ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິນໂດເນເຊຍ ຕຽມຍົກຍ້າຍ ປະຊາຊົນຂອງຕົນ ອອກຈາກ ເຢເມນ


ແຜນທີ່ເຢເມນ ທີ່ສະແດງໃຫ້ເຫັນເຂດຕ່າງໆ ທີ່ຢູ່ພາຍໃຕ້ການຄວບຄຸມ ແລະອິດທິພົນ ຂອງພວກກະບົດ Houthi
ແຜນທີ່ເຢເມນ ທີ່ສະແດງໃຫ້ເຫັນເຂດຕ່າງໆ ທີ່ຢູ່ພາຍໃຕ້ການຄວບຄຸມ ແລະອິດທິພົນ ຂອງພວກກະບົດ Houthi

ໃນ​ຂະນະ​ດຽວກັນ ອິນ​ໂດ​ເນ​ເຊຍ ກ່າວວ່າ ຕົນ​ໄດ້​ຕັດສິນ​ໃຈ​ທີ່
​ຈະ​ຍົກຍ້າຍ​ປະຊາຊົນຂອງ​ຕົນ​ທັງ​ໝົດ ​ອອກ​ຈາກປະ​ເທດ​ເຢ​
ເມນ ​ເພາະວ່າ​ສະຖານະ​ການກຳລັງ​ຊຸດໂຊມ​ລົງ ຢູ່​ປະ​ເທດ​ຕາ
​ເວັນ​ອອກ​ກາງດັ່ງກ່າວ.

ທ່ານ Tedjo Edhi Purdijano ລັດຖະມົນຕີປະສານ​ງານ ​ດ້ານ
ການ​ເມືອງ ກົດໝາຍ ​ແລະ​ຄວາມ​ປອດ​ໄພ ກ່າວ​ຕໍ່​ບັນດາ​ນັກ​
ຂ່າວ​ໃນ​ວັນ​ຈັນ​ວານ​ນີ້​ ຢູ່​ທີ່​ນະຄອນຫລວງ Jakarta ວ່າ ສ່ວນ
​ໃຫຍ່​ແລ້ວ​ແມ່ນ​ບັນດາ​ນັກ​ສຶກສາ ​ຫລື​ພວກ ​ແຮງງານທີ່ໄປເຮັດ
ວຽກຢູ່ປະເທດດັ່ງກ່າວ.

ທ່ານ​ກ່າວ​ວ່າ “ພວກ​ເຮົາພ້ອມ​ແລ້ວ ທີ່​ຈະ​ນຳ​ເອົາ​ເຂົາ​ເຈົາທັງໝົດກັບ​ຄືນ​ບ້ານ. ຫລັງ​ຈາກ
ສະຖານທູດ​ຢູ່​ທີ່​ນັ້ນ​ ໄດ້ເຮັດເອກ​ກະສາ​ໃຫ້ເຂົາ​ເຈົ້າຮຽບຮ້ອຍແລ້ວ ພວກ​ເຮົາ​ຈະ​ຈັດ​ແຈງ​
ການ​ເດີນທາງ​ຂອງ​ເຂົາ​ເຈົ້າ​ ກັບ​ມາອິນ​ໂດ​ເນ​ເຊຍ.”

ທ່ານ​ກ່າວ​ເພີ້ມອີກ​ວ່າ ທະຫານ​ມີ​ເຮືອບິນ​ຫລາຍ​ລຳ ຕຽມ​ພ້ອມ​ແລ້ວ​ທີ່​ຈະ​ບິນ​ໄປ​ຂົນ​ເອົາ
​ປະຊາຊົນອິນ​ໂດ​ເນ​ເຊຍ.

​ອິງ​ຕາມ​ກະຊວງ​ຕ່າງປະ​ເທດແລ້ວ ມີຊາວ​ອິນ​ໂດ​ເນ​ເຊຍ ປະມານ 4,159 ຄົນ ພາກັນ​ຢູ່​
ກະ​ຈັດກະຈາ​ຍທົ່ວ​ເຢ​ເມນ 2,686 ຄົນ​ເປັນ​ນັກຮຽນ ​ແລະ​ 1,488 ຄົນ​ເປັນ​ພວກເຮັດ​ວຽກ
ອອກແຮງ​ງານ.

ສະຖານ​ທູດ ຢູ່​ນະຄອນຫລວງ Sana’a ​ປະຕິບັດ​ງານຢູ່​ໃນ​ຂອບ​ເຂດ​ຈຳກັດ ​ເພື່ອ​ຊ່ວຍ
​ໃນ​ການ​ດຳ​ເນີນ​ຍົກ​ຍ້າຍ.

Yemen
please wait
Embed

No media source currently available

0:00 0:02:22 0:00

XS
SM
MD
LG