ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິນໂດເນເຊຍ ກ່າວວ່າ ລະບົບບັງຄັບ ທີ່ລົ້ມແຫຼວ ຍັງຜົນໃຫ້ ເຮືອບິນ Air Asia ຕົກ


Indonesia Plane
please wait
Embed

No media source currently available

0:00 0:00:51 0:00

ບັນດາເຈົ້າໜ້າທີ່ສືບສວນ ຂອງອິນໂດເນເຊຍ ໄດ້ກ່າວໃນວັນ
ອັງຄານມື້ນີ້ວ່າ ລະບົບການບັງຄັບທີ່ລົ້ມແຫຼວໃນຖ້ຽວບິນຂອງ
ສາຍການບິນ Air Asia ທີ່ພາໃຫ້ນັກບິນເອົາບາດກ້າວທີ່​ເຮັດໃຫ້
ພວກເຂົາເສຍການຄວບຄຸມເຮືອບິນ ແລະພາໃຫ້​ເຮືອບິນຕົກລົງ
ໃສ່ທະເລຈາວາໃນເດືອນທັນວາປີກາຍນີ້.

ໃນລາຍງານສະບັບສຸດທ້າຍ ຄະນະກຳມະການຄວາມປອດໄພ
ດ້ານຄົມມະນາຄົມແຫ່ງຊາດ ໄດ້ກ່າວວ່າ ລະບົບການບັງຄັບຂອງ
ຖ້ຽວບິນທີ່​ໃຊ້ເຮືອບິນ Airbus A320 ໄດ້ມີຮອຍແຕກແຫງທີ່​ຈອດ
​ເຊື່ອມ ຊຶ່ງຍັງຜົນໃຫ້ມີສັນຍານດັງຂຶ້ນ.

ຄະນະກຳມະການ ໄດ້ກ່າວໃນລາຍ​ງານວ່າ “ການເອົາບາດກ້າວຂອງຈຸບິນ​ໃນ​ເວລາ​ຕໍ່​ມາ ໄດ້ຍັງຜົນໃຫ້ພວກເຂົາເຈົ້າບໍ່ສາມາດບັງຄັບເຮືອບິນໄດ້.” ຫຼັງຈາກນັ້ນເຮືອບິນ “ກໍໄດ້ຕົກ
ຢູ່ໃນສະພາບທີ່ຄວບ​ຄຸມ​ບໍ່​ໄດ້”
ຊຶ່ງມັນກາຍຄວາມສາມາດຂອງພວກນັກບິນທີ່ຈະແກ້ໄຂ
ສະຖານະການໄດ້.

ໃນລາຍ​ງານກ່ອນໜ້ານີ້ ຄະນະກຳມະການ ໄດ້ຊີ້ໃຫ້ເຫັນວ່າ ເຮືອບິນ ໄດ້ປັກ​ຫົວລົງຢ່າງ
ໄວວາ ແລ້ວກໍເລື່ອນລອຍ ກ່ອນທີ່ຈະຕົກລົງໃສ່ຜິວນ້ຳ. ມີທັງໝົດ 162 ຄົນໄດ້ເສຍຊີວິດ
ໃນຖ້ຽວບິນດັ່ງ​ກ່າວນີ້.

XS
SM
MD
LG