ລິ້ງ ສຳຫລັບເຂົ້າຫາ

ຄົນງານອິນໂດເນເຊຍ ຮຽກຮ້ອງ ຂໍຂຶ້ນຄ່າແຮງງານ ໃນວັນກໍາມະກອນສາກົນ (ເບິ່ງສະໄລດ໌)

  • ທອງປານ ເທບວົງສາ

ບັນດາແຮງງານອິນໂດເນເຊຍ ພາກັນເດີນຂະບວນ ໃນນະຄອນຫລວງຈາກາຕາ ໃນວັນກໍາມະກອນສາກົນ, ວັນທີ 1 ພຶດສະພາ 2012. (File)

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ​ ພາກັນ​​ເດີນ​ຂະ​ບວນ​ ຜ່ານ​ເມືອງ​ຫລວງ​ຂອງ​ອິນ​ໂດ​ເນ​ເຊຍ ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຮຽກຮ້ອງ​ເອົາສະພາບ​ການ​ທີ່​ດີ​ຂຶ້ນ ​ໃນ​ບ່ອນທໍາ​ງານ​ ​ເພື່ອ​ເປັນ​ຂີດ​ໝາຍ​ວັນກໍາມະກອນສາກົນ. ​​ເຖິງ​ແມ່ນ​ໄດ້​ມີ​ການ​ຢຸດ​ງານປະ​ທ້ວງຢູ່​ເລື້ອຍໆ ທີ່ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່ພໍ​ໃຈ​ພາຍ​ໃນໜ່ວຍ​ແຮງ​ງານນັ້ນ​ກໍ​ຕາມ ພວກ​ນັກວິ​ເຄາະກໍ​ກ່າວ​ວ່າ ອິນ​ໂດ​ເນ​ເຊຍ​ຍັງ​ຫ່າງ​ໄກ​ຢູ່​ຫລາຍ ຈາກການ​ລົບ​ລ້າງ​ຊື່​ສຽງ​ອັນ​ບໍ່​ດີ​ຂອງ​ຕົນ ​ໃນ​ຖານະ​ເປັນ​ປະ​ເທດ ທີ່​ວ່າ​ຈ້າງ ​ຄ່າ​ແຮງຖືກໆ​ແລະບັງຄັບ​ໃຫ້​ຄົນ​ງານ​ເຮັດ​ວຽກຫລາຍໆ​ຊົ່ວ​ໂມງ. Kate Lamb ມີ​ລາຍ​ງານ​ມາ​ຈາກ​ຈາ​ກາ​ຕາ ຊຶ່ງທອງ​ປານຈະ​ນໍາມາສະ​ເໜີ​ທ່ານ​.

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ທີ່ເດີນທາງ​ມາ​ຈາກ​ທົ່ວ​ທຸກ​ຫົນ​ແຫ່ງ​ ເພື່ອ​ຮ່ວມ​ປະກອບສ່ວນ​
ໃນ​ການ​ໂຮມ​ຊຸມນຸມ​ກັນ​ຄັ້ງ​ໃຫຍ່​ ​ໄດ້ພາກັນ​ເດີນ​ຂະ​ບວນຢ່າງ​ສັນຕິ​ໄປຕາມ​ຖະໜົນ​ຫົນທາງ​
ສາຍ​ໃຫຍ່ໆ​ຂອງ​ນະຄອນ​ຫລວງ Jakarta ​ເພື່ອ​ນໍ​າຄວາມ​ຮ້ອງທຸກ​ຂອງ​ເຂົາ​ເຈົ້າ ​ໄປ​ຍັງ​ທໍາ
ນຽບປະທາ​ນາ​ທິບໍດີ ໃນວັນອັງຄານ ຜ່ານມານີ້.

ຜູ້ນຶ່ງໃນຈໍານວນຝຸງຊົນທີ່ອັ່ງອໍກັນນັ້ນ ກໍຄືນາຍ Dede Rasani ກໍາມະກອນໂຮງງານ​ ອາຍຸ
45 ປີ ຈາກ​ເມືອງບັນ​ດຸງ ​ແລະ​ເປັນ​ສະມາຊິກ​ຄົນ​ນຶ່ງ​ຂອງ​ສະຫະພັນ​ກໍາມະບານ​ອິນ​ໂດ​ເນ​ເຊຍ.

ນາຍ ​ເດ​ເດ ກ່າວ​ວ່າ “ລັດຖະບານ​ບໍ່ ລໍ່າ​ໄລ​ນໍາ​ສິດທິ​ຂອງ​ພວກ​ຄົນ​ງານ ​ແລະ​ກໍ​ບໍ່ໄດ້​
ຈັດ​ຕັ້ງປະຕິ​ບັດ​ກົດໝາຍ​ແຮງ​ງານ​ ​ຢ່າງ​ຖືກຕ້ອງ​ເໝາະ​ສົມ​.”

ນາຍ ​ເດ​ເດ ກ່າວ​ຕໍ່​ໄປ​ວ່າ ລັດຖະບານຄວນ​ຈະ​ຂຶ້ນຄ່າ​ຈ້າງ​ຕໍ່າ​ສຸດ ວາງ​ກົດ​ເກນ​ການ​ຈ່າຍ​ເງິນ
ບໍາ​ນານ ​ແລະ​ຢຸດ​ເຊົາ​ການ​ສົ່ງ​ວຽກ​ອອກ​ໄປ​ເຮັດ​ຢູ່ຕ່າງປະເທດ​.

ການ​ປະ​ທ້ວງ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ແມ່ນ​ເປັນ​ບັ້ນ​ລ່າ​ສຸດ​ໃນ​ຫລາຍໆ​ບັ້ນ​ ໃນ​ປີຜ່ານ​ມາ.

ຜົນ​ສໍາ​ເລັດ​ຂອງພວກ​ຄົນ​ງານ​ຂຸດບໍ່​ແຮ່ Freeport ຂອງ​ແຂວງ​ປາ​ປົວ​ຕາ​ເວັນ​ຕົກ ທີ່​ເມື່ອ​ບໍ່​ດົນ
​ມາ​ນີ້ ໄດ້ຮັບ​ອະນຸມັດການ​ຂຶ້ນອັດຕາ​ຄ່າ​ຈ້າງ 37 ​ເປີ​ເຊັນ ຫລັງ​ຈາກ​ການ​ນັດ​ປະ​ທ້ວງ​ຢຸດ​ງານ
​ເປັນ​ເວລາ​ສາມ​ເດືອນນັ້ນ​ ​ໄດ້​ເປັນ​ການ​ຊຸກຍູ້​ໃຫ້​ພວກ​ກໍາມະກອນ​ໃນ​ທົ່ວ​ປະ​ເທດ​ພາກັນ​ລຸກ​ຮື​ຂຶ້ນ.

​ໃນ​ເດືອນກຸມພາ​ຜ່ານ​ມາ​ປີ​ນີ້ ພວກ​ຄົນ​ງານ​ໂຮງງານ 20,000 ຄົນ ທີ່​ແຂວງ Java ຕາ​ເວັນ​ຕົກ
ກໍ​ໄດ້​ທວງ​ໃຫ້​ຂື້ນ​ຄ່າ​ແຮງ​ງານ​ຕໍ່າ​ສຸດ ​ແລ​ະພວກ​ເຂົາ​ເຈົ້າກໍ​ຊະນະ. ໄຊຊະນະ​ຂອງ​ພວກ​ເຂົາ​ເຈົ້າ
ຄັ້ງ​ນັ້ນ ຍັງ​ຜົນ​ໃຫ້​ເກີດ​ລຸກ​ຮື​ຂຶ້ນຂອງ​ພວກ​ຄົນ​ງານ ຈົນ​ໄດ້​ຮັບ​ໄຊຊະນະ ໃນ​ອີກ 8 ​ແຂວງ.

​ເມື່ອ​ບໍ່​ດົນ​ມາ​ນີ້​ເຊັ່ນ​ກັນ ບໍລິສັດ​ຜະລິດ​ເຄຶ່ອງກີລາ Nike ກໍ​ໄດ້​ຖືກ​ບັງຄັບ​ໃຫ້ ຈ່າຍ​ເງິນ​ໃຫ້​ແກ່
​ພວກ​ຄົນ​ງານ​ທ້ອງ​ຖິ່ນ​ຂອງ​ຕົນ 1 ລ້ານ​ໂດ​ລາ ທີ່​ເປັນ​ເງິນຄ່າ​ທໍາ​ງານ​ລ່ວງ​ເວລາ ຫລື​ໂອ​ເວີ​ທາຍ
ທີ່​ທາງ​ບໍລິ​ສັດ​ບໍ່​ໄດ້​ຈ່າຍ​ໃຫ້. ມາບັດ​ນີ້ ຊໍ້າພັດມີບັນ​ຫາ​ຂັດ​ແຍ້​ງກັນ​ຊຸດ​ໃໝ່ ​ກ່ຽວ​ກັບ​ຂໍ້​ກ່າວ​ຫາ
​ຕ່າງໆທີ່ປາກົດຂຶ້ນ​ມາ ທີ່​ວ່າ​ເຄຶ່ອງ​ແບບ ສໍາລັບ​ໃສ່​ໃນ​ງານ​ແຂ່ງຂັນ​ໂອ​ລິ​ມປິກ​ ທີ່​ລອນ​ດອນ​
ປະ​ເທດ​ອັງກິດນັ້ນ ​ແມ່ນ​ຜະລິດຢູ່​ໃນ​ໂຮງງານ​ທີ່ຂູດ​ຮີດ​ແຮງ​ງານ ​ຄືຈ່າ​ຍ​ຄ່າ​ຈ້າງ​ຕໍ່າ​ ພ້ອມ​ທັງ
​ບັງຄັບ​ໃຫ້ເຮັດ​ວຽກ​ຫລາຍ​ຊົ່ວ​ໂມງ​ຢູ່​ໃນອິນໂດ​ເນ​ເຊຍນັ້ນ.

​ແຕ່ເຖິງ​ແມ່ນໄດ້​ມີ​ການ​ປະ​ທ້ວງເພີ່ມ​ຂຶ້ນນັບ​ມື້ກໍ​ຕາມ ນັກ​ເສດຖະສາດ Ichsan Fauzi ກໍ
ກ່າວວ່າ ​ໜ່ວຍ​ແຮງ​ງານ​ຖືກໆ​ອັນ​ໃຫຍ່​ຫລວງຂອງ​ອິນ​ໂດ​ເນ​ເຊຍ​ນັ້ນ ​ແມ່ນເຮັດ​ໃຫ້​ເປັນ​ໄປ​
ໄດ້​ຍາກ ທີ່​ທາງ​ການຈະປັບປຸງ​ສິດທິ​ຂອງພວກ​ຄົນ​ງານທັງ​ໝົດ ໃຫ້​ດີຂຶ້ນ​ໄດ້. ​ທ່ານ Fauzi
ອະທິບາຍ​ວ່າ:

“ການ​ທີ່ວ່າ ການ​ຫວ່າງ​ງານ ​ແລະ​ການບໍ່ມີ​ວຽກ​ເຮັດ​ເຕັມ​ເວລາ ​ຍັງ​ມີ​ຢູ່​ໃນອິນ​ໂດ​ເນ​ເຊຍ
​ແລະປະກອບ​ເປັນ 30 ​ເປີ​ເຊັນ​ຂອງ​ກໍາລັງ​ແຮງ​ງານທັງ​ໝົດ​ນັ້ນ ​ແມ່ນ​ໝາຍ​ຄວາມ​ວ່າ ຈະ
​ມີ​ພວກ​ຄົນ​ທີ່​ພ້ອມ​ແລະ​ເຕັມ​ໃຈ​ຈະ​ຮັບ​ງານທີ່​ໄດ້​ຄ່າ​ຈ້າງ​ຕໍ່າ​ນັ້ນ​ຢູ່ ຊຶ່ງ​ເປັນ​ຄ່າ​ແຮງ​ທີ່​ຕໍ່າ​ກວ່າ
​ຄ່າ​ແຮງ​ຕໍ່າ​ສຸດ​ອີກ​ຊໍ້​າ ​ແລະ​ນັ້ນ​ກໍ​ເທົ່າ​ກັບ​ເປັນ​ການປິດ​ກັ້ນ ​ການ​ເຄຶ່ອນ​ໄຫວດ້ານ​ແຮງ​ງານ
ຂອງ​ທາງ​ການ.”

​ເວລາ​ນີ້ ອິນ​ໂດ​ເນ​ເຊຍ​ກໍາລັງ​ປະ​ເຊີນ​ກັບ​ການເສດຖະກິດ​ທີ່​ເຕີບ​ໂຕ​ຂຶ້ນຢ່າງວ່ອງ​ໄວ ​ແຕ່​ວ່າ
ພວກ​ຄົນ​ງານ​ໂຮງ​ຈັກ​ໂຮງງານ​ຊາວ​ອິນ​ໂດ​ເນ​ເຊຍ ກໍ​ຍັງຮວມຢູ່​ໃນ​ພວກ​ທີ່ໄດ້ຮັບ​ຄ່າ​ແຮງ​ຕໍ່າ​
ທີ່​ສຸດ​ໃນ​ຂົງ​ເຂດ​ເອ​ເຊຍ ຄື​ມີ​ລາຍ​ໄດ້ປະມານ 100 ຫາ 200 ​ໂດ​ລາ ຕໍ່​ເດືອນ ຊຶ່ງ​ຕໍ່າ​ກວ່າ​ຈີນ​
ອິນ​ເດຍ ມາ​ເລ​ເຊຍ ​ແລະ​ໄທ ອີກ.

ຫລາຍ​ບໍລິສັດ​ກໍ​ວ່າ​ຈ້າງຄົນ​ງານ​ຢູ່​ຕ່າງປະ​ເທດ ​ເພື່ອ​ຫລີກ​ລ່ຽງພັນທະຕ່າງໆ​ໃນ​ກົດໝາຍ
​ແຮງ​ງານ. ແຕ່​ເຖິງ​ແມ່ນ​ອັດຕາ​ການ​ວ່າ​ຈ້າງ​ຄົນ​ງານ​ພາຍ​ນອກຈະລົດ​ຕໍ່າລົງ ກໍຍັງ​ມີ​ຄວາມ​
ຢ້ານ​ກົວ​ກັນ​ວ່າ ພວກ​ບໍລິສັດ​ຕ່າງປະ​ເທດ​ຈະ​ພາກັນໄປຊອກ​ຫາ​ແຮງ​ງານ​ຖືກ​ໆຢູ່​ບ່ອນ​ອື່ນ.

ນັກ​ເສດຖະສາດ Ichsan ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ໄດ້​ມີໄຊຊະນະ​ເມື່ອ​ໝໍ່ໆ​ມາ​ນີ້ຂອງ​ກຸ່ມ​ແຮງ
​ງານ​ຕ່າງໆ​ກໍ​ຕາມ ອິນ​ໂດ​ເນ​ເຊຍ​ກໍ​ຍັງ​ຢູ່​ຫ່າງ​ໄກ​ຫລາຍຈາກ​ ການທີ່​ຈະ​ສາມາດ​ດໍາ​ເນີນ
ຄວາມ​ພະຍາຍາມແບບ​ມີ​ການປະສານ​ງານ​ກັນ ທີ່ໄດ້ປັບປຸງ​ສິດທິ​ຂອງ​ພວກ​ຄົນ​ງານ​ໃຫ້ດີ​ຂຶ້ນ
ຢູ່​ໃນ​ປະ​ເທດ​ອື່ນໆ​ນັ້ນ ຊຶ່ງທ່ານ​ກ່າວ​ວ່າ:

“ຕົວຢ່າງ ພວກເຮົາ​ບໍ່​ສາມາດ​ທີ່​ຈະ​ສົມ​ທຽບ​ການ​ເຄຶ່ອນ​ໄຫວ​ດ້ານ​ແຮງ​ງານ​ຢູ່​ໃນ​ອິນ​ໂດ​
ເນ​ເຊຍ ກັບ​ພວກ​ທີ່ຢູ່​ໃນຂົງ​ເຂດ​ຢູ​ໂຣບຕາ​ເວັນ​ຕົກ ທີ່​ມີ​ການ​ນັດ​ຢຸດ​ງານ​ທີ່​ແຜ່​ລາມ​ອອກ
​ໄປ​ຢ່າງ​ກວ້າງຂວາງນັ້ນ​ໄດ້. ການ​ປະ​ທ້ວງ​ແບບ​ນັ້ນ​ແມ່ນ​ບໍ່​ເຄີຍ​ເຫັນ​ ຢູ່​ໃນປະ​ເທດ​ນີ້.”

ແຕ່​ເຖິງ​ແມ່ນວ່າ ​ເວົ້າ​ໂດ​ຍລວມ​ແລ້ວ ​ສະ​ຫະພັນ​ແຮງ​ງານ​ຢູ່​ໃນ​ອິນ​ໂດ​ເນ​ເຊຍ​ຍັງແຕກ​ກະຈັດ
ກະຈາຍ​ກັນ​ຢູ່ກໍ​ຕາມ ​ເມື່ອ​ໝໍ່ໆ​ມາ​ນີ້ ກໍ​ໄດ້ມີ​ເຈັດ​ກຸ່ມ​ທີ່​ໄດ້​ປະກາດ​ວ່າ​ ພວກ​ເຂົາ​ເຈົ້າຈະ​ຈັດ
​ຕັ້ງອົງການ​ແມ່ ລະດັບ​ຊາດຂຶ້ນມາ ​ເພື່ອ​ຄຸ້ມ​ຄອງ​ໝົດ​ທຸກ​ກຸ່ມ.

​ໃນ​ການ​ຕອບ​ສະໜອງ​ຕໍ່​ການ​ໂຮມ​ຊຸມນຸມ​ກັນ​ເມື່ອວັນ​ອັງຄານ​ຜ່ານ​ມານັ້ນ ປະທາ​ນາ​ທິບໍດີ
Susilo Banbang Yudhoyono ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້ປະກາດ​ ​ເພດານ​ລາຍ​ໄດ້​ໃໝ່​ທີ່
​ສູງ​ຂຶ້ນ ທີ່ຈະ​ບໍ່​ຖືກ​ຕັດ​ພາສີ ພ້ອມ​ດ້ວຍ​ໂຄງການ​ລິ​ເລິ່ມ​ເພື່ອ​ສະໜອງ​ບ້ານ​ຢູ່​ອາ​ໃສ​ລາຄາ​ຖືກ
​ໃຫ້​ແກ່​ພວກ​ຄົນງານ.

XS
SM
MD
LG