ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນອະວະກາດ ຈຸໃໝ່ 3 ຄົນ ເດີນທາງໄປ ເຮັດວຽກ ຢູ່ ສະຖານີ ອະວະກາດ ນາໆຊາດ


ນັກບິນອະວະກາດໃໝ່ 3 ຄົນ ຈາກຊ້າຍຫາຂວາ: ນັກບິນອະວະກາດອາເມຣິກັນ Peggy Whitson ນັກເຫາະຈັກກະວານຣັດເຊຍ Oleg Novitskiy ແລະ ນັກບິນອະວະກາດຝຣັ່ງ Thomas Pesquet ຖ່າຍຮູບຮ່ວມກັນ ກ່ອນທີ່ຍານ Soyuz ຈະຖືກສົ່ງຂຶ້ນ ສູ່ອະວະກາດ ທີ່ສະຖານີອະວະກາດ Baikonur ໃນ Kazakhstan. (17 ພະຈິກ 2016)
ນັກບິນອະວະກາດໃໝ່ 3 ຄົນ ຈາກຊ້າຍຫາຂວາ: ນັກບິນອະວະກາດອາເມຣິກັນ Peggy Whitson ນັກເຫາະຈັກກະວານຣັດເຊຍ Oleg Novitskiy ແລະ ນັກບິນອະວະກາດຝຣັ່ງ Thomas Pesquet ຖ່າຍຮູບຮ່ວມກັນ ກ່ອນທີ່ຍານ Soyuz ຈະຖືກສົ່ງຂຶ້ນ ສູ່ອະວະກາດ ທີ່ສະຖານີອະວະກາດ Baikonur ໃນ Kazakhstan. (17 ພະຈິກ 2016)

ນັກ​ບິນ​ອະວະກາດ​ອະ​ວຸ​ໂສ 2 ​ຄົນແລະ​ນັກ​ບິນອະວະກາດ​ໃໝ່​ຄົນ​ນຶ່ງ​ຈາກ​ຝຣັ່ງພວມ​ເດີນ ທາງ​ໄປ​ຍັງ​ ສະຖານະ​ອະວະກາດ​ນາໆ​ຊາດ ​ເພື່ອ​ປະຕິບັດ​ງານ ​ເປັນ​ເວ ລາ​ 5 ​ເດືອນ​ຢູ່​ທີ່​ນັ້ນ.

ນັກ​ບິນ​ອະວະກາດ​ອາ​ເມຣິກັນ Peggy Whitson ນັກ​ເຫາະ​ຈັກກະວານຣັດ​ເຊຍ Oleg Novitskiy ​ແລະ ​ນັກ​ບິນ​ອະວະກາດ​ຝຣັ່ງ ຈາກ​ອົງການ​ອະວະກາດ ​ຢູ​ໂຣບ Thomas Pesquet ຖືກ​ສົ່ງ​ຂຶ້ນສູ່​ວົງ​ໂຄຈອນໂດຍ​ຍານອະວະກາດ Soyuz ຣັດ​ເຊຍ​ ​ໃນ​ຕອນ​ເຊົ້າ ວັນ​ສຸກ​ມື້ນີ້ ຕາມ​ເວລາ​ທ້ອງ​ຖິ່ນໃນ​ກາ​ຊັກ​ສະຖານ.

ນີ້ຈະ​ເປັນ​ການ​ປະຕິບັດ​ງານ ສ້າງ​ສະຖິຕິໃໝ່ ຂອງ​ນັກ​ບິນ​ອະວະກາດ Whitson ຊຶ່ງ​ເວ ລານີ້ມີ​ອາຍຸ 56 ປີ ​ແລະ​ກໍ​ຈະ​ເປັນ​ແມ່ຍິງທີ່​ມີ​ອາຍຸ​ສູງ​ທີ່​ສຸດ ຂຶ້ນ​ໄປ​ປະຕິ​ບັດ​ງານ​ເທິງອະ ວະກາດ ​ເວລາ​ການ​ປະຕິບັດ​ໜ້າ​ທີ່​ສິ້ນສຸດ​ລົງ ​ໂດຍ​ທີ່​ນາງ​ຈະສ້າງ​ສະຖິຕິ​ໃໝ່​ເປັນ​ຜູ້​ທີ່​ມີ ​ຊົ່ວ​ໂມງ​ບິນ​ຮວມກັນ​ຫລາຍ​ທີ່​ສຸດ ສຳລັບ​ນັກ​ບິນ​ອະວະກາດ​ອາ​ເມຣິກັນ.

ສະຖິຕິ​ໃນ​ປັດຈຸບັນ​ນີ້ແມ່ນ 534 ມື້ ​ແລະ​ນັກ​ບິນ​ອະວະກາດ Jeff Williams ​ເປັນ​ຜູ້​ຄອບ​ຄອງ​ຢູ່.

ນາງ Whitson ກ່າວ​ກ່ອນ​ຖືກ​ສົ່ງ ຂຶ້ນສູ່​ອະວະກາດ​ວ່າ “ສິ່ງ​ສຳຄັນ​ສຸດ​ ກ່ຽວ​ກັບ​ສະຖານີ​ອະວະກາດ​ນາໆ​ຊາດ ກໍແມ່ນ​ມິດຕະພາບ​ແລະ​ວຽກ​ງານ​ທີ່​ພວກ​ເຮົາ​ໄດ້​ເຮັດ​ຢ່າງ​ສຳ​ເລັດ​ ລຸ​ລ່ວງ​ຢູ່​ທີ່​ນັ້ນ.”

ທ່ານ Novitskiy ​ແມ່ນ​ເດີນທາງ​ເທື່ອ​ທີ 2 ​ໄປ​ຍັງ​ສະຖານະ​ອະວະກາດ​ນາໆ​ຊາດ ​ແລະ​ນີ້​ແມ່ນ​ຖ້ຽວ​ບິນ​ອະວະກາດ​ເທື່ອ​ທຳ​ອິດ​ສຳລັບ​ທ່ານ Pesquet. ພວກ​ເຂົາ​ເຈົ້າທັງ 3 ຈະ​ໄປ​ຮ່ວມ​ສົມທົບ​ກັບ​ພະນັກງານ​ອີກ 3 ຄົນ ທີ່​ພວມ​ປະຈຳການ ​ຢູ່​ເທິງ​ສະຖານີ​ອະວະກາດ​ດັ່ງ ກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG