ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີ ອິນ​ເດຍ ຢ້ຽມຢາມ ເນປາລ (ວີດີໂອ)


ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ຜູ້ທີສອງຈາກຂວາ ໄດ້ຮັບຊໍ້ດອກໄມ້ ຈາກຄູ່ຕຳແໜ່ງ ເນປາລ ທ່ານ Sushil Koirala ຫຼັງຈາກເດີນທາງໄປຮອດ ເດີ່ນບິນ ສາກົນ Tribhuwan ໃນນະຄອນຫລວງກັດມັນດູ ປະເທດເນປາລ ເມື່ອວັນທີ 3 ສິງຫາ 2014.
ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ຜູ້ທີສອງຈາກຂວາ ໄດ້ຮັບຊໍ້ດອກໄມ້ ຈາກຄູ່ຕຳແໜ່ງ ເນປາລ ທ່ານ Sushil Koirala ຫຼັງຈາກເດີນທາງໄປຮອດ ເດີ່ນບິນ ສາກົນ Tribhuwan ໃນນະຄອນຫລວງກັດມັນດູ ປະເທດເນປາລ ເມື່ອວັນທີ 3 ສິງຫາ 2014.

ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ​ໄດ້
​ເດີນທາງ​ໄປຮອດ​ປະ​ເທດ​ເນ​ປາລ ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການ
ຢ້ຽມຢາມທາງ​ການ​ທູດ ​ເພື່ອກະ​ຊັບສາ​ຍພົວພັນ​ດ້ານ​ການ​ຄ້າ
ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ ​ແລະ ​ເລັ່ງລັດ​ການເຈລະຈາ ​ກ່ຽວ​ກັບ
ໂຄງການພະລັງງານ​ແລະ​ຂົນ​ສົ່ງຕ່າງໆ.

​ໃນ​ລະຍະ​ການຢ້ຽມຢາມ 2 ມື້​ຄັ້ງ​ນີ້ ທ່ານ ​ໂມ​ດີ ມີ​ແຜນ​ທີ່​
ຈະ​ພົບ​ປະ​ກັບບັນດານັກການ​ເມື​ອງ​ ຈາກ​ທຸກໆ​ຝ່າຍ ພ້ອມ​
ກັນນັ້ນ ກໍຈະ​ໄປ​ສັກກາ ລະ​ບູຊາວັດທີ່​ເຄົາລົບ​ນັບຖືຂອງ​
ຊາວ​ຮິນ​ດູ​ແຫ່ງ​ນຶ່ງ ​ແລະກ່າວ​ຄຳ​ປາໄສ​ຕໍ່​ສະພາ​ອີກ​ດ້ວຍ.

​ເລື້ອງ​ສຳຄັນ ທີ່​ອາດ​ຈະ​ມີ​ການ​ຕົກລົງ​ກັນ​ໄດ້ ກໍ​ຄື​ໂຄງການ​ໃຫ້​ອິນ​ເດຍ ​ສະໜອງ​ພະລັງ​
ໄຟຟ້າ​ໃຫ້​ແກ່​ປະ​ເທດ​ເພື່ອນ​ບ້ານ ​ເນ​ປາລ ​ແລະຊ່ອຍ​ ພັດທະນາພາກສ່ວນ​ພະລັງ​ໄຟຟ້າ
ນ້ຳຕົກ ​ດ້ວຍ​ການນຳ​ໃຊ້ການ​ລົງ​ທຶນ​ຂອງ​ອິນ​ເດຍ.

​ແຜນການ​ດັ່ງກ່າວ​ ໄດ້​ເຮັດ​ໃຫ້​ເກີດ​ຄວາມໂຕ້ຖຽງ​ກັນ​ຢ່າງ​ດຸ​ເດືອດ ໃນ ບັນດາ​ນັກ​ການ​
ເມືອງ​ຢູ່​ນະຄອນຫລວງກັດ​ມັນ​ດູ ຊຶ່ງຫຼາຍໆ​ຄົນ​ກ່າວ​ວ່າ ມັນ​ຈະ​ອະນຸຍາດໃຫ້ ອິນ​ເດຍ
ມີ​ບຸລິ​ມະ​ສິດ ​ໃນ​ຊັບພະຍາກອນ​ນ້ຳຂອງ​ເນ​ປາລ ​ແຕ່​ຝ່າຍ​ດຽວ.

ທ່ານ ​ໂມ​ດີ ​ໄດ້​ທຳ​ການ​ລະດົມເອົາການ​ສະໜັບສະໜຸນ​ໃນ​ບັນດາ​ປະ​ເທດ​ນ້ອຍໆ ​ໃນ​
ຂົງ​ເຂດ​ນັ້ນ ຕັ້ງ​ແຕ່ໄດ້​ເປັນ​ນາຍົກລັດຖະມົນຕີ ​ໃນ​ເດືອນພຶດສະພາ​ ປີ​ນີ້. ຫຼາຍໆ​ປະ​ເທດ​
ເຫຼົ່ານັ້ນ ​ໄດ້​ຫັນ​ໄປ​ຫາ​ປະ​ເທດ​ຈີນ ​ໃນ ​2-3 ປີ​ທີ່​ຜ່ານ​ມາ​ນີ້ ​ເພື່ອ​ຊັກ​ຊວນ​ໃຫ້​ມາ​ລົງ​ທຶນ​ໃນ
​ໂຄງການ​ດ້ານພະລັງ​ງານ​ຕ່າງໆ ຂອງ​ພວກ​ເຂົາ​ເຈົ້າ.

INDIA NEPAL VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG