ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ນຳພາ ຄວາມພະຍາຍາມ ເພື່ອຄວບຄຸມ ໂຣກໄຂ້ຫວັດສັດປີກ ຢູ່ກຳປູເຈຍ (ວີດີໂອກ່ຽວຂ້ອງ)


ແມ່ຄ້າໄກ່ ຄົວໄກ່ຂາຍ ຢູ່ຕະຫລາດ Chhbar Ampov ໃນນະຄອນຫລວງ ພະນົມເປັນ. (Robert Carmichael/VOA)
ແມ່ຄ້າໄກ່ ຄົວໄກ່ຂາຍ ຢູ່ຕະຫລາດ Chhbar Ampov ໃນນະຄອນຫລວງ ພະນົມເປັນ. (Robert Carmichael/VOA)
ໃນ​ຂະນະ​ທີ່​ມີ​ຄວາມ​ວິຕົກ​ກັນ ກ່ຽວ​ກັບ​ອັນ​ຕະລາຍຈາກ​ເຊື້ອ​
ໄວຣັສ​ໄຂ້ຫວັດ​ສັດ​ປີກ ຫລື​ໄຂ້ຫວັດ​ນົກ ສາຍ​ພັນ​ໃໝ່ H7N9
ກັນຢູ່​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ສາ​ທາ​ລະນະ​ສຸກ ກໍ​ມີ​ປະຊຸມ​ກັນ ຢູ່
​ນະຄອນຫລວງ​ພະນົມ​ເປັນ ​ໃນ​ວັນ​ຈັນ ທີ 24 ມີນາ ມື້​ນີ້ ​ເພື່ອ
ຫາລື​ກັນ​ເລື້ອງ​ການ​ເພີ້​ມທະ​ວີ​ຂຶ້ນ ​ໃນ​ຈຳນວນຜູ້​ຄົນ​ທີ່​ຕິດ​ເຊື້ອ
​ໄຂ້ຫວັດ​ນົກ ສາຍ​ພັນ​ເກົ່າ ຄື H5N1 ຢູ່​ໃນ​ກຳປູ​ເຈຍ. ຜູ້​ສື່​ຂ່າວ​
ວີ​ໂອ​ເອ Robert Carmichael ມີ​ລາຍ​ງານຈາກ​ພະນົມ​ເປັນ
ຊຶ່ງດາຣາຈະນຳມາສະ​ເໜີ​ທ່ານ.

ຜູ້​ເຄາະ​ຮ້າຍ​ຄົນ​ຫລ້າ​ສຸດ​ໃນ​ກຳປູ​ເຈຍ ຊຶ່ງ​ເປັນ​ເດັກ​ຍິງອາຍຸພຽງ​ສອງ​ປີ ​ຫາ​ກໍ​ເສຍ​ຊີວິດໄປ​
ເມື່ອ​ວັນ​ທີ 14 ເດືອນ​ນີ້ ​ເປັນ​ຄົນທີ 4 ທີ່​ໄດ້​ຮັບ​ການຢືນຢັນວ່າ ຕາຍ​ຍ້ອນ​ໄຂ້ຫວັດ​ນົກໃນ​
ປີ​ນີ້. ໃນ​ປີ 2013 ມີ​ຄົນຂະ​ເໝນ​ເສຍ​ຊີວິດຍ້ອນເຊື້ອໄວຣັສສັດ​ປີກ ສາຍ​ພັນ H5N1 ນັ້ນ
14 ຄົນ​ ຊຶ່ງແມ່ນ​ຫລາຍ​ກ່ວາ​ເຄິ່ງນຶ່ງຂອງຈຳນວນທັງໝົດ ​ຂອງ​ພວກ​ຄົນ​ທີ່​ເສຍຊີວິດ ​ຍ້ອນ​ໄຂ້ຫວັດ​ນົກຢູ່ໃ​ນທົ່ວ​ໂລກ. ນັກຊ່ຽວຊານ​ກ່າວ​ວ່າ ສາເຫດ​ກໍ​ຄື​ຄວາມ​ເຂົ້າ​ໃຈ​ຜິດໆ ກ່ຽວ​
ກັບອັນຕະລາຍ​ຂອງ​ໄຂ້ຫວັດ​ນົກ. ມາ​ຟັງ​ກັນ​ເບິ່ງ​ວ່າ ​ເປັນ​ຫຍັງ​ຈຶ່ງ​ວ່າ​ແນວ​ນັ້ນ.

ຢູ່​ຕະຫລາດ Chhbar Ampov ນຶ່ງ​ໃນ​ບັນດາ​ຕະຫລາດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ພະນົມ​ເປັນ ​ໄກ່​ແມ່ນຂາຍດິບ​ຂາຍດີ. ນາງ Ly Mey ຂາຍ​ໄກ່ຢູ່ ຕະຫລາດ​ແຫ່ງ​ນີ້ ເປັນ​ເວລາ 10 ​ປີ​ແລ້ວ.
ລາວ​ຂ້າ​ໄກ່ ລົກ​ຂົນ ​ແລະ​ຂາຍ​ໄດ້ ມື້​ລະ ​ປະມານ 20 ​ໂຕ.

ລາວ​ຊື້​ໄກ່ມາ​ຈາກ​ແຂວງ Prey Veng ທີ່​ຕັ້ງ​ຢູ່​ລະຫວ່າງ ພະນົມ​ເປັນກັບປະ​ເທດ​ເພື່ອນ​ບ້ານ
ຫວຽດນາມ​ ຊຶ່ງ​ເປັນບ່ອນ​ທີ່​ມີເຊື້ອໄຂ້ຫວັດ​ນົກ ສາຍ​ພັນ H5N1 ​ແຜ່​ຫລາຍ ​ແຕ່ Ly Mey
ກໍ​ບໍ່​ວິ​ຕົກກ່ຽວກັບ ພະຍາດ​ນີ້.
ແມ່ຄ້າໄກ່ Ly Mey ເລືອກເອົາໄກ່ເປັນ ມາເພື່ອຈະຂ້າຂາຍ ຢູ່ຮ້ານຂອງນາງ ທີ່ຕະຫລາດ Chhbar Ampov ໃນພະນົມເປັນ. (Robert Carmichael/VOA)
ແມ່ຄ້າໄກ່ Ly Mey ເລືອກເອົາໄກ່ເປັນ ມາເພື່ອຈະຂ້າຂາຍ ຢູ່ຮ້ານຂອງນາງ ທີ່ຕະຫລາດ Chhbar Ampov ໃນພະນົມເປັນ. (Robert Carmichael/VOA)

ລາວ​ເວົ້າ​ວ່າ ລາວ​ສາມາດ​ບອກ​ໄດ້​ງ່າຍ​ໆ​ແລະ​ໂດຍ​ທັນທີ ວ່າ​
ໄກ່ໂຕ​ໃດ​ເປັນ​ພະຍາດ​ຫລື​ບໍ່​ເປັນ ​ແລະ​ສາມາດ​ບອກ​ໄດ້​ດີກ​ວ່າ ​
ສັດຕະແພດອີກ ຊ້ຳ.

ປະກົດ​ວ່າ ມີ​ຄວາມ​ຮູ້ສຶກ​ທຳນອງ​ດຽວ​ກັນ​ນີ້ ຢູ່ທົ່ວຕະຫລາດ
Chhbar Ampov ນັ້ນ. ​ແມ່​ຄ້າ​ໄກ່ Chum Sophal ທີ່​ຂາຍ ​
ຂາ​ກັບ​ປີກ​ໄກ່ ມື້​ລ່ະ 100 ກິ​ໂລ ກໍ​ເຂົ້າ​ໃຈ​ຜິດ ຄິດ​ວ່າ​ໄກ່​ເປັນໆ
ບໍ່​ຕິດ​ເຊື້ອ​ໄຂ້ຫວັດ​ນົກ.

ລາວ​ເວົ້າ​ວ່າ ​ໄກ່​ຂອງລາວ​ປອດ​ໄພ​ດີ ​ເພາະ​ວ່າ​ມັນ​ຍັງ​ເປັນໆ​ຢູ່
​ຕອນ​ທີ່​ລາວ​ຊື້​ມັນມາ ​ແລະ​ວ່າ ລູກ​ຄ້າ​ທີ່​ຊື້​ໄກ່​ຂອງ​ລາວບໍ່​ຄວນ
​ເປັນ​ຫ່ວງ ​ເພາະ​ລາວ​ບໍ່​ໄດ້​ຂາຍ​ຊິ້ນ​ໄກ່ ​ທີ່​ຕາຍ​ແລ້ວ.

​ແມ່​ຄ້າ​ໄກ່ທັງ​ສອງ​ຄົນ​ນີ້​ເຂົ້າ​ໃຈ​ຜິດ​ແລ້ວ. ​ໄກ່​ສາມາດ​ຕິດ​ເຊື້ອ
H5N1 ​ໄດ້​ຢູ່​ແລ້ວ ກ່ອນຈະ​ສະ​ແດງ​ຮ່ອງຮອຍ​ໃຫ້​ເຫັນ ​ໃນ​ຂະ
ນະ​ທີ່​ເປັດ​ກໍ​ມັກ​ຈະ​ບໍ່​ສະ​ແດງ​ຮ່ອງຮອຍ​ຫຍັງໃຫ້​ເຫັນເລີຍ​ຊ້ຳ​.
ຄວາມ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ໄຂ້ຫວັດ​ນົກ​ນີ້ ມີ​ຂຶ້ນ ​ເວລາ​ເຮົາ​ໄປ
​ຈັບບາຍ​ໄກ່​ທີ່​ຕິດ​ເຊື້ອ​ຢູ່​ແລ້ວ ຫລື​ວ່າ​ ໄປ​ກິ​ນມັນໂດຍ​ທີ່​ບໍ່​ໄດ້
ຄົວ​ໃຫ້​ສຸກ​ດີ. ​ໃນ​ກໍລະນີ​ເຊັ່ນ​ນີ້ ມະນຸດ​ສາມ​າດຕິດ​ເຊື້ອ H5N1
ໄດ້. ອັດຕາ​ການ​ຕາຍ​ຂອງ​ຄົນ​ທີ່​ຕິດ​ເຊື້ອ H5N1 ນີ້ ຢູ່​ໃນ​ລະ
ດັບ​ ປະມານ 100 ລ່ະ 60 ຫລື 60 ສ່ວນ​ຮ້ອຍ.

ຄວາມ​ບໍ່​ເຂົ້າ​ໃຈ​ຂອງ​ແມ່​ຄ້າ​ໄກ່​ພວກ​ນີ້ ບໍ່​ແມ່ນ​ເລື້ອງທີ່​ແປກຫລາຍ​ຫຍັງ​ເລີຍ. ນັບ​ແຕ່​ມີ​
ການພົບ​ເຫັນ​ເຊື້ອ H5N1 ຢູ່​ໃນ​ໄກ່​ ເທື່ອ​ທຳ​ອິດໃນ​ກຳປູ​ເຈຍ ໃນເດືອນ​ມັງກອນປີ 2004 ​
ເປັນ​ຕົ້ນ​ມານັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ກັບ​ພວກ​ໃຫ້​ເງິນ​ຊ່ວຍ​ເຫລືອ ກໍ​ໄດ້​ພະຍາຍາມ​ຈະ​ເຮັດໃຫ້​
ຜູ້​ຄົນ​ຫັນປ່ຽນ​ຄວາມ​ປະພຶດ​ຂອງ​ເຂົາ​ເຈົ້າ​ເວລາ​ຈັບບາຍ​ໄກ່ ​ແຕ່​ພວກ​ຊ່ຽວຊານ​ເວົ້າ​ວ່າ
ຄວາມ​ພະຍາຍາມ​ດັ່ງກ່າວ ​ໂດຍ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ບໍ່​ສຳ​ເລັດ​ຜົນ.

ສາ​ເຫ​ດສ່ວນ​ນຶ່ງ​ກໍ​ແມ່ນ​ຍ້ອນ​ວ່າ ປະມານ 80 ສ່ວນ​ຮ້ອຍ​ຂອງ​ເປັດ​ແລະ​ໄກ່ ຈຳນວນ 20
ລ້ານ​ໂຕ​ຂອງ​ກຳປູ​ເຈຍ​ນັ້ນ ​ແມ່ນ​ຖືກ​ລ້ຽງ​ຢູ່​ໃນ​ບໍລິ​ເວນ​ໃກ້​ກັບ​ມະນຸດ. ອົງການ​ອາຫານ​
ແລະ​ການ​ກະ​ເສດ ຫລື FAO ຂອງ​ສະຫະ​ປະຊາ​ຊາດ ​ເຊື່ອ​ວ່າເຊື້ອໄຂ້ຫວັດ​ນົກ ສາຍພັນ
H5N1 ກຳລັງ ມີ​ແຜ່​ຫລາຍ ຢູ່​ໃນ​ໝູ່​ສັດ​ປີກຂອງ​ກຳປູ​ເຈຍ.

​ແຕ່​ວ່າ ລັດຖະບານ​ບໍ່​ຍອມ​ຈ່າຍ​ຄ່າ​ຊົດ​ເຊີຍ ​ໃຫ້​ພວກ​ຊາວບ້ານ​ທີ່​ສູນ​ເສຍ​ເປັດ​ໄກ່​ຂອງ​
ເຂົາ​ເຈົ້າ​ໄປ ຍ້ອນ​ໄຂ້ຫວັດ​ນົກ​ນັ້ນ. ​ເພາະສະ​ນັ້ນ ​ເວລາ​ເປັດ​ໄກ່ຂອງ​ເຂົາ​ເຈົ້າຕິດພະຍາດນີ້
​ຂຶ້ນ​ມາ ພວກ​ຊາວບ້ານ​ທີ່ທຸກ​ຈົນ ກໍ​ເອົາ​ເປັດ​ໄກ່​ຂອງ​ເຂົາ​ເຈົ້າ​ໄປ​ຂາຍ ຫລື​ບໍ່​ກໍເອົາ​ມາ​ກິນ​
ເອງ ແທນ​ທີ່​ຈະລາ​ຍງານໂຣກລະບາດ​ນີ້ ​ໃຫ້​ທາງ​ການ​ຮູ້.

ທ່ານ Lotfi Allal ຈາກອົງການ FAO ກ່າວ​ວ່າ ທາງ​ການ​ກຳປູ​ເຈຍ​ຄວນ​ດຳ​ເນີນ​ຄວາມ​ພະຍາຍາມ​ຫາ​ທາງ​ປ້ອງ​ກັນ ໂດຍ​ເພັ່ງ​ເລັງ​ໃສ່​ການ​ເອົາ​ມາດ​ຕະການ​ເພີ້ມຕື່ມ ​ເພື່ອ​ຮັບ
ປະກັນ​ໃຫ້​ມີ​ການ​ລາຍ​ງານ​ໃຫ້​ຮູ້​ແຕ່​ຫົວທີ ເມື່ອ​ມີ​ການ​ພົບ​ເຫັນ​ເຊື້ອ​ໄວຣັສ.

ທ່ານ Allal ​ເວົ້າ​ວ່າ “ມີ​ເຊື້ອ​ໄວຣັສຢູ່​ທີ່​ນີ້​ແລ້ວ ​ແລະ​ມັນ​ກໍ​ກຳລັງໝຸນ​ວຽນ​ຢູ່​ນີ້. ພວກ​
ເຮົາ​ຕ້ອງຮູ້ ​ແລະ​ກໍຕ້ອງບໍ່​ຕື່ນ​ຕົກ​ໃຈ ​ແລະ​ຕ້ອງ​ສືບຕໍ່​ທຳ​ງານ​ຮ່ວມ​ກັນ​ຢ່າງ​ໃກ້ຊິດ
ກັບ​ພາກສ່ວນ​ມະນຸດ ​ເພື່ອ​ເບິ່ງ​ວ່າ ​ເຮົາຈະ​ເຮັດ​ແນວ​ໃດ​ດີກ່ວາ​ນີ້ ຈຶ່ງ​ຈະ​ສາມາດ
ລຸດຜ່​ອນ​ຄວາມ​ສ່ຽງ​ຂອງ​ມະນຸດລົງ​ໄດ້ ແລະເຮັດ​ແນວ​ໃດ ເຮົາຈຶ່ງ​ຈະ​ສາມາດ​ພົບ​
ເຫັນເຊື້ອ​ໄວຣັສທີ່​ມາ​ຈາກ​ສັດ​ປີກ​ນັ້ນ ​ໄດ້​ໄວ​?”


​ເນື່ອງຈາກ​ມີ​ຄົນ​ຕາຍ​ຍ້ອນ​ຕິດ​ເຊື້ອ​ໄຂ້ຫວັດ​ນົກ ສາຍ​ພັນ H5N1 ຮອດ 18 ຄົນ ​ໃນໄລຍະ
15 ​ເດືອນ​ຜ່ານ​ມາ​ນີ້ ກຳປູ​ເຈຍ​ຈຶ່ງ​ເປັນ​ປະ​ເທດທີ່​ມີສະຖິຕິ​ດ້ານ​ນີ້ ​ສູງ​ກ່ວາປະ​ເທດ​ອື່ນໃດ​
ໃນ​ໂລກ. ຫລາຍ​ກ່ວາ​ເຄິ່ງນຶ່ງ​ຂອງ 56 ກໍລະນີ​ຄົນ​ຕິດ​ເຊື້ອ​ H5N1 ທີ່​ມີ​ການ​ຢືນຢັນຢູ່​ໃນ​
ກຳປູ​ເຈຍ ມາ​ຮອດ​ປັດຈຸບັນ​ນີ້ ​ແມ່ນ​ເກີດ​ຂຶ້ນ​ ນັບ​ແຕ່​ເລີ້ມ​ຕົ້ນ​ປີ​ກາຍ​ນີ້ ເປັນ​ຕົ້ນມາ.
ໄກ່ເປັນໆ ທີ່ວາງຂາຍ ຢູ່ຕະຫລາດ Chhbar Ampov ໃນພະນົມເປັນ. (Robert Carmichael/VOA)
ໄກ່ເປັນໆ ທີ່ວາງຂາຍ ຢູ່ຕະຫລາດ Chhbar Ampov ໃນພະນົມເປັນ. (Robert Carmichael/VOA)

ຄວາມ​ເປັນຫ່ວງ​ຫລັກ​ຂອງ​ບັນດາ​ຊ່ຽວຊານ​ດ້ານ​ສຸຂະພາບ
ກໍ​ຄື​ເຂົາ​ເຈົ້າ​ຢ້ານ​ວ່າ ​ເຊື້ອ H5N1 ຈະ​ກາຍພັນ​ໄປ​ເປັນ​ສາຍ​
ພັນ​ໃໝ່ ທີ່ສາມາດ​ຕິດ​ແປດ​ຈາກ​ມະນຸດ​ຫາ​ມະນຸດ​ໄດ້.

ກໍລະນີ​ຄົນ​ຕິດ​ເຊື້ອ H5N1 ຢູ່​ໃນ​ກຳປູ​ເຈຍ​ນັ້ນ ສ່ວນ​ໃຫຍ່​ແລ້ວ ​
ແມ່ນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດ ຕິດ​ກັບ​ຊາຍ​
ແດນ​ຫວຽດນາມ​ທີ່ບໍ່​ຄ່ອຍ​ມີ​ດ່ານ​ກວດກາ​ ​ແລະ​ພວກ​ເປັດ​ໄກ່​ກໍ
ຖືກລັກລອບ​ເອົາ​ເຂົ້າ​ມາ​ຢ່າງ​ງ່າຍ​ດາຍ. ຫາກ​ແຕ່​ວ່າ ​ໃນ​ຂະນະ
​ທີ່ກຳປູ​ເຈຍລາຍ​ງານ​ວ່າ ຕົນ​ມີ​ກໍລະນີ​ຄົນ​ຕິດ​ເຊື້ອ​ໄຂ້ຫວັດ​ນົກ
ຫລາຍ​ກ່ວາ 30 ລາຍ ນັບ​ແຕ່​ເລີ້ມ​ຕົ້ນ​ປີ 2013 ມາ​ນັ້ນ ຫວຽດ
ນາມ​ກັບ​ລາຍ​ງານ​ວ່າ ຕົນມີ​ພຽງ 4 ລາຍເທົ່ານັ້ນ.

Dr. Dennis Carroll ຫົວໜ້າ​ໜ່ວຍໄພຄຸກ​ຄາມ​ຈາກໄຂ້​ຫວັດລະບາດ ​ແລະ​ອື່ນໆ​ທີ່​ກຳລັງ​
ໂຜ່​ໂຕ​ຂຶ້ນ​ມາຂອງ USAID ກໍ​ຄື​ອົງການ​ຊ່ວຍເຫລືອ ​ຕ່າງປະ​ເທ​ດດ້ານ​ການ​ພັດທະນາ​
ຂອງ​ລັດຖະບານສະຫະລັດ ກ່າວ​ຕໍ່​ວີ​ໂອ​ເອ ຜ່ານ​ທາງ Skype ວ່າ ມັນ​ເປັນ​ເລື້ອງ​ທີ່​ພາໃຫ້
​ງົງ ​ເພາະວ່າ ​ເຊື້ອ​ໄຂ້ຫວັດ​ນົກທີ່​ຄຸກ​ຄາມ​ນັ້ນ ​ກໍ​ແມ່ນ​ສາຍ​ພັນ H5N1 ອັນ​ດຽວ​ກັນ ຢູ່​ໃນທັງ
​ສອງ​ຟາກ​ຊາຍ​ແດນ.

ດອກ​ເຕີ້ Carroll ​ເວົ້າ​ວ່າ “​ເລື້ອງ​ລະບາດ​ວິທະຍາ ​ເລື້ອງ​ພັນທຸ​ກຳ ຂອງ​ທັງ​ເຊື້ອ​
ໄວຣັສ ​ແລະ​ຮູບແບບ​ຂອງ​ມັນ ຢູ່ໃນ​ທັງ​ພວກ​ສັດ​ປີກກັບ​ມະນຸດ ກໍ​ແມ່ນຄ້າຍ​ໆກັນ ​
ໃນ​ທັງ​ສອງ​ເຂດ ​ແຕ່​ພວກ​ເຮົາ​ກັບ​ເຫັນ​ຄວາມ​ບໍ່​ກ້ຳ​ເກິ່ງ​ກັນ​ຢ່າງ​ໃຫຍ່ຫລວງ ​ໃນ​
ລະຫວ່າງສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ ຢູ່​ຟາກ​ກຳປູ​ເຈຍ ກັບ​ສິ່ງ​ທີ່​ເຫັນ​ຢູ່​ຟາກ​ຫວຽດນາມ ​
ໂດຍ​ບໍ່​ມີ​ຄໍາ​ອະທິບາຍທີ່​ແລ​ເຫັນ​ໄດ້ ຢ່າງ​ຊັດ​ເຈນ​ໃດໆ​ເລີຍ.”


ມີເຫດຜົນ​ທີ່​ເປັນ​ໄປ​ໄດ້​ຫລາຍ​ຢ່າງ ສຳ​ລັບ​ການ​ເພີ້​ມທະວີ​ຂຶ້ນ​ໃນ​ຈຳນວນ​ຄົນ​ທີ່​ຕິດ​ເຊື້ອ​
ໄຂ້ຫວັດ​ນົກ ຢູ່​ໃນ​ກຳປູ​ເຈຍ​ນັ້ນ ຄືອາດ​ຈະ​ເປັນ​ເພາະວ່າ ມີ​ການ​ຕິດຕາມ​ເບິ່ງ​ຢ່າງໃກ້ຊິດ
ຂຶ້ນ ​ແລ​ະລາຍ​ງານ​ດີຂຶ້ນ ຫລື​ວ່າ​ ​ມີ​ຄົນ​ຕິດ​ເຊື້ອ​ຫລາຍ​ຂຶ້ນ​ອີ່​ຫລີ​ໃນ​ພາກ​ໂຕ​ຈິງ ຫລື​ວ່າ​
ອາດເປັນ​ຍ້ອນ​ທັງ​ສອງ​ເຫດຜົນ​ກໍ​ໄດ້.

​ແຕ່​ໃນ​ຂັ້ນ​ນີ້ ພວກ​ຊ່ຽວຊານ​ແມ່ນ​ບໍ່​ຮູ້​ສາ​ເຫດ​ອີ່ຫລີ ​ແລະ​ນັ້ນ​ກໍ​ແມ່ນ​ເຫດຜົນ​ທີ່ພາ​ໃຫ້​ອົງ
ການ USAID ຈັດກອງ​ປະຊຸມ​ມື້​ນີ້​ຂຶ້ນ ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່ຈາກ​ຫວຽດນາມ​ແລະ​ກຳປູເຈຍ
ຊຶ່ງ​ອີກ​ເຫດຜົນ​ນຶ່ງ ກໍແມ່ນ​ເພື່ອ​ຫາ​ທາງ​ປັບປຸງ ​ວິທີການ​ແບ່ງປັນ​ຂໍ້​ມູນ​ກັນ ​ແລະ​ວິທີຮັບ​ມື​
ກັບການລະບາດ​ນັ້ນ.

ກຳປູ​ເຈຍ​ແມ່ນ​ໄດ້​ຈັດ​ຕັ້ງ​ປະຕິບັດ ​ໂຄງການ​ທີ່ໄດ້​ຮັບ​ການ​ປັບປຸງໃຫ້ດີ​ຂຶ້ນ​ຫລາຍ ​ໃນ​
ດ້ານ​ການສິ້ງ​ຊອມ​ແລະ​ກວດເບິ່ງ​ ​ເຊື້ອ​ໄຂ້ຫວັດນົກ ສາຍ​ພັນ H5N1 ນັ້ນ ​ແຕ່​ກໍ​ຍັງ​ບໍ່​ມີ​
ໂຄງການ​ສັກ​ຢາ​ປ້ອງ​ກັນ​ສັດ​ປີກ ຈາກ​ເຊື້ອ​ໂຣກດັ່ງກ່າວ ​ແລະ​ບໍ່​ມີ​ແຜນການ​ທີ່​ຈະ​ຈ່າຍ​
ເງິນ​ຊົດ​ເຊີຍ​ໃຫ້ ພວກລ້ຽງສັດ​ປີກ ທີ່​ຕ້ອງ​ໄດ້​ຂ້າ​ເປັດ​ໄກ່​ຂອງ​ເຂົາ​ເຈົ້າ​ຖິ້ມ​ນັ້ນ. ບັນດາ
ຊ່ຽວຊານ​ກ່າວ​ວ່າ ​ເລື້ອງ​ນີ້ອາດຈະ​ຕ້ອງ​ໄດ້​ປ່ຽນແປງ ຖ້າ​ຫາກວ່າ​ສະຖານະ​ການ​ຮ້າຍ​
ແຮງ​ໜັກ​ຂຶ້ນ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບເຊື້ອໄຂ້ຫວັດນົກ ສາຍພັນໃໝ່ H7N9:
XS
SM
MD
LG