ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍານ Soyuz ຂອງຣັດ​ເຊຍ ​ນໍາ​ເອົາ​ນັກອະວະກາດ ກັບຄືນ ມາ​ໂລກ


ພະນັກງານພາກພື້ນດິນ ກໍາລັງຫາມເອົານັກອະວະກາດຄົນນຶ່ງ ທີ່ລົງມາເຖິງໂລກ ຢູ່ທີ່ທົ່ງກວ້າງແຫ່ງນື່ງຂອງ Kazakhstan
ພະນັກງານພາກພື້ນດິນ ກໍາລັງຫາມເອົານັກອະວະກາດຄົນນຶ່ງ ທີ່ລົງມາເຖິງໂລກ ຢູ່ທີ່ທົ່ງກວ້າງແຫ່ງນື່ງຂອງ Kazakhstan
ນັກ​ອະວະກາດ ສະຫະລັດ​ແລະ​ຣັດ​ເຊຍ ສາມ​ຄົນ ​ໄດ້​ກັບ​ຄືນ​ມາ
ສູ່​ໂລກແລ້ວ ຫລັງ​ຈາກ​ທີ່​ຍານ​ອະວະກາດ​ຂອງຣັດ​ເຊຍ​ໄດ້​ພາ
​ເຂົາ​ເຈົ້າ​ໄປລົງ​ ຢູ່​ບໍລິ​ເວນ​ທົ່ງ​ກວ້າງແຫ່ງ​ນຶ່ງຂອງປະ​ເທດ​
Kazakhstan ຫລັງຈາກ​ໄດ້​ໃຊ້​ເວລາ​ສີ່​ເດືອນ ປະຕິບັດພາລະ
ກິດ​ຢູ່​ເທິງ​ສະຖານີອະ​ວະ​ກາດນາໆ​ຊາດ.

ຍານ Soyuz ຂອງຣັດ​ເຊຍ ​ໄດ້​ນໍາ​ເອົາ​ນັກອະວະກາດ ອາ​ເມຣິກັນ Joseph Abaca ​ແລະນັກ​ອະວະກາດຣັດ​ເຊຍ Gennady Pa-
dalka ​ແລະ Sergei Revin ລົງ​ມາ​ເຖິງພື້ນ​ໂລກ ໃນ​ວັນ​ຈັນ​ມື້​ນີ້.

ຍານ Soyuz ຍັງຄົງເປັນ​ພາຫາ​ນະ​ຢ່າງ​ດຽວ ​ທີ່ຂົນ​ສົ່ງ​ບັນດາ​ນັກອະວະກາດ​ໄປ​ສູ່ສະຖານີ​ອະວະກາດ ນັບແຕ່ ອົງການ​ NASA ​ໄດ້​ຢຸດເຊົາ​ໃຊ້ຍານອະວະກາດ​ໄປ​ກັບ​ຂອງ​ຕົນ ​ເມື່ອ​ປີ​ກາຍ​ນີ້​.

ຍັງ​ມີນັກ​ອະວະ​ກາດ​ສາມ​ຄົນໂຄຈອນ ຢູ່​ເທິງ​ສະຖານີ​ອະວະກາດ​ນາໆ​ຊາດ. ​ໃນ​ເດືອນ​ໜ້າ​ນີ້ ກໍ​ຈະ​ມີນັກ​ອະວະກາດສະຫະລັດ ທ່ານ Kevin Ford ​ແລະ ຣັດ​ເຊ​ຍ Oleg Novitsky ​ກັບ Yevgeny Tarelkin ​ໄປ​ສົມທົບ​ກັບ​ເຂົາ​ເຈົ້າ.
XS
SM
MD
LG