ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນໂດເນເຊຍ ກຳລັງທັບມ້າງ ບໍລິສັດສວນຟາມ ທີ່ຕັດໄມ້ ຈູດປ່າ (ວີດີໂອ ກ່ຽວຂ້ອງ)


ພວກດັບເພີງ ກຳລັງມອດໄຟໄໝ້ປ່າ ທີ່ Pekanbaru ແຂວງ Riau ປະເທດ ອິນໂດເນເຊຍ.
ພວກດັບເພີງ ກຳລັງມອດໄຟໄໝ້ປ່າ ທີ່ Pekanbaru ແຂວງ Riau ປະເທດ ອິນໂດເນເຊຍ.
ຕຳຫລວດແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ (POLRI) ​ພ້ອມດ້ວຍ
ກະຊວງສິ່ງ​ແວດ​ລ້ອມ ກ່າວ​ວ່າ ​ເຂົາ​ເຈົ້າຍັງສືບ​ຕໍ່​ທຳການ
ກວດ​ລ້າງ ພວກ​ບໍລິສັດ​ສວນ​ຟາ​ມທີ່ຕັດໄມ້​ຈູດ​ປ່າ​ ​ແລະ
​ເຮັດ​ໃຫ້​ເກີດ​ມີ​ຄວັນ​ໄຟໜາ​ຕຶບ​ປົກ​ຄຸມ​ໄປ​ທົ່ວ​ນັ້ນ.

ຫົວ​ໜ້າ​ຕຳ ຫລວດ​ແຫ່ງ​ຊາດ ນາຍ​ພົນ Sutarman ກ່າວ​
ໃນ​ວັນ​ພຸດ​ວານ​ນີ້ວ່າ ຕຳຫລວດ​ໄດ້​ເອົາ​ບາດກ້າວ ​ຕ້ານ
ສາມ​ບໍລິສັດ ທີ່​ຖືກ​ກ່າວ​ຫາ​ວ່າ ຈູດ​ປ່າໃນ​ຄວາມ​ພະຍາ
ຍາມ​ເພື່ອ​ສະ​ສາງ​ພື້ນ​ທີ່ໜ້າດິນ. ທ່ານ ກ່າວ​ວ່າ :

“​ແມ່ນ​ໃຜ​ກໍ​ຕາມ ທີ່​ຈູດ​ປ່າ ທີ່​ກໍ່​ໃຫ້​ເກີດມົນ​ລະ​ພິດອາ​ກາດ
​ແມ່ນຈະ​ຖືກ​ຈັບ. ມັນມີຄວາມ​ຕັ້ງ​ໃຈໃນ​ການ​ກະທຳ​ເຊັ່ນ​ນັ້ນ ຈາພວກ​ທີ່​ກະທຳຜິດ.
ພວກ​ເຮົາ​ໄດ້​ພົບ​ເຫັນ​ວ່າ ຜູ້ກະທຳ​ຜິດ​ແມ່ນມາ​ຈາກສອງ​ບ່ອນ ຄື​ຈາກພວກ​ບໍລິສັດ
ສວນ​ຟາ​ມ ຕ່າງໆ ແລະບັນດາ​ປະຊາ​ຄົມ.

ທ່ານ​ກ່າວ​ເພີ້​ມ​ເຕີມ​ອີກ​ວ່າ ມີ 25 ຄົນ ​ກຳລັງ​ຖືກ​ສອບ​ສວນ. ທ່ານ ຍັງ​ໄດ້​ເນັ້ນ​ອີກ​ວ່າ
ທາງຕຳຫລວດມີ​ໝາຍ​ໝັ້ນ ​ທີ່​ຈະຄ້ຳປະກັນ​ໃຫ້ມີ​ການ​ປະຕິບັດ​ກົດໝາຍ ​ໂດຍທຸກ​ຄົນ​
ທີ່​ພົວພັນ​ ​ກັບ​ເລື້​ອງນີ້.

ວີດີໂອພາສາລາວ ກ່ຽວກັບບັນຫາຄວັນໄຟ ຈາກອິນໂດເນເຊຍ ເມື່ອປີ 2013:



ກ່ອນ​ໜ້າ​ນີ້ ປະທານ​າທິບໍດີ Susilo Bambang Yudhoyono ​ໄດ້​ຕິ​ຕຽນ​ວ່າ “ບັນຫາ​
ເລື້ອງ​ຄວັນໄຟ ​ບໍ່ໄດ້​ມີ​ການແກ້​ໄຂ​ຢ່າງ​ເຕັມທີ່.” ປະທານາທິບໍດີກ່າວ​ວ່າພວກ​ເຈົ້າໜ້າທີ່
ຕ້ອງ​ເອົາ​ມາດ​ຕະການ​ຢ່າງ​ໜັກແໜ້ນ ​ກັບຜູ້​ໃດກໍ​ຕາມ​ທີ່​ພົບ​ເຫັນ​ວ່າ ບໍ່​ຫົວຊາແລະມີ
ສ່ວນເຮັດ​ໃຫ້​ເກີດ​ຄວາມ​ຫາ​ຍະນະ​ດັ່ງກ່າວ.

ວີດີໂອ: ຄວັນໄຟຈາກອິນໂດເນເຊຍ ປົກຄຸມໄປຮອດ ສິງປະໂປ ໃນປີ 2013:

XS
SM
MD
LG