ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອິນໂດເນເຊຍ ຮຽກເອກອັກຄະລັດຖະທູດ ອອສເຕຣເລຍ ເຂົ້າພົບ (ວີດີໂອ)


ເອກອັກຄະລັດຖະທູດ ອອສເຕຣເລຍ ທ່ານ Greg Moriarty ກໍາລັງ ຖືກບັນດານັກຂ່າວຊັກຖາມ
ເອກອັກຄະລັດຖະທູດ ອອສເຕຣເລຍ ທ່ານ Greg Moriarty ກໍາລັງ ຖືກບັນດານັກຂ່າວຊັກຖາມ
ອິນ​ໂດ​ເນ​ເຊຍ ​ໄດ້​ຮຽກໂຕ​ເອກ​ອັກຄະ​ລັດ​ຖະທູດອອສ​ເຕ​ຣເລຍ
ປະຈຳ​ນະຄອນ​ຈາ​ກາ​ຕາ ຫຼັງຈາກ​ມີລາຍ​ງານສະ​ແດງ​ໃຫ້​ເຫັນ
ວ່າ ອອສ​ເຕ​ຣເລຍໄດ້​ອະນຸຍາດ​ໃຫ້ສະຫະລັດ ​ດຳ​ເນີນໂຄ​ງການ
ປະຕິບັດ​ງານສີ້​ງຊອມ​ສືບລັບ ຢູ່​ໃນ​ສະຖານທູດ ຂອງ​ຕົນ ​ໃນອິນ​
ໂອ​ເນ​ເຊຍ ​ໄທ ຫວຽດນາມ ຈີນ ​ແລະ ຕິ​ມໍ​ຕາ​ເວັນ​ອອກ.

ລາຍ​ງານ​ຂ່າວດັ່ງກ່າວ​ນີ້ ແມ່ນ​ອີງຕາມ​ເອກ​ກະສາ​ນລັບ ​ທີ່​ໄດ້​
ເປີດ​ເຜີຍ ​ໂດຍ ທ້າວ Edward Snowden ອະດີດພະນັກງານ​
ສັນຍາ​ຈ້າງຂອງອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຊຶ່ງ
ນອກ​ນັ້ນ​ ຍັງກ່າວ​ອີກ​ວ່າ ສະຖານ​ທູດສະຫະລັດ ​ໃນ​ນະຄອນ
ຈາ​ກາ​ຕາ ຍັງ​ຖືກໃຊ້​ເປັນ​ບ່ອນສອດ​ແນມ​ເບິ່ງ ປະທານາທິບໍດີ
Susilo Bambang Yudhoyono ​ແລະ​ບັນດາ​ຜູ້​ນໍາອິນ​ໂດ
​ເນ​ເຊຍ​ອື່ນໆ. ​ເຂົາ​ລາຍ​ງານ​ແຈ້ງວ່າ ສະຖານທູດສະຫະລັດໄດ້​
ຕິດຕັ້ງ​ອຸບ​ປະກອນ​ລັກຟັງ​ ​ເພື່ອ​ຕິດ ຕາມ​ເບິ່ງບັນດາຜູ້​ນໍາອິນ​
ໂດ​ເນ​ເຊຍຄົນ​ອຶ່ນໆ. ​ເອກ​ກະສາ​ນ​ກ່າວ​ເຖິງ​ສະຖານ​ທີ່ ​ເຫຼົ່ານີ້
ວາ ​ໄດ້​ຖືກ​ປົກ​ປິດ​ຢ່າງ​ລະມັດລະວັງ ພາຍໃນ​ເຂ​ດສະຖານທູດ.

ຫລັງ​ຈາກ​ການ​ພົບ​ປະ​ໃນ​ວັນ​ສຸກ​ມື້​ນີ້ ນັກ​ການ​ທູດອອສ​ເຕຣ​ເລຍ ທ່ານ Greg Moriarty ກ່າວ​ແຕ່​ພຽງ​ວ່າ ​ທ່ານ​ໄດ້​ໂອ້​ລົມສົນທະນາ​ໃນ​ທາງ​ດີ ​ແລະ​ບັດ​ນີ້ ທ່ານ​ຕ້ອງ​ໄດ້​ລາຍງານ​ ​ໃຫ້ລັດຖະບານ​ຂອງ​ທ່ານຊາ​ບ.

ລັດຖະມົນ​ຕີກະຊວງ​ການຕ່າງປະ​ເທດອິນ​ໂດ​ເນ​ເຊຍ ຍັງ​ໄດ້​ຮ້ອງຫົວໜ້ານັກ​ການ​ທູດ​ສະຫະລັດ ຢູ່​ນະຄອນຫຼວງຈາ​ກາ​ຕາ​ເຂົ້າພົບ ​ເພື່ອໃຫ້​ຄວາມ​ກະຈ່າງ ​ແຈ້ງ​ຕໍ່​ການ​ກ່າວ​ຫານີ້.

US NSA
please wait
Embed

No media source currently available

0:00 0:00:47 0:00
XS
SM
MD
LG