ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ສືບສວນ ກູ້ເອົາ ຫາງເຮືອບິນ AirAsia ຂຶ້ນມາ ໄດ້ແລ້ວ


ພວກກູ້ໄພ ໂບກມືໃຫ້ເຮືອບິນເຮຣີຄອບເຕີ້ ຂອງກອງທັບອາກາດອິນໂດເນເຊຍ ໃກ້ໆຫາງເຮືອບິນ AirAsia ຫລັງຈາກກູ້ເອົາຂຶ້ນມາຈາກພື້ນທະເລ (10 ມັງກອນ 2015)
ພວກກູ້ໄພ ໂບກມືໃຫ້ເຮືອບິນເຮຣີຄອບເຕີ້ ຂອງກອງທັບອາກາດອິນໂດເນເຊຍ ໃກ້ໆຫາງເຮືອບິນ AirAsia ຫລັງຈາກກູ້ເອົາຂຶ້ນມາຈາກພື້ນທະເລ (10 ມັງກອນ 2015)

ເຈົ້າໜ້າທີ່ອິນໂດເນເຊຍ ກ່າວວ່າ ພວກຊອກຄົ້ນຫາ ໄດ້ຍົກສ່ວນ
ຫາງຂອງເຮືອບິນໂດຍສານ ສາຍການບິນ AirAsia ທີ່ປະສົບອຸ
ບັດຕິເຫດຕົກເມື່ອວັນທີ 28 ທັນວາຜ່ານມາທີ່ເຮັດໃຫ້ຜູ້ໂດຍສານ ແລະພະນັກງານທັງໝົດ 162 ຄົນຢູ່ເທິງເຮືອບິນເສຍຊີວິດນັ້ນຂຶ້ນ
ມາສູ່ເທິງໜ້ານ້ຳ ຈາກພື້ນທະເລ Java ໄດ້ແລ້ວ.

ໃນວັນເສົາມື້ນີ້ ຄະນະຊອກຄົ້ນຫາໄດ້ມັດໝາກປູມເປົ້າໃສ່ຊາກ
ຫັກພັງ ເພື່ອຍົກເອົາສ່ວນຫາງ ຂອງເຮືອບິນຂຶ້ນມາເທິງໜ້ານ້ຳ.
ເຈົ້າໜ້າທີ່ສືບສວນ ຫວັງວ່າ ເຄື່ອງ ບັນທຶກສຽງແລະຂໍ້ມູນ ຍັງຢູ່
ໃນສ່ວນຫາງຂອງເຮືອບິນດັ່ງກ່າວ. ການຄົ້ນພົບທີ່ວ່າ ນີ້ແມ່ນມີ ຄວາມສຳຄັນຫຼາຍຕໍ່ການຊອກຫາສາເຫດທີ່ພາໃຫ້ເຮືອບິນຕົກ.

ຄະນະຊອກຄົ້ນຫາ ຈັບໄດ້ສຽງສັນຍານ ຈາກເຄື່ອງບັນທຶກສຽງ ແລະຂໍ້ມູນ ຂອງຖ້ຽວບິນ
8501 ໃນວັນສຸກວານນີ້ ແຕ່ເຈົ້າໜ້າທີ່ ກ່າວວ່າ ເຄື່ອງບັນທຶກດັ່ງກ່າວ ແມ່ນຢູ່ແຍກຈາກ ສ່ວນຫາງຂອງເຮືອບິນ.

ສ່ວນຫາງຂອງເຮືອບິນ AirAsia ໄດ້ຖືກຄົ້ນພົບເມື່ອວັນພຸດແລ້ວຢູ່ພື້ນທະເລປະມານ 30
ກິໂລແມັດຫ່າງຈາກຈຸດສຸດທ້າຍທີ່ຮູ້ຈັກກ່ຽວກັບເຮືອບິນລຳດັ່ງກ່າວໃນຄວາມເລິກປະມານ
30 ແມັດ.

ເຮືອບິນ Airbus 320 ໄດ້ຫາຍໄປຈາກຈໍເຣດ້າ ໃນເຂດພາກເໜືອຂອງທະເລ Java ຍັງ ບໍ່ຮອດເຄິ່ງທາງ ຂອງຖ້ຽວບິນທີ່ໃຊ້ເວລາສອງຊົ່ວໂມງ ຈາກເມືອງສຸຣາບາຢາ ຊຶ່ງເປັນຫົວ ເມືອງໃຫຍ່ອັນດັບສອງຂອງອິນໂດເນເຊຍ ໄປຫາສິງກະໂປ.

ບໍ່ມີຜູ້ໃດລອດຊີວິດມາໄດ້ ຈາກອຸບັດຕິເຫດເຮືອບິນຕົກ ໃນຄັ້ງນີ້. ມາຮອດປັດຈຸບັນ ເຈົ້າ ໜ້າທີ່ສາມາດເກັບກູ້ສົບຜູ້ເສຍຊີວິດ ຂຶ້ນມາໄດ້ແຕ່ພຽງ 48 ສົບເທົ່ານັ້ນ.

INDONESIA PLANE VOSOTVO
please wait

No media source currently available

0:00 0:00:57 0:00

XS
SM
MD
LG