ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຂວງນຶ່ງ ຂອງອິນໂດເນເຊຍ ເປັນເຈົ້າພາບ ຈັດສຳມະນາ ຕໍ່ຕ້ານລັດອິສລາມ


ຍິງຄົນນຶ່ງ ປ່ອຍນົກກາງແກສີຂາວ ຊຶ່ງເປັນສັນຍາລັກ ຂອງສັນຕິພາບ ໃນລະຫວ່າງ ການໂຮມຊຸມນຸມ ຕໍ່ຕ້ານ ກຸ່ມລັດອິສລາມ ຢູ່ທີ່ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 5 ກັນຍາ 2014.
ຍິງຄົນນຶ່ງ ປ່ອຍນົກກາງແກສີຂາວ ຊຶ່ງເປັນສັນຍາລັກ ຂອງສັນຕິພາບ ໃນລະຫວ່າງ ການໂຮມຊຸມນຸມ ຕໍ່ຕ້ານ ກຸ່ມລັດອິສລາມ ຢູ່ທີ່ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 5 ກັນຍາ 2014.

ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ ຫຼາຍພັນ​ຄົນ ຈາກ ຈາ​ວາຕາ​ເວັນ
​ອອກໃນ​ອິນ​ໂດ​ເນ​ເຊຍ ​ໄດ້​ເຂົ້າຮ່ວມ​ສຳ​ມະ​ນາ ກ່ຽວ​ກັບ​ເ​ລື້​ອງ
ການ​ຂົ່ມຂູ່​ ​ໂດຍກຸ່ມລັດອິສລາມ ​ແລະພວກ​ກຸ່ມ​ຫົວ​ຮຸນ​ແຮງ​ຈັດ
​ອື່ນໆ.

​ໃນ​ລະຫວ່າງ​ການ​ເຝິກ​ອົບຮົມ ຢູ່​ທີ່ ນະຄອນ Surabaya ​ໃນ​ວັນ
​ອັງຄານ​ວານ​ນີ້ ບັນດາ​ຜູ້​ຊ່ຽວຊານ ​ແລະ ຜູ້ນຳ​ທາງ​ສາສະໜາ ​
ໄດ້​ສົນທະນາ​ກັນ​ກ່ຽວ​ກັບ ໄພອັນຕະລາຍ​ຕ່າງໆ ຈາກ​ກຸ່ມ​ຫົວ
ຮຸນ​ແຮງ​ ຕໍ່ສັງຄົມ ຂອງ​ອິນ​ໂດ​ເນ​ເຊຍ.

ປະທານ​ໃຫຍ່ ຂອງ​ກຸ່ມ​ອິສລາມ Muhammadiyah ທ່ານ Din
Syamsuddin ກ່າວໃນ​ການ​ເຝິກ​ອົບຮົມ ວ່າ ກຸ່ມ​ລັດ​ອິສລາມ ບໍ່​ແມ່ນ​ການ​ເຄື່ອນ​ໄຫວ​ທາງ
​ດ້ານ​ສາສະໜາ ຫຼື ​ເປັນ​ອົງກອນ ​ຂອງ​ສາສະໜາອິສລາມ ​ແຕ່​ຢ່າງ​ໃດ ທ່ານ ​ກ່າວອີກ​ວ່າ
“ISIS ​ແມ່ນ​ກຸ່ມການ​ເມືອງ​ຫົວ​ຮຸນ​ແຮງ​ອັນ​ນຶ່ງ ​ແລະ ​ເຄື່ອ​ນ​ໄຫວ​ເພື່ອ​ຜົນ​ປະໂຫຍ​ດ
​ແລະ ເປົ້າໝາຍ ທາງດ້ານ​ການ​ເມືອງ​ຢ່າງໃດ​ຢ່າງນຶ່ງ ທີ່​ມີ​ລັກສະນະແບບ​ຮຸນ​ແຮງ
ຊຶ່ງ​ໝາຍ​ຄວາມ​ວ່າ ຢາກ​ທຳ​ລາຍ​ທຸກ​ສິ່ງ​ທຸກ​ຢ່າງ​ລົງຈົນເຖິງຂັ້ນ​ຮາກ​ຖານ​ຕ່າງໆ.”

ທ່ານ Quraish Shihab ນັກຊ່ຽວຊານຂອງສາສະໜາອິສລາມ ກ່າວ​ວ່າ ທ່ານເ​ຊື່​ອວ່າ
ກຸ່ມ​ລັດ​ອິສລາມ ​ໄດ້​ເຮັດ​ໃຫ້​ສາສະໜາ​ອິສລາມ ​ເສື່ອ​ມ​ເສຍ ຊຶ່ງ​ເປັນ​ສາສະໜາ ​ທີ່​ສັນຕິຢູ່
​ແລ້ວ ຍ້ອນ​ວ່າ ກຸ່ມ​ດັ່ງກ່າວ ​ແມ່ນ​ນຳ​ໃຊ້​ຄວາມ​ຮຸນ​ແຮງ ​ເພື່ອໃຫ້​ໄດ້​ມາ​ ຊຶ່ງ​ຄວາມ​ຕ້ອງການ
​ຂອງ​ຕົນ​ສະ​ເໝີ​ມາ.

ການ​ສຳ​ມະ​ນາ​ໃນ​ຄັ້ງນີ້ ​ແມ່ນ​ໄດ້ຮັບຄວາມອຸບປະຖຳຈາກ ​ໂຄງການ ກອງ​ປະຊຸມຜູ້ນຳ​ ໃນ
​ພາກ​ພື້ນ ຂອງຈາ​ວາຕາ​ເວັນ​ອອກ ຫຼື Regional Leadership Forum ​ເອີ້ນຫຍໍ້​ວ່າ
FORPINDA ທີ່​ສິ້ນ​ສຸດ​ລົງ​ດ້ວຍ​ການປະກາດ ຕໍ່ຕ້ານລັດ​ອິສລາມ.

ຜູ້​ບັນຊາ​ການ​ຕຳຫລວດ​ຂອງ​ຈາ​ວາຕາ​ເວັນ​ອອກ ​ແລະ ຜູ້​ກວດກາ​ໃຫຍ່ ທ່ານ Anas Yusuf ກ່າວ​ວ່າ ການ​ປະກາດດັ່ງກ່າວ ​ແມ່ນ​ເປັນ​ຕົວ​ແບບ​ຂອງ​ການ​ຕ້ານຢັນ ຕໍ່​ກຸ່ມ​ລັດ​ອິສລາມ.

ເບິ່ງວີດີໂອພາສາລາວ ກ່ຽວກັບການດຳເນີນຄວາມພະຍາຍາມ ຂອງອິນໂດເນເຊຍ ເພື່ອຕໍ່ຕ້ານພວກ ລັດອິສລາມ:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG