ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການໂອລິມປິກສາກົນ ກ່າວວ່າ ນັກກິລາ 31 ຄົນ ຈາກປີ 2008 ກວດພົບ ໃຊ້ຢາຊູກຳລັງ


ຮົ້ວປ້ອງກັນ ສະແດງໃຫ້ເຫັນປ້າຍຢູ່ເດີ່ນກິລາໂລລິມປິກ ໃນນະຄອນປັກກິ່ງ ປີ 2008.
ຮົ້ວປ້ອງກັນ ສະແດງໃຫ້ເຫັນປ້າຍຢູ່ເດີ່ນກິລາໂລລິມປິກ ໃນນະຄອນປັກກິ່ງ ປີ 2008.

ໃນ​ການ​ທັບ​ມ້າງ​ທີ່ສຳຄັນ​ ກ່ຽວ​ກັບ​ການ​ຕົວະ​ ໃນ​ການ​ໃຊ້​ຢາ​ຊູ​ກຳລັງ​ນັ້ນ ຄະນະ​ກຳມະ ການກິລາ​ໂອ​ລິ​ມປິກ​ສາກົນຫລື​ IOC ​ໄດ້​ປະກາດ​ວ່າ ນັກ​ກິລາ 31 ຄົນ​ອາດ​ຈະ​ຖືກ​ຫ້າມ ບໍ່ໃຫ້​ເຂົ້າ​ແຂ່ງຂັນກິລາ​ໂອ​ລິ​ມປິກປີ​ນີ້ ທີ່​ນະຄອນ Rio ຫລັງ​ຈາກ​ໄດ້​ກວດ​ຄືນ​ໃໝ່ເບິ່ງ​ໂຕ ​ຢ່າງ​ຂອງເຂົາ​ເຈົ້າ​ຈາກການແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ ໃນ​ປີ 2008 ​ຊຶ່ງ​ກັບ​ຄືນ​ມາ​ພ້ອມ​ກັບ ​ການ​ພົບ​ເຫັນ​ວ່າມີ​ຢາ​ຊູ​ກຳລັງທີ່ຕ້ອງຫ້າມ​ຢູ່ໃນ​ນັ້ນ​.

ອົງການ IOC ກ່າວ​ວ່າ​ ຕົນໄດ້​ເລີ້ມ​ເອົາມາດຕະ​ການ​ລົງ​ໂທດ​ຕໍ່ນັກ​ກິລາ 31 ຄົນ​ ​ທີ່​ມາ ​ຈາກ 12 ປະ​ເທດ ​ແລະ​ໄດ້ແຂ່ງຂັນ​ໃນ​ກິລາຫົກ​ປະ​ເພດ ທີ່​ການ​ແຂ່ງຂັນ​ຢູ່ນະຄອນ​ປັກ​ກິ່ງ.

ການ​ກວດພົບ​ຢາ​ຊູ​ກຳລັງດັ່ງກ່າວ ​ໄດ້​ມີ​ຂຶ້ນ​ທ່າມກາງ​ການ​ກວດຄືນຫວ່າງ​ມໍ່ໆ​ມາ​ນີ້ິ ​ເບິ່ງ​ໂຕ​ຢ່າງ​ພວກ​ໃຊ້ຢາຊູ​ກຳລັງ 454 ​ຄົນ​ໃນ​ປີ 2008 ທີ່​ການ​ແຂ່ງ​ຂັນ​ກິລາ​ໂອ​ລິ​ມປິກ​ຢູ່ປັກ​ກິ່ງ. ບັນດາ​ເຈົ້າໜ້າ​ທີ່ຂອງ​ອົງການ IOC ກ່າວ​ວ່າ ​ເຂົາ​ເຈົ້າ​ຍັງ​ລໍຖ້າ​ຜົນຈາກ​ການ​ກວດຄືນ​ໃໝ່ ເບິ່ງ 250 ​ໂຕ​ຢ່າງ​ຈາກ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມ ປິກປີ 2012 ທີ່​ນະຄອນ​ລອນ​ດອນ.

ອົງການ IOC ກ່າວ​ວ່າ ການ​ກວດ​ນີ້​ໄດ້​ເນັ້ນ​ໜັກ​ໃສ່​ພວກ​ນັກ​ກິລາ​ທີ່​ສາມາດລົງ​ແຂ່ງຂັນ ​ ໃນເດືອນ​ສິງຫາ ​ຢູ່​ທີ່ການ​ແຂ່ງຂັນ​ກິລາໂລ​ລິ​ມປິກໃນ​ນະຄອນ Rio de Janeiro.

ອົງການ IOC ກ່າວ​ຢູ່​ໃນຖະ​ແຫຼງຂ່າວ ​ໃນເວັບ​ໄຊ​ຂອງ​ຕົນວ່າ “ບັນດາ​ນັກ​ກິລາເຫລົ່ານັ້ນ ລະ​ເມີດກົດ​ລະບຽບຕໍ່ຕ້ານ​ການ​ໃຊ້​ຢາຊູ​ກຳລັງ ຈະ​ຖືກ​ຫ້າມບໍ່​ໃຫ້​ເຂົ້າຮ່ວມການແຂ່ງຂັນ ກິລາ​ໂອ​ລິ​ມປິກ.”

ອົງການ IOC ກ່າ​ວວ່າ ຕົນຍັງ​ຈະ​ເອົາ​ບາດ​ກ້າວ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງໃນ​ການ​ກວດ ​ຄືນ​ໃໝ່ ​ເບິ່ງ​ພວກ​ທີ່​ໄດ້​ຫລຽນ​ຕ່າງໆ​ ​ໃນ​ການກິລາ​ໂອ​ລິ​ມປິກ​ຢູ່​ປັກ​ກິ່ງ ​ແລະ​ລອນ​ດອນ. ​ໂຕ​ຢ່າງ​ຈາກ​ບັນດາ​ນັກກິລາທີ່​ອາດ​ຈະ​ໄດ້​ຮັບ​ລາງວັນ​ຫລັງ​ຈາກ​ການ​ສະຫລະ​ສິດ​ຂອງ​ຜູ້ ​ອື່ນ​ແລ້ວ​ນັ້ນ ກໍ​ຈະ​ຖືກ​ກວດຄືນໃໝ່​ອີກເຊັນ​ກັນ.

ອົງການ IOC ກ່າວ​ວ່າ ຕົນ​ຍັງ​ໄດ້ຂໍ​ຮ້ອງ​ໄປ​ຍັງອົງການຕໍ່​ຕ້ານ​ການ​ໃຊ້​ຢາຊູ​ກຳລັງ​ຂອງ​ ໂລກ ຫລື WADA ​ເພື່ອ​ໃຫ້​ເລີ້ມ “ການ​ສືບສວນ​ຢ່າງ​ເຕັມທີ່” ເບິ່ງ​ການ​ກ່າວ​ຫາ​ທີ່​ວ່າ ການ ​ກວດຢາຊູ​ກຳລັງ​ ​ໃນ​ການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ປີ 2014 ຢູ່​ເມືອງ Sochi ນັ້ນ ​ໄດ້​ຖືກ​ ບ່ອນ​ທຳລາຍໂດຍ​ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG