ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດອິນເດຍ ກີດກັນ ພວກປະທ້ວງ ຊາວທິເບດ ບໍ່ໃຫ້ເຂົ້າເຖິງສະຖານທູດຈີນ ໃນອິນເດຍ


ຕຳຫຼວດອິນເດຍ ກີດກັນ ພວກປະທ້ວງ ຊາວທິເບດ ບໍ່ໃຫ້ເຂົ້າເຖິງສະຖານທູດຈີນ ໃນ New Delhi ອິນເດຍ ວັນທີ 10 ມີນາ 2015.
ຕຳຫຼວດອິນເດຍ ກີດກັນ ພວກປະທ້ວງ ຊາວທິເບດ ບໍ່ໃຫ້ເຂົ້າເຖິງສະຖານທູດຈີນ ໃນ New Delhi ອິນເດຍ ວັນທີ 10 ມີນາ 2015.

ຕຳຫຼວດອິນເດຍ ໄດ້ກັກຂັງພວກປະທ້ວງຊາວທີເບດ 100 ຄົນ
ຢູ່ຂ້າງນອກສະຖານທູດຈີນໃນນະຄອນ New Delhi ໃນວັນ
ອັງຄານມື້ນີ້ ໃນຂະນະທີ່ທຳການປະທ້ວງ ເພື່ອເປັນຂີດໝາຍ
ຄົບຮອບ ໃນການລຸກຮືຂຶ້ນຕໍ່ສູ້ ຕ້ານການປົກຄອງຂອງຈີນ
ໃນທິເບດ ເມື່ອ1959 ທີ່ປະສົບກັບຄວາມລົ້ມນັ້ນ.

ພວກປະທ້ວງໄດ້ພາວັນຍົກທຸງ ຮວມຕົວກັນເປັນກຸ່ມຕິດຕໍ່ກັນ
ແລະພາກັນໂຮຮ້ອງຄຳຂັວນ ສະໜັບສະໜຸນສິດເສລິພາບ
ແລະສິດທິມະນຸດໃນທິເບດ. ຕຳຫຼວດໄດ້ດຶງພວກເຂົາເຈົ້າອອກ
ມາແລະຈັບຂຶ້ນລົດເມ ຊຶ່ງພວກປະທ້ວງຍັງສືບຕໍ່ໂຮຮ້ອງຜ່ານ
ທາງປ່ອງຢ້ຽມແລະປະຕູລົດ.

ວັນອັງຄານມື້ນີ້ ເປັນຂີດໝາຍ ຄົບຮອບ 56 ປີ ຂອງການລຸກຮືຂຶ້ນ ທີ່ພາໃຫ້ຜູ້ນຳທາງດ້ານ
ຈິດໃຈຂອງຊາວທິເບດ ອົງ Dalai Lama ໄດ້ໜີເຂົ້າໄປອິນເດຍ ແລະສ້າງຕັ້ງລັດຖະບານ
ພັດຖິ່ນໃນ Dharmsala. ຊາວທິເບດຫຼາຍພັນຄົນພາກັນໂຮມຊຸມນຸມເດີນຂະບວນປະທ້ວງ ໃນທີ່ນັ້ນ ໃນວັນອັງຄານມື້ນີ້.

ຊາວທິເບດຫຼາຍໆຄົນ ກ່າວຫາ ລັດຖະບານຈີນ ທຳການປຸກລະດົມເພື່ອປາບປາມທາງດ້ານ
ສາສະໜາແລະວັດທະນະທຳຂອງຊາວທິເບດ. ແຕ່ລັດຖະບານຈີນ ປະຕິເສດ ຕໍ່ການກ່າວຫາ
ທີ່ວ່ານີ້ ໂດຍເວົ້າວ່າ ຊາວທິເບດ ແມ່ນສາມາດຊົມໃຊ້ສິດເສລິພາບທາງສາສະໜາຂອງພວກ
ເຂົາເຈົ້າ.

ນັບຕັ້ງແຕ່ປີ 2009 ເປັນຕົ້ນມາມີຊາວທິເບດ 130 ຄົນ ໄດ້ພາກັນຈູດໄຟເຜົາຕົວເອງ ເພື່ອປະທ້ວງຕໍ່ການປົກຄອງຂອງຈີນ.

XS
SM
MD
LG