ່ງແຕກ​ຕ່າງກັນ.

Sushi ​ແລະ ​Sashimi ນອກຈາກ​ຈະ​ເປັນ ປາ​ດິບ​ແລ້ວ ສິ່ງ​ສຳຄັນ​ອີກ​ຢ່າງ​ນຶ່ງ​ນັ້ນ​ກໍ​ຄື ເປັນອາຫານ​ຕາ ທີ່​ມີ​ການ​ຕົກ​ແຕ່ງ​ຢ່າງ​ງົດ​ງາມ ເລີ້​ມ​ເກີດມີ​ຂື້ນ​ຢູ່​ປະ​ເທດ ຍີປຸ່ນ ​ໃນ​ສັດ
ຕະ​ວັດ​ທີ 8 ​ມີພື້ນຖານມາ​ຈາກ ການ​ເອືອບ​ປາ ຮັກສາ​ປາໄວ້​ກິນດົນ ຄື​ກັນ​ກັບ​ປາ​ແດກ ​ແລະ​ ການ​ເຮັດສົ້ມປາ. ແຕ່​ວ່າ ປະ​ເພນີຊາວ​ຍີ່ປຸ່ນ ພາກັນຫຸງ​ເຂົ້າກິນ​ກັບປາ​ດິບ ໂດຍປະສົມນ້ຳ​ສົ້ມ ​ເກືອ ​ແລະ​ນ້ຳ​ຕານ. ຫລັງ​ຈາກ​ເຂົ້າ​ສຸກແລ້ວ ​ເຂົາ​ເຈົ້າ​ປັ້ນ​ເຂົ້າ​ເທົ່າ​ກັບ​ຫົວ​ໂປ້​ມື​ແລ້ວ​ເອົາ​ຕ່ອນ​ປາ​ດິບ​ຢອງໃສ່ ທີ່​ຮ້ອງວ່າ Sushi ​ສ່ວນ Sashimi ​ແມ່ນ​ການ​ກິນ
ຕ່ອນ​ປາ​ດິບລ້າໆ.

ການຕົກແຕ່ງ ປາດິບ ຊູຊິ-ຊາຊິມິ ທີ່ໜ້າຮັບປະທານ
ການຕົກແຕ່ງ ປາດິບ ຊູຊິ-ຊາຊິມິ ທີ່ໜ້າຮັບປະທານ

ອາຫານ​ດັ່ງກ່າວ​ນີ້ຕ້ອງ​ໄດ້​ກຳກັບ​ຢ່າງ​ໃກ້​ຊິດເປັນ​ພິ​ເສດ ​ຕ້ອງ
ແມ່ນປາ​ສົດໆ ທີ່ມາ​ຈາ​ກທະ​ເລ​. ປະ​ເພນີ ​ກິນ Sushi ແລະ
Sashimi ຂອງ​ຊາວ ຍີ່​ປຸ່ນ ມີ​ການ​ຕົກ​ແຕ່ງຢ່າງ​ງົດງາມ ແລະ
ສະອາດຕາ ເຊັ່ນ​ວ່າມີ ຫົວ​ຜັກກາດ​ຂາວ ສ່ອຍ​ເປັນເສັ້ນຄືກັນ
​ກັບ​ເສັ້ນ​ລ້ອນ ​ໝາກ​ແຕງ ​ແລະກາຣົດ ​ທີ່ປາດ​ເປັນ​ກີບ​ຄື​ກັບ​ໃບ
​ໄມ້ ຜັກຫ​ອມ​ເຮືອດ ​ແລະ​ຂີງ​ດອງເຫັນ​ແລ້ວ ​ເປັນໜ້າ​ຮັບ​ປະ
ທານ. ການ​ກິນ​ປາ​ດິບ​ ຈະ​ປາດ​ສະ​ຈາກ​ນ້ຳຊິ​ອີ້ວ ຫລື Kikoman
ບໍ່​ໄດ້​ເດັດຂາດ ຊຶ່ງ​ເປັນ​ນ້ຳແຈ່ວ ​ປະສົມ​ກັບ ຝຸ່ນ​ຫົວຜັກ wasabi
ທີ່ມີ​ລົດ​ຊາດ​ເຜັດ​ຮຶນຈົນຂຶ້ນ​ສະ​ໝອງ.

ຮ້ານອາຫານ ຍີ່ປຸ່ນ ໂອຊາຣົດ ດັ່ງກ່າວ​ນີ້ ມີຢ່າງຫລວງຫລາຍ​ຢູ່​ໃນ​ໂຕ​ເມືອງ​ໃຫຍ່​ຂອງ
ສະຫະລັດ ທີ່​ມີ​ຊື່ຮ້ານ​ເປັນ​ພາສາ ຍີ່ປຸ່ນ ​ແຕ່ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ຍີ່ປຸ່ນ​ ເປັນ​ເຈົ້າ
ຂອງ ຫລືເປັນ​ພໍ່ຄົວ ​ຊຶ່ງສ່ວນ​ຫລາຍແລ້ວ ເປັນ​ຄົນ​ເອ​ເຊຍ ທີ່​ມີ​ພື້ນຖານ ມາ​ຈາກ​ຂົງ​
ເຂດ ປະເທດເອ​ເຊຍຕ່າງໆ ຮວມ​ທັງ​ລາວນໍາ.

ບັດ​ນີ້ ​ເຮົາ​ມາເບິ່ງຝີ​ມື ​ຄວາມ​ຊຳນິຊຳນານ ຂອງນັກປັ້ນ​ເຂົ້າໜຽວ ລູກບ້ານຫລານເມືອງ
ລາວສອງ​ທ່ານ ທີ່​ໄດ້​ກາຍ​ມາ​ເປັນ ພໍ່ຄົວ​ລາວ-ອາ​ເມຣິກັນ ​ແຕ່​ປຸງ​ແຕ່ງອາຫານຍີ່ປຸ່ນ ທີ່​ຂົງເຂດນະຄອນ​ຫລວງວໍ​ຊິງ​ຕັນ ດີ​.ຊີ. ທ່ານກົງ​ຈັກ ຄຸນ​ເມືອງແສນ (​ແມ້ວ) ​ໄດ້​ເລົ່າ​ຊີ
ວິດ​ຄວາມເປັນ​ມາ ຈົນໄດ້​ກາຍມາ​ເປັນ ພໍ່ຄົວ Sushi ​ແລະ Sashimi ຕໍ່ ວີໂອ​ເອ ດັ່ງ​ນີ້ :

ປາດິບ ທີ່ພັນດ້ວຍ ໄຄແຜ່ນ
ປາດິບ ທີ່ພັນດ້ວຍ ໄຄແຜ່ນ





ທ່ານ​ເພດສະໝອນ ອິນທິລິດ (ແປັບ​ຊີ) ກໍ​ແມ່ນ ພໍ່ຄົວ​ປາ​ດິບ​ຊັ້ນ​ຍອດລາວ-ອາເມຣິກັນ
ອີກ​ຄົນ​ນຶ່ງ ທີ່​ໄດ້​ປະກອບ​ອາ​ຊີບ ນີ້​ມາ​ເປັນ​ເວລາ​ສິບຫ້າ​ປີແລ້ວ ແລະ ບໍ່ໄດ້ຄິດຝັນມາ
ກ່ອນເລີຍວ່າຈະໄດ້ມາເປັນ ພໍ່ຄົວປາດິບ ຊຸຊີ-ຊາຊິມິ. ທ່ານໄດ້ກ່າວເຖິງຊິວິດຄວາມ
ເປັນມາ ​ຕໍ່ ວີ​ໂອ​ເອ ວ່າ:

ທ່ານ ເພັດສະໝອນ ອິນທິລິດ (ແປັບຊີ) ພໍ່ຄົວປາດິບ ຊູຊິ-ຊາຊິມິ ຊັ້ນຍອດ
ທ່ານ ເພັດສະໝອນ ອິນທິລິດ (ແປັບຊີ) ພໍ່ຄົວປາດິບ ຊູຊິ-ຊາຊິມິ ຊັ້ນຍອດ




ປັດຈຸບັນ​ນີ້ ມີ​ເຊື້ອສາຍ​ລາວ ໄດ້​ກາຍ​ມາ​ເປັນ ພໍ່​ຄົວ ປາ​ດິບ
ຊູ​ຊິ-ຊາ​ຊິ​ມິ ຢູ່​ຕາມຮ້ານ​ອາຫານ ຍີ່ປຸ່ນ ທີ່ມີ​ຊື່​ສຽງທົ່ວ
ສະຫະລັດ ​ໂຮມທັງລັດ Alaska ທີ່ເຮົາເຄີຍສຳພາດສະເໜີ
ທ່ານມາກ່ອນແລ້ວ ເຂົາ​ເຈົ້າ​ພາກັນປັ້ນ​ເຂົ້າ​ ໃຫ້​ແຂກ​ໄດ້​ຮັບປະທານ​ຢ່າງ​ແຊ​ບຊ້ອຍ.
ຖ້າ​ທ່ານມີໂອກາດ​ໄດ້​ເຂົ້າ​ໄປ​ນັ່ງຮັບ​ປະທານ ຈົ່ງ​ສັງ​ເກດເບິ່ງໃຫ້​ດີ ແລະ​ຖາມວ່າເຈົ້າ
ຊື່​ຫຍັງ ຫລື​ມາ​ຈາກ​ປະ​ເທດ​ໃດ ​ແນ່ນອນ ທ່ານ​ຈະ​ໄດ້​ຮັບ​ຄຳຕອບ​ວ່າ ລາວ.
XS
SM
MD
LG