ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການຊອກຄົ້ນຫາເຮືອບິນ ຂອງສາຍການບິນ AirAsia ຖືກໂຈະໄວ້ ຍ້ອນອາກາດບໍ່ດີ


ການ​ປະຕິ​ບັດງານ​ຊອກ​ຄົ້ນ​ຫາ​ເຮືອບິ​ນຂອງ​ສາຍ​ການບິນ
AirAsiaທີ່​ຫາຍ​ໄປ​ ຢູ່​ໃນ​ເຂດ​ທະ​ເລ ຈາ​ວາ ​ພ້ອມ​ກັບຜູ້​ໂດຍ
ສານ 162 ຄົນ ​ໄດ້​ຖືກ​ໂຈະ​ໄວ້ ​ໃນ​ຄືນ​ນີ້ ​ແລະ​ມີ​ກຳນົດ​ຈະ​ເລີ້ມ
​ຄືນໃໝ່ ​ໃນເຊົ້າ​ມືດ​ວັນ​ຈັນ​ມື​ອື່ນ.

ຖ້ຽວ​ບິນ​ດັ່ງ​ກ່າວຂອງ ສາຍ​ການບິນ​ລາຄາ​ຖືກ AirAsia ​ໄດ້​
ບິນ​ອອກ​ຈາກ​ເມືອງສຸຣາ​ໄບຢາຂອງ​ອິນ​ໂດ​ເນ​ເຊຍ ​ແລະມຸ້ງ​ໜ້າ
​ໄປ​ຍັງ​ສິງກະ​ໂປ ​ເວລາ​ມັນ​ຫາຍ​ໄປ​ຈາກ​ຈໍ​ເຣດາ ​ໃນ​ເວລາ 6:12
​ເຊົ້າ​ວັນ​ອາທິດ​ມື້​ນີ້ ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ​ໂດຍ​ຫາ​ກໍ​ບິນ​ຂຶ້ນ
​ຈາກ​ເດີ່ນ​ໄດ້​ພຽງ 42 ນາທີ ຄືປະມານ​ເຄິ່ງທາງ​ໄປ​ຍັງ​ຈຸດໝາຍ
​ປາຍທາງ. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກ່ອນ​ ຫາຍ​ໄປ​ນັ້ນ ນັກ​ບິນ​ໄດ້ຕິດ​
ຕໍ່​ໄປ​ຍັງຫໍ​ຄວບ​ຄຸມ​ການບິນ ​ຂໍອະ​ນຸຍາດ​ບິນ​ຂຶ້ນ​ສູ່​ລະດັບ​ສູງຂຶ້ນໄປອີກ ປະມານ 1800 ​ແມັດ ເພື່ອ​ຫລີກເວັ້ນອາກາດ​ປັ່ນ​ປ່ວນ.

ຄຳຖະແຫລ​ງສະບັບ​ໜຶ່ງ​ຂອງ​ສາຍ​ການບິນ​ເວົ້າ​ວ່າ ​ເຮືອບິນ Airbus ລຸ້ນ A320-200
ລຳ​ນັ້ນ ມີຜູ້​ໂດ​ຍສານຊາວ​ອິນ​ໂດ​ເນເຊຍ​ 149 ຄົນ ພ້ອມ​ທັງ​ຜູ້​ໂດຍສານ​ຊາວ​ເກົາຫລີ​ໃຕ້
3 ຄົນ ຊາວສິງກະ​ໂປ​ຄົນ​ໜຶ່ງ ມາ​ເລ​ເ​ຊຍຄົນ​ໜຶ່ງ ​ແລະ​ຊາວ​ອັງກິດຄົນ​ໜຶ່ງ​. ສ່ວນ​ຈຸບິນ
​ແມ່ນ​ປະກອບ​ດ້ວຍ​ ຊາວອິນ​ໂດ​ເນ​ເຊຍ 6 ຄົນ​ ແລະ​ຄູ່​ນັກ​ບິນ​ເເມ່ນ​ຊາງວຝຣັ່ງ. ​ເຈົ້າ​ໜ້າ​ທີ່
ອິນ​ໂດ​ເນ​ເຊຍ​ກ່າວ​ວ່າການ​ປະຕິບັດ​ງານ​ຊອກ​ຫາ​ແລະ​ກູ້​ໄພ​ ກຳລັງ​ດຳ​ເນີນ​ໄປ ​ຢູ່​ໃນ​ເຂດ​
ທະ​ເລ​ຈາ​ວາ.

asiamissingplane28december14
please wait

No media source currently available

0:00 0:02:00 0:00

ທ່ານ Ignasius Jonan ລັດຖະມົນຂົນ​ສົ່ງ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ “ທະຫານ ​ແລະ
ທີ​ມກູ້​ໄພ​ ພ້ອມ​ກັບ​ອົງການ​ຊອກ​ຄົ້ນແລະ​ຊ່ອຍ​ກູ້​ໄພ​ຂອງສິງກະໂປ ຫຼື SAR ​
ໄດ້​ເລີ້ມ​ດຳ​ເນີນການ​ຊອກ​ຄົ້ນ​ແລ້ວ. ພວກ​ເຮົາ​ໄດ້​ແຈ້ງໄປ​ຍັງ​ພວກ​ກຳ​ປັ່ນ​
ແລະ​ເຮືອ​ທຸກ​ລຳ​ໃນ​ຂົງ​ເຂດ ​ໃຫ້​ສົ່ງ​ຂ່າວ​ຂໍ້​ມູນ​ໃດໆກໍ​ຕາມ​ທີ່​ເຂົາ​ເຈົ້າ​ມີ ​ກ່ຽວ​
ກັບ​ເຮືອບິນ​ລຳ​ນີ້ ​ແລະ​ຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ເຈົ້າກະກຽມ​ເພື່ອ​ໃຫ້ການ​ຊ່ອຍ
​ເຫຼືອ​ໃດໆ​ທີ່​ຕ້ອງການ​ນັ້ນ.”

ເຮືອບິນ​ລຳ​ນີ້ ​ແມ່ນ​ດຳ​ເນີນ​ການ​ໂດຍສາຍ​ການ​ບິນ AirAsia ປະຈຳ Indonesia ຊຶ່ງ​
ເປັນ​ສາຂາ​ນຶ່ງ​ຂອງ​ສາຍ​ການບິນ AirAsia ທີ່​ມີສຳນັກ​ງານ​ໃຫຍ່ ​ຕັ້ງ​ຢູ່​ໃນ​ມາ​ເລ​ເຊຍ.

XS
SM
MD
LG