ລິ້ງ ສຳຫລັບເຂົ້າຫາ

ປະຊາຊົນ ໃນຄ້າຍ ຜູ້ໄຮ້ທີ່ຢູ່ອາໄສ ຂອງ ມຽນມາ ອະນາຄົດມືດມົວ


ເປັນເວລາເກືອບ 3 ປີແລ້ວຕັ້ງແຕ່ຄວາມຮຸນແຮງທາງດ້ານສາສະ
ໜາໄດ້ຂະຫຍາຍເຂົ້າໄປໃນລັດ Rakhine ທາງພາກຕາເວັນຕົກ
ຂອງມຽນມາ. ຊາວມຸສລິມໂຣຮິງຢາແລະປະຊາຊົນຊາວ Rakhine
ເຊິ່ງນັບຖືສາສະໜາພຸຸດ ຈຳນວນຫຼາຍສິບພັນຄົນ ແມ່ນຍັງດຳລົງ
ຊີວິດຢູ່ໃນຄ້າຍຕ່າງໆ ສຳລັບຄົນໄຮ້ທີ່ຢູ່ອາໄສ. ປະຈຸບັນນີ້ ວິກິດ
ການອົບພະຍົບທາງເຮືອ ຢູ່ໃນພາກພື້ນ ໄດ້ດຶງດູດຄວາມສົນໃຈ
ຂອງນານາຊາດ ກັບຄືນໄປຍັງພວກໂຣຮິງຢາອີກ. ນັກຂ່າວວີໂອ
ເອ Colin Lovett ໄດ້ໄປຢ້ຽມຢາມຄ້າຍສອງບ່ອນ ເພື່ອສັງເກດ
ວ່າ ພວກເຂົາຖືກປະຕິບັດນຳແນວໃດ ເຊິ່ງ ພຸດທະສອນ ມີລາຍ
ລະອຽດມານຳສະເໜີທ່ານ.

“ນີ້ແມ່ນຄ້າຍ Dar Ping ສຳລັບພວກອົບພະຍົບພາຍໃນປະເທດ. ຊາວ ໂຣຮິງຢາ ອາໄສຢູ່ທີ່ນີ້ ລວມທັງໝົດ 986 ຄອບຄົວ ອາໄສຢູ່. ຜູ້ອາໄສຢູ່ເວົ້າວ່າທຸກຄົນ, ນັບແຕ່ ລັດຖະບານ ມຽນມາ ໄປຫາປະຊາຄົມນານາຊາດໄດ້ເຮັດໃຫ້ພວກເຂົາຜິດຫວັງ.”

ທ້າວ Nur Islam ເວົ້າວ່າ “ທຸກສິ່ງທຸກຢ່າງຢູ່ນີ້ຍາກລຳບາກ ຫຼາຍ. ມັນເບິ່ງຄ້າຍຄືກັບຢູ່ ໃນຄຸກ.”

ນັ້ນແມ່ນ Nur Islam, ຜູ້ທີ່ເປັນດັ່ງກັບຄົນອື່ນໆຢູ່ໃນຄ້າຍ Dar Ping, ເວົ້າວ່າ ພວກເຂົາມີຄວາມ ຄາດຫວັງພຽງສອງ, ສາມຢ່າງ ເພື່ອໃຫ້ມີຊີວິດທີ່ດີຂຶ້ນກວ່າເກົ່າ. ຕຳຫຼວດເຝົ້າຍາມຄ້າຍ, ພຽງບໍ່ ເທົ່າໃດກິໂລແມັດຢູ່ນອກເມືອງຫຼວງ Sittwe ຂອງລັດ Rakhine ເພື່ອປ້ອງກັນບໍ່ໃຫ້ຄົນເຂົ້າ ຫຼື ອອກ ໂດຍບໍ່ໄດ້ຮັບອະນຸຍາດ.

ນາງ Humma ເປັນແມ່ທີ່ລ້ຽງລູກຫຼາຍຄົນຢູ່ສະຖານທີ່ນີ້.

ນາງ Humma ເວົ້າວ່າ “ຂ້ອຍເປັນຫ່ວງລູກຂອງຂ້ອຍ. ຂ້ອຍຈະສົ່ງເສີມພວກເຂົາໃຫ້ຮຽນ ໜັງສື, ມີອາຫານກິນ, ເຄື່ອງນຸ່ງໃສ່ ແລະ ສິ່ງອື່ນໆໄດ້ແນວໃດ.”

ຢູ່ຄ້າຍນີ້ແມ່ນແອອັດຫຼາຍ ແລະ ເປິເປື້ອນ, ແລະ ບັນດາຜູ້ຢູ່ ອາໄສກໍຕຳໜິວ່າມັນມີອາຫານ, ການປິ່ນປົວພະຍາດ ແລະ ວຽກເຮັດງານທຳບໍ່ພຽງພໍ.

ສຳລັບບາງຄົນ, ບັນຫາແມ່ນຮ້າຍແຮງຫຼາຍ ຈົນເຮັດໃຫ້ເຂົາເຈົ້າ ພາກັນຫຼົບໜີ. ນາງ Hanna ກ່າວວ່າ ລາວເປັນຫ່ວງກ່ຽວກັບ ລູກຂອງລາວຄົນໜຶ່ງ ທີ່ໄດ້ຫຼົບໜີເພື່ອຊອກຫາ ບ່ອນຢູ່ທີ່ດີ ກວ່ານີ້.

ນາງ Hanna ເວົ້າວ່າ “ຢູ່ນີ້ມັນບໍ່ເໝາະສົມກັບພວກເດັກນ້ອຍ ເລີຍ, ລູກຂອງຂ້ອຍຄົນໜຶ່ງໄດ້ ຫຼົບໜີອອກຈາກຄ້າຍນີ້ ເມື່ອຫົກ ເດືອນທີ່ແລ້ວ. ແລະ ຂ້ອຍກໍຍັງບໍ່ທັນໄດ້ຮັບຂ່າວຫຍັງຈາກ ລາວເທື່ອ ຕັ້ງແຕ່ນັ້ນມາ.”

ປະຊາຊົນຢູ່ນີ້ຖິ້ມໂທດໃສ່ລັດຖະບານມຽນມາ ກ່ຽວກັບສະພາບ ການທີ່ພວມຊຸດໂຊມລົງຂອງ ພວກເຂົາ. ແຕ່ນອກນັ້ນ ພວກເຂົາຍັງໄດ້ຖິ້ມໂທດໃສ່ປະຊາຄົມນານາຊາດ, ໂດຍກ່າວວ່າ ໂລກໄດ້ລືມພວກເຂົາເຈົ້າແລ້ວ.

ໃນຂະນະທີ່ວີໂອເອ ໄດ້ໄປເລາະເບິ່ງຄ້າຍດັ່ງກ່າວ ຮ່ອງຮອຍທີ່ສາມາດມອງເຫັນໄດ້ສິ່ງດຽວ ຈາກການຊ່ວຍເຫຼືອສາກົນກໍແມ່ນ ເປົາເຂົ້າຕິດກາເຄື່ອງໝາຍຂອງອົງການອາຫານໂລກ. ແຕ່ນາງ Hassina ຜູ້ທີ່ເຄີຍຂາຍເຂົ້າດັ່ງກ່າວເວົ້າວ່າ ເປົາເຂົ້າເປັນພຽງພາບລວງຕາ.

ນາງ Hassina ກ່າວວ່າ “ຂ້ອຍຊື້ເຂົ້າຢູ່ຕະຫຼາດຈາກພວກຊາວນາ. ຂ້ອຍຕ້ອງການໃຊ້ ຖົງເປົ່າ, ດັ່ງນັ້ນມັນມີແຕ່ເປົາພວກນີ້ທີ່ມີຢູ່.”

ແຕ່ວ່າແຫຼ່ງການຊ່ວຍເຫຼືອສາກົນໄດ້ກ່າວຕໍ່ ວີໂອເອວ່າ ອົງກອນ ສ່ວນຫຼາຍແມ່ນຕັ້ງໃຈເອົາ ບົດບາດແບບບໍ່ໃຫ້ໂດດເດັ່ນ ໃນການຈັດຫາການຊ່ວຍເຫຼືອ ຫຼັງຈາກໄດ້ມີປະຕິກິລິຍາຢ່າງ ຮຸນແຮງໃນຄັ້ງທີ່ແລ້ວ ທີ່ຄັດຄ້ານຄວາມພະຍາຍາມຂອງພວກເຂົາ.

ບໍ່ໄກປານໃດຈາກຄ້າຍ Dar Pang ແມ່ນຄ້າຍສຳລັບຊາວ Rakhine ທີ່ນັບຖືສາສະໜາພຸດ. ມີເກືອບ 250 ຄອບຄົວອາໄສຢູ່ຄ້າຍນີ້. ທ້າວ Maung Oo Thar ກ່າວວ່າ ຄືກັນກັບຊາວ ໂຣຮິງຢາ ຄົນຂອງພວກເຂົາ ກໍບໍ່ສາມາດກັບໄປບ້ານຂອງພວກເຂົາໄດ້.

ທ້າວ Maung Oo Thar ເວົ້າວ່າ “ພວກເຮົາບໍ່ໄດ້ຮັບອະນຸຍາດໃຫ້ຄືນສູ່ບ້ານຂອງພວກ ເຮົາເຊິ່ງຕອນນີ້ເປັນເຂດຕ້ອງຫ້າມແລ້ວ. ຂ້ອຍພຽງແຕ່ຢາກກັບບ້ານ ແລະ ແທ້ໆເລີຍ ຂ້ອຍບໍ່ຢາກຢູ່ບ່ອນນີ້ ອີກແລ້ວ.”

ສະຖານະການຢູ່ບ່ອນນີ້ເບິ່ງຄືບໍ່ຮ້າຍແຮງປານໃດ. ໃນຂະນະທີ່ຜູ້ ຢູ່ອາໄສກໍປະສົບຄວາມ ລຳບາກຈາກຄວາມທຸກຍາກແຮງຈັດ, ຄ້າຍຂອງຊາວ Rakhine ມີຄວາມແອອັດໜ້ອຍ ກວ່າ ແລະ ຜູ້ອາໄສຢູ່ກໍສາມາດໄປມາຫາເມືອງ Sittwe ທີ່ຢູ່ໃກ້ຄຽງເພື່ອ ຊອກຫາວຽກໂດຍບໍ່ມີຄວາມ ຢ້ານກົວຕໍ່ຄວາມຮຸນແຮງ.

ເມື່ອໃດທີ່ຄວາມຂົມຂື່ນລະຫວ່າງ ຊາວໂຣຮິງຢາ ແລະຊາວ Rakhine ຍັງຄົງມີຢູ່, ຄ້າຍເຫຼົ່ານີ້ກໍ ບໍ່ມີທ່າທີທີ່ຈະປິດລົງ. ສິ່ງດຽວທີ່ທັງສອງຝ່າຍມີຮ່ວມກັນ ກໍຄືຄວາມຮູ້ສຶກວ່າ ຫຼັງຈາກເກືອບສາມ ປີແລ້ວ ,ຄ້າຍທີ່ພັກດັ່ງກ່າວກໍເລີ່ມຈະຮູ້ສຶກວ່າເປັນຄ້າຍທີ່ພັກຖາວອນຫຼາຍກວ່າຊົ່ວຄາວ.

ພຸດທະສອນ ດວງພູມີ ວີໂອເອ

XS
SM
MD
LG