ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

14 ຄົນ ເສຍຊີວິດ ຍ້ອນອຸໂມງພັງ ຢູ່ບໍ່ຄໍາແລະທອງແດງ ໃນອິນໂດເນເຊຍ (ວີດິໂອ)


ພະນັກງານຂອງບໍລິສັດ Freeport workers ກວດກາເບິ່ງບ່ອນເກີດເຫດໃນ Big Gossan ພ້ອມ ກັບຜູ້ຕາງໜ້າລັດຖະບານ ໃນເມືອງ Timika ທີ່ບໍ່ Grasberg ຢູ່ພູສູງແຫ່ງນຶ່ງໃນແຂວງ Papua ຂອງອິນໂດເນເຊຍ ໃນວັນທີ 19 ພຶດສະພາ 2013.
ພະນັກງານຂອງບໍລິສັດ Freeport workers ກວດກາເບິ່ງບ່ອນເກີດເຫດໃນ Big Gossan ພ້ອມ ກັບຜູ້ຕາງໜ້າລັດຖະບານ ໃນເມືອງ Timika ທີ່ບໍ່ Grasberg ຢູ່ພູສູງແຫ່ງນຶ່ງໃນແຂວງ Papua ຂອງອິນໂດເນເຊຍ ໃນວັນທີ 19 ພຶດສະພາ 2013.
ພະນັກງານກູ້ໄພຢູ່ໃນແຂວງ Papua ຕາເວັນຕົກ ຊຶ່ງເປັນ
ເຂດຫ່າງໄກສອກຫລີກ ໃນພາກຕາເວັນອອກຂອງອິນໂດ
ເນເຊຍ ໄດ້ພົບສົບຄົນຕາຍ ອີກຫ້າສົບ ໃນອຸໂມງທີ່ພັງລົງ
ຂອງບໍ່ຄໍາແລະບໍ່ທອງແດງ ຊຶ່ງໄດ້ເຮັດໃຫ້ຈໍານວນຄົນເສຍ
ຊີວິດເພີ້ມຂຶ້ນເປັນ 14 ຄົນ ແລະອີກ 14 ຄົນຍັງຊອກຫາບໍ່
ເຫັນ ແລະຢ້ານວ່າເສຍຊີວິດໄປແລ້ວ.

ພວກເຈົ້າໜ້າທີ່ເວົ້າວ່າ ກໍາມະກອນ 38 ຄົນ ຢູ່ໃນບໍ່ Grasberg ແມ່ນກໍາລັງຝຶກແອບເລື້ອງຄວາມປອດໄພຢູ່ສະຖານທີ່ຝຶກອົບຮົມ
Big Gossan ຢູ່ໃຕ້ດິນ ເວລາເພດານບໍ່ ຍຸບລົງມາ ໃນວັນອັງ
ຄານອາທິດແລ້ວນີ້. ກໍາມະກອນຂຸດບໍ່ແຮ່ 10 ຄົນ ໄດ້ຖືກດຶງ
ອອກມາຈາກຊາກຫັກພັງ ໂດຍຍັງມີຊີວິດຢູ່.

ເຈົ້າໜ້າທີ່ເວົ້າວ່າ ການດໍາເນີນຄວາມພະຍາຍາມໃນການຊອກຫາຄົນພົບອຸປະສັກຍ້ອນ
ມີກ້ອນຫີນເຈື່ອນລົງມາເລື້ອຍໆ.

ພື້ນທີ່ ທີ່ຄັບແຄບ ແລະຄວາມເປັນໄປໄດ້ທີ່ວ່າ ອຸໂມງອາດບໍ່ໝັ້ນຄົງນັ້ນເຮັດໃຫ້ຕ້ອງ
ໄດ້ ໃຊ້ອຸບປະກອນ ທີ່ໃຊ້ດ້ວຍມື ໃນເບື້ອງຕົ້ນ ຈົນກວ່າວັນພະຫັດແລ້ວນີ້ ຈຶ່ງສາມາດນໍາ
ເອົາອຸປະກອນກົນເຄື່ອງຈັກໜັກ ມາໃຊ້ໄດ້ຢ່າງປອດໄພ.

ການດໍາເນີນຄວາມພະຍາຍາມໃນການກູ້ໄພ ແມ່ນດໍາເນີນໄປໂດຍການຮ່ວມງານ
ກັນ ລະຫວ່າງບໍລິສັດ PT Freeport ປະຈໍາອິນໂດເນເຊຍ ທີ່ເປັນຜູ້ບໍລິຫານບໍ່ ແລະ
ຕໍາຫລວດໃນທ້ອງຖິ່ນ ກັບທະຫານອິນໂດເນເຊຍ.

ມີກໍາມະກອນຫລາຍເຖິງ 1 ພັນຄົນ ພາກັນເດີນຂະບວນຢູ່ໃກ້ບໍ່ດັ່ງກ່າວໃນວັນພຸດແລ້ວ
ນີ້ ຊຶ່ງເປັນການປະທ້ວງຄັ້ງຫລ້າສຸດ ຕໍ່ສະພາບການຢູ່ບ່ອນເຮັດວຽກ ທີ່ໄດ້ເຮັດໃຫ້
ການຜະລິດຫຍຸ້ງຍາກຂຶ້ນໃນຊຸມປີໝໍ່ໆມານີ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG