ລິ້ງ ສຳຫລັບເຂົ້າຫາ

ນັກຮຽນໄວລຸ້ນ ຈາກລັດໂຄໂລຣາໂດ ຊະນະເລີດ ການ​ແຂ່ງຂັນ ດ້ານວິທະຍາສາດ ຂອງໂລກ (ວີດິໂອ)


ນັກຮຽນໜຸ່ມນ້ອຍ 40 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນວິທະຍາ
ສາດ ທີ່ມີຊື່ສຽງລະດັບໂລກ ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນ
ຫລວງວໍຊິງຕັນ ​ເມື່ອ​ບໍ່​ນານ​ມາ​ນີ້ ເພື່ອແບ່ງປັນໃຫ້ຜູ້ອື່ນຮູ້ນໍາ ຄວາມກ້າວໜ້າໃນການຄົ້ນຄວ້າຂອງເຂົາເຈົ້າ​ໃນ​ດ້ານ​ຕ່າງໆ
ທີ່ລວມທັງພະລັງງານທາງ​ເລືອກ​ອື່ນເພື່ອໃຊ້ແທນພະລັງງານ
ປະເພດເກົ່າ, ວິທີກວດໂຣກມະເຮັງ ແລະເຄື່ອງຢັບຢັ້ງສັດພັນ
ຕ່າງໆທີ່​ແຜ່​ລາມ​ໄປ​ທົ່ວ. Susanne Presto ຜູ້ສື່ຂ່າວວີໂອ
ເອ ໄດ້ມີໂອກາດພົບກັບຜູ້ທີ່ຖືກຄັດເລືອກເຂົ້າໃນຮອບສຸດ
ທ້າຍຈໍານວນ​ນຶ່ງ ຊຶ່ງລວມທັງ​ໄວ​ລຸ້ນສາວຄົນນຶ່ງ ທີ່ໄດ້ຮັບລາງ
ວັນຊະນະເລີດ ຂອງການແຂ່ງຂັນຊອກຫາຜູ້ມີພອນສະຫວັນ
ໃນດ້ານວິທະຍາສາດຂອງບໍລິສັດ Intel ແລະເງິນລາງວັນ 1 ແສນໂດລາຂອງການແຂ່ງຂັນນີ້ ຊຶ່ງບົວສະຫວັນ ຈະນໍາ
ມາສະເໜີທ່ານໃນອັນດັບຕໍ່ໄປ:


ສຽງປະກາດ

ສຽງ​ປະກາດ​ທີ່​ທ່ານ​ໄດ້​ຍິນ​ຜ່ານ​ໄປ​ນັ້ນ ​ເວົ້າ​ວ່າ​:

“ຈາກເມືອງ Colorado Springs, ລັດ Colorado, ແລະຈາກໂຮງຮຽນອຸດົມ
Cheyenne Mountain High, ນາງ Sara Volz.”


​ພໍ​ສິ້ນ​ສຸດຄໍາ​ປະກາດນັ້ນ ສາວ​ນ້ອຍ Sara Volz ກໍກ້າວ​ອອກ​ໄປຮັບເອົາລາງວັນຊະນະ
​ເລີດ​ຂອງ​ການ​ແຂ່ງຂັນ ຊອກຫາຜູ້ມີພອນສະຫວັນໃນດ້ານວິທະຍາສາດຂອງບໍລິສັດ
Intel
ຫລື Intel Science Talent Search ປີ 2013 ແລະເງິນລາງວັນ 1 ແສນໂດລາ
ສໍາລັບຜົນງານການຄົ້ນຄວ້າພະລັງງານທາງ​ເລືອກອື່ນ ຂອງນາງ.

ວີໂອເອ ໄດ້ພົບກັບນັກຮຽນ ອາຍຸ 17 ປີຄົນນີ້ ຢູ່ໃນງານ​ສະ​ແດງ​ການ​ຄົ້ນ​ຄ້ວາດ້ານວິທະ
ຍາສາດດັ່ງກ່າວຂອງບໍລິສັດ Intel ບໍ່ເທົ່າໃດມື້ ກ່ອນໜ້ານາງຈະໄດ້ຮັບລາງວັນຊະນະ
ເລີດນັ້ນ ​ແຕ່ສິ່ງຂອງ​ໃນ​ໂຕ​ນາງ ທີ່ດຶງ​ດູດ​ສາຍຕາ ບໍ່ແມ່ນຫລຽນລາງວັນທີນຶ່ງ ແຕ່ວ່າ
ແມ່ນຕຸ້ມຫູທີ່ເປັນຄໍາເວົ້າວ່າ “N-Er-Dy” ​(ເນີ​ດີ) ຊຶ່ງ​ໝາຍ​ເຖິງ​ຄົນ​ທີ່​ເກ່ງ​ໃນ​ດ້ານ​ວິທະ
ຍາສາດ ແຕ່​ແປກ​ປະຫລາດ​ໃນ​ທາງ​ສັງຄົມ.

ນາງ Sara ໄດ້ອະທິບາຍເຖິງຄວາມພະຍາຍາມຂອງນາງ ໃນການເພີ້ມຜົນຜະລິດນໍ້າມັນ
ຈາກໄຄທະ​ເລ ເພື່ອໃຊ້ເປັນແຫລ່ງຜະລິດ​ເຊື້ອ​ໄຟ​ຊີວະ​ພາບ ທີ່​ປະ​ຫຍັດ​ໃນ​ທາງ​ເສດຖະ
ກິດ ກໍ​ຄື​ມີລາຄາ​ຖືກ. ນາງ Sara ເວົ້າວ່າ:

“ຂ້ອຍພະຍາຍາມທີ່ຈະໃຊ້ວິວັດທະນາການທີ່ໄດ້ຮັບ ການຊີ້ນໍາ, ການຄັດ
ເລືອກແບບປະດິດຂຶ້ນເອງ, ໂດຍເພັ່ງເລັງໃສ່ປະ ລິມານຂອງໄຄນໍ້າ ແລະ
ພະຍາຍາມເຮັດໃຫ້ໄຄນໍ້າຄ່ອຍໆວິວັດໄປ ເພື່ອຜະລິດເປັນນໍ້າມັນເພີ້ມຂຶ້ນ.
​ແລະວິທີທີ່ຂ້ອຍເຮັດນັ້ນ ກໍຄືຂ້ອຍໃຊ້ທາດເຄມີອັນ​ນຶ່ງ ທີ່ຈິງແລ້ວ ມັນແມ່ນ
ຢາຂ້າພືດຊະນິດ​ນຶ່ງທີ່ຂ້າໄຄນໍ້າ ຖ້າຫາກວ່າ ມັນບໍ່ຜະລິດນໍ້າມັນຢ່າງພຽງພໍ.”


ນາງ Sara ເວົ້າວ່າ ໄຄນໍ້າທີ່ໄດ້ຖືກ​ໃສ່​ຢາ​ເຄມີ ​ແລ້ວລອດ​ມາ​ໄດ້ ​ບໍ່​ຕາຍນັ້ນ ແມ່ນຜະລິດ
ນໍ້າມັນອອກໄດ້ຫລາຍກວ່າ ແລະຈະສົ່ງ​ເຊື້ອ​ພັນ​ອັນນັ້ນຕໍ່​ໄປ ໃຫ້ແກ່​ໄຄ​ທີ່ແຜ່ຜາຍອອກມາ
ຈາກມັນ ລຸ້ນຕໍ່ໄປ.

Sara ໄດ້ເຮັດການຄົ້ນຄວ້າຂອງລາວເກືອບທັງໝົດ ຢູ່ໃນຫ້ອງນອນຂອງລາວ ຢູ່ກ້ອງ
ຕຽງທີ່​ຕັ້ງຢູ່​ສູງຂອງລາວ. ລາວເວົ້າອີກວ່າ:

ຂ້ອຍມີກ້ອງຈຸນລະທັດ, ເຄື່ອງປໍ້ານໍ້າມັນ ແລະແກ້ວທົດ​ລອງທັງໝົດ, ແລະ
ຂ້ອຍກໍນອນຢູ່ໃນຮອບວຽນ 16-8 ຊົ່ວໂມງຂອງ ໄຄນໍ້າຂອງຂ້ອຍ ຄື 16 ຊົ່ວ​
ໂມງແຈ້ງ ແລະ 8 ຊົ່ວ​ໂມງມືດ ເພາະມັນຢູ່ກ້ອງບ່ອນຂ້ອຍນອນຫັ້ນໂລດ. ຂ້ອຍເອົາສານເຄມີທີ່ເປັນອັນຕະລາຍນັ້ນ ໄວ້ຢູ່ຕະຫລ່າງ.”


ເບິ່ງວີດິໂອອີກເລື້ອງນຶ່ງ ກ່ຽວກັບລາຍງານນີ້:


ທ່ານນາງ Wendy Hawkins, ອໍານວຍການຝ່າຍບໍລິຫານຂອງມູນນິ ທິ Intel ເວົ້າວ່າ
ການແຂ່ງຂັນທາງວິທະຍາສາດແບບນີ້ ໄດ້ສະໜອງຊ່ອງທາງສໍາລັບການຄົ້ນຄວ້າ​ແບບ
ລົງມືເຮັດຕົວຈິງ ມາໄດ້ຫລາຍກວ່າ 70 ປີ ແລ້ວ. ທ່ານນາງ Hawkins ​ເວົ້າວ່າ:

“ມັນຫາຍາກຫລາຍ ທີ່ພວກນັກຮຽນຈະມີໂອກາດ​ໄດ້ເຮັດສິ່ງຕ່າງໆ ຢູ່ໃນ
ຫ້ອງຮຽນ​ວິທະຍາສາດ​ນັ້ນ ນອກເໜືອ ໄປກວ່າ ການທ່ອງສູດຕ່າງໆ ແລະ
ເຮັດການທົດລອງແບບ​ໂຫລໆ ບໍ່​ມີ​ເອກະລັກ.”


ພວກນັກວິທະຍາສາດໜຸ່ມນ້ອຍເຫລົ່ານີ້ ໄດ້ສ້າງແຮງດົນຈິດດົນໃຈ ໃຫ້ແກ່ລັດຖະມົນຕີ
ກະຊວງສຶກສາສະຫະລັດ, ທ່ານ Arne Duncan ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ພວກເຂົາເຈົ້າໄດ້ມີການສໍາພັດຢ່າງໜ້າອັດສະຈັນ ແລະກໍມີໂອກາດຄົ້ນພົບ
ຄວາມມັກ ຄວາມຝັກໄຝ່ຂອງເຂົາເຈົ້າ ແລະສ້າງໃຫ້ເກີດຄວາມແຕກຕ່າງ
ຢ່າງແທ້ຈິງ ຊຶ່ງຂ້າພະເຈົ້າຄິດວ່າ ບໍ່ພຽງແຕ່ ຢູ່ໃນປະເທດຂອງພວກເຮົາ
ເທົ່ານັ້ນ ແຕ່ອາດຈະຢູ່ໃນທົ່ວໂລກອີກດ້ວຍ.”


ສາວ​ນ້ອຍ Brittany Wenger ຈາກລັດ Florida ຕິດອັນດັບ ທີ 10 ໃນການແຂ່ງຂັນອັນນີ້.

ນາງ Brittany ເວົ້າວ່າ “ຂ້ອຍສອນຄອມພີວເຕີໃຫ້ຮູ້ຈັກວິທີວິໄຈໂຣກມະເຮັງ​
ເຕົ້ານົມ ເພື່ອວ່າ ມັນຈະສາມາດກໍານົດໄດ້ວ່າ ກ້ອນເນື້ອຂອງນົມ ເປັນອັນ
ຕະລາຍ ມີເຊື້ອ​ມະ​ເຮັງ ຫລືວ່າ ບໍ່ມີ.”


ນັກຮຽນຍິງອາຍຸ 18 ປີຜູ້ນີ້ ເວົ້າວ່າ ຜົນສໍາເລັດຂອງລາວ ແມ່ນເກີດຂຶ້ນລຸນຫລັງທີ່ລາວ
ຖອດຖອນບົດຮຽນ ຈາກຄວາມພະຍາຍາມທີ່ຫລົ້ມແຫລວຫລາຍໆຄັ້ງຂອງ​ນາງ.
Brittany ເວົ້າ​ເຖິງ​ຕອນ​ທີ່​ລາວ​ຄົ້ນຄວ້າ​ສໍາ​ເລັດ​ນັ້ນວ່າ:

“ຂ້ອຍຕື່ນເຕັ້ນ ຫລາຍ. ​ເວລາ​ນັ້ນ​ມັນເດິ້ກຫລາຍ​ແລ້ວ ສະນັ້ນ ທຸກຄົນໃນ
ຄອບຄົວຂ້ອຍ ກໍເຂົ້ານອນໝົດແລ້ວ ແຕ່ຂ້ອຍກໍຍັງນັ່ງຢູ່ທີ່ນັ້ນຢູ່ ຕາກ​ວ້າງຢູ່​
ເພາະ​ມັນ​ຕື່ນ​ເຕ້ນ​ຫລາຍ. ມັນຄັກອີ່ຫລີ.”


ທ້າວ Vincent O’Leary ຈາກລັດເວີຈີເນຍຕາເວັນຕົກ ສຶກສາເບິ່ງນິໄສ ຂອງກຸ້ງນໍ້າຈືດ
ທີ່​ເອີ້ນ​ວ່າ crawfish ທີ່​ແຜ່ພັນ​ໄປ​ທົ່ວ ແລະເປັນໄພຂົ່ມຂູ່ຕໍ່ອຸດສະຫະກໍາປະມົງ. ທ້າວ Vincent ເວົ້າວ່າ:

“ໃນບັ້ນ​ສຸດ​ທ້າຍ​ນັ້ນ ໂຄງການນີ້ກໍ​ແມ່ນຈະນໍາພາໄປສູ່ວິທີການທີ່ຈະສາມາດ
ທໍານາຍ​ໄດ້ວ່າ ພວກກຸ້ງເຫລົ່ານີ້ ຈະພາກັນເຄື່ອນຍ້າຍໄປທາງໃດ ໃນເວລາ
ຕໍ່ໄປ ແລະກໍຈະສ້າງວິທີການປ້ອງກັນ​ໄວ້ ເພື່ອຄວບຄຸມມັນ.”


ໃນເວລານີ້ ຍັງບໍ່ສາມາດທໍານາຍ​ໄດ້ເທື່ອວ່າ ບັນດານັກວິທະຍາສາດໜຸ່ມເຫລົ່ານີ້ ຈະກ້າວ
ໜ້າໄປຮອດໃສ ໃນຂະແໜງຂອງເຂົາເຈົ້າ ແຕ່ວ່າ ໃນປະຫວັດສາດຂອງການແຂ່ງຂັນ
Intel Science Talent Search ນີ້ ມີຜູ້ໄດ້ເຂົ້າຮອບສຸດທ້າຍ 7 ຄົນ ກ້າວໄປ​ເຖິງ​ຂັ້ນໄດ້ຮັບ
ລາງວັນໂນແບລ ມາ​ແລ້ວ.

ເບິ່ງວີດິໂອພາສາລາວ ກ່ຽວກັບຜູ້ໄດ້ຮັບລາງວັນວິທະຍາສາດ Intel ເມື່ອປີ 2012:

XS
SM
MD
LG