ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຍິງຖ້ຽວບິນມາ​ເລ​ເຊຍຕົກ ອາດ​ຖື​ວ່າ​​ ເທົ່າ​ກັບເປັນ​​ ອາ​ຊະ​ຍາ​ກຳ ສົງຄາມໄດ້ (ສະໄລດ໌/ວີດີໂອ)


MH17 Crash Investigators Hampered by Fighting in Ukraine
please wait

No media source currently available

0:00 0:02:57 0:00

ວີດີໂອ: ການສູ້ລົບໃນພາກຕາເວັນອອກຂອງຢູເຄຣນ ຂັດຂວາງບໍ່ໃຫ້ ພວກນັກສືບສວນສອບສວນ ເຂົ້າໃນບໍລິເວນ ຖ້ຽວບິນ MH17 ຕົກໄດ້.

ຂ້າຫລວງ​ໃຫຍ່​ສະຫະ​ປະຊາ​ຊາດຝ່າຍ​ສິດ​ທິມະນຸດ​ ກ່າວ​ວ່າ
ການ​ຍິງ​ ຖ້ຽວບິນ 17 ຂອງ​ສາຍ​ການບິນມາ​ເລ​ເຊຍ ຕົກ​ ​ໃນ
​ເຂດ​ຄວບ​ຄຸມ​ ໂດຍ​ພວກ​ກະບົດ ຢູ່​ພາກ​ຕາ​ເວັນ​ອອກ​ ຂອງ​
ຢູ​ເຄຣນນັ້ນ “ອາດ​ຖື​ວ່າ ເທົ່າ​ກັບເປັນອາ​ຊະ​ຍາ​ກຳ ສົງ
ຄາມ”
​ ໄດ້.

ທ່ານນາງ Navi Pillay ກ່າວເມື່ອຈັນມື້​ນີ້​ ​ໃນ​ຄຳ​ຖະ​ແຫລ​ງ
ສະບັບ​ນຶ່ງ ວ່າ “ການ​ຍິງ​ຕົກ​ອັນ​ເປັນຕາ​ຢ້ານ” ຂອງ​ເຮືອບິນ
​ໂດຍສານລຳນີ້​ ແມ່ນ​ເປັນ​ການລະ​ເມີດ​ຕໍ່​ກົດໝາຍ​ສາກົນ ຊຶ່ງ
“ອາດ​ຈະຮ້າຍ​ແຮງ​ເທົ່າ​ກັບ ການ​ກໍ່ອາ​ຊະ​ຍາ​ກຳສົງຄາມ.​”
ທ່ານ​ນາງ​ຮຽກຮ້ອງໃຫ້ມີ​ການ “ສືບສວນ ​ສອບສວນ​ໂດຍ​
ທັນທີ ຢ່າງ​ລະອຽດ ມີ​ປະ​ສິດທິ​ພາບ ​ເປັນ​ອິດ​ສະລະ ​ແລະ ບໍ່​ເຂົ້າ​ຂ້າງ​ອອກ​ຂາ”

​ກ່ຽວ​ກັບເຫດການດັ່ງກ່າວ​ນີ້.

ທ່ານ​ນາງ Pillay ກ່າວ​ວ່າ ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ທຸກໆ​ຢ່າງ ​ເພື່ອຮັບປະກັນ​ວ່າ ຜູ້​
ໃດທີ່​ໄດ້​ລະ​ເມີດ​ກົດໝາຍ​ສາກົນ ​ຢ່າງ​ຮ້າຍ​ແຮງ ​ໃນ​ບັນຫາ​ຂັດ​ແຍ້​ງຢູ່ ຢູ​ເຄຣນ “ລວມ
ທັງອາ​ຊະ​ຍາ​ກຳສົງຄາມ​”
ຈະ​ຕ້ອງຖືກນຳ​ມາ​ດຳ​ເນີນ​ຄະດີ​ເພື່ອຄວາມ​ຍຸດຕິ​ທຳ “ບໍ່​
ວ່າ​ ຜູ້ນັ້ນຈະ​ເປັນ​ໃຜ​ກໍຕາມ.”

​ໃນ​ຂະນະ​ດຽວ​ກັນ ການ​ຕໍ່ສູ້​ກັນ​ຢູ່​ໃນ​ບໍລິ​ເວນ​ເຮືອບິນ​ຕົກ ​ໄດ້​ບັງຄັບ​ໃຫ້ທີ​ມນັກສືບສວນ
​ສອບສວນສາກົນ ຕ້ອງ​ປະລະແຜນການ​ ທີ່​ຈະ​ເຂົ້າ​ໄປ​ຍັງ​ບໍລິ​ເວນ​ນັ້ນ ​ເປັນ​ມື້​ທີ​ສອງລຽນຕິດ.

ທີ​ມນັກ​ສືບສວນຈາກເນ​ເທີ​ແລນ ​ແລະ ອອສ​ເຕຣ​ເລຍ ກ່າວ​ໃນເຊົ້າ​ວັນ​ຈັນ​ມື້​ນີ້​ວ່າ ພວກ
​ຕົນກຳລັງ​ສື​ບຕໍ່ ພະຍາຍາມ​ອີກເທື່ອ​ໃໝ່ ​ເພື່ອ​ໃຫ້​ໄດ້​ເຂົ້າໄປເຖິງ ​ບໍລິ​ເວນ​ເຮືອບິນ​ຕົກນັ້ນ.

ໃນເຫດການອີກດ້ານ​ນຶ່ງ ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້ນຳ​ເອົາ ພາບຖ່າຍ​
ຕ່າງໆ​ ຈາກດາວ​ທຽມ ອອກ​ມາເປີດ​ເຜີຍ ໃນວັນ​ອາທິດ​ວານ​ນີ້ ທີ່​ຕົນ​ກ່າວ​ວ່າ ເປັນຫຼັກ
ຖານຢັ້ງຢືນ​ວ່າ ກອງ​ກຳລັງຂອງຣັດ​ເຊຍ​ ຍິງ​ຈະ​ຫລວດ ​ແລະ ປືນ​ໃຫຍ່ ຫຼາຍໆ​ລູກ ​ຂ້າມ
ຊາຍ​ແດນ ເຂົ້າ​ໄປ​ໃນ​ເຂດ​ພາກ​ຕາ​ເວັນ​ອອກ ຂອງ​ຢູ​ເຄຣນ.

ພາບ​ຖ່າຍເຫຼົ່ານັ້ນ ທີ່​ຖືກ​ນຳ​ອອກເປີດ​ເຜີຍ​ ໃນເອກ​ະສານ 4 ໜ້າ ສະ​ບັບນຶ່ງ ສະແດງ​ໃຫ້​
ເຫັນ​ ອັນ​ທີ່ບັນດານັກວິ​ເຄາະ​ສະຫະລັດ​ ​ກ່າວວ່າ ​ເປັນຖານຍິງ​ຈະ​ຫລວດຫຼາຍໆຄັນ ​ແລະ
ລູກປືນ​ໃຫຍ່ ທີ່​ຍິງ​ມາ​ຈາກເຂດ​ແດ​ນ ຂອງຣັດ​ເຊຍ. ພາບຖ່າຍ​ອີກ​ສ່ວນ​ນຶ່ງ​ ສະ​ແດງ​ໃຫ້​
ເຫັນ ​ເຖິງ​ຂຸມ​ລະ​ເບີດຫລາຍ​ຂຸມ ​ຢູ່ໃກ້​ກັບ​ຕຳ​ແໜ່​ງ​ທະຫານຕ່າງໆ​ ​ຢູ່ໃນ​ເຂດ​ພາ​ກຕາ​ເວັນ​
ອອກ ຂອງ​ຢູ​ເຄຣນ ບ່ອນ​ທີ່​ກອງ​ກຳລັງ​ລັດຖະບານ ກຳລັງ​ຕໍ່ສູ້​ກັບ ​ພວກ​ແບ່ງ​ແຍກ​ດິນ​ແດນ​
ນິຍົມຣັດ​ເຊຍ.

UKRAINE SOTVO 1ST UPD
please wait
Embed

No media source currently available

0:00 0:01:55 0:00


ພາບຖ່າຍຈາກດາວທຽມຕ່າງໆ ທີ່ໄດ້ຖືກສົ່ງອອກທາງ ທອິວເທີ ຂອງ ເອກອັກຄະລັດຖະທູດປະຈຳຢູເຄຣນ ທ່ານ Geoffrey Pyatt:

VOA's Lisa Schlein contributed to this report from Geneva. Some information provided by Reuters.

XS
SM
MD
LG