ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພູ​​ໄຟ Sinabung ​ໃນ​ອິນໂດເນເຊຍ ຍັງ​ລະ​ເບີດ​ຢູ່​ຕໍ່ມາ (ວີດີໂອ/ສະໄລດ໌)


Indonesia volcano
please wait
Embed

No media source currently available

0:00 0:00:56 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ເຈົ້າ​ໜ້າ​ທີ່​ລັດຖະບານອິນ​ໂດ​ເນ​ເຊຍ ​ກ່າວ​ວ່າ ພູໄຟ Sinabung ​
ໃນ​ແຂວງ​ຊູ​ມາດຕຣາ​ເໜືອ ຍັງ​ລະ​ເບີດ​ຢູ່​ຕໍ່ມາ ​ແລະ​ໄດ້​ສົ່ງ​ຜົນ
ໃຫ້​ປະຊາຊົນ​ໃນ​ເຂດ​ນັ້ນ ຫລາຍ​ກ່ວາ 25 ພັນ​ຄົນ ຕ້ອງ​ໄດ້​ຍົກ
ຍ້າຍ​ໜີ​ຈາກ​ບ້ານ​ເຮືອນ.

ສູນ​ກາງພູ​ໄຟ​ແລະ​ການ​ຍົກຍ້າຍ​ຍ້ອນ​ໄພອັນຕະລາຍ​ຈາກ​ແຜ່ນ​ດິນ ​ໄດ້​ອອກ​ຄໍາ​ເຕືອນ​ໃຫ້​ລະວັງ​ໄພ ​ໃນ​ລະດັບ​ສູງ​ສຸດ ຫລັງ​ຈາກ​ພູ​ໄຟ​ດັ່ງ​ກ່າວ​ໄດ້​ລະ​ເບີດ
​ຂຶ້ນ ຢ່າງ​ຮຸນ​ແຮງ ​ໃນ​ໄລຍະ​ຫລາຍ​ເດືອນ​ຜ່ານ​ມາ.

ອົງການ​ຄຸ້ມ​ຄອງ​ໄພພິບັດ​ແຫ່ງ​ຊາດ​ຂອງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ມີ​ປະຊາຊົນ​ຫລາຍ​ກ່ວາ
25 ພັນ​ຄົນ ​ພັກ​ເຊົາ​ຢູ່​ໃນ​ສູນ​ຫລົບ​ໄພຊົ່ວຄາວ 38 ​ແຫ່ງ ທີ່​ລັດຖະບານ​ຈັດ​ໄວ້​ໃຫ້.

ແຜ່ນທີ່ສະແດງທີ່ຕັ້ງຂອງ ພູໄປ Sinabung
ແຜ່ນທີ່ສະແດງທີ່ຕັ້ງຂອງ ພູໄປ Sinabung

ພວກ​ທະຫານ​ອິນ​ໂດ​ເນ​ເຊຍ​ໄດ້​ໄປ​ຊ່ວຍ​ເຫລືອ​ຊາວບ້ານ​ຊາວ​ເມືອງ ອະນາ​ໄມ​ຖະໜົນ​ຫົນທາງ ທີ່​ປົກ​ຄຸມ​ໂດຍ​ຂີ້​ເຖົ່າຫລາຍໆ​
ຊັ້ນ ທີ່ມາຈາກການລະ​ເບີດ​ຂອງພູ​ໄຟຫລາຍໆ​ຄັ້ງ.

ພູໄຟ Sinabung ທີ່​ສູງເກືອບ​ຮອດ 2 ກິ​ໄລ​ແມັດ​ເຄິ່ງໜ່ວຍ​ນີ້ ​ໄດ້ ນອນ​ຫລັບ​ໄຫລ ຄື​ບໍ່ມີ​ການ​ເໜັງ​ຕິງ ມາ​ເປັນ​ເວລາ​ສີ່​ສັດຕະວັດ ຫລື 400 ປີ​ມາ​ແລ້ວ.

ອິນໂດ​ເນ​ເຊຍ​ແມ່ນ​ຕັ້ງ​ຢູ່​ໃນ​ຂົງ​ເຂດທີ່​ເອີ້ນ​ວ່າ ວົງແຫວ​ນ​ໄຟ​ຂອງ​ມະຫາ​ສະມຸດ​ປາຊີ​ຟິກ ​ແລະ​ມີພູ​ໄຟ​ທີ່​ບໍ່​ມອດ​ເກືອບ​ຮອດ 130 ນ່ວຍ ຫລາຍ​ກ່ວາ​ປະ​ເທດ​ອື່ນ​ໃດ​ໃນ​ໂລກ.


Head: Indonesia's Mount Sinabung continues to erupt, diplscing more than 25,000 residents.

Indonesian government officials say the Mount Sinabung volcano in North Sumatra province continues to erupt and has displaced more than 25,000 residents.

The Center for Volcanology and Geological Hazard Mitigation has issued its highest alert status after months of violent eruptions in recent months.

Indonesia's National Disaster Management Agency says more than 25,000 people are staying in 38 temporary shelters provided by local governments.

Indonesian soldiers are helping clear volcanic ash that had been left on roads in layers by repeated eruptions.

The nearly 2.5 kilometer-high volcano had been dormant for four centuries.

Indonesia lies on the Pacific Ring of Fire with nearly 130 active volcanoes, more than any other country.
XS
SM
MD
LG