ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ກ່າວວ່າ ຜູ້ຄົນ​​ຍົກຍ້າຍ ​ໄປ​ຢູ່ຕ່າງ​ປະ​ເທດ ​​ເພີ້ມ​ຂື້ນ​​ 41 ​ເປີ​ເຊັນ ໃນໄລຍະ 15 ປີຜ່ານມາ


ບັນດາອົບພະຍົບກຳລັງຍ່າງຜ່ານຫິມະ ໄປສູ່ສະຖານີລົດໄຟ ເພື່ອຈະໄປປະເທດອອສເຕຣຍ.
ບັນດາອົບພະຍົບກຳລັງຍ່າງຜ່ານຫິມະ ໄປສູ່ສະຖານີລົດໄຟ ເພື່ອຈະໄປປະເທດອອສເຕຣຍ.

​ຈຳນວນຜູ້​ຄົນ​ທີ່​ຍົກຍ້າຍ​ໄປ​ຢູ່​ປະ​ເທດຕ່າງໆ ​ໄດ້​ເພີ້ມ​ຂື້ນ 41 ​
ເປີ​ເຊັນ​ໃນ​ໄລຍະ 15 ປີ ​ທີ່​ຜ່ານ​ມາ ເປັນ 244 ລ້ານ​ຄົນ​ໃນ​ປີ
2015 ​ອີ​ງຕາມການ​ຄົ້ນຄວ້າ​ຂອງສະຫະ​ປະຊາ​ດທີ່ນຳ​ອອກ
​ເຜີຍ​ແຜ່​ໃນ​ອາທິດ​ນີ້.

​ໃນ​ຈຳນວນ​ດັ່ງກ່າວ 20 ລ້ານ​ຄົນ​ເປັນອົບ​ພະຍົບ.

ສະຫະ​ປະຊາ​ຊາດ ກຳລັງວາງ​ແຜ​ນ​ປະຊຸມຢ່າງ​ຕໍ່​ເນື່ອງ ​ເພື່ອ
ແກ້​ໄຂ​ບັນ ຫາການ​ຍົກຍ້າຍ​ຖິ່ນ​ຖານ ໃນ​ປີ 2016 ຮວມທັງ
ກາ​ນ​ປະຊຸມ ​ໃນວັນ​ທີ 30 ​ເດືອນມີນາທີ່​ນະຄອນ Geneva
ບ່ອນ​ທີ່​ບັນດາ​ປະ​ເທດ​ຕ່າງໆ​ຈະ ​ຖືກ​ເຊີ​ນມາ ​ເພື່ອ​ໃຫ້ຄຳ​ໝັ້ນ
ສັນຍາທີ່​ຈະຮັບ​ເອົາ​ການຕັ້ງ​ຖິ່ນ​ຖານ​ສຳລັບ ຊາວ​ຊີ​ເຣຍ ທີ່​ຫລົບໜີ​ຈາກ​ສົງຄາມ.

​ແຕ່​ວ່າ ​ໃນ​ຂະນະ​ທີ່​ວິ​ກິດ​ການອົບ​ພະຍົບຊີ​ເຣຍ ​ໄດ້​ສ້າງ​ຄວາມສົນ​ໃຈ​ໃຫ້​ແກ່​ໂລກ ​ແຕ່ມັນ​
ກໍໄດ້​ຫລຸດ​ລົງ​ໃນ​ການ​ຍົກຍ້າຍອົບ​ພະຍົບນາໆ​ຊາດ

ຈຳນວນ​ສ່ວນ​ໃຫຍ່ໄປ​ຢູ​ໂຣບ ທີ່ພວກ​ຍົກຍ້າຍ​ຖິ່ນ​ຖານ​ແລະ​ອົບ​ພະຍົບ ນາໆ​ຊາດ 76
ລ້ານ​ຄົນ ​ໄດ້ເຂົ້າ​ໄປ​ຕັ້ງຫລັກ​ແຫ​ລ່ງ​ໃນ​ປີ 2015 ຫລື ສອງ​ສ່ວນ​ສາມ​ຂອງ​ຈຳນວນ​ທັງ​ໝົດ.

ລາຍ​ງານ​ກ່າວ​ວ່າ “ຢູ່​ໃນ​ຢູ​ໂຣບ ປະຊາຊົນ​ອາດ​ຈະ​ຫລຸດ​ລົງ​ລະຫວ່າງ​ລະຍະ​ປີ 2000 ຫາ
2005 ​ຖ້າ​ບໍ່​ມີ​ພວກອົບ​ພະຍົບ​ເຂົ້າ​ໄປ​.” ​ເຖິງ ແມ່ນ​ວ່າ ຈະ​ມີ​ອົບ​ພະຍົບ​ໃນ​ລະດັບປັດ​ຈຸ​ບັນ
ຍັງ​ດຳ​ເນີນ​ຕໍ່​ໄປ ຈຳ​ນວນ​ພົນ​ລະ​ເມືອງ​ໃນ​ຢູ​ໂຣບ ກໍຍັງ​ຄາດ​ວ່າ​ຈະ​ຫລຸດ​ລົງ​ຕື່ມ​ອີກໃນ
ໄລຍະ 35 ປີຕໍ່ໜ້າ ​ເພາະວ່າ​ມີ​ການ​ເສຍ​ຊີວິດ ຫລາຍ​ກວ່າ​ການ​ເກີດ.

​ໂດຍ​ໄລ່​ເປັນແຕ່ລະ​ປະ​ເທດ​ແລ້ວ ​ເຖິງຢ່າງ​ໃດ​ກໍ​ດີ ສະຫະລັດ ​ໄດ້​ມີ​ຈຳນວນ​ຫລາຍ​ທີ່​ສຸດ
​ຂອງ​ພວກ​ຍົກຍ້າຍ​ຖິ່ນ​ຖານ​ໃນ​ໂລກ ຈຳນວນ 47 ລ້ານ​ຄົນ ຫລື ນຶ່ງ​ສ່ວນ​ຫ້າ​ຂອງ​ຈຳນວນ
​ທັງ​ໝົດ​.

​ເຢຍຣະມັນ ​ແລະຣັດ​ເຊຍ ແມ່ນ​ຢູ່​ໃນອັນ​ດັບ​ສອງຮ່ວມ​ກັນ ຄືປະມານ 12 ລ້ານ​ຄົນ ສຳລັບ
​ແຕ່ລະ​ປະ​ເທດ ຕິດ​ຕາ​ມມາ​ດ້ວຍ ຊາ​ອຸ​ດີ ອາຣາ​ເບ​ຍ 10 ລ້ານ​ຄົນ​ ອັງກິດ 9 ລ້າ​ນຄົນ
​ແລະ​ສະຫະລັດອາຣັບ​ເອ​ເມີ​ເຣັສ 8 ລ້ານ​ຄົນ.

ກາ​ນາ​ດາ​ຕິດ​ອັນ​ດັບ​ທີ 7 ຄື​ມີ​ຫລາຍ​ກວ່າ 8​ ລ້ານ​ຄົນ​ໜ້ອຍ​ນຶ່ງ.

XS
SM
MD
LG