ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເສຍຊີວິດ 6 ຄົນ ໃນເຫດ ພູໄຟລະເບີດ ຢູ່ອິນໂດເນເຊຍ


ພູ​​ໄຟ Rokatenda ທີ່ລະ​ເບີດ​ຂຶ້ນ ຢູ່ເກາະ Palue ຂອງອິນໂດເນເຊຍ ໃນວັນອາທິດ ມື້ນີ້ ທີ 11 ສິງຫາ 2013.
ພູ​​ໄຟ Rokatenda ທີ່ລະ​ເບີດ​ຂຶ້ນ ຢູ່ເກາະ Palue ຂອງອິນໂດເນເຊຍ ໃນວັນອາທິດ ມື້ນີ້ ທີ 11 ສິງຫາ 2013.
ພູໄຟ​ລູກ​ໜຶ່ງຢູ່​ອິນ​ໂດ​ເນ​ເຊຍ ​ໄດ້​ລະ​ເບີດ​ຂຶ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ສົ່ງ​ຂີ້ເຖົ່າ ກຸ້ມຂຶ້ນສູ່​ທ້ອງ ຟ້າ ພ້ອມ​ດ້ວຍ​ຫິນ​ໄຟ​ແຫຼວ ​ໄຫຼລົງ​ມາ​ຕາມ​ຈ້າຍພູ ​ແລະ ໄດ້​ເອົາ​ຊີວິດ​ ພວກ​ທີ່​ນອນ​ຄ້າງ​ຄືນ​ຢູ່​ຫາດ​ແຫ່ງ​ນຶ່ງ ໄປ 6 ຄົນ.

ກ່ອນ​ໜ້າ​ນີ້ ພູ​ໄຟ Mount Rokatenda ຢູ່​ເກາະ Palue ໄດ້​ກະ​ຕຸ້ນ​ໃຫ້​ທາງ​ການ​ ສັ່ງໃຫ້​ປະຊາຊົນ ຢ່າງ​ໜ້ອຍ​ 2,000 ຄົນ ພາກັນ​ຍົກຍ້າຍໜີຈາກ​ເຂດ​ນັ້ນ​ໄປ​ແລ້ວ.

​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ເວົ້າ​ວ່າ ພວກ​ເຄາະ​ຮ້າຍ​ຍ້ອນເຫດການ​ພູ​ໄຟ​ລະ​ເບີດ​ນັ້ນ ມີ​ໂຮມ​ທັງ​ຜູ້​ໃຫຍ່​ສາມ​ຄົນ ​ແລະ​ເດັກ​ຢ່າງ​ໜ້ອຍ 2 ຄົນ

ອິນ​ໂດ​ເນ​ເຊຍ​ມີ​ທ່າ​ອຽງ​ສູງ ​ທີ່​ຈະ​ເກີດ​ພູ​ໄຟ​ລະ​ເບີດ ​ແລະແຜ່ນດິນໄຫວ ຍ້ອນ​ວ່າ​ອິນ​ໂດ​ເນ​ເຊຍ​ ​ຕັ້ງ​ຢູ່ໃນ​ເຂດ​ຂອງ​ອັນ​ທີ່​ເອີ້ນ​ວ່າ ​“Ring of Fire” ຫຼື ວົງ​ແຫວນ​ໄຟ ຊຶ່ງເປັນ​ວົງມົນ​ທີ່​ມີ​ແຜ່ນດິນ​ແຍກ​ອອກ​ຈາ​ກກັນຫຼາຍໆ​ບ່ອນ ​ຢູ່​ໃຕ້​ທະ​ເລອ້ອ​ມມະຫາ​ສະມຸດແປ​ຊິ​ຟິກ ຊຶ່ງ​ພາ​ໃຫ້​ເກີດ​ແຜ່ນດິນ​ໄຫວ​ນັ້ນ.
XS
SM
MD
LG