ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວປະມົງ ອິນໂດເນເຊຍ ​ວ່າ ຕົນຖືກ​ບັງ​ຄັບ ໃຫ້ເຮັດວຽກ ແບບຂ້າທາດ


ບ່ອນນອນຂອງພວກຊາວປະມົງອິນໂດເນເຊຍ ໃນເຮືອປະມົງ
ທີ່ລົງທະບຽນ ໃນໄຕ້ຫວັນ ທີ່ທ່າເຮືອ ເມືອງ Cape Town ຂອງອາຟຣິກາໃຕ້.
ວັນທີ 28 ພະຈິກ, 2013.
ບ່ອນນອນຂອງພວກຊາວປະມົງອິນໂດເນເຊຍ ໃນເຮືອປະມົງ ທີ່ລົງທະບຽນ ໃນໄຕ້ຫວັນ ທີ່ທ່າເຮືອ ເມືອງ Cape Town ຂອງອາຟຣິກາໃຕ້. ວັນທີ 28 ພະຈິກ, 2013.
ພວກ​ຊາວ​ປະມົງ​ອິນ​ໂດ​ເນ​ເຊຍ​ຫຼາຍ​ສິບ​ຄົນ ທີ່​ເຮືອ​ຫາ​ປາ​ຂອງ​
ເຂົາ​ເຈົ້າ​ຖືກ​ກັກ​ໄວ້​ໂດຍບັນດາ​ເຈົ້າ​ໜ້າ​ທີ່​ອາ​ຟຣິກາ​ໃຕ້​ໃນ​ຂໍ້​ຫາ
​ຖານ​ທຳ​ການ​ປະມົງ​ທີ່​ຜິດ​ກົດ​ໝາຍ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຖືກ
​ບັງຄັບ​ເຮັດ​ວຽກ​ໃນ​ສະພາບ​ການແບບ​ຂ້າ​ທາດ.

ພວກ​ຊາວ​ປະມົງ 75 ຄົນ​ຖືກ​ກັກ​ຂັງ​ໄວ້​ໃນ​ເຮືອ​ລາກ​ອວນ​ຫາ​
ປາ 7 ລຳ​ຢູ່​ນອກ​ຝັ່ງ​ທະ​ເລເມືອງ Cape Town ​ເປັນ​ເວລາ 3
​ເດືອນ​ຈົນ​ຮອດ​ເວລາ​ພວກ​ເຈົ້າ​ໜ້າ​ທີ່​ປະຈຳ​ທ້ອງ​ຖິ່ນ​ອາ​ຟຣິກາ​
ໃຕ້​ອະນຸ​ຍາດ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າຫາ​ຝັ່ງ​ໄດ້​ໃນ​ວັນ​ເສົາ​ຜ່ານ​
ມາ​ນີ້.

ພວກ​ເຈົ້າ​ໜ້າ​ທີ່​ອາ​ຟຣິກາ ​ໄດ້​ຈັບ​ກຸມ​ພວກ​ກັບຕັນ​ເຮືອ​ປະມົງ​ໄວ້ ​ແລະ​ທຳ​ອິດ​ບໍ​ຍອມ​ໃຫ້​ພວກ​ລູກ​ເຮືອ​ເຂົ້າ​ໄປ​ໃນອາ​ຟຣິກາໃຕ້ ​ເພາະວ່າ​ພວກ​ເຂົາ​ເຈົ້າ​ບໍ່​ມີ​ເອກະສານ​ເຂົ້າ​ເມືອງທີ່​ຖືກຕ້ອງ​ຕາມ​ກົດໝາຍ.

​ໃນ​ເວລາ​ຕໍ່​ມາ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ອະນຸຍາດ​ໃຫ້​ພວກ​ຊາວ​ປະມົງ​ເຫຼົ່າ​ນີ້ ​ເຂົ້າ​ຝັ່ງ​ໄດ້ ຫຼັງຈາກ​ທາງ​ສື່​ມວນ​ຊົນ​ອາ​ຟຣິກາ​ໃຕ້​ລາຍ​ງານ​ໃຫ້​ຊາບ​ວ່າ ພວກ​ຊາວ​ປະມົງ​ເຫຼົ່າ​ນີ້​ຍັງມີ​ອາຫານ​ກິນ​ແຕ່ພຽງ​ເລັກ​ນ້ອຍ ​ໃນເວລາ​ພວກ​ເຂົາ​ເຈົ້າ​ຖືກ​ກັກ​ຂັງ​ໄວ້​ໃນ​ເຮືອ​ໃນ​ອ່າວ Cape Townຢູ່ນັ້ນ.

ຊາວ​ປະມົງ​ຄົນ​ນຶ່ງ​ກ່າວ​ຕໍ່​ອົງການ​ຂ່າວ​ຝຣັ່ງວ່າ ລາວ​ໄດ້​ເຮັດ​ວຽກ​ຫຼາຍ​ຊົ່ວ​ໂມງ ​ໂດຍ​ບໍ່​ໄດ້ຮັບ​ຄ່າ​ຈ້າງ ​ໃນ​ຂະນະ​ທີ່​ເຮືອ​ລາກອວນ​ຂອງ​ລາວຖືກ​ກັກ​ໄວ້​ຢູ່ໃນ​ທະ​ເລ​ນັ້ນ.

XS
SM
MD
LG