ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກບິນ ອະວະກາດ​ ຕຽມ​​ອອກ​ ​ປະຕິບັດ​ງານ ສຸກເສີນ ຢູ່ນອກ ສະຖານີ


ນັກ​ບິນ​ອະວະກາດ ທີ່ຢູ່​​ເທິງສະຖານີ​ອະວະກາດ​ນາໆ​ຊາດຈະ​ອອກ​ໄປ​ປະຕິບັດ​ງານສຸກ​ເສີນ​ ຢູ່​ນອກ​ສະຖານີອະ​ວະ​ກາດນາໆຊາດ​ ໃນ​ວັນ​ເສົາ​ມື້​ນີ້
ນັກ​ບິນ​ອະວະກາດ ທີ່ຢູ່​​ເທິງສະຖານີ​ອະວະກາດ​ນາໆ​ຊາດຈະ​ອອກ​ໄປ​ປະຕິບັດ​ງານສຸກ​ເສີນ​ ຢູ່​ນອກ​ສະຖານີອະ​ວະ​ກາດນາໆຊາດ​ ໃນ​ວັນ​ເສົາ​ມື້​ນີ້
ພວກ​ນັກ​ບິນ​ອະວະກາດ ທີ່ຢູ່ເທິງສະຖານີ​ອະວະກາດ​ນາໆ​ຊາດ
ກໍາລັງ​ຕຽມການ​ທີ່​ຈະ​ອອກ​ໄປ​ປະຕິບັດ​ງານສຸກ​ເສີນ​ ຢູ່​ນອກ​ສະ
ຖານີອະ​ວະ​ກາດ ​ໃນ​ວັນ​ເສົາ​ມື້​ນີ້ ​ເພື່ອ​ສ້ອມແປງ​ ການ​ຮົ່ວ​ໄຫລ​
ຂອງ​ສານ​ເຮັດ​ຄວາມ​ເຢັນ ammonia ຈາກຫ້ອງ​ທົດ​ລອງທີ່​ກໍາ
ລັງໂຄ​ຈອນອ້ອມໂລກ​ຢູ່​ນັ້ນ. ​

ຜູ້​ບັນຊາ​ການ​ ສະຖານີ​ອະວະກາດ​ນາໆ​ຊາດ ຊາວ​ກາ​ນາດາ
ທ່ານ Chris Hadfield ກ່າວ​ຊີ້​ແຈງ​ກ່ຽວ​ກັບການ​ຮົ່ວ​ໄຫລ​ ​ໃນ​
ວັນ​ສຸກ​ວານ​ນີ້​ວ່າ “​ເປັນ​ເລື່ອງທີ່​ຮ້າຍ​ແຮງ,” ​ແຕ່​ວ່າ ​ໄດ້​ຖືກ​ສ້ອມ
ແປງເທື່ອ​ນຶ່ງ​ແລ້ວໂດຍບັນດາ​ພວກ​ບິນ​ອະ ວະ​ກາດຫົກ​ຄົນທີ່​
ປະຈຳການ​ຢູ່​ເທິງ​ສະຖານີ. ທ່ານ​ກ່າວ​ຢູ່​ໃນ Twitter ຂອງ​ທ່ານ
ວ່າ ນັກ​ບິນ​ອະວະກາດ ສະຫະລັດສອງ​ຄົນ ຄື ທ່ານ
ChrisCassidy ​ແລະ TomMarshburn ພ້ອມ​ແລ້ວທີ່​ຈະໃສ່​
ຊຸດອະວະກາດ ​ອອກ​ໄປ​ຂ້າງ​ນອກສະຖານີ​ອະວະກາດ​ ​ເພື່ອ​
ຊອກ​ຫາ​ແຫ​ລ່ງຂອງການ​ຮົ່ວ​ໄຫລແລະ​ທໍາ​ການ​ສ້ອມແປງ.

ອົງການ​ອະວະກາດ ສະຫະລັດຫຼື NASA ກ່າວ​ວ່າ ພວກ​ນັກ​ບິນ​
ອະວະກາດ​ທີ່ຢູ່​ເທິງ​ສະຖານີ ​ບໍ່​ໄດ້ຕົກຢູ່​ໃນ​ອັນຕະລາຍແຕ່​ຢ່າງ​ໃດແລະສະຖານ​ນີດັ່ງກ່າວ
ກໍ​ຍັງດໍາ​ເນີນການ​ໄປ​ຕາມ​ປົກ​ກະຕິ.

ພວກ​ນັກ​ບິນ​ອະວະກາດ​ທີ່ຢູ່​ເທິງ​ສະຖານີ​ອະວະກາດນາໆ​ຊາດ ​ໄດ້​ລາຍ​ງານ​ກ່ຽວ​ກັບການ​
ຮົ່ວໄຫລ​ໃນ​ວັນ​ພະຫັດ​ວານ​ນີ້ ຊຶ່ງທ່ານ Hadfield ກ່າວຊີ້​ແຈງ​ຕໍ່ບັນດາ​ຜູ້​ຄວບ​ຄຸມ​ການບິນ
ຢູ່ພາກ​ພື້ນ​ດິນ ທີ່​ສູນ​ກາງຄວບ​ຄຸມຂອງ​ອົງການ NASA ​ໃນ​ ນະຄອນHouston ລັດ Texas.

ອົງການ NASA ກ່າວ​ວ່າ ປະລິມານ​ການ​ຮົ່ວ​ໄຫລຂອງ ammonia ​ໄດ້​ເພີ້​ມ ຂື້ນ​ນັບຕັ້ງ​ແຕ່​ໄດ້
ມີ​ການລາຍ​ງານ​ເທື່ອ​ທໍາ​ອິດ ​ແຕ່​ກໍ​ກ່າວເພີ້​ມອີກ​ວ່າ ສະຖານີ​ອະວະກາດຍັງຢູ່​ໃນ​ສະພາບປົກ​
ກະຕິ.

ສານ Ammonia ​ໃຊ້ຊ່ວຍເຮັດ​ໃຫ້ລະບົບ​ພະລັງງານ​ໄຟຟ້າ​ຂອງ​ສະຖານີ​ອະວະ​ກາດເຢັນລົງ.

ອົງການ NASA ກ່າວ​ອີກວ່າ ຕົນ​ກໍາລັງ​ປະຕິບັດ​ງານເພື່ອປ່ຽນ​ຊ່ອງ​ທາງ​ພະລັງໄຟຟ້າສຳລັບ
ຮັກສາ​ການ​ປະຕິບັດງານ​ໃຫ້​ເຕັມ​ສ່ວນ​ແກ່ ລະບົບ​ຕ່າງໆ​ທັງ​ໝົດຊຶ່ງ​ຕາມ​ປົກກະຕິ​ແລ້ວ​ ຢູ່​ໃນ​
ຄວາມ​ຄວບ​ຄຸ​ມໂດຍລະບົບຮັບແສງ ຕາ​ເວັນທີ່​ຮົ່ວ​ໄຫຼນັ້ນ. ອົງການ NASAກ່າວ​ວ່າ ການ​ຮົ່ວ
​ໄຫຼ​ດັ່ງກ່າວ ອາດ​ຈະ​ປິດ​ລົງ.
XS
SM
MD
LG