ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນໍ້າຖ້ວມ ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ (ສະໄລດ໌)


ພວກກໍາມະກອນພາກັນຍ່າງຂ້າມນໍ້າ ທີ່ຖ້ວມຖະໜົນໃນນະຄອນຫລວງ Jakarta ຂອງອິນໂດເນເຊຍ ໃນວັນທີ 17 ມັງກອນ 2013.
ພວກກໍາມະກອນພາກັນຍ່າງຂ້າມນໍ້າ ທີ່ຖ້ວມຖະໜົນໃນນະຄອນຫລວງ Jakarta ຂອງອິນໂດເນເຊຍ ໃນວັນທີ 17 ມັງກອນ 2013.
ພື້ນທີ່ສ່ວນໃຫຍ່ຂອງນະຄອນຫລວງອິນໂດເນເຊຍ ແມ່ນຈົມ
ຢູ່ໃຕ້ນໍ້າທີ່ເລິກພຽງແອວ ລຸນຫລັງທີ່ມີຝົນຕົກໜັກຜິດປົກກະຕິ
ເປັນເວລາຫລາຍວັນ ຊຶ່ງໄດ້ເຮັດໃຫ້ເກີດນໍ້າຖ້ວມ ແລະບັງຄັບ
ໃຫ້ຫລາຍພັນຄົນຕ້ອງໄດ້ຍົກຍ້າຍໄປຊອກອາໄສຢູ່ບ່ອນອື່ນ.

ລະດັບນໍ້າທີ່ຍື່ງຂຶ້ນຢູ່ໃນນະຄອນຫລວງຈາກາຕາ ໄດ້ບັງຄັບໃຫ້
ບັນດາຫ້ອງການຂອງລັດຖະບານ ແລະທຸລະກິດຕ່າງໆຕ້ອງ
ປິດກິດຈະການລົງ ໃນວັນພະຫັດມື້ນີ້ ແລະຖະໜົນຫົນທາງ ຫຼາຍໆສາຍກໍບໍ່ສາມາດໃຊ້ການໄດ້ ຢູ່ໃນເຂດທີ່ມີດິນຕໍ່າຂອງ
ນະຄອນຫຼວງອິນໂດເນ ເຊຍທີ່ມັກເກີດໄພນໍ້າຖ້ວມເລື້ອຍໆ
ແລະມີພົນລະເມືອງ 14 ລ້ານຄົນນີ້.

ພວກພະຍາກອນອາກາດເຕືອນວ່າ ຝົນຕົກອາດຈະຮ້າຍແຮງ
ຂຶ້ນກວ່າເກົ່າໃນໄລຍະສອງ ສາມມື້ຕໍ່ໜ້າ ຊຶ່ງຈະເພີ້ມຕື່ມໃສ່ນໍ້າຝົນທີ່ໄດ້ຖອກລົງມາຢ່າງ ໜັກທີ່ສຸດ ຢູ່ທີ່ນະຄອນດັ່ງກ່າວ ໃນຮອບຫລາຍໆປີ ຜ່ານມາ.

ພວກເຈົ້າໜ້າທີ່ເວົ້າວ່າ ລະດັບນໍ້າຢູ່ຕາມປະຕູຕັນນໍ້າຖ້ວມແຫ່ງຕ່າງໆ ໃນນະຄອນຫຼວງ ແມ່ນສູງຂຶ້ນສູ່ລະດັບທີ່ເປັນອັນຕະລາຍແລ້ວ ແລະພວກເຂົາເຈົ້າໄດ້ເຕືອນວ່າ ນໍ້າອາດ ຈະໄຫລເຂົ້າຖ້ວມ ເຂດອື່ນໆນຳໄດ້.

ຢ່າງໜ້ອຍ 4 ຄົນໄດ້ເສຍຊີວິດ ແລະ 20 ພັນຄົນ ໄດ້ຖືກຍົກຍ້າຍຈາກນະຄອນຫລວງ ແລະ ເຂດຊານເມືອງ ບ່ອນທີ່ໄພນໍ້າຖ້ວມບໍ່ແມ່ນສິ່ງທີ່ຜິດປົກກະຕິໃນລະດູຝົນ.

XS
SM
MD
LG