ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນໂດເນເຊຍ ຈັບ 6 ຄົນ ທີ່ສົງໄສ ສັງຫານ ຕໍາຫຼວດ


ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ອິນໂດເນເຊຍ ໄດ້ຈັບ​ຜູ້​ຕ້ອງສົງ​ໄສ​ຫົກ​ຄົນຫຼັງຈາກ​ການ​ຍິງ​ສັງຫານ ​ໃນ​ວັນ​ອາທິດຜ່ານ​ມາ
ບັນດາ​ເຈົ້າ​ໜ້າ​ທີ່​ຕໍາຫລວດ ອິນໂດເນເຊຍ ໄດ້ຈັບ​ຜູ້​ຕ້ອງສົງ​ໄສ​ຫົກ​ຄົນຫຼັງຈາກ​ການ​ຍິງ​ສັງຫານ ​ໃນ​ວັນ​ອາທິດຜ່ານ​ມາ
ພວກ​ມື​ປືນ​ ຢູ່​ໃນ​ນະຄອນຈາ​ກາ​ຕ້າ ​ໄດ້​ແນເປົ້າ​ໝາ​ຍ ​ແລະ​ສັງ
ຫານ​ຕໍາຫລວດ ອີກນຶ່ງ​ຄົນ ​ໃນການໂຈມ​ຕີເຈົ້າ​ໜ້າ​ທີ່ ​ເທື່ອ​ຫຼ້າ
ສຸດ ທີ່​ມີ​ມາ​ເປັນ​ລຳດັບ ​ຢູ່ໃນນະຄອນຫຼວງ​ຂອງ​ອິນ​ໂດ​ເນ​ເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຕ້ອງສົງ​ໄສ​ຫົກ​ຄົນ
ຫຼັງຈາກ​ການ​ຍິງ​ສັງຫານ ​ໃນ​ວັນ​ອາທິດຜ່ານ​ມາ ຊຶ່ງ​ເປັນ​ການ
​ໂຈມ​ຕີເທື່ອ​ທີ​ເຈັດ ​ແບບ​ດຽວ​ກັນນີ້ ທີ່​ນະຄອນຫຼວງຈາ​ກາ​ຕ້າ
​ໃນ​ປີນີ້. ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ​ເຂົາ​ເຈົ້າ​ກໍາລັງ​ຊອກ​ຫາ​ຜູ້​
ຕ້ອງສົງ​ໄສ ຕື່ມ​ອີກ​ສອງ​ຄົນ.

ການ​ໂຈມຕີ​ສ່ວນ​ໃຫຍ່ ຮວມ​ທັງໃນ​ວັນ​ອາທິດຜ່ານ​ມາ ແມ່ນ​ພົວພັນ​ກັບ​ພວກ​ມື​ປືນທີ່​ຂີ່​ລົດຈັກ ຍິງເຂົ້າໃສ່​ເປົ້າ​ໝາຍ ​ກ່ອນ​ຈະ​ໜີ​ໄປ​ຈາກ​ບ່ອນ​ເກີດ​ເຫດ. ມີ​ແຕ່ ຕໍາຫລວດສອງ​ຄົນ​ເທົ່າ​ນັ້ນ ຂອງພວກ​ທີ່​ຖືກ​ໂຈມ​ຕີເຈັດ​ຄົນ ​ລອດ​ຊີວິດ​ມາ​ໄດ້.

ຫົວໜ້າ​ຕໍາຫລວດ ​ແຫ່ງ​ຊາດ ທີ່​ຖືກ​ແຕ່ງ​ຕັ້ງ​ໃໝ່ ທ່ານ Sutarman ກ່າວ​ວ່າ ​ແກ້​ໄຂ​ບັນ​ຫາ​ການ​ຄາດ​ຕະກໍາ​ນີ້ ​ແມ່ນ​ວຽກ​ສໍາຄັນ​ທີ່​ສຸດ​ຂອງ​ທ່ານ. ທ່ານ​ເວົ້າວ່າ “ຫວັງ​ວ່າ ພວກ​ເຮົາຈະ​ສາມາດ​ແກ້​ໄຂ​ຄະດີ​ດັ່ງກ່າວໃນ​ບໍ່​ຊ້າ​ນີ້ ນັບ​ຕັ້ງ​ແຕ່​ພວກ​ເຮົາ​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ​ທີ່​ສໍາຄັນ​ຫົກ​ຄົນ. ພວກ​ເຮົາ​ໄດ້​ທໍາ​ຄວາມ​ກ້າວໜ້າ​ຢ່າງ​ຫລວງຫລາຍ ​ໃນ​ການ​ສືບສວນ​ຂອງ​ພວກ​ເຮົາ ​ແຕ່​ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຄົ້ນ​ພົບ​ເລື້ອງລາວ​ທັງ​ໝົດ.”

ໜ່ວຍ​ຕໍ່ຕ້ານຜູ້​ກໍ່​ການ​ຮ້າຍຂອງ​ອົງການຕໍາຫລວດແຫ່ງ​ຊາດອິນ​ໂດ​ເນ​ເຊຍ ກໍ​າ ລັງ​ປະ
ຕິບັດ​ກ່ຽວ​ກັບ​ຫຼາຍໆຄະດີ​ ​ແລະ​ສົງ​ໄສວ່າ ກຸ່ມ​ກໍ່​ການ​ຮ້າຍ​ທີ່​ບໍ່​ຊາບ​ຊື່ເປັນ ຜູ້ຢູ່​ເບື້ອງ
ຫລັງການ​ສັງຫານ​ເຫຼົ່ານີ້.
XS
SM
MD
LG