ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

24 ຄົນ ເສຍຊີວິດ ຍ້ອນ ແຜ່ນດິນໄຫວ ຢູ່ອິນໂດເນເຊຍ (ວີດິໂອ/ສະໄລດ໌)


ຜູ້ໄດ້ຮັບເຄາະຮ້າຍຈາກແຜ່ນດິນໄຫວໄດ້ຮັບການປິ່ປົວ ຢູ່ນອກສຸກສາລາປະຈໍາຊຸມຊົນ ຢູ່ເມືອງ Bener
Meriah, ແຂວງ Aceh ຂອງອິນໂດເນເຊຍ ໃນວັນອັງຄານ ທີ 2 ກໍລະກົດ 2013.
ຜູ້ໄດ້ຮັບເຄາະຮ້າຍຈາກແຜ່ນດິນໄຫວໄດ້ຮັບການປິ່ປົວ ຢູ່ນອກສຸກສາລາປະຈໍາຊຸມຊົນ ຢູ່ເມືອງ Bener Meriah, ແຂວງ Aceh ຂອງອິນໂດເນເຊຍ ໃນວັນອັງຄານ ທີ 2 ກໍລະກົດ 2013.
ເຈົ້າໜ້າທີ່ອິນໂດເນເຊຍເວົ້າວ່າ ຈໍານວນຜູ້ເສຍຊີວິດ ໄດ້ເພີ້ມ
ຂຶ້ນເຖິງ 24 ຄົນ ແລ້ວຍ້ອນເຫດແຜ່ນດິນໄຫວຂະໜາດແຮງ
ຢູ່​ໃນ​ບໍລິ​ເວນ​ປາຍ​ແຫລມເໜືອສຸດຂອງເກາະສຸ​ມາຕຣາ.

ເຈົ້າໜ້າທີ່ເວົ້າ​ຕື່ມວ່າ ນອກ​ນັ້ນຍັງ​ມີຫລາຍກວ່າ 200 ຄົນໄດ້
ຮັບບາດເຈັບແລະ ຢ່າງໜ້ອຍມີບ້ານເຮືອນ 1 ພັນ 500 ຫລັງ​
ໄດ້​ຮັບ​ຄວາມ​ເສຍ​ຫາຍ ຍ້ອນແຜ່ນດິນໄຫວທີ່ມີຄວາມແຮງ
6.1 ຣິກເຕີ ເກີດ​ຂຶ້ນຢູ່ແຂວງ Aceh ໃນວັນອັງຄານ ວານນີ້.

ເຂດທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງສຸດແມ່ນຢູ່ເມືອງ Bener
Meriah ແລະ Aceh ກາງ ບ່ອນທີ່ແຜ່ນດິນໄຫວໄດ້ພາໃຫ້ເກີດ
ດິນເຈື່ອນແລະເຮືອນຊານພັງ ລົງ. ພວກກູ້ໄພ ຍັງສືບຕໍ່ຊອກຄົ້ນຫາຜູ້ຄົນທີ່ບໍ່ຮູ້ວ່າມີໜ້ອຍ
ຫລາຍປານໃດຖືກ ຊາກຫັກພັງທັບຢູ່ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ເກາະສຸມາຕຣາຂອງອິນໂດເນເຊຍມັກ​ເກີດແຜ່ນດິນໄຫວເລື້ອຍໆ ຍ້ອນທີ່ຕັ້ງຂອງເກາະ
ຢູ່ໃກ້ກັບເສັ້ນຮອຍ​ແຕກທີ່ອ້ອມຮອບມະຫາສະມຸດປາຊີຟິກຊຶ່ງເປັນ ທີ່ຮູ້​ກັນ​ໃນ​ຊື່ ວົງ​ແຫວນໄຟປາຊີຟິກ.

ໃນເຫດແຜ່ນດິນໄຫວຂະໜາດ​ແຮງຢູ່ນອກຊາຍຝັ່ງຂອງເກາະ Aceh ໃນປີ 2004 ​ໄດ້ພາ
ໃຫ້ເກີດຟອງຍັກສຸນາມິ ທີ່ສັງຫານຫລາຍກວ່າ 2 ແສນຄົນຢູ່ ໃນຫລາຍໆ ປະເທດທົ່ວ
ເຂດມະຫາສະໝຸດອິນເດຍ. ຄົນສ່ວນໃຫຍ່ທີ່ເສຍຊີວິດ ໄປແມ່ນຢູ່ໃນເກາະ Aceh.

ເບິ່ງສະໄລດ໌ພາບຫລັງເຫດການແຜ່ນດິນໄຫວ ຢູ່ອິນໂດເນເຊຍ:

XS
SM
MD
LG