ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກົາຫລີເໜືອ ຈັດການແຂ່ງຂັນ ຊິງຊະນະເລີດ ກີລາ ເຕ ກວັນ-ໂດ (ເບິ່ງວີດີໂອລາວ/ອັງກິດ)


ເກົາຫລີເໜືອ ຈັດການແຂ່ງຂັນ ຊິງຊະນະເລີດ ກີລາ ເຕ ກວັນ-ໂດ (ເບິ່ງວີດີໂອລາວ/ອັງກິດ)
ເກົາຫລີເໜືອ ຈັດການແຂ່ງຂັນ ຊິງຊະນະເລີດ ກີລາ ເຕ ກວັນ-ໂດ (ເບິ່ງວີດີໂອລາວ/ອັງກິດ)

ເກົາຫລີ​ເໜືອ​ໄດ້​ເປັນ​ເຈົ້າພາບ​ ຈັດການ​ແຂ່ງຂັນ​ຊິງ​ຊະ​ນະ​ເລີດ​ກິລາ ​ເຕກວັນ-ໂດ ​ເທື່ອ​ທໍາ​ອິດ​ໃນ​ຮອບ 19 ປີ ຊຶ່ງໄດ້ເປີດ​ປະຕູ​ໃຫ້​ນັກກີລາ​ຈໍານວນ 800 ຄົນ ໄດ້ໄປ​ເຂົ້າຮ່ວມ​ແຂ່ງ​ຂັນ​ຈາກ 80 ປະ​ເທດ ​ໂຮມທັງ​ສະຫະລັດນໍາ. ວິທະຍຸ​ວີ​ໂອ​ເອ ​ໄດ້​ຮັບ​ອະນຸຍາດ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ ​ໃຫ້​ເຂົ້າ​ໄປລາຍ​ງານຂ່າວກ່ຽວ​ກັບການແຂ່ງຂັນດັ່ງກ່າວ. ນາຍ Sungwon Baik ນັກ​ຂ່າວວີ​ໂອ​ເອພະ​ແນ​ກພາສາ​ເກົາຫລີ​ ທີ່ຫາ​ກໍ່​ເດີນທາງ​ກັບ​ມາ​ຈາກ​ປະ​ເທດ​ທີ່ຢູ່​ຢ່າງ​ໂດດ​ດ່ຽວ​​ແຫ່ງ​ນັ້ນ ລາຍ​ງານ​ວ່າ ພວກ​ເຈົ້າໜ້າ​ທີ່​ທີ່​ນັ້ນ​​​ໄດ້​ສະ​ແດງຄວາມ​ເຫັນ​ທີ່​ເປັນ​ການສະ​ເໜີ​ແນະ​ວ່າ ​ເກົາຫລີ​ເໜືອ​ແລະ​ສະຫະລັດ​ຄວນ​ຈະພົວພັນ​ກັນ​ໃຫ້​ຫລາຍ​ຂຶ້ນ. ດາຣາມີ​ລາຍລະ ອຽດມາສະ​ເໜີ​ທ່ານ​.

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ

ນັບ​ວ່າ​ເປັນ​ເທື່ອ​ທໍາ​ອິດ​ໃນ​ຮອບ 19 ປີ ທີ່​ເກົາຫລີ​ເໜືອ​ໄດ້​ເປັນ​ເຈົ້າພາບ ຈັດການ​ແຂ່ງຂັນ
ຊິງ​ຊະນະ​ເລີດ ກິລາ ​ເຕກວັນ-ໂດ​ ຂອງ​ໂລກ ​ໂດຍ​ມີ​ນັກກີລາ​ຈາກ​ຫລາຍ​ກວ່າ 80 ປະ
ເທດ​ທີ່​ຖືກ​ເຊີນ​ເຂົ້າ​ໄປ​ຮ່ວມ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ​ໂຮມ​ທັງ​ສະຫະລັດນໍາ. ພວກ​ເຈົ້າໜ້າ​ທີ່​ເກົາຫລີ​
ເໜືອ ​ໄດ້ຖື​ໂອກາດ​ນີ້​ບອກ​ກັບ​ພວກສື່​ຂ່າວ​ຈາກ​ຕາ​ເວັນ​ຕົກວ່າ ຕົນປາດ​ຖະໜາຢາກມີ​ສາຍ​
ພົວພັນ​ທີ່ໃກ້​ຊິດ​ຫລາຍ​ຂຶ້ນ.

ທ່ານ Chang Ung ຜູ້ຕາງໜ້າເກົາຫລີ​ເໜືອ​ປະ​ຈໍາ​ຄະນະ​ກໍາມະການ​ກິລາ​ໂອ​ລິ​ມປີກ​ສາກົນ
ກ່າວວ່າ:

ການ​ພົວພັນ​ກັນ​ຫລາຍ​ຂຶ້ນ​ແມ່ນ​ເປັນ​ການ​ດີກ​ວ່າ​ ສໍາລັບປັບປຸງ​ຄວາມສໍາພັນ
ກັບ​ເກົາຫລີ​ເໜືອແລະ​ສະຫະລັດ
. ການ​ພົວພັນ​ກັນ​ຢ່າງ​ແຂງ​ຂັນ ບວກ​ກັບ​ການ
ຢ້ຽມຢາມ​ກັນ​ແລະ​ກັນ​ຂອງ​ທັງ​ສອງ​ຝາຍ​ນັ້ນ​ ແມ່ນເປັນການດີ ເພາະວ່າມັນ​ຄວນ​
ຈະຊ່ວຍ​ກັນ​ໃຫ້​ ເຂົ້າ​ໃຈ​ກັນ​ດີ​ຂຶ້ນກວ່າ​ເກົ່າ.

ປີ 2012 ຄື​ປີໜ້າ​ນີ້ ຖື​ວ່າ​ເປັນ​ປີ​ສໍາຄັນ​ສໍາລັບ​ຊາວ​ເກົາຫລີ​ເໜືອ. ມັນ​ຈະ​ເປັນ​ຂີດ​ໝາຍຂອງ​
ນຶ່ງ​ສັດຕະວັດ​ ຫລື 100 ​ປີ ນັບ​ຕັ້ງ​ແຕ່ຜູ້​ກໍ່​ຕັ້ງ​ປະ​ເທດ ທ່ານ ກິມ ອິລ ຊຸງ ​ໄດ້​ກໍາ​ເນີ​ດຂື້ນ​
ມາ ຢູ່​ພູ​ພັກຕູແຫ່ງນີ້​ ຊຶ່ງເປັນ​ສະຖານ​ທີ່ທີ່ໄດ້​ຮັບ​ການ​ສັກກາລະ​ບູຊາວ່າ​ເປັນ​ພູ​ສັກ​ສິດ​ແຫ່ງ​
ການ​ປະຕິວັດ.

ເຖິງ​ແມ່ນວ່າ​ເກົາຫລີ​ເໜືອກໍາລັງ​ປະ​ເຊີນ​ກັບຄວາມ​ກົດ​ດັນຫລາຍ​ຂຶ້ນ​ເລື້ອຍໆຈາກ​ການ​ຂາດ​
ແຄນ​ອາຫານແບບ​ຊໍາ​ເຮື້ອ​ຢູ່ຕະຫລອດ​ມາ​ກໍ​ຕາມ ​ແຕ່​ກໍ​ກໍາລັງ​ມີການ​ປຸກລະດົມ​ຄັ້ງ​ໃຫຍ່​ໂຕ​
ເພື່ອ​ເຮັດ​ໃຫ້​ປີ 2012 ​ເປັນ​ປີ​ເລິ່ມຕົ້ນ​ຂອງ​ການ​ກ້າວ​ຂຶ້ນ​ມາເປັນ​ຊາດ​ທີ່​ເຂັ້ມ​ແຂງແລະ​ຈະ​ເຣີນ
ຮຸ່ງ​ເຮືອງ​ຂອງ​ເກົາຫລີ​ເໜືອ. ຕຶກ​ອາຄານ​ຕ່າງໆ​ກໍາລັງ​ໄດ້​ຮັບ​ການ​ບູລະນະ​ສ້າງສາ ​ໃຫ້​ສວຍ​
ງາມ ແລະ​ຖະໜົນ​ຫົນ​ທາງ​ກໍ​ຖືກ​ລາດ​ຢາງ​ໃໝ່ ​ຊຶ່ງ​ໜ່ວຍແຮງ​ງານ​ທີ່​ສະດວ​ກ ກໍ​ແມ່ນພວກ
ທະຫານ​ນັ້ນ​ເອງ.

ຢູ່​ທາງ​ນອກສະຖານ​ທີ່​ແຂ່ງຂັນ​ ຮ້ານ​ຄ້າ​ນ້ອຍ​ໆທີ່​ສ້າງ​ຂຶ້ນ​ມາ​ຊົ່ວຄາວ ຂາຍ​ຜະລິດ​ພັນ​ນໍາ​ເຂົ້າ
ຈາກ​ຈີນ ​ແລະ​ແມ່ນ​ແຕ່​ຈາກ​ເກົາຫລີ​ໃຕ້.

ການ​ເປັນ​ເຈົ້າພາບ​ການ​ແຂ່ງຂັນ​ລະດັບ​ນານາ​ຊາດ​ນັ້ນ ​ແມ່ນ​ດຶງ​ດູດ​ຄວາມສົນ​ໃຈ​ທີ່​ບໍ່​ປາດ​ຖະ
ໜາ​ຈາກ​ໂລກ​ພາຍ​ນອກ ​ແຕ່​ມັນ​ກໍນໍາ​ເອົາ​ເງິນຕາຕ່າງ ປະ​ເທດ​ທີ່​ຕ້ອງການ​ຫລາຍ​ທີ່​ສຸດ​ນັ້ນ
ເຂົ້າ​ເກົາຫລີ​ເໜືອ.

ຮ້ານ​ອາຫານ​ແຫ່ງ​ນີ້​ຂາຍ​ເບີ​ເກີ ຊິ້ນ​ງົວ ​ແລະຊີ້ນ​ໄກ່. ພະນັກງານ​ຂາຍ​ແມ່ຍິງ ຄຸຍ​ວ່າ​ບໍລິສັດ
ຂອງ​ນາງ​ເປັນບໍລິສັດ​ນຶ່ງ​ທີ່​ໃຫຍ່​ທີ່​ສຸດ ມີ​ສາມ​ສາຂາ. ລາຄາ​ເບີ​ເກີກ້ອນ​ນຶ່ງ ແມ່ນ 2 ຫາ 3 ​
ໂດ​ລາ.

ໂທລະສັບ​ມື​ຖື ກໍນໍາເງິນໂດລາມາ​ໃຫ້​ຄື​ກັນ. ທ່ານສາມາດເຊົ່າໂທລະສັບ ມືຖື ໃນລາຄາມື້
ລະ 3.50 ໂດລາ ແຕ່ຖ້າໂທໄປຕ່າງປະເທດແມ່ນນາທີ ນຶ່ງຫົກໂດລາ. ​ແມ່ຍິງຄົນນີ້​ເວົ້າວ່າ
ປັດຈຸບັນນີ້ ມີຄົນໃຊ້ບໍລິການໂທລະສັບມືຖື ປະມານ 700,000 ຄົນ ​ໃນທົ່ວປະເທດ.

ບາງຄົນກໍມີວິທີການທີ່ປະດິດ​ຄິດ​ສ້າງເພື່ອດຶງດູດລູກຄ້າ. ທີ່ຮ້ານອາຫານແຫ່ງນີ້ ທີ່ມີຫ້ອງ
ຮ້ອງເພງຄາຣາໂອເກະ​ໄວ້​ບໍລິການ​ ພະນັກງານແມ່ຍິງຄົນ​ນຶ່ງຮ້ອງເພງຢູ່​ທາງ​ໃນ​ຮ້ານ
ຂະນະ​ທີ່ອີກຄົນ​ນຶ່ງອອກ​ມາ​ເຕ້ນ​ລໍາໄປຕາມຈັງຫວະເພງ.

ການເດີນສວນສະໜາມທະຫານຢູ່ທີ່ນີ້ ປົກກະຕິແລ້ວຈະມີຂຶ້ນທຸກໆຫ້າປີ ໃນຈໍາພວກປີທີ່
ມີເລກທ້າຍ ສູນຫລືເລກຫ້າ. ແຕ່ສະເພາະປີນີ້ ຢູ່ນອກໂຮງ ແຮມຊຶ່ງຈັດເປັນທີ່ພັກຮັບຮອງ
ພວກນັກຂ່າວຕ່າງປະເທດ ເກົາຫລີ​ເໜືອ​ໄດ້​ຈັດ​ໃຫ້ມີການເດີນສວນສະໜາມຂອງທະຫານ
ຂະໜາດໃຫຍ່ໂຕ ຊຶ່ງພວກ ນັກຊ່ຽວຊານເຊື່ອວ່າ ການສະແດງກໍາລັງດັ່ງກ່າວ ແມ່ນມີເປົ້າ
ໝາຍເພື່ອສະແດງແສນຍານຸພາບທາງທະຫານຂອງເກົາຫລີເໜືອ ລ່ວງໜ້າພິທີສະເຫລີມ
ສະຫລອງຄົບຮອບນຶ່ງຮ້ອຍປີຂອງວັນ​ເກີດ​ຂອງ​ທ່ານ​ກິມ ອິລ ຊຸງ ຜູ້​ກໍ​ຕັ້ງ​ປະ​ເທດໃນປີໜ້າ.

ເບິ່ງວີດີໂອລາຍງານພາສາອັງກິດຂອງນັກຂ່າວ Sungwon Baik:

XS
SM
MD
LG