ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິເຄາະວ່າ ນາໆຊາດ ບໍ່ສາມາດ​​ຍັບ​ຍັ້ງ ​ເກົາຫລີ​ເໜືອໄດ້


ຮູບທີ່ນໍາອອກມາເຜີຍແຜ່ ໂດຍອົງການຂ່າວທາງການ ເກົາຫລີເໜືອ KCNA ສະແດງໃຫ້ເຫັນ ລູກ​ສອນ​ໄຟ Unha-3 [Milky Way 3] ກໍາລັງຖືກຍິງຂຶ້ນຈາກຖານຍິງຈະຫລວດ ທີ່ສະຖານຍິງດາວທຽມ West Sea Satellite Launch Site, ທີ່ສູນຄວບຄຸມດາວທຽມ ຂອງເກົາຫລີເໜືອທີ່ຄາວຕີ Cholsan ທາງພາກເໜືອຂອງແຂວງ ພຽງຢາງ
ຮູບທີ່ນໍາອອກມາເຜີຍແຜ່ ໂດຍອົງການຂ່າວທາງການ ເກົາຫລີເໜືອ KCNA ສະແດງໃຫ້ເຫັນ ລູກ​ສອນ​ໄຟ Unha-3 [Milky Way 3] ກໍາລັງຖືກຍິງຂຶ້ນຈາກຖານຍິງຈະຫລວດ ທີ່ສະຖານຍິງດາວທຽມ West Sea Satellite Launch Site, ທີ່ສູນຄວບຄຸມດາວທຽມ ຂອງເກົາຫລີເໜືອທີ່ຄາວຕີ Cholsan ທາງພາກເໜືອຂອງແຂວງ ພຽງຢາງ
ບັນດາ​ນັກວິເຄາະເຕືອນ​ວ່າ ບໍ່​ມີ​ຫຍັງ​ຫລາຍ​ທີ່ປະຊາ​ຄົມນາໆ
ຊາດຈະສາມາດ​ເຮັດ​ໄດ້ ​ເພື່ອ​ຍັບ​ຍັ້ງ​ຄວາມປະ​ພຶດຂອງ​ເກົາ
ຫລີ​ເໜືອ ຫລັງ​ຈາກ​ປະ​ເທດຄອມ​ມິ​ວນິສ ທີ່​ຢູ່​ຢ່າງ​ໂດດ​ດ່ຽວ
ດັ່ງກ່າວ ປະສົບຜົນ​ສໍາ​ເລັດ​ໃນ​ການສົ່ງຈະ​ຫລວດ​ລະຍະ​ໄກ
ຂຶ້ນ​ໄປ​ປ່ອຍ​ດາວ​ທຽມ ​ໃນ​ວັນ​ພຸດ​ມື້​ນີ້.

ບັນນດາ​ນັກ​ການ​ທູດ ກ່າວ​ວ່າ ຄາດ​ວ່າສະພາ​ຄວາມ​ໝັ້ນຄົງ
ສະຫະ​ປະຊາ​ຊາດ ​ຈະ​ພິຈາລະນາ ​ການ​ລົງ​ໂທດ​ບີບ​ຮັດ​ເກົາ
ຫລີ ເໜືອເພີ້​ມ​ເຕີມ ​ໂດຍ​ແນ່​ໃສ່​ເພື່ອ​ເກ້​ຍກ່ອມ​ໃຫ້​ພຽງ​ຢາງ
​ເລີກ​ລົ້ມ​ໂຄງການ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ຂອງ​ຕົນ.

​ແຕ່​ ບັນດາ​ນັກ​ວິເຄາະ​ກ່າວ​ວ່າ ການ​ລົງ​ໂທດ​ຢ່າງ​ໜັກ​ທີ່​ໄດ້ເພີ້​ມ​ທະວີ​ຂຶ້ນ​ເລື້ອຍ​ມານັ້ນ ໄດ້​ສົ່ງຜົນ​ກະທົບ​ພຽງ​ເລັກ​ນ້ອຍ​ຕໍ່ບັນດາ​
ຜູ້​ນໍາ​ປະ​ເທດ​ຄອ​ມມິ​ວນິສ​ແຫ່ງ​ນັ້ນ ຜູ້​ທີ່​ປາກົດ​ວ່າ​ຍັງ​ສືບ​ຕໍ່ທໍາ​ການ​ໃຊ້​ຈ່າຍ​ເງິນ​ຢ່າງ​ຫລວງ
ຫລາຍ ​ເພື່ອພັດ​ທະນາ​ອາ​ວຸດ ​ໃນ​ຂະນະ​ທີ່​ປະຊາກອນ​ຂ​ອງ​ເຂົາ​ເຈົ້າ​ ຍັງ​ດໍາ​ລົງ​ຊີວິດ​ຢູ່​ໃນຄວາມ​ທຸກ​ຍາກລໍາບາກ.

ນັກ​ວິເຄາະ Mike Chinoy ຈາກ​ພະ​ແນ​ກ​ເອ​ເຊ​ຍຂອງມະຫາ​ວິ​ທະຍາ​ໄລພາກ​ໃຕ້​ລັດ California ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ຕໍ່ໜ້າການ​ລົງ​ໂທດທີ່​ບໍ່​ໄດ້ຜົນ​ນັ້ນ ການ​ເຂົ້າ​ພົວພັນ
​ເຈລະຈາ ​ກັບ Kim Jong Un ຜູ້​ນໍາ​ໜຸ່ມ​ຂອງ​ເກົາຫລີ​ເໜືອອາດ​ຈະ​ເປັນທາງ​ເລືອກ​
ທາງ​ດຽວ ທີ່​ຍັງເຫລືອ​ຢູ່ ຂອງບັນດາປະ​ເທດ​ຕາ​ເວັນ​ຕົກ.

XS
SM
MD
LG