ລິ້ງ ສຳຫລັບເຂົ້າຫາ

ຊາວນາອິນເດຍ ໃຊ້ວິທີການປູກຝັງໃໝ່ ທີ່ທົນທານ ຕໍ່ສະພາບດິນຟ້າອາກາດ


ຢູ່ໃນຫຼາຍໆລັດຂອງອິນເດຍ ພວກຊາວໃຮ່ຊາວສວນ ແມ່ນພາກັນຮັບຮອງເອົາວິທີ ການໃໝ່ ເພື່ອປົກປ້ອງຜົນລະປູູກ ຂອງພວກເຂົາເຈົ້າ ຈາກການທຳລາຍທີ່ເກີດຂຶ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ. ຜູ້ສື່ຂ່າວວີໂອເອ Anjana Pasricha ໄດ້ ເດີນທາງໄປ ຢ້ຽມຢາມ ໝູ່ບ້ານແຫ່ງໜຶ່ງ ໃນລັດ Haryana ຢູ່ພາກເໜືອຂອງອິນເດຍ ເພື່ອເບິ່ງວ່າ ການປະຕິບັດໃນດ້ານພູມິອາກາດທີ່ຫຼັກແຫຼມ ແມ່ນໄດ້ຊ່ອຍ ພວກຊາວ ໃຮ່ຊາວສວນ ຮັບມືກັບ ຕົວແບບຕ່າງໆ ຂອງສະພາບອາກາດ ທີ່ບໍ່ປົກກະຕິ ເຊັ່ນວ່າ ຝົນທີ່ຕົກລົງມາ ຫຼາຍເກີນໄປ ຫຼື ການຂາດແຄນຝົນ ການເພີ້ມຂຶ້ນຂອງອຸນຫະພູມ ດິນຟ້າອາກາດ ອຸນຫະພູມ ທີ່ສູງຂຶ້ນ ແລະອາກາດໜາວ ທີ່ບໍ່ຖືກກາລະເວລາ ໄດ້ ແນວໃດນັ້ນ ໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເວລາພວກຊາວໃຮ່ຊາວນາ ພາກັນສຳຫຼວດເບິ່ງທົ່ງພຽງອັນຂຽວຊຸ່ມ ຢູ່ໃນເຂດຄຸ້ມ Beernaryana ຢູ່ນັ້ນ ພວກເຂົາເຈົ້າ ກໍມີຄວາມຮູ້ສຶກໃນແງ່ດີວ່າ ຈະໄດ້ເກັບກ່ຽວ ຜົນລະປູກທີ່ດີ ເຖິງແມ່ນວ່າ ຈະຂາດແຄນນ້ຳຝົນກໍຕາມ.

ຫຼາຍທົດສະວັດຜ່ານມາ ທ່ານ Ishwar Dayal ໄດ້ປູກເຂົ້າ ໃນລະດູຮ້ອນ ແລະ ປູກ ເຂົ້າເບລ ໃນລະດູໜາວ. ແຕ່ເພິ່ນໄດ້ເລີກລົ້ມ ການປູກຝັງແບບເກົ່າແກ່ນີ້ແລ້ວ ແລະ ດຽວນີ້ ຫັນມາປູກຕົ້ນສາລີ ທີ່ທົນທານກວ່າເກົ່າ ໃສ່ເກືອບເຄິ່ງໜຶ່ງ ຂອງເນື້ອທີ່ຟາມ 14 ເຮັກຕາ ຂອງທ່ານ ເພື່ອຈະຜ່ານຜ່າອຸປະສັກຕ່າງໆ ຂອງລະດູຝົນທີ່ຄາດຄະເນ ບໍ່ໄດ້ ແລະ ຄວາມອຸດົມສົມບູນຂອງດິນປູກຝັງທີ່ຫລຸດລົງ ນັ້ນ.

ທ່ານ Dayal ກ່າວວ່າ “ພວກເຂົ້າສາລີ ແລະ ເຂົ້າເບລ ຈະດຶງດູດເອົາທາດອາຫານ ແບບດຽວກັນ ຈາກດິນປູກຝັງ. ເຂົ້າສາລີ ໃຊ້ຄວາມຊຸ່ມໜ້ອຍກວ່າ ສະນັ້ນແລ້ວ ນ້ຳ ຈຶ່ງບໍ່ເປັນບັນຫາທ້າທາຍ ແລະ ດິນປູກຝັງຂອງຂ້າພະເຈົ້າ ແມ່ນມີຄວາມແຂງແຮງ ຂຶ້ນກວ່າເກົ່າ.”

ຢູ່ໃນ 27 ໝູ່ບ້ານ ທົ່ວເຂດ Haryana ຊຶ່ງເປັນລັດແຫ່ງການກະສິກຳທີ່ອຸດົມສົມບູນ ຊາວກະສິກອນຫຼາຍຄົນ ນຳໃຊ້ເທັກນິກທີ່ເໝາະສົມກັບສະພາບດິນຟ້າອາກາດ ພາຍໃຕ້ໂຄງການລິເລີ້ມນຳພາ ຢູ່ໃນອິນເດຍ ໂດຍຫຼາຍກຸ່ມບໍລິສັດຄົ້ນຄວ້າ ກ່ຽວກັບ ການປ່ຽນແປງຂອງດິນຟ້າອາກາດ ການກະສິກຳ ແລະ ຄວາມໝັ້ນຄົງດ້ານອາຫານ.

ທ່ານ Inderjit Singh Mann ໄດ້ປູກເມັດເຂົ້າລົງໂດຍກົງ ໃນດິນທົ່ງນາຂອງລາວ ແທນທີ່ຈະຕົກກ້າກ່ອນ ແລ້ວຈຶ່ງເອົາຕົ້ນກ້າມາດຳຈຸ່ມລົງ ໃນນ້ຳ. ມັນທັງປະຢັດນ້ຳ ແລະຄ່າແຮງງານ.

ທ່ານ Inderjit Singh Mann ເວົ້າວ່າ “ການປູກເມັດເຂົ້າໂດຍກົງ ຊ່ອຍໃຫ້ນ້ຳຊຶມ ລົງໄປໃນດິນ. ເຂົ້າເບລທີ່ເຕີບໃຫຍ່ຂຶ້ນ ຄືຈັ່ງຊີ້ ແມ່ນຈະຂຽວສົດຫຼາຍຂຶ້ນ. ອັນນັ້ນ ມັນມີຄວາມສຳຄັນຫຼາຍ ສຳລັບກະເສດຕະກອນ.”

ໂດຍເອີ້ນ ການປ່ຽນແປງຂອງດິນຟ້າອາກາດວ່າ ເປັນໄພຂົ່ມຂູ່ທີ່ສຳຄັນ ຕໍ່ການກະສິກຳ ທ່ານ M.L. Jat ຜູ້ປະສານງານຂອງໂຄງການລິເລີ້ມ ສຳລັບເຂດເອເຊຍໃຕ້ ກ່າວວ່າ ມັນມີຄວາມສຳຄັນທີ່ສຸດ ເພື່ອຈະຮັກສານ້ຳໄວ້ ໃນຂະນະທີ່ອຸນຫະພູມຂອງໂລກສູງຂຶ້ນນີ້.

ທ່ານ Jat ເວົ້າວ່າ “ແຫຼ່ງນ້ຳທັງຫຼາຍ ແມ່ນໝົດລົງໄປເລື້ອຍໆ ເພາະສະນັ້ນ ພວກເຮົາ ຈຶ່ງຈະບໍ່ມີນ້ຳ ຫຼາຍປານໃດ ແລະ ແຕ່ລະອົງສາໜຶ່ງ ທີ່ອຸນຫະພູມສູງຂຶ້ນ ທ່ານຈະຕ້ອງ ການນ້ຳຕື່ມອີກ 10 ເປີເຊັນ ເພື່ອຈະຮັບມືກັບຄວາມສ່ຽງ ຂອງອຸນຫະພູມທີ່ສູງຂຶ້ນນັ້ນ.”

ເພື່ອຢັບຢັ້ງຄວາມເສຍຫາຍອັນກວ້າງໃຫຍ່ ຕໍ່ສຸຂະພາບ ຂອງດິນປູກຝັງ ແລະ ພວກພືດ ພັນ ດ້ວຍການພົ່ນປຸຍໃສ່ຢ່າງບໍ່ເຈາະຈົງ ແລະພວກຊາວໃຮ່ຊາວສວນ ຍັງໃຊ້ເຄື່ອງມື ທີ່ເອີ້ນວ່າ ຊອກຫາຄວາມຂຽວສົດ ຫຼື green seeker ເພື່ອປະເມີນຜົນຢ່າງຖືກຕ້ອງ ຂອງຈຳນວນສານ nitrogen ຢູ່ໃນດິນປູກຝັງຂອງພວກເຂົາເຈົ້າ.

ສາມປີ ລຸນຫຼັງທີ່ທ່ານ ໄດ້ເລີ້ມຕົ້ນຮັບເອົາ ວິທີທາງ ທີ່ຕ້ານທານຕໍ່ສະພາບດິນຟ້າອາກາດ ເຊັ່ນນັ້ນ ທ່ານ Ishwar Dayal ກໍໄດ້ປະສົບຜົນສຳເລັດ ໃນການຮັບມືກັບ ຜົນຜະລິດ ທີ່ຕົກຕ່ຳ.

ທ່ານ Dayal ກ່າວວ່າ “ຜົນຜະລິດຂອງຂ້າພະເຈົ້າ ໂດຍປະມານແລ້ວ ໄດ້ເພີ້ມຂຶ້ນ 15 ເປີເຊັນ ແລະ ຄ່າໃຊ້ຈ່າຍ ກໍໄດ້ຫລຸດລົງ. ພວກເຮົາບໍ່ສາມາດປ່ຽນແປງອາກາດ ໄດ້ ແຕ່ພວກເຮົາສາມາດປ່ຽນ ແບບແຜນການປູກຝັງຂອງພວກເຮົາໄດ້.”

ຄວາມຫວັງ ກໍແມ່ນເພື່ອຂະຫຍາຍເນື້ອທີ່ອອກໄປທົ່ວປະເທດ ພາຍໃຕ້ການກະສິກຳ ທີ່ຫຼັກແຫຼມ ຕໍ່ສະພາບດິນຟ້າອາກາດ ໃນຂະນະທີ່ຊາວໃຮ່ຊາວນາ ເລີ່ມຕົ້ນເຂົ້າໃຈວ່າ ວິທີການຕ່າງໆ ເຊັ່ນນັ້ນ ແມ່ນຈຳເປັນທີ່ສຸດ.

In several Indian states, farmers are adopting new agricultural practices to protect their crops from the ravages wrought by climate change. Anjana Pasricha visited a village in the northern Haryana state to see how climate smart practices are helping farmers cope with erratic weather patterns, such as excessive or deficient rain, rising temperatures and untimely cold spells.

As farmers survey their lush fields in Beernaryana village, they are optimistic of reaping a good harvest despite deficient rains.

For decades, Ishwar Dayal used to plant rice in summer and wheat in winter. But he has abandoned this age-old cropping pattern and now grows the hardier maize crop on nearly half his 14 hectare farm to overcome the problems of unpredictable monsoon rains and decreasing soil fertility.

((ISHWAR DAYAL, MALE in HINDI))
"They (rice and wheat) used to extract similar nutrients from the soil. Maize uses less moisture so water is not a challenge and my soil has become stronger."

In 27 villages across Haryana, a prosperous farming state, many farmers are using climate smart techniques under an initiative led in India by the research consortium, Climate Change, Agriculture and Food Security.

Inderjit Singh Mann has planted rice seeds directly in his fields instead of transplanting saplings from nurseries submerged in water. It saves both water and labor costs.

((INDERJIT SINGH MANN, MALE IN HINDI))
"Direct seeding helps water seep into the ground. Wheat grown like this is also more lush. That is very important for the farmer."

Calling climate change one of the major threats to agriculture, M.L. Jat , the South Asia coordinator for the initiative, says it is crucial to conserve water as global temperatures rise.

((ML JAT, SOUTH ASIA COORDINATOR,))
"Water sources are depleting so we will not have that much water and each degree rise in temperature you need 10 percent extra water to cope up with high temperature risk."

To reverse the widespread damage to soil health and crops by the indiscriminate spraying of fertilizers, farmers also use an instrument called the green seeker to accurately assess the nitrogen content in their soil.

Three years after he began adopting such climate resilient practices, Ishwar Dayal has successfully tackled falling productivity.

((ISHWAR DAYAL IN HINDI))
"Roughly my productivity has increased by 15 percent and my costs have fallen. We can't change the weather, but we can change our farming pattern."

The hope is to expand the area under climate smart agriculture across the country as farmers begin to understand that such practices are vital.

XS
SM
MD
LG