ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນໂດເນເຊຍ ສັ່ງໃຫ້ກັກເງິນ ທີ່ສົງໄສ ພົວພັນກັບ ການກໍ່ການຮ້າຍ


ບັນດາເຈົ້າໜ້ທີ່ຕຳຫລວດພິເສດ ໜ່ວຍຕໍ່ຕ້ານພວກກໍ່ການຮ້າຍ ກຳລັງເຂົ້າກວດເຮືອນ ຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ລີ້ຊອນຢູ່ ເມືອງ Mojokerto ພາກຕາເວັນອອກຂອງ Java,
ບັນດາເຈົ້າໜ້ທີ່ຕຳຫລວດພິເສດ ໜ່ວຍຕໍ່ຕ້ານພວກກໍ່ການຮ້າຍ ກຳລັງເຂົ້າກວດເຮືອນ ຜູ້ຕ້ອງສົງໄສກໍ່ການຮ້າຍ ທີ່ລີ້ຊອນຢູ່ ເມືອງ Mojokerto ພາກຕາເວັນອອກຂອງ Java,

ລາຍ​ງານການ​ໂອນ​ເງິນ ​ແລະ​ສູນ​ກາງ​ວິ​ເຄາະ ທີ່​ເອີ້ນຫຍໍ້​ວ່າ
PPATK ​ໃນ​ອິນ​ໂດ​ເນ​ເຊຍ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ​ໄດ້
ກັກບໍ່ໃຫ້​ທຳ​ການ​ເຄື່ອ​ນ​ໄຫວ ​ກ່ຽວ​ກັບກອງທຶນ​ຫລາຍ​ກວ່າ
205,000 ​ໂດ​ລາ ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ຂອງ​ສ່ວນ​ບຸກຄົນ
​ແລະ​ອົງການ​ຈັດ​ຕັ້ງ​ທີ່​ພົວພັນ​ກັບກິດຈະການ​ກໍ່​ການ​ຮ້າຍ
ຢູ່ພາຍ​ໃນ​ປະ​ເທດ.

ຫົວໜ້າອົງການ PPATK ທ່ານ Muhammad Yusuf ​ໄດ້​
ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ອົງການ​ຂອງ​ທ່ານ ​ໄດ້​ໃຫ້ການ​ຮ່ວມ
ມື​ກັບ ລາຍ​ງານການ​ໂອນ​ເງິນ ​ແລະ​ສູນ​ກາງ​ວິ​ເຄາະຂອງ​ອອສ
​ເຕຣ​ເລຍ ​ຫລື AUSTRACT ​ໃນ​ການ​ພິສູດເບິ່ງ ບັນຊີ​ຕ່າງໆ
ຂອງບັນດາ​ຜູ້​ຄົນ ຫລື​ອົງການ​ຕ່າງໆ​ທີ່ສົງ​ໄສວ່າ ​ພົວພັນ​ກັບ​ກິດຈະການ​ກໍ່​ການ​ຮ້າຍ.

ຊາວ​ຫົກ​ບັນຊີໄດ້​ຖືກ​ກັກ​ບໍ່​ໃຫ້ມີ​ການເຄື່ອນ​ໄຫວ.

ທ່ານ Yusuf ​ໄດ້​ປະຕິ​ເສດບໍ່​ຍອມ​ເປີດ​ເຜິ​ຍ​ເຖິງ​ບັນດາ​ສ່ວນ​ບຸກຄົນຫລື​ການຈັດ ​ຕັ້ງ
​ຕ່າງໆ ​ໂດຍ​ກ່າວ​ວ່າ ພຽງແຕ່ຊັບ​ສົມບັດ​ໄດ້​ຖືກ​ງົດ​ບໍ່​ໃຫ້ເຄື່ອນ​ໄຫວ ​ເພື່ອ​ໃຫ້ ​ເປັນ​ການ​
ສອດຄ່ອງກັບ​ມະຕິ 1267 ຂອງສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ເພື່ອ
​ຕໍ່ຕ້ານ​ການກໍ່​ການ​ຮ້າຍ​ນັ້ນ.

ບັນດາ​ອົງການ​ທີ່​ບໍ່​ຂຶ້ນກັບລັດຖະບານ ​ແມ່ນຮວມຢູ່​ໃນ​ອົງການ​ ທີ່​ຊັບ​ສົມບັດຖືກ​ກັກບໍ່​ໃຫ້
​ມີ​ການ​ເຄື່ອນ​ໄຫວ ຮວມທັງ​ອົງການ​ກຸສົນ​ອົງການໜຶ່ງ ​ອີງ​ຕາມ​ທ່ານ Yusuf ​ທີ່ໄດ້​ນຳພາ​
ການ​ໂຄສະນາ​ຫາ​ເງິນ ​ແລະ​ພົວພັນ​ກັບ​ການ​ສໍ້​ໂກງເງິນ.

ທ່ານ​ກ່າວ​ວ່າ “ພວກ​ເຮົ​າ​ໄດ້​ພົບ​ເຫັນ​ວ່າ ເງິນ​ທຶນ​ຈຳນວນ​ໜຶ່ງ​ທີ່ຢູ່​ໃນ​ບັນດາ​ບັນຊີ ​ທີ່​ຖືກ​
ກັກ​ບໍ່​ໃຫ້​ເຄື່ອນ​ໄຫວ​ນັ້ນ​ແມ່ນໄດ້​ມາ​ຈາກການ​ຫາ​ເງິນໂດຍ​ບັນດາ​ສະມາຊິກ​ ​ເວັບ​ໄຊຂອງ
​ພວກ​ຫົວ​ຮຸນ​ແຮງ ​ແລະ​ການ​ຄ້າ​ທີ່​ຜິດ​ກົດໝາຍ” ທ່ານ​ກ່າວ​ເພີ້​ມ​ເຕີມ​ອີກ​ວ່າ ອົງການ​ຂອງ​
ທ່ານຍັງກຳລັງຕິດຕາມ​ເບິ່ງ​ກິດຈະການ​ດ້ານ​ການ​ເງິນຂອງ​ ອົງການ​ທີ່ບໍ່​ຂື້ນ​ກັບ​ລັດຖະ
ບານຫລາຍໆ​ອົງການ ທີ່​ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້າຍັງ ບໍ່​ທັນ​ຖືກ​ກັກ​ເທື່ອ.

XS
SM
MD
LG