ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຫົວຮຸນແຮງ ໃນອິນເດຍ ລອບດັກສັງຫານ ທະຫານ ອິນເດຍ 20 ຄົນ


ແຜນທີ່ ປະເທດອິນເດຍ
ແຜນທີ່ ປະເທດອິນເດຍ

ອິນ​ເດຍ​ໄດ້​ເລີ້ມປະຕິບັດ​ການ​ຊອກ​ຫາພວກຫົວ​ຮຸນ​ແຮງ
ທີ່​ໄດ້ສັງຫານ ​ທະຫາ​ນ 20 ຄົນ ​ແລະ ​ເຮັດ​ໃຫ້ອີກຫຼາຍ​
ສິບ​ຄົນບາດ​ເຈັບ ​ຢູ່​ທາງພາກ​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​
ປະ​ເທດ.

​ເຈົ້າ​ໜ້າທີ່​ໄດ້​ກ່າວ​ວ່າ ພວກ​ກະບົດໃນ​ລັດ Manipur ​
ໄດ້​ດັກໂຈ​ມຕີ​ຂະ​ບວນລົດ​ທະຫານ​ ໃນ​ວັນ​ພະຫັດ​ວານ​ນີ້
​ ດ້ວຍ​ການ​ຍິງຈະ​ຫຼວດໝາກປີ ​ແລະ ວາງລະ​ເບີ​ດ​ໃສ່ຫຼາຍບັ້ນ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທະ​ຫານ​ໄດ້​ຮັບຄຳ​ສັ່ງ ໃຫ້ “ຍິງ​ສັງຫານ”
ເພື່ອໂຕ້​ຕອບ​ພວກ​ຫົວ​ຮຸນແຮງ ຢູ່​ໃນ​ເຂດ​ດັ່ງກ່າວ.

ມີ​ຫຼາຍ​ກຸ່​ມກະບົ​ດ​ ໄດ້​ອອກ​ມາ​ອ້າງ​ຄວາມ​ຮັບ​ຜິດ​ຊອບ ​ຕໍ່​ການ​ໂຈມຕີ​ຄັ້ງ​ນີ້.

ລັດ Manipur ​ໄດ້​ສູ້​ຊົນ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ ກັບ​ພວກ​ກະບົດ ປະກອບ​ອາວຸດ.

ນາຍົກລັດ​ຖະ​ມົນຕີ Narendra Modi ​ໄດ້​ປະ​ນາມ​ການ​ໂຈມ​ຕີ​ຄັ້ງ​ນີ້​ວ່າ “​ບໍ່​ມີ​ເຫດຜົນ”
ແລະ “ເປັນທີ່ໜ້າເສຍໃຈຫຼາຍ.”

ທ່ານ Ajit Doval ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ຂອງ​ອິນ​ເດຍ ​ເວົ້າວ່າ “ມັນ​ເປັນ​
ສິ່ງ​ທີ່​ໂສກ​ເສົ້າ​ເສຍ​ໃຈ​ຫຼາຍ ​ແລະ ພວກ​ເຮົາ​ກໍ່​ເຫັນ​ອົກ​ເຫັນ​ໃຈ​ນຳ​ພວກ​ເຂົາ ​ແລະ
ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ແມ່ນ​ຈະ​ຢູ່​ຄຽງ​ຂ້າງ​ພວກ​ເຂົາ. ແຕ່​ພວກ​ເຂົາ​ເປັນຄົນ ທີ່​ມີ​
ຄວາມກ້າຫານ ທີ່ໄດ້ ເສຍສະຫຼະ​ຊີວິດ​ຂອງ​ຕົນ​ເອງ ​ເພື່ອ​ປະ​ເທດ​ຊາດ.”

India Army
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG