ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອິນໂດເນເຊຍ ຍົກເລີກ ການຢ້ຽມຢາມ ອອສເຕຣເລຍ ຫຼັງຈາກ ໄດ້ເກີດການປະທ້ວງ ທີ່ຮຸນແຮງ


ພວກປະທ້ວງມຸສລິມຫົວຮຸນແຮງ ປິດໜ້າ ຂະນະທີ່ຕຳຫຼວດ ຍິງລະເບີດນ້ຳຕາເຂົ້າໃສ່
ພວກປະທ້ວງມຸສລິມຫົວຮຸນແຮງ ປິດໜ້າ ຂະນະທີ່ຕຳຫຼວດ ຍິງລະເບີດນ້ຳຕາເຂົ້າໃສ່

ປະທານາທິບໍດີ​ອິນ​ໂດ​ເນ​ເຊຍໄດ້​ຍົກ​ເລີກ​ການ​ເດີນທາງ​ໄປ​ຢ້ຽມຢາມ​ອອສ​ເຕຣ​ເລຍຫລັງ​ຈາກ​ໄດ້​ມີ​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຄັ້ງ​ໃຫຍ່ຕໍ່ຕ້ານ​ເຈົ້າ​ແຂວງ​ຄຣິສຕຽນ ທີ່​ຖືກ​ກ່າວ​ຫາ​ວ່າ ສົບ​ປະໝາດ​ສາສະໜາ​ອິສລາມ ທີ່​ໄດ້​ກາຍ​ເປັນຄວາມຮຸນ​ແຮງ​ທີ່​ນະຄອນຫຼວງຈາ​ກາ​ຕ້າ. ມີ​ຜູ້​ເສຍ​ຊີວິດນຶ່ງ​ຄົນ ​ແລະ​ຢ່າງ​ໜ້ອຍ 160 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ສຸກ​ວານ​ນີ້. ສິບ​ຄົນ​ໄດ້ຖືກ​ຕຳຫຼວດຈັບ.

ກະຊວງ​ການ​ຕ່າງປະ​ເທດ​ກ່າວ​ວ່າ ປະທານາທິບໍດີ Joko Vidodo ຈະ​ເລື່ອນໝາຍ​ກຳນົດ ໃນ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຂອງ​ທ່ານ ຍ້ອນ​ວ່າ “ສະຖານະ​ການ​ໃນ​ປັດຈຸບັນບັງຄັບ​ໃຫ້​ປະທານາທິບໍດີ​ຈຳ​ເປັນ​ຕ້ອງ​ໄດ້​ຢູ່​ທີ່​ອິນ​ໂດ​ເນ​ເຊຍ.” ການ​ເດີນທາງ​ໄປ​ຢ້ຽມຢາມ​ອອສ​ເຕຣ​ເລຍ​ມີ​ກຳ​ຈົດ​ຈະ​ເລີ້ມຂຶ້ນ​ໃນ​ວັນ​ອາທິດ​ຈະມາ ​ແລະ​ສິ້ນສຸດ​ລົງ​ໃນ​ວັນ​ອັງຄານ.

Jakarta Protests
please wait
Embed

No media source currently available

0:00 0:01:04 0:00

ການ​ປະ​ທ້ວງ​ດັ່ງກ່າວ​ນີ້ ​ແມ່ນ​ເພື່ອ​ຕໍ່ຕ້ານ ​ເຈົ້າ​ແຂວງໆ​ຈາ​ກາ​ຕ້າ ທ່ານ Busuki Tjahaja Purnama ຊຶ່ງ​ເປັນ​ຊາວ​ຈີນ​ແລະ​ນັບຖື​ສາສະໜາ​ຄຣິສຊຶ່ງ​ເປັນສາສະໜາ​ກຸ່ມ​ນ້ອຍ​ໃນ​ອິນໂດ​ເນ​ເຊຍແມ່ນ​ໄດ້​ຖືກ​ກ່າວ​ຫາ​ວ່າໝິ່ນປະໝາດ​ສາສະໜາ​ອິສລາມ. ມີ​ລາຍ​ງານ​ວ່າ ທ່ານ​ໄດ້​ກ່າວ​ຕະຫລົກ​ຫລິ້ນຕໍ່​ຜູ້​ຟັງ ກ່ຽວ​ກັບ​ຂໍ້ຄວາມ​ນຶ່ງ ​ຢູ່​ໃນ​ຄຳ​ພີ​ກູຣ່ານທີ່​ອາດ​ຕີ​ຄວາມ​ໝາຍ​ໄດ້​ວ່າ ມີ​ການ​ຫ້າມ​ບໍ່​ໃຫ້​ຊາວມຸສລິ​ມຮັບ​ເອົາ​ພວກ​ຜູ້ນຳ​ທີ່​ບໍ່​ແມ່ນ​ຊາວ​ມຸສລິ​ມ.

ປະຊາຊົນ​ຫລາຍ​ສິບ​ພັນ​ຄົນ​ໄດ້​ພາກັນ​ໂຮມ​ຊຸມນຸມ​ປະ​ທ້ວງຊຶ່ງ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ສະຫງົບ ຈົນ​ເທົ່າ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ​ໄດ້​ປະ​ທະ​ກັບ​ຕຳຫຼວດ ​ໃນ​ຕອນ​ແລງວານນີ້​ ທີ່​ເຮັດ​ໃຫ້​ມີ​ການ​ຈູດ​ລົດ​ຫຼາຍໆ​ຄັນ.

ທ່ານ Purnama ​ໄດ້​ຂໍ​ຂະ​ມາ​ໂທດ ຕໍ່​ການ​ໃຫ້​ຄວາມ​ເຫັນ​ດັ່ງກ່າວນີ້ ​ແຕ່​ພວກມຸສລິ​ມຫົວ​ແຂງ​ກະດ້າງ​ຈຳນວນ​ນຶ່ງຍັງ​ຢືນ​ຢັດ​ໃຫ້​ຈັບ​ທ່ານໃນ​ຂໍ້​ຫາ​ໝິ່ນປະໝາດ​ສາສະໜາ​ອິສລາມ.

ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ເທດ​ທີ່​ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG