ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກເດີນເຮືອ ອິນໂດເນເຊຍ ເຈັດຄົນ ຖືກລັກພາໂຕ ຢູ່ທະເລ


ແຜນທີ່ ປະເທດອິນໂດເນເຊຍ.
ແຜນທີ່ ປະເທດອິນໂດເນເຊຍ.

ພວກ​ເດີນ​ເຮືອ​ອິນ​ໂດ​ເນ​ເຊຍ ​ເຈັດ​ຄົນໄດ້​ຖືກລັກ​ພາ​ໂຕ ​ຢູ່​ທ​ະ​ເລທາງ​ພາກ​ໃຕ້​ຂອງ​ຟິລິບ​ປິນ ອີງ​ຕາມ​ຄຳ​ຖະ​ແຫຼງຂອງລັດຖະບານ​ຢູ່​ນະຄອນ Jakarta ໃນ​ວັນ​ສຸກ​ມື້​ນີ້ ຊຶ່ງ​ເປັນ​ລັກພາ​ໂຕ ເທຶ່ອຫລ້າ​ສຸດ​ ທີ່​ມີ​ມາ​ເປັນ​ລຳດັບ​ ຢູ່​ໃນ​ເຂດ​ນ່ານ ນໍ້າ​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ພວກ​ເດີນ​ເຮືອ 13 ຄົນ ​ຢູ່ໃນເຮືອແກ່​ລຳ​ນຶ່ງ ທີ່​ແກ່​ເຮືອ​ບັນທຸກຖ່ານ​ຫີນຢູ່​ທະ​ເລ Sulu ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ເວລາ​ຖືກຈີ້​ໂດຍ​ກຸ່ມ​ທີ່​ຕິດ​ອາວຸດ.

ລັດຖະມົນຕີ​ຕ່າງປະ​ເທດອິນໂນ​ເນ​ເຊຍ ທ່ານ Retno Marsudi ກ່າວ​ວ່າ ລັດຖະບານ​ຈະ​ທຳ​ທຸກ​ວິ​ທີ​ທາງ​ເພື່ອ​ໃຫ້​ມີ​ການປ່ອຍບັນດາ​ຜູ້​ຖືກລັກພາໂຕ​ເຫລົ່າ​ນີ້.” ທ່ານ​ກ່າວ​ເພີ້​ມອີກ​ວ່າ “ຄວາມ​ປອດ​ໄພ​ຂອງ​ຊາວ​ອິນ​ໂດ​ເນ​ເຊຍ​ເຈັດ​ຄົນ ແ​ມ່ນສິ່ງ​ສຳຄັນ​ສຸດ​ຂອງ​ພວກ​ເຮົາ.”

ບັນດາ​ເຈົ້າໜ້າ​ທີ່​ໃນ​ນະຄອນ Jakarta ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ສາມາ​ດຢືນຢັນ​ໄດ້​ວ່າ ​ມີການ​ຮຽກຄ່າ​ໄຖ່ຫຼືບໍ່ ຫລື​ວ່າພວກ​ທີ່ຖືກ​ຈັບ​ໄປ​ນັ້ນ ​ເປັນ​ສະມາຊິກ​ກຸ່ມຂອງ ​ຫົວ​ຮຸນ​ແຮງ Abu Sayyat ຢູ່​ໃນ​ຟິລິບ​ປີນ.

ກຸ່ມ Abu Sayyaf ​ເປັນກຸ່ມກະບົດຫົວ​ຮຸນ​ແຮງ ​ຮຽກຮ້ອງສ້າງຕັ້ງ​ລັດ​ອິສລາມ​ຂຶ້ນ ໂດຍໄດ້​ຮັບ​ເງິນ​ມາ​ຈາກກຸ່ມ​ກໍ່​ການ​ຮ້າຍ al-Qaida ​ໃນຊຸມ​ປີ 1990.

ນັບ​ແຕ່​ນັ້ນ​ມາ​ກຸ່​ມດັ່ງ​ກ່າວກໍ​ໄດ້​ເລີ້ມ​ລັກພາ​ໂຕ​ ບັນດາ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ​ຈັບ​ເຂົາ​ເຈົ້າ​ໄວ້​ ເພື່ອ​ຮຽກຄ່າ​ໄຖ່ ​ໃນ​ຂະນະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ປະຕິບັດ​ງານເພີ້ມຂຶ້ນ​ເພື່ອ​ປາບ​ປາມ​ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວ ຫລັງ​ຈາກ​ການ​ໂຈມ​ຕີ​ຢູ່​ໃນສະ ຫະລັດ ເມື່ອວັນ​ທີ 11 ກັນຍາ ປີ 2001.

ກຸ່ມ Abu Sayyaf ​ໄດ້​ປ່ອຍ​ໂຕ​ພວກ​ເດີນເຮືອ​ອິນ​ໂດ​ເນ​ເຊຍ 10 ຄົນ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ໄດ້​ຖືກ​ກັກຂັງ​ມາແຕ່​ເດືອນ​ມີນາ​ທີ່​ຜ່ານ​ມາ.

ກຸ່ມ​ດັ່ງກ່າວ​ໄດ້​ຕັດ​ຫົວ​ຊາວ​ກາ​ນາ​ດາ ທ່ານ John Ridsel ​ໃນເດືອນ​ແລ້ວ​ນີ້ ຫລັງ​ຈາກບໍ່​ໄດ້​ຮັບ​ເງິນ​ຄ່າ​ໄຖ່ 6 ລ້ານ 5 ​ແສນ​ໂດ​ລາ. ​ ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG