ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ສະໜັບສະໜູນ ລັດອິສລາມ ​ໃນໂຊມາເລຍ ມີ​ຈຳນວນ​ເພີ້ມຂຶ້ນ


ພວກສະໜັບສະໜູນ ກຸ່ມ Al-Shabaab ເຂົ້າຮ່ວມການ ເດີນຂະບວນປະທ້ວງ ຢູ່ໂຊມາເລຍ.
ພວກສະໜັບສະໜູນ ກຸ່ມ Al-Shabaab ເຂົ້າຮ່ວມການ ເດີນຂະບວນປະທ້ວງ ຢູ່ໂຊມາເລຍ.

ພວກຫົວຮຸນແຮງ ທີ່ສະໜັບສະໜູນ ກຸ່ມລັດອິສລາມ ​ໃນໂຊມາເລຍ ໄດ້ມີ​ຈຳນວນ​ເພີ້ມ ຂຶ້ນ ແລະ ໄດ້ຮັບການຊ່ອຍເຫຼືອດ້ານການເງິນແລະ ການສະໜັບສະໜູນດ້ານທະຫານ ຈາກເຢເມັນ ອີງຕາມເຈົ້າໜ້າທີ່ສືບລັບຂັ້ນສູງ ທ່ານໜຶ່ງ ທີ່ໄດ້ບອກຕໍ່ ວີໂອເອພະແນກ ພາສາໂຊມາເລຍ.

ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ

ທ່ານ Abdi Hassan Hussein ອະດີດ ຫົວໜ້າອົງການສືບລັບ Putland ຫຼື PIA ທີ່ໜູນຫຼັງໂດຍສະຫະລັດ ໄດ້ກ່າວວ່າ ​ເວລາ​ພວກ​ທີ່ສະໜັບສະໜູນກຸ່ມລັດອິສລາມ ​ໃນໂຊມາເລຍ ​ໄດ້ກໍ່ຕັ້ງຂຶ້ນມາ ໃນເດືອນຕຸລາ ປີກາຍນີ້ ມັນມີສະມາຊິກພວກຜູ້ຊາຍ ປະມານ 20 ຫາ 30 ຄົນ ແຕ່ນັບຕັ້ງແຕ່ນັ້ນມາ ກໍໄດ້ມີ​ການຕັ້ງຄ້າຍເຝິກແອບ ຂຶ້ນຫຼາຍ ແຫ່ງ ແລະ ໄດ້ເກນເອົາພວກນັກລົບຫຼາຍຂຶ້ນ. ທ່ານ Hussein ໄດ້ກ່າວອີກວ່າ ພວກນັກ ລົບຂອງກຸ່ມດັ່ງກ່າວ ດຽວນີ້ມີຈຳນວນ ລະຫວ່າງ 100 ຫາ 150 ຄົນ ທ່ານເວົ້າວ່າ “ພວກ ເຂົາໄດ້ສຳເລັດການເຝິກແອບ ໜ່ວຍຕ່າງໆ​ເປັນທຳອິດ ແລະ ພວກເຂົາເຈົ້າໄດ້ຮັບ ອຸປະກອນດ້ານທະຫານຕ່າງໆແລ້ວ.”

ທ່ານ Hussein ນຳພາ ອົງການ PIA ເມື່ອປີກ່ອນ ຈົນເຖິງເວລາ ທ່ານໄດ້ຖືກສັບປ່ຽນ. ໜ້າທີ່ຫຼັກ ຂອງທ່ານ ແມ່ນກວດຫາ ການຂົ່ມຂູ່ຕ່າງໆຂອງພວກຫົວຮຸນແຮງ ແລະ ວາງ ແຜນ ພາລະກິດການຕໍ່ຕ້ານການກໍ່ການຮ້າຍ.

ທ່ານໄດ້ກ່າວຕື່ມວ່າ ກຸ່ມລັດອິສລາມ ໄດ້ສະ​ແດງຄວາມຍິນດີຕໍ່​ການ​ເປີດ​ສາຂາ​ຂອງ​ຕົນ​ໃນໂຊມາເລຍ ແລະ ໄດ້ເລີ້ມສົ່ງອຸປະກອນຕ່າງໆໄປໃຫ້ ໂດຍຜ່ານເຄືອຂ່າຍ ຂອງຕົນ ໃນເຢເມັນ.

ທ່ານ Hussein ໄດ້ກ່າວວ່າ “ພວກເຂົາເຈົ້າໄດ້ຮັບອຸປະກອນດ້ານທະ ຫານຕ່າງໆ ຈາກ ເຢເມັນ ເຊັ່ນວ່າ ອາວຸດ ແລະເຄື່ອງແບບ, ກຸ່ມລັດ​ອິສລາມ ໄດ້ສົ່ງພວກຄູເຝິກ ທີ່ກວດ ສອບຖານທັບ ຂອງພວກເຂົາເຈົ້າ ແລະ ພວກເຂົາໄດ້ເລີ້ມສົ່ງ ການສະໜັບສະໜູູນ ດ້ານ ການເງິນ​ໄປ​ໃຫ້. ການ ສົ່ງພວກອາວຸດນັ້ນ ແມ່ນໄດ້ສົ່ງໄປໃຫ້ ໂດຍຜ່ານທາງ ທະເລ ຈາກເມືອງ Mukalla ຢູ່ໃນເຂດ Hadramouth ຂອງເຢເມັນ ແລະ ມັນໄດ້ໄປ ຮອດ ຊາຍຝັ່ງ ຂອງໂຊມາເລຍ ຈາກທະເລແດງ ເມື່ອເດືອນກຸມພາ ແລະ ເດືອນມີນາ ປີນີ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG