ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອິນໂດເນເຊຍ ພາກັນ ໄປປ່ອນບັດ ເລືອກຕັ້ງ ສະພາ (ສະໄລດ໌/ວີດີໂອ)


ທ່ານ Joko Widodo ເປັນ​ທີ່​ນິຍົມ​ ຍ້ອນຊື່​ສຽງໃນ​ເລື່ອງຄວາມ
ໂປ່ງໃສ ​ແລະ​ການ​​ປົກຄອງ ແບບເຂົ້າພົວພັນໂດຍກົງ.
ທ່ານ Joko Widodo ເປັນ​ທີ່​ນິຍົມ​ ຍ້ອນຊື່​ສຽງໃນ​ເລື່ອງຄວາມ ໂປ່ງໃສ ​ແລະ​ການ​​ປົກຄອງ ແບບເຂົ້າພົວພັນໂດຍກົງ.
ຊາວ​ອິນ​ໂອ​ເນ​ເຊຍ ກຳລັງ​ພາກັນໄປປ່ອນບັດ​ລົງ​ຄະ​ແນນ​
ສຽງ ​ໃນການເລືອກ​ຕັ້ງສະພາແຫ່ງຊາດ ທີ່ມີທ່າທາງວ່າ
ຈະມີອິດທິພົນຢ່າງໃຫຍ່ຫລວງຕໍ່ການປ່ອນ ບັດເລືອກຕັ້ງ
ປະທານາທິບໍດີ ຊຶ່ງຈະມີຂຶ້ນໃນອີກບໍ່ດົນນີ້.

ຫລາຍ​ກວ່າ 186 ລ້ານ​ຄົນ​ໄດ້​ລົງ​ທະ​ບຽນເພື່ອໄປ​ປ່ອນ​ບັດ
ໃນ​ວັນ​ພຸດ​ມື້​ນີ້. ປະມານ 30 ​ເປີ​ເຊັນ​ຂອງ​ຜູ້​ປ່ອນ​ບັດ​ເປັນ
​ຊາວ​ໜຸ່ມ ຊຶ່ງສ່ວນຫລາຍ​ເປັນ​ການ​ປ່ອນ ບັດ​ເທຶ່ອທຳ​ອິດ​
ຂອງ​ເຂົາ​ເຈົ້າ.

ຜູ້​ປ່ອນ​ບັດ​ຄົນ​ນຶ່ງ ທ້າວ Sugito Walugo ກ່າວ​ວ່່າ ລາວ​ມີ
ຄວາມຫວັງໄປໃນ​ແງ່​ດີກ່ຽວ​ກັບການປ່ອນບັດ​ເລືອກ​ຕັ້ງທີ່ມີຂຶ້ນນີ້.

ຄາດວ່າ ພັກປະຊາທິປະໄຕຂອງພວກທີ່ດີ້ນຮົນຕໍ່ສູ້ ຊຶ່ງເປັນພັກຝ່າຍ​ຄ້ານ​ທີ່​ສຳຄັນຈະ
ຄອບງຳການ​ເລືອກ​ຕັ້ງຊຶ່ງຈະ​ເຮັດ​ໃຫ້ຜູ້​ປົກຄອງ​ນະຄອນຫຼວງ Jakarta ທ່ານ Joko
Widodo ມີທ່າທາງວ່າຈະ​ໄດ້​ເປັນ​ຜູ້ນຳ​ຂອງ​ປະ​ເທດຄົນຕໍ່ໄປ.

ທ່ານ Widodo ​ຊຶ່ງຮູ້​ກັນ​ໃນອີກຊື່ນຶ່ງ​ວ່າ “Jokowi” ​ເປັນ​ທີ່​ນິຍົມ​ຍ້ອນຊື່​ສຽງໃນ​ເລື່ອງ
ຄວາມໂປ່ງໃສ ​ແລະ​ການປົກຄອງ ແບບເຂົ້າພົວພັນໂດຍກົງ ​ຂອງ​ທ່ານ. ທ່ານ​ໄດ້​ກ່າວ​
ຕໍ່​ບັນດາ​ນັກ​ຂ່າວ ຫລັງ​ຈາກການ​ປ່ອນ​ບັດ​ໃນນະຄອນ Jakarta ​ໃນ​ຕອນ​ເຊົ້າ​ວັນ​ພຸດ
​ມື້​ນີ້.

ການ​ຢັ່ງ​ຫາງສຽງ ສະ​ແດງ​ໃຫ້​ເຫັນ​ວ່າ ພັກປະຊາທິປັດ ຂອງປະທານາທິບໍດີ Susilo
Bambang Yudhoyono ບໍ່ຄາດ​ວ່າ ຈະໄດ້ຮັບຄະແນນດີປານໃດ ຫຼັງ​ຈາກໄດ້ມີຂ່າວ
ນອງນັນກ່ຽວກັບ​ການ​ສໍ້ລາດ​ບັງ​ຫລວງ​ໃນ​ລະດັບ​ສູງ​ຕໍ່​ເນື່ອງ ກັນຈຳນວນນຶ່ງ.

ຜົນ​ການ​ເລືອກ​ຕັ້ງ​ທີ່​ເປັນ​ທາງ​ການ ຈະ​ປະກາດໃຫ້ຊາບ​ໃນ​ວັນ​ທີ 9 ເດືອນພຶດສະພາ
​ແຕ່ການ​ນັບບັດ​ຄະ​ແນນສຽງ​ຢ່າງໄວ ຄາດ​ວ່າຈະຮູ້ກັນ​ພາຍ​ໃນ 24 ຊົ່ວ​ໂມງ. ການ​
ເລືອກ​ຕັ້ງ​ປະທານ​າທິບໍດີ ​ແມ່ນ​ວັນ​ທີ 9 ​ເດືອນກໍລະ​ກົດ.
INDONESIA ELECTION VOSOT
please wait

No media source currently available

0:00 0:01:31 0:00
XS
SM
MD
LG