ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນໂດເນເຊຍດໍາເນີນ ຄະດີຜູ້ກໍ່ການຮ້າຍ.


ນາຍ Abu Bakar Bashir ນັກບວດຫົວຮຸນແຮງກ່າວຕໍ່ນັກຂ່າວ
ຈາກຫ້ອງຂັງໃນຄຸກກ່ອນເລີ້ມການດໍາເນີນຄະດີ ໃນສານທີ່ກຸງຈາກາຕ້າ ອິນໂດເນເຊຍ ວັນທີ 9 ພຶດສະພາ, 2011.
ນາຍ Abu Bakar Bashir ນັກບວດຫົວຮຸນແຮງກ່າວຕໍ່ນັກຂ່າວ ຈາກຫ້ອງຂັງໃນຄຸກກ່ອນເລີ້ມການດໍາເນີນຄະດີ ໃນສານທີ່ກຸງຈາກາຕ້າ ອິນໂດເນເຊຍ ວັນທີ 9 ພຶດສະພາ, 2011.

ພວກ​ໄອ​ຍະ​ການໄດ້ຮຽກຮ້ອງ​ໃຫ້​ລົງ​ໂທດ​ຈໍາ​ຄຸກຕະຫລອດ​
ຊີວິດ​ ຕໍ່ນາຍ Abu Bakar Bashir ນັກບວດ​ຫົວ​ຮຸນ​ແຮງ
ອິນ​ໂດ​ເນ​ເຊຍ ​ໃນ​ຂະນະ​ການ​ດໍາ​ເນີນ​ຄະດີ​ຜູ້ກ່ຽວ​ມາ​ເປັນ​
ເວລາ​ດົນ​ນານ ໃກ້​ຈະ​ສິ້ນ​ສຸດ​ລົງ.

ມີພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ທີ່​ໄດ້​ຮັບ​ການ​ເຝິກ​ແອບ​ຢ່າງ​ສູງ​ຈໍານວນຫລາຍ​ຮ້ອຍ​ຄົນ ປະ​ຈໍາ​ການຢູ່​ນອກ​ສານ​ບ່ອນດໍາ​ເນີນຄະດີ​ນາຍ Bashir ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງ​ພວກ ​ໄອ​ຍະ​ການຍອມຮັບວ່າ​ ບໍ່​ມີ​ຫລັກ​ຖານ​ພຽງພໍ​ເພື່ອ​ສະໜັບ ສະໜຸນ ຂໍ້​ກ່າວ​ຫາ ທີ່ອາດສາມາດ​ລົງ​ໂທດປະຫານ​ຊີວິດ​ຜູ້ກ່ຽວ​ໄດ້​ນັ້ນ. ຄາດ​ວ່າ​ສານ​ຈະ​ຕັດສິນ​ຄະດີ​ດັ່ງກ່າວ​ໃນ​ເດືອນ​ໜ້າ.

ນາຍ Bashir ວັຍ 72 ປີ ຖືກ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ຈັດ​ແຈງ​ແລະ​ໃຫ້​ເງິນ​ຄໍາ​ແກ່​ຄ້າຍ​ເຝິກ​ແອບ​ພວກ​ກໍ່ການ​ຮ້າຍ ທີ່ໄດ້​ຖືກ​ພົບ​ເຫັນ​ໃນ​ປີ​ແລ້ວ​ນີ້ ໃນ​ແຂວງ Aceh ​ໃນ​ພາກ​ຕາ​ເວັນ​ຕົກ​ສຸດ​ຂອງ​ອິນ​ໂດ​ເນ​ເຊຍ. ​ແຕ່ ພວກໄອ​ຍະ​ການ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ສາມາດ​ພິສູດ​ຢ່າງ​ໃຫ້​ເປັນ​ທີ່ເຊື່ອ​ຖືໄດ້​ວ່າ ນາຍ Bashir ​ໄດ້​ໃຫ້​ອາວຸດ​ແລະ​ວັດຖຸ​ລະ​ເບີດ​ສໍາລັບ​ທໍາ​ການ​ກໍ່ການ​ຮ້າຍ​ນັ້ນ.

ເມື່ອໄດ້​ຮັບ​ການ​ເຝິກ​ແອບ​ແລ້ວ ພວກ​ກໍ່​ການ​ຮ້າຍ​ດັ່ງກ່າວກໍ​ຈະທໍາ​ການ ​ໂຈມ​ຕີ​ດ້ວຍ​ອາວຸດ ​ຄ້າຍຄື​ກັນ​ກັບການ​ໂຈມ​ຕີທີ່​ນະຄອນມຸມ​ໄບ​ ໃນ​ອິນ​ເດຍ ທີ່ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ຫລວງຫລາຍໃນ​ປີ 2008 ນັ້ນ ​ໂດຍ​ແນ​ໃສ່​ເປົ້າ​ໝາຍສໍາຄັນໆ​ທີ່​ຮວມທັງ​ປະທານາທິບໍດີ Susilo Bambang Yudhoyono ​ແລະ​ພວກ​ຊ່າວ​ຕ່າງ​ຊາດ​ໃນ​ກຸງ Jakarta.

XS
SM
MD
LG