ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມກົດດັນ ຕໍ່ປະທານາທິບໍດີຊີເຣຍ ເພີ່ມທະວີຂຶ້ນນັບມື້ (ວີດິໂອ)


ກອງປະຊຸມສຸດຍອດ ຂອງບັນດາປະເທດບໍ່ຮ່ວມກຸ່ມ ທີ່ກຸງເຕຣ່ານ
ກອງປະຊຸມສຸດຍອດ ຂອງບັນດາປະເທດບໍ່ຮ່ວມກຸ່ມ ທີ່ກຸງເຕຣ່ານ
ຄວາມກົດດັນໃນພາກພື້ນ ໄດ້ເພີ່ມທະວີຂຶ້ນ ຕໍ່ທ່ານ Bashar
al-Assad ປະທານາທິບໍດີຊີເຣຍ ໃນວັນພະຫັດມື້ນີ້ ໃນຂະນະ
ທີ່ຜູ້ນໍາທີ່ຖືກເລືອກຕັ້ງໃໝ່ຂອງອີຈິບ ໄດ້ກ່າວເຖິງລັດຖະບານ
ກຸງດາມັສກັສ ວ່າ ເປັນລັດຖະບານທີ່ “ກົດຂີ່” ແລະຮຽກຮ້ອງ
ໃຫ້ລັດຖະບານດັ່ງກ່າວ ໂອນອໍານາດໄປໃຫ້ລະບອບການປົກ
ຄອງແບບປະຊາທິປະໄຕ.

ປະທານາທິບໍດີອີຈິບ ທ່ານ Mohamed Morsi ໄດ້ກ່າວໃນ
ກອງປະຊຸມສຸ ຍອດຂອງປະເທດບໍ່ຮ່ວມກຸ່ມ ທີ່ກຸງເຕຣ່ານ ຊຶ່ງເປັນນຶ່ງໃນບັນດາປະເທດທີ່ຍັງ ເປັນພັນທະມິດຂອງທ່ານ
Assad ນັ້ນວ່າ “ການນອງເລືອດຢູ່ໃນຊີເຣຍ ແມ່ນຄວາມຮັບ
ຜິດຊອບ ທີ່ພວກເຮົາທຸກຄົນຕ້ອງແບກຫາບຢູ່.”

ທ່ານຍັງໄດ້ກ່າວອີກວ່າ ໂລກມີ “ໜ້າທີ່ທາງຄຸນນະທໍາ” ທີ່ຕ້ອງຢືນຢູ່ຄຽງບ່າຄຽງໄຫລ່ກັບ
ປະຊາຊົນຊີເຣຍ ໃນການຕໍ່ສູ້ກັບ “ລະບອບກົດຂີ່ທີ່ໄດ້ເສຍຄວາມຖືກຕ້ອງຊອບທຳທາງ ກົດໝາຍໄປແລ້ວ.” ແລະການນອງເລືອດຈະສິ້ນສຸດລົງໄດ້ ກໍຕໍ່ເມື່ອມີ “ການແຊກແຊງ
ທີ່ມີປະສິດທິຜົນ” ຈາກພາຍນອກເທົ່ານັ້ນ.

ທ່ານ Morsi ໂດຍທົ່ວໄປແລ້ວ ຖືກັນວ່າ ເປັນຊາວມຸສລິມທີ່ນິຍົມແນວທາງປານກາງ
ໄດ້ກ່າວເຖິງການຂັດແຍ່ງໃນຊີເຣຍວ່າ ເປັນການສືບຕໍ່ກະແສຟອງ ການເຄື່ອນໄຫວ
ປະຕິວັດ ທີ່ໄດ້ສະເທືອນໄປທົ່ວຂົງເຂດ.

ຄວາມເຫັນຂອງທ່ານ ແມ່ນຂັດກັບຖ້ອຍຖະແຫລງຂອງລັດຖະບານກຸງເທຣ່ານ ແລະກຸງ Damascus ທີ່ຖືວ່າ ການລຸກຮືຂຶ້ນດັ່ງກ່າວແມ່ນຕ່າງກັນກັບກະແສຟອງໃນລະດູບານ ໃໝ່ຂອງອາຣັບ ຫລື Arab Spring ນັ້ນ ແລະລວມມີ “ພວກກໍ່ການຮ້າຍ” ທີ່ໄດ້ຮັບການ ໜູນຫລັງຢ່າງໃຫຍ່ຫລວງ ຈາກຕ່າງປະເທດ ທີ່ປະຕິບັດງານຕາງໜ້າໃຫ້ແກ່ສະຫະລັດ ແລະບັນດາປະເທດຢູ່ໃນຂົງເຂດ.

ຜູ້ແທນຂອງຊີເຣຍ ທີ່ເຂົ້າຮ່ວມກອງປະຊຸມສຸດຍອດຂອງຂະບວນການປະເທດບໍ່ຮ່ວມກຸ່ມ ໄດ້ຍ່າງອອກຈາກກອງປະຊຸມໃນຂະນະທີ່ທ່ານ Morsi ກ່າວຄໍາປາໄສຢູ່ນັ້ນ.

ເບິ່ງວີດີໂອ ກ່ຽວກັບ ທ່ານ Mohamed Morsi ເດີນທາງໄປອິຣ່ານ:

XS
SM
MD
LG