ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເຈລະຈາ ທີ່ມີຄວາມຫວັງ ດີທີ່ສຸຸດ ທີ່ຈະຍຸດຕິ “ຄວາມ ໂຫດຮ້າຍທີ່ບໍ່ຢຸດຢັ້ງ” ໃນຊີເຣຍ


Syria
please wait
Embed

No media source currently available

0:00 0:00:14 0:00

ການເຈລະຈາລະດັບສາກົນ ກ່ຽວກັບອະນາຄົດຂອງຊີເຣຍ ມີກຳ
ນົດຈະເລີ້ມຂຶ້ນ ໃນວັນພະຫັດມື້ນີ້ ຢູ່ທີ່ນະຄອນ Vienna ໂດຍມີ
ລັດຖະມົນຕີ ຕ່າງປະເທດສະຫະລັດ ທ່ານ John Kerry ເອີ້ນ
ກອງປະຊຸມສຸດຍອດ ນີ້ວ່າ ເປັນ “ໂອກາດທີ່ມີຄວາມຫວັງຫຼາຍ
ທີ່ສຸດ”
ໃນຮອບຫຼາຍປີ ເພື່ອຍຸດຕິ “ຄວາມໂຫດຮ້າຍທີ່ບໍ່ຢຸດຢັ້ງ”
ທີ່​ມີ​ມາເປັນເວລາສີປີເຄິ່ງຢູ່​ໃນປະ ເທດດັ່ງກ່າວ.

ບັນດານັກການທູດຂັ້ນອາວຸໂສ ຈາກສະຫະລັດ ຣັດເຊຍ ຊາອຸດີ
ອາຣາເບຍ ແລະ ເທີກີ ຈະເຂົ້າຮ່ວມໃນການເຈລະຈາ ແບບບໍ່ເປັນ
ທາງ ການໃນວັນພະຫັດມື້ນີ້. ໃນວັນສຸກມື້ອື່ນ ກອງປະຊຸມສຸດຍອດ
ຈະຂະຫຍາຍອອກໄປ ທີ່ຈະ​ຮວມບັນດາຜູ້ຕາງໜ້າຈາກປະເທດ
ອື່ນໆ ລວມທັງ ອີຣ່ານ ແລະ ຜູ້ຕາງໜ້າຂອງຊີເຣຍກຸ່ມ​ນຶ່ງ ທີ່ໜູນຫລັງໂດຍສາກົນ.

ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງໄປເຖິງ ນະໜາມບິນ Schwechat ຂອງນະຄອນ Vienna's, ປະເທດ Austria, ໃນວັນທີ 29 ຕຸລາ 2015. ທ່ານ Kerry ໄປເຂົ້າຮ່ວມການເຈລະຈາ ເພື່ອຍຸດຕິ ສົງຄາມໃນຊີເຣຍ ໂດຍປາສະຈາກ ປະເທດອື່ນໆ ທີ່ສຳຄັນ ທີ່ລວມທັງ ຄູ່ປໍລະປັກ ໃນຂົງເຂດ ເຊັ່ນ ອີຣ່ານ ແລະ ຊາອຸດີ ອາຣາເບຍ.
ລມຕ ຕ່າງປະເທດ ສະຫະລັດ ທ່ານ John Kerry ເດີນທາງໄປເຖິງ ນະໜາມບິນ Schwechat ຂອງນະຄອນ Vienna's, ປະເທດ Austria, ໃນວັນທີ 29 ຕຸລາ 2015. ທ່ານ Kerry ໄປເຂົ້າຮ່ວມການເຈລະຈາ ເພື່ອຍຸດຕິ ສົງຄາມໃນຊີເຣຍ ໂດຍປາສະຈາກ ປະເທດອື່ນໆ ທີ່ສຳຄັນ ທີ່ລວມທັງ ຄູ່ປໍລະປັກ ໃນຂົງເຂດ ເຊັ່ນ ອີຣ່ານ ແລະ ຊາອຸດີ ອາຣາເບຍ.

ສິ່ງທີ່ໜ້າສັງເກດ​ໃນການເຈລະຈານີ້ກໍ​ຄື ຈະບໍ່ມີສະມາຊິກທັງຂອງຝ່າຍລັດຖະບານ
ຊີເຣຍ ຫຼື ກຸ່ມຫລັກຕ່າງໆທີ່ພະຍາຍາມໂຄ່ນລົ້ມລັດຖະບານ ເຂົ້າຮ່ວມນຳດ້ວຍ. ຢ່າງ
ໃດກໍຕາມ ໃນວັນພຸດວານນີ້ ທ່ານ Kerry ໄດ້ສະແດງຄວາມຫວັງ​ໄປໃນແງ່ດີ ທີ່ປາກົດ
​ວ່າການເຈລະຈາ ຈະເປັນຫົນ ທາງທີ່ດີ ເພື່ອບັນລຸສັນຕິພາບໃນທີ່ສຸດ.

ໃນລະຫວ່າງການຖະແຫລງ ຢູ່ທີ່ ອົງການກອງ​ທຶນ​ສະໜັບສະໜູນ​ສັນ ຕິ​ພາບ​ສາກົນ
Carnegie ທ່ານ Kerry ເວົ້າວ່າ “ໃນຂະນະທີ່ ຊອກຫາທາງໄປຂ້າງໜ້າ ກ່ຽວກັບ
ຊີເຣຍນັ້ນ ຈະບໍ່ງ່າຍດາຍ ມັນກໍບໍ່ເປັນໄປແບບອັດໂຕໂນມັດ ມັນເປັນໂອກາດ ທີ່ມີ
ຄວາມຫວັງຫຼາຍທີ່ສຸດ ສຳຫລັບ ການເປີດກວ້າງທາງດ້ານການເມືອງ ທີ່ພວກເຮົາ
ບໍ່ເຄີຍເຫັນ ມາກ່ອນ.”

ໃນການກ່າວເຖິງສະຖິຕິຕ່າງໆນັ້ນ ທີ່ມີ ຊາວຊີເຣຍ ນຶ່ງໃນຊາວຄົນໄດ້ຮັບບາດເຈັບ ຫຼືຖືກຂ້າຕາຍ ນຶ່ງໃນຫ້າແມ່ນກາຍເປັນອົບພະຍົບ ທ່ານ Kerry ເວົ້າວ່າ “ເພື່ອນເອີ້ຍ
ຄວາມທ້າທາຍ ທີ່ພວກເຮົາປະເຊີນໜ້າ ໃນຊີເຣຍ ຢູ່ປັດຈຸບັນນີ້ ແມ່ນບໍ່ແຕກຕ່າງ
ຫຍັງກັບການປູເສັ້ນທາງອອກມາຈາກນະຮົກ.”

​ທ່ານ Kerry ທີ່ໄດ້ເດີນທາງໄປຍັງ ນະຄອນ Vienna ຫຼັງຈາກການກ່າວຄຳປາໄສ ໄດ້
ກ່າວອີກວ່າ ສະຫະລັດ ເອົາແນວທາງສອງແງ່ສອງມຸມ ສຳຫລັບຊີເຣຍ. ໃນແງ່ທີນຶ່ງ ແມ່ນ
ເສັ້ນທາງດ້ານການທູດ ຊຶ່ງເປັນແບບຢ່າງຂອງການເຈລະຈາຮ່ວມກັນ ໃນສັບປະດານີ້.

ໃນແງ່ທີສອງ ແມ່ນ​ເພີ້ມທະວີ ການຕໍ່ສູ້ຕ້ານພວກກຸ່ມລັດອິສລາມທີ່ກຳ ລັງດຳເນີນການ
ຢູ່ ໂດຍແນວໂຮມ ທີ່ນຳພາໂດຍສະຫະລັດ. ທ່ານ Kerry ກ່າວຕື່ມວ່າ ແນວໂຮມ ຈະລຳ
ລຽງສະບຽງ ໃຫ້ພວກນັກຕໍ່ສູ້ນິຍົມ​ແນວທາງປານກາງ ຕື່ມອີກ ໃນພາກເໜືອຂອງຊີເຣຍ
ເສີມຂະຫຍາຍ ການປະຕິບັດງານໂຈມຕີ ທາງອາກາດ ແລະເລີ້ມສ້າງຄວາມກົດດັນ ໃສ່
ທີ່ໝັ້ນຢູ່ເມືອງ Raqqa ຂອງກຸ່ມລັດອິສລາມ. ທ່ານເວົ້າວ່າ “ປະທານາທິບໍດີໂອບາມາ
ໄດ້ປະກາດຢ່າງຈະແຈ້ງແລ້ວ ວ່າ ພວກເຮົາ ມີຄວາມມຸ້ງໝັ້ນ ທີ່ຈະລົດຄວາມຮ້າຍ
ກາດຂອງກຸ່ມລັດອິສລາມລົງ ຢ່າງວ່ອງໄວ.”

Kerry: Syria Talks ‘Most Promising Opportunity’ in Years
please wait

No media source currently available

0:00 0:01:46 0:00

XS
SM
MD
LG