ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກ ອິນເດຍ ກ່າວວ່າ ປາກິສຖານວ່າ ສະໜັບສະໜູນ ການກໍ່ການຮ້າຍ


ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ກ່າວຖະ
ແຫຼງ ໃນການຊຸມນຸມເລືອກຕັ້ງພັກຂອງທ່ານ ໃນລັດ Kolkata, ເມື່ອເດືອນເມສາ 2016.
ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ກ່າວຖະ ແຫຼງ ໃນການຊຸມນຸມເລືອກຕັ້ງພັກຂອງທ່ານ ໃນລັດ Kolkata, ເມື່ອເດືອນເມສາ 2016.

ໃນການກ່າວປະນາມວ່າ ປາກິສຖານ ເປັນຜູ້ສົ່ງອອກດ້ານການກໍ່ການຮ້າຍນັ້ນ, ນາຍົກ ລັດຖະມົນຕີ ອິນເດຍ ທ່ານ Narendra Modi ໄດ້ກ່າວຫາປະເທດທີ່ຢູ່ໃກ້ຄຽງໃນ ເອເຊຍ ໃຕ້ ກ່ຽວກັບ ການພະຍາຍາມ ເຮັດໃຫ້ ເອເຊຍ ບໍ່ມີຄວາມໝັ້ນຄົງ ແລະ ໄດ້ປະຕິຍານວ່າ ຈະແຍກພວກເຂົາເຈົ້າອອກໃຫ້ຢູ່ຕ່າງຫາກໃນປະຊາຄົມນານາຊາດ.

ນີ້ແມ່ນການໃຫ້ຄຳເຫັນຕໍ່ສາທາລະນະຄັ້ງທຳອິດຂອງທ່ານ Modi ນັບຕັ້ງແຕ່ການໂຈມຕີ ກໍ່ການຮ້າຍໃສ່ຖານທັບທະຫານບົກ ອິນເດຍ, ທີ່ໄດ້ເຮັດໃຫ້ສອງປະເທດມີຄວາມເຄັ່ງຕຶງ ສູງຂຶ້ນ. ຄຳເຫັນນັ້ນໄດ້ຖືກກ່າວຢູ່ໃນການຊຸມນຸມພັກ Janata ຂອງທ່ານ ຈັດຂຶ້ນໃນວັນ ເສົາວານນີ້ ໃນເມືອງ Kozhikode ທີ່ຕັ້ງຢູ່ພາກໃຕ້ຂອງ ອິນເດຍ.

ທ່ານໄດ້ກ່າວວ່າ “ປະຊາຊົນ ປາກິສຖານ ຄວນຕັ້ງຄຳຖາມຂຶ້ນ ກ່ຽວກັບ ການນຳພາ ຂອງພວກເຂົາເຈົ້າວ່າເປັນຫຍັງ, ໃນເວລາທີ່ປະເທດທັງສອງໄດ້ຮັບຄວາມເສລີພາບ ມານຳກັນ, ໃນຂະນະທີ່ ອິນເດຍ ສົ່ງອອກ software ຄອມພິວເຕີໄປທົ່ວໂລກ, ປາກິສ ຖານ ຊຳ້ພັດສົ່ງພວກກໍ່ການຮ້າຍ ອອກໄປນອກປະເທດ.”

ທະຫານຂອງກອງກຳລັງປ້ອງກັນເຂດຊາຍແດນ ອິນເດຍ ກວດກາຕາມເຂດຊາຍແດນ ອິນເດຍ- ປາກິສຖານ ທີ່ເມືອງ Ranbir Singh Pura, ປະມານ 35 ກິໂລແມັດຈາກເມືອງ Jammu. ອິນເດຍ. 24 ກັນຍາ 2016.
ທະຫານຂອງກອງກຳລັງປ້ອງກັນເຂດຊາຍແດນ ອິນເດຍ ກວດກາຕາມເຂດຊາຍແດນ ອິນເດຍ- ປາກິສຖານ ທີ່ເມືອງ Ranbir Singh Pura, ປະມານ 35 ກິໂລແມັດຈາກເມືອງ Jammu. ອິນເດຍ. 24 ກັນຍາ 2016.

ໃນການອ້າງເຖິງ ປາກິສຖານ, ທ່ານໄດ້ເວົ້າວ່າ ໃນຂະນະທີ່ທຸກໆປະເທດໃນ ເອເຊຍ ກຳ ລັງເຮັດວຽກເພື່ອຮັບປະກັນວ່າສັດຕະວັດທີ 21 ນີ້ເປັນຂອງທະວີບ ເອເຊຍ, ມັນມີປະເທດ ດຽວທີ່ກຳລັງເຮັດວຽກເພື່ອຮັບປະກັນວ່າສິ່ງດັ່ງກ່າວນີ້ຈະບໍ່ເກີດຂຶ້ນ.

ທ່ານ Modi ລະບຸປະເທດ ອັຟການິສຖານ ແລະ ບັງກລາແດັສ ວ່າເປັນອີກປະເທດອື່ນໆ ຢູ່ໃນພາກພື້ນ ທີ່ກຳລັງທົນທຸກທໍລະມານ ຍ້ອນລັດທິກໍ່ການຮ້າຍທີ່ຖືກສົ່ງອອກຈາກ ປາກິສຖານ.

ຜູ້ນຳທີ່ຍຶດໝັ້ນໃນຫຼັກການໄດ້ຕົກຢູ່ພາຍໃຕ້ຄວາມກົດດັນ ໃນການໃຫ້ຄຳໂຕ້ຕອບທີ່ໜັກ ໜ່ວງ ຕໍ່ການໂຈມຕີທີ່ເຮັດໃຫ້ທະຫານ 18 ຄົນເສຍຊີວິດ ທີ່ຖານທັບທະຫານບົກ ຕັ້ງຢູ່ໃກ້ ກັບເຂດຊາຍແດນຕິດກັບພາກພື້ນ Kashmir. ອິນເດຍ ໄດ້ກ່າວຫາການໂຈມຕີໃສ່ ກຸ່ມ ຫົວຮຸນແຮງລັດອິສລາມ Jaish-e-Mohammad ທີ່ມີທີ່ໝັ້ນຕັ້ງຢູ່ໃນ ປາກິສຖານ. ນະ ຄອນຫຼວງ Islamabad ຂອງ ປາກິສຖານ ໄດ້ກ່າວປະຕິເສດຢ່າງຮຸນແຮງ ກ່ຽວກັບ ການ ມີສ່ວນຮ່ວມດັ່ງກ່າວນັ້ນ ແລະ ກ່າວວ່າ ອິນເດຍ ບໍ່ໄດ້ສະແດງໃຫ້ເຫັນຫຼັກຖານທີ່ສະໜັບ ສະໜູນການກ່າວຫາຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG