ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

9 ຄົນເສຍຊີວິດ ຍ້ອນດິນເຈື່ອນ ສອງຄັ້ງ ທີ່ອິນໂດເນເຊຍ


ແຜນທີ່ອິນໂດເນເຊຍ ບ່ອນເກີດເຫດດິນເຈື່ອນສອງຄັ້ງ
ຍ້ອນຝົນຕົກໜັກ ຢູ່ພາກຕາເວັນຕົກຂອງປະເທດ
ແຜນທີ່ອິນໂດເນເຊຍ ບ່ອນເກີດເຫດດິນເຈື່ອນສອງຄັ້ງ ຍ້ອນຝົນຕົກໜັກ ຢູ່ພາກຕາເວັນຕົກຂອງປະເທດ
ເຈົ້າໜ້າທີ່ອິນໂດເນເຊຍເວົ້າວ່າ ເຫດດິນເຈື່ອນສອງຄັ້ງ ທີ່ເກີດ
ຂຶ້ນຍ້ອນຝົນຕົກໜັກ ຢູ່ພາກຕາເວັນຕົກຂອງອິນໂດເນເຊຍ ໄດ້
ເຮັດໃຫ້ຢ່າງໜ້ອຍ 9 ຄົນ ເສຍຊີວິດ ແລະອີກປະມານ 17 ຄົນ
ຫາຍສາບສູນ.

ພວກເຈົ້າໜ້າທີ່ຮັບມືກັບໄພພິບັດເວົ້າວ່າ ເຫດດິນເຈື່ອນຢູ່ເມືອງ
Kerinci ໃນ ແຂວງ Jambi ໄດ້ເຮັດໃຫ້ກໍາມະກອນ 4 ຄົນ ທີ່
ເຮັດວຽກຂຸດບໍ່ນໍ້າຮ້ອນໃຕ້ດິນ ໃຫ້ບໍລິສັດ PT Pertamina
Geothermal Energy ເສຍຊີວິດ.

ພວກເຈົ້າໜ້າທີ່ເວົ້າອີກວ່າ ເຫດດິນເຈື່ອນຄັ້ງທີສອງ ໃນຕອນ
ເຊົ້າຂອງວັນອາທິດມື້ນີ້ ຢູ່ທີ່ບ້ານ Tanjung Sani ໃນເມືອງ
Agam ຂອງແຂວງ Sumatra ຕາເວັນຕົກ ໄດ້ເຮັດໃຫ້ຢ່າງ
ໜ້ອຍ 5 ຄົນ ເສຍຊີວິດ ແລະອີກປະມານ 17 ຄົນ ຖືກຝັງຢູ່
ໃຕ້ຂີ້ຕົມ.

ຝົນທີ່ຫລັ່ງລົງມາແຮງຕາມລະດູການ ບວກກັບການຕັດໄມ້ທໍາລາຍປ່າ ໄດ້ເປັນເຫດໃຫ້
ດິນເຈື່ອນ ແລະນໍ້າຖ້ວມກະທັນຫັນເກີດຂຶ້ນເລື້ອຍໆ ໃນແຕ່ລະປີ ຢູ່ໃນອິນໂດເນເຊຍ.
XS
SM
MD
LG